ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວປະ​ເຊີນກັບ​ບັນ​ຫາຂາດ​ແຄນ​ງົບ​ປະ​ມານ ໃນ​ການ​ຕ້ານ​ໂຣກເອດສ໌ ເມື່ອສາ​ກົນ​ ຫລຸດ​ການຊ່ວຍ​ເຫລືອ​ລົງ


ການສະແດງລະຄອນເພື່ອໂຄສະນາໃຫ້ຄົນເຂົ້າໃຈກ່ຽວກັບ
ການປ້ອງກັນໂຣກເອດສ໌ ທີ່ສະແດງໃນ ວັນທີ 1 ທັນວາ, ວັນຕ້ານໂຣກເອດສ໌ສາກົນ
ການສະແດງລະຄອນເພື່ອໂຄສະນາໃຫ້ຄົນເຂົ້າໃຈກ່ຽວກັບ ການປ້ອງກັນໂຣກເອດສ໌ ທີ່ສະແດງໃນ ວັນທີ 1 ທັນວາ, ວັນຕ້ານໂຣກເອດສ໌ສາກົນ

ລັດຖະບານລາວກໍາລັງປະເຊີນກັບບັນຫາຂາດແຄນງົບປະມານໃນການຈັດ
ຕັ້ງປະຕິບັດແຜນການເພື່ອ ຫຼຸດຈໍານວນຄົນທີ່ຕິດເຊື້ອ HIV-AIDS ໃຫ້ໄດ້
ຢ່າງເປັນຮູບປະທໍາຕາມເປົ້າໝາຍທີ່ວາງໄວ້ ພາຍໃນປີ 2020.

ທ່ານ ຂັນທະໂນວຽງ ໄຊຍະບຸນທະວົງ, ຮອງຫົວໜ້າຕ້ານໂຣກເອດສ໌ ແຫ່ງຊາດ
ຖະແຫຼງຍອມຮັບວ່າ ການດໍາເນີນວຽກງານເພື່ອປ້ອງກັນການແຜ່ລະບາດຂອງ
ເຊື້ອໂຣກ HIV-AIDS ໃນລາວ ກໍາລັງປະເຊີນກັບບັນຫາຂາດແຄນງົບປະມານ
ຢ່າງໜັກ ເນື່ອງຈາກຕ່າງປະເທດໄດ້ໃຫ້ການຊ່ວຍເຫລືອ ຫລຸດລົງຢ່າງຕໍ່ເນື່ອງ
ກໍຄື ການຊ່ວຍເຫລືອທີ່ເຄີຍມີສັດສ່ວນເຖິງ 70 ເປີເຊັນ ໄດ້ຫລຸດລົງມາເປັນ 30
ເປີເຊັນ ຂອງງົບປະມານທັງໝົດໃນແຕ່ລະປີ ຈຶ່ງເຮັດໃຫ້ລັດຖະບານລາວ ຈະ
ຕ້ອງໃຫ້ການສະໜັບສະໜຸນດ້ານງົບປະມານ ເຂົ້າໃນວຽກງານຕ້ານເຊື້ອໂຣກ
HIV-AIDS ຫາກບໍ່ສະນັ້ນແລ້ວ ກໍຍ່ອມຈະສົ່ງຜົນກະທົບຕໍ່ເປົ້າໝາຍທີ່ວາງ
ໄວ້ຢ່າງຫລີກລ້ຽງບໍ່ໄດ້ ດັ່ງທີ່ທ່ານ ຂັນທະໂນວຽງ ໃຫ້ການຢືນຢັນວ່າ
“ສິ່ງສໍາຄັນໃນປັດຈຸບັນນີ້ ກະໝາຍຄວາມວ່າ ງົບປະມານໃນພາກລັດຈະຕ້ອງ
ການລະດົມຂົນຂວາຍ ປະກອບສ່ວນເຂົ້າຕື່ມ ການຊ່ວຍເຫລືອຂອງສາກົນຫັ້ນ
ມັນຄ່ອຍຫລຸດລົງ ຫລຸດລົງ ໃນຜ່ານມານີ້ ການຊ່ວຍເຫລືອຂອງສາກົນ ກວາມ
ເອົາເຖິງ 70 ເປີເຊັນ. ຈັ່ງຊັ້ນດຽວນີ້ສິປີ້ນກັນ. ສາກົນມັນຫລຸດລົງ ລັດຖະບານ
ເຮົາຈະຕ້ອງໄດ້ເຮັດຂຶ້ນ ຄັນບໍ່ຊັ້ນວຽກງານ HIV-AIDS ນີ້ກະນອນຢູ່ໃນວຽກ
ງານການບໍລິການ ສາທາລະນະສຸກ ຄັນເວົ້າລວມແລ້ວ ພວກເຮົາຍັງບໍ່ທັນ
ບັນລຸໂຕນັ້ນ.”

ກອງປະຊຸມກ່ຽວກັບການສ້າງ​ແຜນການປ້ອງກັນໂຣກເອດສ໌ ຈົນ​ຮອດ​ປ​ີ 2020
ກອງປະຊຸມກ່ຽວກັບການສ້າງ​ແຜນການປ້ອງກັນໂຣກເອດສ໌ ຈົນ​ຮອດ​ປ​ີ 2020

ທັງນີ້ ກະຊວງສາທາລະນະສຸກ ຖະແຫລງວ່າ ນັບຈາກປີ 1990 ເປັນຕົ້ນມາ ຈົນ
ເຖິງເດືອນມິຖຸນາ 2016 ໄດ້ກວດພົບຜູ້ຕິດເຊື້ອໄວຣັສ HIV ໃນລາວ ຈຳນວນ
ທັງໝົດ 135,000 ຄົນ ໂດຍໃນນີ້ເປັນໂຣກ AIDS ແລ້ວ ເພດຊາຍ 7,200 ຄົນ
ແລະເພດຍິງ 5,800 ຄົນ, ສ່ວນຄົນທີ່ເສຍຊີວິດຍ້ອນໂຣກເອດສ໌ ນັ້ນ ກໍມີຈຳ
ນວນ ຫຼາຍກວ່າ 2,000 ຄົນ ຫາກແຕ່ ຈາກສະພາບການຕົວຈິງກໍເຊື່ອວ່າມີຜູ້ຕິດ
ເຊື້ອ HIV-AIDS ໃນລາວຫຼາຍກວ່າ ສະຖິຕິດັ່ງກ່າວ. ທັງນີ້ກໍເພາະວ່າ ສະພາວະ
ການຕິດເຊື້ອ HIV-AIDS ໃນກຸ່ມປະຊາກອນລາວ ທີ່ອາຍຸລະຫວ່າງ 15-49 ປີ
ເຖິງແມ່ນວ່າ ຈະມີອັດຕາສະເລ່ຍພຽງແຕ່ 0.3 ເປີເຊັນ ເທົ່ານັ້ນ ແລະ ເປັນອັດຕາ
ການຕິດເຊື້ອທີ່ຕ່ຳທີ່ສຸດໃນອາຊຽນອີກດ້ວຍກັນກໍຕາມ ຫາກແຕ່ກໍເປັນອັດຕາ
ການຕິດເຊື້ອ ທີ່ເພີ່ມຂຶ້ນຈາກ 0.16 ເປີເຊັນ ໃນປີ 2003 ຫຼືເພີ່ມຂຶ້ນ ເກືອບໜຶ່ງ
ເທົ່າຕົວນັ້ນເອງ.

ໂດຍອີງຕາມລາຍງານຂອງກົມຄວບຄຸມໂຣກເອດສ໌ ແຫ່ງສະຫະປະຊາຊາດລະບຸວ່າ
ໃນປັດຈຸບັນມີປະຊາຊົນ ລາວ ບໍ່ໜ້ອຍກວ່າ 13,000 ຄົນທີ່ຕິດເຊື້ອ HIV-AIDS ໂດຍ
ໃນນີ້ກໍຄິດເປັນເຖິງ 88 ເປີເຊັນ ທີ່ເປັນການຕິດເຊື້ອຈາກການມີເພດສຳພັນ ແລະ ກຸ່ມ
ທີ່ມີຄວາມສ່ຽງສູງທີ່ສຸດກໍແມ່ນກຸ່ມຮັກຮ່ວມເພດຊາຍດ້ວຍກັນ ຕິດຕາມດ້ວຍການຂາຍ
ບໍລິການທາງເພດຂອງແມ່ຍິງທີ່ເພີ່ມຂຶ້ນຢ່າງໄວວາ ທີ່ລວມເຖິງກຸ່ມແຮງງານເຄື່ອນຍ້າຍ
ແລະ ການຕິດເຊື້ອຂອງເດັກທີ່ເກີດຈາກແມ່ທີ່ເປັນໂຣກ AIDS ອີກດ້ວຍນັ້ນ.

ທັງນີ້ໂດຍນະຄອນຫຼວງວຽງຈັນ ເປັນເຂດທີ່ມີຜູ້ຕິດເຊື້ອ HIV-AIDS ຫຼາຍທີ່ສຸດໃນ
ລາວ ຄິດເປັນ 40.5 ເປີເຊັນ ຕິດຕາມດ້ວຍ ສະຫວັນນະເຂດ, ຈຳປາສັກ, ຫຼວງພະ
ບາງ, ຄຳມ່ວນ ແລະ ແຂວງວຽງຈັນ ຕາມລຳດັບ ໂດຍໃນປີ 2014-2017 ມີຜູ້ເສຍ
ຊີວິດຍ້ອນໂຣກເອດສ໌ ໂດຍສະເລ່ຍ 500 ຄົນໃນແຕ່ລະປີ ແລະໄດ້ຫລຸດລົງມາເປັນ
380 ຄົນໃນປີ 2018 ເພາະວ່າ ຜູ້ຕິດເຊື້ອ HIV-AIDS ໄດ້ຮັບຢາຕ້ານໂຣກເອດສ໌
ເພີ້ມຂຶ້ນນັ້ນເອງ.

ແຕ່ຢ່າງໃດກໍຕາມ ສູນຕ້ານໂຣກ HIV-AIDS ແລະພະຍາດຕິດຕໍ່ໃນລາວ ກໍລາຍ
ງານວ່າໃນປັດຈຸບັນ ມີປະຊາຊົນລາວ 3 ກຸ່ມດ້ວຍກັນທີ່ຖືວ່າເປັນກຸ່ມປະຊາກອນທີ່
ມີຄວາມສ່ຽງສູງສຸດທີ່ຈະຕິດເຊື້ອໂຣກ HIV-AIDS ເພີ້ມຂຶ້ນຢ່າງຕໍ່ເນື່ອງຊຶ່ງປະກອບ
ດ້ວຍກຸ່ມແມ່ຍິງລາວ ທີ່ຂາຍບໍລິການທາງເພດ, ກຸ່ມຮັກຮ່ວມເພດດຽວກັນ ແລະກຸ່ມ
ທີ່ຊົມໃຊ້ຢາເສບຕິດດ້ວຍການສີດເຂົ້າເສັ້ນເລືອດ ດ້ວຍເຫດນີ້ ທາງການລາວຈຶ່ງ
ໃຫ້ຄວາມສຳຄັນກັບກຸ່ມສ່ຽງດັ່ງກ່າວເປັນພິເສດ ລວມເຖິງການໂຄສະນາໃນສະ
ຖານສຶກສາອີກດ້ວຍ.

ທັງນີ້ ໂດຍຈາກການເກັບກຳຂໍ້ມູນພາກສະໜາມໃນຂັ້ນເບື້ອງຕົ້ນເມື່ອບໍ່ນານມານີ້ ກໍ
ເຮັດໃຫ້ທາງການລາວ ໄດ້ປະເມີນສະພາບການວ່າ ມີແມ່ຍິງລາວ ຫຼາຍກວ່າ 15,340
ຄົນ ທີ່ຂາຍບໍລິການທາງເພດເປັນອາຊີບ. ໃນນີ້ 70 ເປີເຊັນໄດ້ຮັບການກວດເລືອດ
ເປັນປະຈຳ ໃນຂະນະດຽວກັນ ກໍມີຜູ້ຊາຍຫຼາຍກວ່າ 58,320 ຄົນທີ່ຮັກຮ່ວມເພດດຽວ
ກັນ ແລະອີກຫຼາຍກວ່າ 50,000 ຄົນນັ້ນ ຢູ່ໃນກຸ່ມທີ່ຊົມໃຊ້ຢາເສບຕິດເປັນປະຈຳ ຊຶ່ງ
ດ້ວຍສະພາບການດັ່ງກ່າວນີ້ ທາງການລາວ ຈຶ່ງໃຫ້ຄວາມສຳຄັນເປັນພິເສດ ທີ່ຈະ
ຕ້ອງເພີ່ມປະສິດທິພາບຂອງການໃຫ້ບໍລິການປິ່ນປົວ ແກ່ຜູ້ຕິດເຊື້ອໂຣກໃຫ້ທົ່ວເຖິງ
ແລະພຽງພໍກັບສະພາບບັນຫາຕົວຈິງ ຫາກແຕ່ວ່າໃນປັດຈຸບັນນີ້ກັບມີຜູ້ຕິດເຊື້ອ HIV
-AIDS ພຽງ 50 ເປີເຊັນເທົ່ານັ້ນ ທີ່ມີໂອກາດໄດ້ຮັບຢາຕ້ານ HIV-AIDS ຈາກທາງ
ການລາວ.

XS
SM
MD
LG