ທ່ານຜູ້ຟັງທີ່ເຄົາລົບທັງຫຼາຍ ໃນລາຍການຊີວິດຊາວລາວຂອງ ວີໂອເອ ແລງວັນພະ
ຫັດມື້ນີ້ ເຮົາຈະພາທ່ານໄປພົບກັບ ນາງ Erin McGoff ນັກສຶກສາອາເມຣິກັນຈາກ
ມະຫາວິທະຍາໄລ American University ນະຄອນຫຼວງວໍຊິງຕັນ ທີ່ກຳລັງຈະສ້າງ
ຮຸູບເງົາກ່ຽວກັບ ລະເບີດທີ່ຍັງຕົກຄ້າງບໍ່ທັນແຕກ ຫຼື UXO ຈາກປາງສົງຄາມໃນລາວ.
ໃນປີ 2012 ນາງ McGoff ໄດ້ເດີນ ທາງໄປຢ້ຽມຢາມຂົງເຂດເອເຊຍອາຄະເນ ອັນ
ລວມທັງປະເທດລາວນຳ. ນາງ McGoff ຕິດອົກຕິດໃຈ ກັບຄວາມເປັນມິດ ແລະອ່ອນ
ນ້ອມຂອງຄົນລາວ ແລະໄດ້ຄົ້ນພົບກ່ຽວກັບລະເບີດທີ່ຕົກຄ້າງບໍ່ທັນແຕກຢູ່ໃນລາວ.
ຄວາມເປັນມາຂອງນາງ McGoff ເປັນໝ້າສົນໃນຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາ
ສະເໜີທ່ານໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຈະຂໍແນະ
ນຳທ່ານໃຫ້ຮູ້ຈັກກັບ ນາງສາວ Erin McGoff ອາຍຸ 21 ປີ ນັກສຶກສາອາເມຣິກັນ ທີ່ມະຫາວິທະຍາໄລ American University ທີ່ເຂດນະຄອນຫລວງ ວໍຊິງຕັນ. Erin ເປັນສະຕີໜຸ່ມນ້ອຍ ທີ່ໜ້າຮັກ ສະຫລຽວສະຫລາດ ແລະວ່ອງໄວ. ນາງເປັນລູກສາວ
ຫລ້າ ຜູ້ທີຫົກຂອງຄອບຄົວທີ່ມີຖານະສູງ ແລະໄດ້ເຂົ້າໂຮງຮຽນເອກກະຊົນມາຕະ
ຫລອດ. ແຕ່ລະປີຄອບຄົວຂອງ Erin ຈະພາກັນເດີນທາງໄປຢ້ຽມຢາມແຫ່ງໃດແຫ່ງ
ນຶ່ງຂອງທະວີບຕ່າງໆ ແລະໄດ້ໄປຢ້ຽມຢາມມາແລ້ວ ເກືອບທົ່ວໂລກ. ໃນປີ 2012
ຄອບຄົວຂອງ Erin ໄດ້ໄປຢ້ຽມຢາມເຂດເອເຊຍອາຄະເນເປັນເທື່ອທຳອິດຄື ປະເທດ
ໄທ ຫວຽດນາມ ລາວ ແລະກໍາປູເຈຍ. Erin ໄດ້ກ່າວເຖິງຄວາມຕື່ນເຕັ້ນແລະປະສົບ
ການກ່ຽວກັບປະເທດລາວດັ່ງນີ້:
"ຂ້າພະເຈົ້າໄດ້ໄປເມືອງລາວເທື່ອທຳອິດເມື່ອຫ້າປີກ່ອນ ພໍ່ແມ່ຂອງຂ້າພະເຈົ້າມັກ
ພະຈົນໄພ ພວກເຮົາໄດ້ໄປເອເຊຍອາຄະເນ ຮວມທັງ ຫວຽດນາມ ລາວ ກຳປູເຈຍ
ແລະໄທ. ຂ້າພະເຈົ້າຮັກເມືອງລາວຫຼາຍ ມັນມີແນວໃດແນວນຶ່ງທີ່ແປກໆກ່ຽວກັບ
ເມືອງລາວ ຄົນຢູ່ຫັ້ນຕ້ອນຮັບດີ ອາຫານແຊບອີ່ຫລີ ມ່ວນຊື່ນ ແລະງາມ ແລະຂ້າ
ພະເຈົ້າມັກວັດວາອາຮາມ ແລະຄູບາອາຈານ ຊຶ່ງຂ້າພະເຈົ້າບໍ່ເຄີຍໄດ້ຍິນໄດ້ເຫັນ
ມາກ່ອນ. ສ່ວນຫລາຍຄົນມັກເວົ້າເຖິງແຕ່ຫວຽດນາມ ໄທ ແຕ່ບໍ່ໄດ້ເວົ້າເຖິງ
ເມືອງລາວ."
ຫລັງຈາກ Erin ໄດ້ກັບມາຈາກການພັກຜ່ອນປະຈຳປີກັບຄອບຄົວ ແລະກັບຄືນມາ
ມະຫາວິທະຍາໄລແລ້ວ ບັດນີ້ Erin ກໍແມ່ນຜູ້ນຶ່ງ ໃນຈຳນວນໝູ່ຄະນະນັກສືກສາ
ດ້ວຍກັນ ພ້ອມກັບຄູອາຈານ ທີ່ໄດ້ຖືກສົ່ງໄປຄົ້ນຄວ້າກ່ຽວກັບເສດຖະກິດ ແລະລູກ
ລະເບີດທີ່ຕົກຄ້າງບໍ່ທັນແຕກຢູ່ໃນລາວເປັນເວລາສາມອາທິດ. ການເດີນທາງໄປ
ປະເທດລາວ ເທື່ອທີສອງໃນນາມນັກຄົ້ນຄວ້າ ໄດ້ສ້າງຄວາມສະທ້ານ ຕື່ນຕົກໃຈ
ໃຫ້ແກ່ Erin ຊຶ່ງນາງບໍ່ເຄີຍຮູ້ກ່ຽວກັບສົງຄາມຫວຽດນາມ ແລະສົງຄາມລັບໃນລາວ ທີ່ສະຫະລັດໄດ້ຖີິ້ມລະເບີດມາກ່ອນທີ່ຍັງຕົກຄ້າງເຫຼືອຫຼໍຢູ່ ຈາກປາງສົງຄາມຊຶ່ງ
Erin ໄດ້ກ່າວດັ່ງນີ້:
"ຂ້າພະເຈົ້າ ໄດ້ໄປຢ້ຽມຢາມເມືອງລາວເທື່ອທີສອງ ກັບໝູ່ນັກສຶກສາດ້ວຍກັນ ໄປ
ໂພນສະຫວັນ ແລະວຽງຈັນ. ຂ້າພະເຈົ້າບໍ່ຮູ້ຫຍັງໝົດກ່ຽວກັບລະເບີດທີ່ຕົກຄ້າງບໍ່
ທັນແຕກຢູ່ໃນເມືອງລາວ. ເວລາຂ້າພະເຈົ້າໄປກັບຄອບຄົວເທື່ອທຳອິດນັ້ນ ທຸກຄົນຕ້ອນຮັບພວກຂ້າພະເຈົ້າດີ ຄົນລາວບໍ່ໄດ້ເບິ່ງຂ້າພະເຈົ້າແບບກຽດຊັງ. ເວລາຂ້າ
ພະເຈົ້າກັບຄືນມາໂຮງຮຽນ ຂ້າພະເຈົ້າຈຶ່ງໄດ້ຮຽນຮູ້ວ່າ ມີທືນໄປຄົ້ນຄວ້າຢູ່ເມືອງ
ລາວ ກ່ຽວກັບເສດຖະກິດ ແລະ UXO. ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມເຂື່ອນໄຟ
ຟ້າ ຢ້ຽມຢາມເອກອັກຄະລັດຖະທູດສະຫະລັດ ແລະນະຄອນຫລວງວຽງຈັນ. ພວກ
ຂ້າພະເຂົ້າໄດ້ໄປຫາພວກເກັບກູ້ລະເບີດ ແລະທຳລາຍລູກລະເບີດຊຶ່ງເປັນໜ້າສົນ
ໃຈທີ່ສຸດ. ພວກເຮົາໄດ້ເດີນທາງໄປນຳກັນເກົ້າຄົນ ແລະທີ່ປຶກສາຄົນນຶ່ງ ພວກເຮົາ
ໄດ້ໃຊ້ເວລາສາມອາທິດຢູ່ ວຽງຈັນ ໂພນສະຫວັນ ແລະຫລວງພະບາງ."
ໃນເດືອນກັນຍາທີ່ຈະມາເຖິງນີ້ Erin ຈະເດີນທາງໄປເມືອງລາວອີກ ເພື່ອຖ່າຍທຳຮູບເງົາ ຈະເຮັດວຽກປະສານງານກັບຫລາຍໆອົງການທີ່ເກັບກູ້ລະເບີດ ແລະໃນຂະນະດຽວກັນ ນາງຈະຊອກຫານັກສະແດງທີ່ເປັນຄົນລາວ ເພື່ອປະກອບເປັນເລື່ອງບອກເລົ່າຢູ່ກັບຮູບເງົາ ຊຶ່ງ Erin ກ່າວຕໍ່ໄປອີກວ່າ:
"ໂຄງການຖ່າຍຮູບເງົາດັ່ງກ່າວນີ້ເປັນເລື່ອງສ່ວນໂຕ ໃນຂະນະທີ່ຂ້າພະເຈົ້າຍັງຮຽນ
ຢູ່ ຂ້າພະເຈົ້າຈະໃຊ້ຊັບພະຍາກອນຈາກມະຫາວິທະຍາໄລ ໂດຍສະເພາະບັນດາຄູ
ອາຈານຜູ້ໃຫ້ຄຳແນະນຳ ການວາງແຜນບັນທຶກຮູບພາບ ແມ່ນມີວຽກຫລາຍທີ່ຕ້ອງ
ໄດ້ກະກຽມເຊັ່ນ ວາງແຜນ ຂຽນເລື່ອງ ແລະຊອກຫາທືນຊຶ່ງ ຂ້າພະເຈົ້າກຳລັງປະຕິ
ບັດຢູ່ໃນຂະນະນີ້ ເພື່ອໃຫ້ເປັນທີ່ຮຽບຮ້ອຍກ່ອນທີ່ຂ້າພະເຈົ້າຈະຮຽນຈົບໃນເດືອນ
ພຶດສະພາຈະມາເຖິງນີ້. ຫລັງຈາກນັ້ນ ກໍຈະໄດ້ເດີນທາງໄປເມືອງລາວ ເພື່ອຖ່າຍ
ທໍາ. ຂ້າພະເຈົ້າໄດ້ເຫັນຮູບເງົາກ່ຽວກັບການເກັບກູ້ລະເບີດຢູ່ໃນລາວ ແຕ່ປາກົດ
ວ່າບໍ່ມີຫລາຍ ເພາະສະນັ້ນ ຂ້າພະເຈົ້າ ຈຶ່ງຢາກສ້າງຮູບເງົາດັ່ງກ່າວນີ້ຂຶ້ນມາ.
ນອກນັ້ນຂ້າພະເຈົ້າໄດ້ເຫັນບັນທຶກຂອງອອສເຕຣເລຍ ແລະອັງກິດຊຶ່ງເປັນທີ່ໜ້າ
ສົນໃຈທີ່ສຸດ."
ການຖ່າຍທຳຮູບເງົາຈະໃຊ້ເງີນຢູ່ປະມານ 50,000 ໂດລາ ຫລັງຈາກເສັດສິ້ນແລ້ວ ຜົນງານດັ່ງກ່າວຈະນຳອອກເຜີຍແຜ່ຢູ່ຕາມບຸນຮູບເງົາຕ່າງໆ ແລະ ແຫລ່ງສື່ມວນຊົນເພື່ອໃຫ້ຄົນໄດ້ເຫັນ ແລະໄດ້ຮຽນຮູ້ນຳ ຊຶ່ງ Erin ໄດ້ກ່າວເຖິງຕອນນີ້ວ່າ:
"ຫລັງຈາກການຖ່າຍທຳເສັດສິ້ນແລ້ວ ບັນທຶກຊີວິດ ແລະການເກັບກູ້ລະເບີດ ຈະ
ຖືກນຳໄປແຈກຢາຍຢູ່ຕາມລະບົບຂ່າວຕ່າງໆ ແລະນຳໄປສາຍຢູ່ງານສະແດງ ຮູບ
ເງົາຫຼາຍແຫ່ງ. ງົບປະມານການສ້າງຮູບເງົານີ້ກະໄວ້ປະມານ 50,000 ໂດລາ ທືນ
ເຫລົ່ານີ້ຈະໄດ້ມາຈາກຫລາຍແຫຼ່ງ ເຊັ່ນວ່າ ຈາກສ່ວນບຸກຄົນ ຈາກອົງການຕ່າງໆ
ແລະທຶນພິເສດສຳລັບສ້າງຮູບເງົາ. ປັດຈຸບັນນີ້ຂ້າພະເຈົ້າກຳລັງຊອກຫານັກສະ
ແດງທີ່ດີ ຊຶ່ງຈະເປັນຄົນລາວທັງໝົດ ທີ່ຈະບອກເລົ່າເຖິງຊີວິດການເປັນຢູ່ພາຍໃຕ້
ສົງຄາມ. ຄົນອາເມຣິກັນບໍ່ຮູ້ກ່ຽວກັບເລື່ອງນີ້ ແລະຂ້າພະເຈົ້າກໍບໍ່ຮູ້ກ່ຽວກັບເລື່ອງນີ້
ເພາະສະນັ້ນ ຂ້າພະເຈົ້າຈຶ່ງຢາກໃຫ້ຊາວອາເມຣິກັນໄດ້ຮຽນຮູ້ກ່ຽວກັບເລື່ອງນີ້ ແລະ
ຂ້າພະເຈົ້າ ຢາກໃຫ້ຄົນເຫັນລູກລະເບີດທີ່ຍັງຕົກຄ້າງລີ້ຊ່ອນຢູ່ໃນພື້ນດິນ ວ່າເຂົາ
ເຈົ້າເຮັດຢ່າງໃດກັບມັນ. ເພາະສະນັ້ນລະ ຂ້າພະເຈົ້າຈຶ່ງຢາກຊອກຫານັກສະແດງ
ດີໆທີ່ເປັນຄົນລາວ ທຸກໆຄົນຢູ່ໃນຮູບເງົາເລື່ອງນີ້ຕ້ອງແມ່ນຄົນລາວທັງໝົດ. ຮູບ
ເງົາເລື່ອງນີ້ ຈະອະທິບາຍວ່າ ມັນເກີດຂຶ້ນມາຢ່າງໃດລະຫວ່າງສົງຄາມລັບຢູ່ໃນລາວ.
ຊາວອາເມຣິກັນບໍ່ຮູ້ກ່ຽວກັບເລື່ອງນີ້ ແມ່ນແຕ່ຂ້າພະເຈົ້າເອງ ທີ່ໄດ້ໄປເມືອງລາວເຖິງ
ສອງເທື່ອ. ຢາກໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍແຂນກຸດຂາຂາດ ຜູ້ທີ່ລອດຊີວິດ ຈາກລູກ
ລະເບີດທີ່ບໍ່ທັນແຕກ ບາງທີອາດເປັນທະຫານຜ່ານເສິກອາເມຣິກັນທີ່ໄດ້ສູ້ລົບມາຢູ່
ໃນລາວ. ຂ້າພະເຈົ້າຢາກສະເໜີໃຫ້ເຫັນໃນທຸກໆແງ່ ເພື່ອໃຫ້ການເກັບກູ້ລະເບີດນີ້
ໄວຂຶ້ນ."
ເຖິງແມ່ນວ່າສົງຄາມຫວຽດນາມ ແລະສົງຄາມລັບຢູ່ໃນລາວ ໄດ້ສິ້ນສຸດລົງ ໃນປີ
1975 ເມື່ອກວ່າສີ່ທົດສະວັດມາແລ້ວກໍຕາມ ແຕ່ຄວາມລີ້ລັບຂອງສົງຄາມຢູ່ໃນ
ລາວກໍຍັງຖືກປົກປິດໄວ້ຈົນເທົ່າທຸກວັນນີ້. ບັນດາລູກຫລານລາວຜູ້ເກີດໃໝ່ໃຫຍ່ລຸນ
ຢູ່ໃນແລະນອກປະເທດ ໂດຍສະເພາະຜູ້ທີ່ບໍ່ແມ່ນເຊື້ອສາຍລາວ ກໍຍິ່ງບໍ່ຮູ້ຫຍັງ ກ່ຽວ ກັບຄວາມເປັນມາຂອງສົງຄາມລັບຢູ່ໃນປະເທດລາວ. ບາດແຜທີ່ເປັນຫລັກຖານ
ຂອງສົງຄາມໄດ້ຖືກປະປ່ອຍໄວ້ໃຫ້ເຫັນເທົ້າທຸກວັນນີ້ ນັ້ນກໍຄື ລູກລະເບີດທີ່ຕົກຄ້າງ
ບໍ່ທັນແຕກຢ່າງຫລວງຫລາຍຢູ່ໃນລາວ ຊຶ່ງບໍ່ມີປະຫວັດສົງຄາມການຖີ້ມລະເບີດໃດໆ
ຢູ່ໃນໂລກສາມາດປຽບທຽບໄດ້. ນາງ Erin McGoff ໄດ້ພົບເຫັນປະເທດລາວ ມັກ
ຈິດໃຈຄວາມອ່ອນນ້ອມຂອງຄົນລາວ ມັກອາຫານລາວ ແລະວັດວາອາຮາມອັນງົດ
ງາມຂອງລາວ. ອີກບໍ່ດົນ Erin ຜູ້ບໍ່ແມ່ນຄົນລາວ ກໍຈະນຳເອົາການຄົ້ນຄວ້າ ຄວາມ
ຄິດເຫັນຂອງນາງມາສະເໜີ ທ່ານກ່ຽວກັບການດຳລົງຊີວິດຢູ່ພາຍໃຕ້ລະເບີດຝັງດິນ ແລະປະສົບການຊີວິດຂອງສົງຄາມ ມາສະເໜີທ່ານ ໃນອະນາຄົດອັນໃກ້ນີ້.