ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊົມໃຊ້ໄຟຟ້າຂອງຫຼາຍກວ່າ 80 ເປີເຊັນ ຂອງ ຄອບຄົວທົ່ວ​ປະ​ເທດ ກວມເອົາພຽງແຕ່ 20 ເປີເຊັນ ຂອງປະລິມານ ການຊົມໃຊ້ໄຟຟ້າ ທັງໝົດ ໃນລາວ


ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ໃນ ສ​ປ​ປ ລ​າວ
ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ໃນ ສ​ປ​ປ ລ​າວ

ປະຊາຊົນຫຼາຍກວ່າ 80 ເປີ​ເຊັນຂອງຈໍານວນຄອບຄົວທັງໝົດໃນລາວ ມີການຊົມໃຊ້ພະລັງງານ ໄຟຟ້າກວມເອົາພຽງແຕ່ 20 ເປີ​ເຊັນເທົ່າ​ນັ້ນຂອງປະລິມານການຊົມໃຊ້ໄຟຟ້າທັງໝົດ ໃນລາວ ໃນແຕ່ລະປີ, ຊົ​ງຣິດ ໂພນ​ເງິນມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ນັກທຸລະກິດໃນພາກອຸດສາຫະກຳຂອງລາວ ເປີດເຜີຍວ່າ ການ​ຜະ​ລິດ​ສິນ​ຄ້າ ແລະ​ບໍ​ລິ​ການ​ຕ່າງໆ ໃນລາວ ໄດ້ມີ​ການ​ຊົມ​ໃຊ້ພະ​ລັງ​ງານ​ໄຟ​ຟ້າຄິດ​ເປັນສັດ​ສ່ວນ 40 ເປີ​ເຊັນຂອງ​ກາ​ນ​ຊົມ​ໃຊ້ ພະ​ລັງ​ງານ​ໄຟ​ຟ້າ​ທັງ​ໝົດໃນ​ປັດ​ຈຸ​ບັນ. ສ່ວນ​ອີກ 40 ເປີ​ເຊັນ ເປັນ​ການຊົມ​ໃຊ້​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ​ຄົວ​ເຮືອນ​ຕ່າງໆ ທີ່​ຢູ່​ໃນ​ເຂດ​ຕົວ​ເມືອງໃນ​ທົ່ວ​ປະ​ເທດ ອັນ​ລວມ​ກັນ​ເປັນ​ການ​ຊົມ​ໃຊ້ພະລັງ​ງານໄຟ​ຟ້າ​ຄິດ​ເປັນ​ສັດ​ສ່ວນ​ເຖິງ 80 ເປີ​ເຊັນຂອງການ​ຊົມ​ໃຊ້​ທັງ​ໝົດ. ຫາກ​ແຕ່​ວ່າ ກໍ​ຄິດ​ເປັນ 20 ເປີ​ເຊັນ ເທົ່າ​ນັ້ນຂອງ​ພາກ​ສ່ວນທີ່​ໄດ້​ມີການ​ຊົມ​ໃຊ້ໄຟ​ຟ້າ​ທັງ​ໝົດ​ໃນ​ລາວ ໝາຍ​ຄວາມ​ວ່າ ໄຟ​ຟ້າ​ອີກ 20 ເປີ​ເຊັນທີ່​ເຫລືອນັ້ນ ເປັນ​ການ​ຊົມ​ໃຊ້ໃນ​ພາກ​ຜະ​ລິດ​ກະ​ສິ​ກຳຂອງ​ປະ​ຊ​າ​ຊົນ ​ທີ່ຄິດ​ເປັນ 80 ເປີ​ເຊັນ ຂອງຫົວ​ໜ່ວຍທີ່​ມີ​ການ​ຊົມ​ໃຊ້​ພະ​ລັງ​ງານ​ໄຟ​ຟ້າ​ທັງ​ໝົດ​ໃນ​ລາວ ຊຶ່ງ​ສອດ​ຄ່ອງ​ກັບ​ການ​ເປີດ​ເຜີຍ​ຂອງ​ເຈົ້າ​ໜ້າ​ທີ່​ລັດ​ວິ​ສະ​ຫະ​ກິດ​ໄຟ​ຟ້າ​ລາວ ຫລື EDL ທີ່​ໃຫ້​ການ​ຢືນ​ຢັນ​ວ່າ:
“ຜູ້​ທີ່ໃຊ້ໄຟກວມເອົາສ່ວນ​ໃຫຍ່ແມ່ນ​ຢູ່ຊົນນະບົດ ແລະກະເປັນ​ກຳ​ມະ​ກອນ​ຫຍັງຕ່າງໆ ພວກ​ເຮົາສາມາດບົ່ງ​ບອກລາຍຮັບຂອງຄອບຄົວໄດ້ ຜ່ານການໃຊ້ໄຟກຸ່ມຄົນ​ນີ້ ຈະຫລາຍທີ່ສຸດ ກວມ ເອົາ 80 ເປີ​ເຊັນ ຂອງຄອບຄົວຂອງ​ພົນ​ລະເມືອງລາວ. 80 ເປີ​ເຊັນຖືວ່າຍັງຢູ່​ໃນ​ລາຍຮັບຕ່ຳ ທີ່ລັດຖະບານຄວນເກື້ອກູນ.”

ເຈົ້າໜ້າທີ່ EDL ໃຫ້​ການຢືນຢັນອີກວ່າ ປະຊາກອນລາວໃນກຸ່ມ 80 ເປີ​ເຊັນ ດັ່ງ​ກ່າວນີ້ ໄດ້​ມີ​ການຊົມໃຊ້ໄຟຟ້າໃນອັດຕາສະເລ່ຍ 25-40 ກິ​ໂລ​ວັດ/ໂມງ ຕໍ່ຄອບຄົວຕໍ່ເດືອນເທົ່າ​ນັ້ນ ໃນຂະນະ​ທີ່​ປະຊາຊົນ ​ແລະຫົວ​ໜ່ວຍທຸລະກິດ​ໃນຕົວ​ເມືອງນັ້ນ ມີການ​ຊົມ​ໃຊ້​ໄຟຟ້າ​ໃນ​ອັດຕາ​ສະ​ເລ່ຍ 300-500 ກິ​ໂລ​ວັດ/​ໂມງ ຕໍ່​ລາຍ​ ຕໍ່​ເດືອນ. ທັງ​ນີ້ ​ຍັງບໍ່ລວມໜ່ວຍ​ງານຂອງລັດທີ່ມີ ການຊົມໃຊ້ໄຟຟ້າ ຫຼາຍເຊັ່ນກັນ ແລະ ມີສ່ວນເຮັດໃຫ້ EDL ປະເຊີນກັບການຂາດ​ທຶນອີກ​ດ້ວຍ ເພາະມີ​ການ​ຄ້າງ​ຊຳ​ລະຄ່າໄຟຟ້າເປັນສ່ວນໃຫຍ່ນັ້ນ​ເອງ.

ຍິ່ງໄປກວ່ານັ້ນ ລັດວິສາຫະກິດໄຟຟ້າລາວ (EDL) ກໍຍັງຈະຕ້ອງຊື້ພະລັງງານໄຟຟ້າຈາກເຂື່ອນ ຕ່າງໆ ຂອງບໍລິສັດຕ່າງຊາດໃນລາວ ເພື່ອຕອບສະໜອງການຊົມໃຊ້ໄຟຟ້າຂອງປະຊາຊົນລາວໃນ ທົ່ວປະເທດໃຫ້ໄດ້ຢ່າງພຽງພໍດ້ວຍນັ້ນ ເພາະ EDL ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງຈຶ່ງຈະ ຕ້ອງຊື້ໄຟຟ້າໃນລາຄາແພງຈາກເຂື່ອນຂອງບໍລິສັດຕ່າງຊາດດັ່ງກ່າວ ແຕ່ວ່າຈະຕ້ອງຕອບສະ ໜອງນະໂຍບາຍຄວບຄຸມລາຄາໄຟຟ້າຂອງລັດຖະບານ ເພື່ອໃຫ້ກະທົບຕໍ່ຊີວິດປະຈຳວັນຂອງ ປະຊາຊົນລາວໃຫ້ໜ້ອຍທີ່ສຸດນັ້ນ ກໍ່ຍັງເຮັດໃຫ້ EDL ຕ້ອງປະເຊີນບັນຫາຂາດທຶນຢ່າງຕໍ່ເນື່ອງ ອີກດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດ​ຖະ​ບານ​ລາວ​ໄດ້ວາງ​ເປົ້າໝາຍຈະສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ໃຫ້​ໄດ້​ເຖິງ 2,453 ລ້ານ ​ໂດ​ລາ​ໃນ​ປີ 2023 ໂດຍ​ເພີ້ມ​ຂຶ້ນ​ເຖິງ 40 ເປີ​ເຊັນ ທຽບ​ກັບ​ປີ 2022 ທີ່​ລາວ​ໄດ້​ສົ່ງ​ອອກ​ໄຟ​ຟ້າ​ໃນ​ມູນ​ຄ່າ 1,760 ລ້ານ​ໂດ​ລາ ແຕ່​ເນື່ອງ​ຈາກວ່າລາຍ​ໄດ້​ຈາກ​ການ​ສົ່ງ​ອອກນັ້ນ ຕ້ອງ​ນຳ​ໃຊ້ເພື່ອ​ຊຳ​ລະ​ໜີ້ຕ່າງ​ປະ​ເທດຂອງ​ກຸ່ມ​ລົງ​ທຶນ​ສ້າງ​ເຂື່ອນ​ໃນ​ລາວ​ເປັນ​ດ້ານຫຼັກ ຈຶ່ງເຮັດ​ໃຫ້ພາກ​ທຸ​ລະ​ກິດ​ຂອງ​ລາວ ຍັງ​ຕ້ອງ​ປະ​ເຊີນ​ບັນ​ຫາ​ຂາດ​ແຄນ​ເງິນ​ຕາ​ຕ່າງ​ປະ​ເທດ​ຕໍ່​ໄປ ເພາະ​ເງິນ​ຕາ​ໄດ້​ຖືກ​ໂອນ​ໄປ​ຕ່າງ​ປະ​ເທດ​ ຫລາຍກວ່າທີ່​ໂອນ​ເຂົ້າ​ມາ​ໃນ​ລາວ ຊຶ່ງ​ເຮັດ​ໃຫ້ EDL ຕ້ອງດຸ່ນ​ດ່ຽງ​ກ​ານ​ຂາດ​ທຶນ ດ້ວຍ​ການ​ກູ້​ຢືມ​ທັງ​ພາຍ​ໃນ​ແລະ​ຈາກ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ ແຕ່​ກໍ​ປະ​ຕິ​ບັດ​ໄດ້​ຢ່າງ​ຈຳ​ກັດ ເພາະ​ຖືກ​ຄວບ​ຄຸມ​ດ້ວຍ​ມາດ​ຕະ​ການ​ຈຳ​ກັດການ​ສ້າງ​ໜີ​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ລາວນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ການ​ເງິນ ໃຫ້​ການ​ຢືນ​ຢັນ​ວ່າ:
“ພວກ​ເຮົາຈະຊຸກ​ຍູ້​ໃຫ້ທະນາຄານທຸລະກິດປ່ອຍສິນ​ເຊື່ອໃຫ້​ມີປະສິດທິຜົນ ສຸມ​ໃສ່ໂຄງການການ ຜະ​ລິດເພື່ອ​ສົ່ງ​ອອກ​ ທົດແທນການນໍາເຂົ້າທີ່​ເປັນ​ບູ​ລິ​ມະ​ສິດ ແລະສົ່ງເສີມຈຸນ​ລະວິສາຫະກິດ- ຂະໜາດນ້ອຍ-ຂະໜາດກາງເຮັດ​ໃຫ້​ຍອດສິນ​ເຊື່ອ ໃນລະບົບທົ່ວທຸກ ຂະແໜງທະນາຄານ ບໍ່ ໃຫ້ຫລຸດ 65 ເປີ​ເຊັນຂອງ GDP, ພວກເຮົຈະຄວບຄຸມອັດຕາສ່ວນໜີ້​ສິນທີ່ບໍ່​ເກີດດອກອອກ​ຜົນຂອງລະບົບທະນາຄານໃຫ້ຢູ່ໃນລະດັບບໍ່ເກີນ 3 ເປີ​ເຊັນ.”

ດ້ວຍຂໍ້ຈຳກັດໃນ​ດ້ານສິນເຊື່ອດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ EDL ຕ້ອງແກ້ໄຂບັນຫາການຂາດ​ທຶນ ດ້ວຍການຈັດຕັ້ງບໍລິສັດສາຍ​ສົ່ງໄຟຟ້າແຫ່ງຊາດ (EDL-T) ທີ່ເປັນການ​ຮ່ວມທຶນລະຫວ່າງ EDL ກັບບໍລິສັດຕາ​ໜ່າງໄຟຟ້າພາກໃຕ້ຂອງຈີນ.

XS
SM
MD
LG