ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກຂ່າວ ວີໂອເອ ຖືກຈັບໃນປະເທດ ເທີກີ


ນີ້ແມ່ນຮູບພາບຂອງນາງ Khajijan Farqin ນັກຂ່າວວີໂອເອທີ່ຖືກຈັບໃນ ເທີກີ.
ນີ້ແມ່ນຮູບພາບຂອງນາງ Khajijan Farqin ນັກຂ່າວວີໂອເອທີ່ຖືກຈັບໃນ ເທີກີ.

ນາງ Khajijan Farqin ນັກຂ່າວອິດສະຫຼະທີ່ເຮັດວຽກໃຫ້ ສຽງອາເມຣິກາ, ໄດ້ຖືກຈັບ ໂດຍບັນດາເຈົ້າໜ້າທີ່ ເທີກີ ໃນເມືອງ Diyarbakir.

ຂໍ້ມູນ ກ່ຽວກັບ ການຈັບກຸມຂອງນາງໃນວັນເສົາວານນີ້ ຖືກສົ່ງໃຫ້ຮູ້ໂດຍເພື່ອນຮັກຄົນໜຶ່ງ ຂອງລາວ, ຜູ້ທີ່ໄດ້ກ່າວວ່າ ເຫດຜົນສຳລັບການຈັບກຸມນາງ Farqin ແມ່ນຍັງບໍ່ທັນຊັດ ເຈນເທື່ອ. ຄອບຄົວຂອງລາວກ່າວວ່າ ຍ້ອນການປະກາດພາວະສຸກເສີນຢູ່ໃນຂົງເຂດ, ແມ່ນກະທັ້ງທະນາຍຄວາມຂອງລາວກໍຍັງບໍ່ສາມາດຕິດຕໍ່ລາວໄດ້ເປັນເວລາ 5 ມື້ແລ້ວ.

ເວັບໄຊ Turkishminute.com ໄດ້ລາຍງານວ່າ ນາງ Farqin ແມ່ນນັກຂ່າວຕ່າງປະເທດ ຄົນທີສອງ ທີ່ຖືກຈັບກຸມໃນວັນເສົາວານນີ້. ນາງ Hatice Kamer ທີ່ເຮັດໃຫ້ອົງການຂ່າວ BBC ພາສາ ເທີກີ, ກໍໄດ້ຖືກຄວບຄຸມຕົວໄວ້ ຢູ່ດ່ານກວດກາຂອງຕຳຫຼວດໃນແຂວງ Siirt ຂອງ ເທີກີ, ໃນເວລາທີ່ລາວກຳລັງເດີນທາງໄປລາຍງານຂ່າວ ກ່ຽວກັບ ເຫດການດິນ ເຈື່ອນຢູ່ບໍ່ທອງແດງ.

ໃນຕົ້ນເດືອນນີ້, ທ້າວ Olivier Bertrand ຜູ້ທີ່ເຮັດວຽກໃຫ້ກັບເວັບໄຊຂ່າວ lesjours.fr ຂອງ ຝຣັ່ງ ກໍໄດ້ຖືກຈັບກຸມໃນເວລາທີ່ລາວລາຍງານຂ່າວໃນເມືອງ Gaziantep, ຢູ່ເຂດ ຊາຍແດນພາກເໜືອຕິດກັບ ຊີເຣຍ ຂອງ ເທີກີ. ຕໍ່ມາລາວກໍຖືກສົ່ງອອກຈາກປະເທດ.

ນັບຕັ້ງແຕ່ໄດ້ປະກາດສະພາວະສຸກເສີນ ບໍ່ເທົ່າໃດມື້ ຫຼັງຈາກການພະຍາຍາມກໍ່ລັດຖະ ປະຫານທີ່ໄດ້ຮັບຄວາມລົ້ມແຫຼວໃນວັນທີ 15 ກໍລະກົດນັ້ນ, ລັດຖະບານ ເທີກີ ໄດ້ປິດໜັງ ສືພິມ, ໂທລະພາບ ແລະ ວິທະຍຸ, ສຳນັກພິມ ແລະ ບໍລິສັດພິມໜັງສືເກືອບ 195 ແຫ່ງ ແລະ ຈັບນັກຂ່າວປະມານ 150 ຄົນເຂົ້າຄຸກ ໃນຂໍ້ຫາ ກ່ຽວກັບ ກໍ່ການຮ້າຍ, ເປັນການ ກ່າວຫາທີ່ໄດ້ກາຍເປັນເລື່ອງປົກກະຕິ ນັບຕັ້ງແຕ່ການພະຍາຍາມທີ່ຈະໂຄ່ນລົ້ມລັດຖະ ບານຂອງ ປະທານາທິບໍດີ ທ່ານ Recep Yayyip Erdogan.

ໃນເດືອນທີ່ຜ່ານມາ, ປະຊາຊົນສອງສາມພັນຄົນໄດ້ປະທ້ວງຢູ່ໃນເມືອງ Diyarbakir ຫຼັງ ຈາກການປິດຫ້ອງການຕ່າງໆ ແລະ ຈັບກຸມຜູ້ຮ່ວມປົກຄອງເມືອງ, ທ່ານ Gultan Kisanak ແລະ ທ່ານ Firat Anli, ໃນຂໍ້ຫາ ກ່ຽວກັບ ກໍ່ໍ່ການຮ້າຍ. ເມືອງ Diyarbakir ແມ່ນເມືອງທີ່ໃຫຍ່ທີ່ສຸດໃນພາກຕາເວັນອອກສຽງໃຕ້ຂອງປະເທດ ທີ່ມີຊາວເຄີດ ສ່ວນ ໃຫຍ່ອາໄສຢູ່, ແລະ ເປັນສູນກາງຂອງຂະບວນການເຄື່ອນໄຫວສະໜັບສະໜູນຊາວ ເຄີດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG