ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ສຳພາດ ທ່ານວົງຄຳ ສິມມະລີ ເຈົ້າຂອງ ໂຮງງານ ເກັບເຈັ້ຍເສດ


ທ່ານວົງຄຳ ສິມມະລີ ເຈົ້າຂອງບໍລິສັດ Bay Area Resources ທີ່ລັດ California ເກັບເຈັ້ຍເສດ ສົ່ງອອກຂາຍນອກປະເທດ.
ທ່ານວົງຄຳ ສິມມະລີ ເຈົ້າຂອງບໍລິສັດ Bay Area Resources ທີ່ລັດ California ເກັບເຈັ້ຍເສດ ສົ່ງອອກຂາຍນອກປະເທດ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີ​ໂອ​ເອ ປະຈຳວັນພະຫັດມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານ​ວົງຄຳ ສິມມະ​ລີ ​ເຈົ້າ​ຂອງ​ທຸລະ​ກິດ ​ຊື້​ຂາຍເຈັ້ຍ
ທີ່​ໃຊ້​ແລ້ວເຊັ່ນວ່າ ໜັງສືພິມ ​ເຈັ້ຍ​ໃຊ້ໃນຫ້ອງການ ​ເຈັ້ຍ​ໂປ​ສ​ເຕີ ແກັດ​ເຈັ້ຍ ​ແລະ​ເຈັ້ຍ
​ເສດເຫລືອຕ່າງ ສົ່ງ​ອອກ​ຂາຍ​ຢູ່​ນອກ​ປະ​ເທດ. ຄວາມ​ເປັນ​ມາ​ຂອງ ​ທ່ານ​ວົງ​ຄຳ ສິ​ມມະ​
ລີ ທີ່​ປະ​ສົບ​ຜົນສຳ​ເລັດກັບ​ການ​ຊື້​ຂາຍ​ເສດ​ເຈັ້ຍຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະນຳ​ມາສະ
ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ສະຍາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ​ວີ​ໂອ​ເອ ປະຈຳວັນ
ພະຫັດມື້ນີິ້ ເຮົາຈະພາທ່ານຟັງການສຳພາດກັບ ທ່ານ​ວົງ​ຄຳ ສິມມະ​ລີ ນັກທຸລະກິດ
​ເຈົ້າ​ຂອງບໍລິ​ສັດ East Bay Resources ຊຶ່ງ​ເປັນໂຮງງານ​ເກັບຜະ​ລິດ​ຕະພັນ​ເຈັ້ຍ
​ຕ່າງໆທີ່​ໃຊ້​ແລ້ວນັ້ນ ​ສົ່ງ​ອອກໄປຂາຍຢູ່ນອກ​ປະ​ເທດ ​ຊຶ່ງເຈັ້ຍ​ເຫລົ່າ​ນີ້​ຈະ​ນຳໄປໝູນ
​ໃຊ້ຄືນ​ໃໝ່.

ບັດ​ນີ້​ເຮົາມາ​ທຳ​ຄວາມ​ເຂົ້າ​ໃຈກັນໜ້ອຍນຶ່ງ ​ກ່ຽວກັບການໝູນໃຊ້​ຄືນ​ໃໝ່ ຫລື recycle
ອັນ​ເປັນ​ວິວັດທະນາ​ການ​ຂອງ​ປະ​ເທດ​ອຸດສາຫະກຳ ທີ່​ນຳ​ເອົາ​ວັດ​ຖຸສິ່ງຂອງ​ທີ່​ໃຊ້​ແລ້ວ
​ເຊັ່ນ​ວ່າ ເຫລັກ ​ແກ້ວ ຢາງ ຂີ້​ເຫ​ຍື້ອ ນໍ້າ ​ແລະ​ເຈັ້ຍເຫລົ່າ​ນີ້​ເປັນ​ຕົ້ນ ທີ່ໝົດ​ກຳ​ນົດຖິ້ມ
​ໄປແລ້ວນັ້ນ. ​ເຈັ້ຍ​ກໍແມ່ນ​ຜະລິດຕະພັນຢ່າງ​ນຶ່ງ ​ທີ່​ນຳ​ເອົາ​ມາ​ໃຊ້ຄືນໃໝ່ ​ແລະ​ເປັນ​ທຸລະ
​ກິດ​ທີ່ມີ​ການແຂ່ງຂັນ​ກັນ. ສະຫະລັດເປັນ​ປະ​ເທດ​ທີ່​ກວ້າ​ງ​ໃຫຍ່ໄພສານ ມີ​ການ​ປູກ​ຕົ້ນ​
ໄມ້​ ​ແລະ​ປ່າ​ໄມ້​ຢ່າງ​ຫລວງຫລາຍ ຊຶ່ງ​ຕົ້ນ​ໄມ້​ຫລາຍໆ​ຊະນິດ​ໄດ້​ຖືກຕັດລົງມາ​ເຮັດ​ເຈັ້ຍ
ໃຊ້​ປະຈຳແຕ່ລະວັນ​. ດັ່ງໂຕ​ຢ່າງ ຢູ່ໃນ​ສະຫະລັດ ກ່ອນ​ຈະ​ຜະລິດ​ໜັງສື​ພິມ​ອອກ​ມາໃຫ້
​ຄົນ​ອ່ານໄດ້ທຸກໆ​ວັນອາທິດ​ນັ້ນ ຕົ້ນ​ໄມ້ຫລາຍຮ້ອຍພັນຕົ້ນ ຕ້ອງ​ໄດ້​ຖື​ກຕັດ​ລົງ​ມາ​ໃຊ້​
ເຮັດ​ເຈັ້ຍ. ​ເພາະສະ​ນັ້ນການ​ເກັບ​ເອົາໜັງ​ສື​ພິມ ທີ່​ອ່ານ​ແລ້ວກັບ​ຄືນ​ມາໝູນ​ໃຊ້ຄືນ​ໃໝ່
ຈະ​ສາມາດ​ຮັກສາ​ຕົ້ນ​ໄມ້ໄວ້​ໄດ້ຫລາຍຮ້ອຍພັນຕົ້ນ. ຖ້າ​ຫາກ​ວ່າ ​ໜັງສືພິມ​ທັງ​ໝົດ ​ທີ່​ໄດ້​
ພິມແຈກຢາຍໄປຢູ່ທົ່ວ​ສະຫະລັດ ​ຫາກຖືກ​ເກັບ​ຄືນ​ມາໝູນ​ໃຊ້​ຄືນໃໝ່ໄດ້ ​ເຮົາ​ກໍຈະ​ສາ
ມາດ​ຮັກສາ​ຕົ້ນ​ໄມ້​ໄວ້​ໄດ້ ຫຼາຍລ້ານຕົ້ນ​ຕໍ່​ປີ. ຊາວອາ​ເມຣິກັນພາກັນ​ໃຊ້​ເຈັ້ຍ​ຫລາຍ
ລ້ານໂຕນ​ຕໍ່​ປີ ນີ້ເປັນ​ພຽງ​ແຕ່ໂຕ​ຢ່າງນຶ່ງ​ຂອງ​ການ​ໃຊ້​ເຈັ້ຍ​ຢູ່​ໃນ​ສະຫະລັດ ​ແລະຍັງ​ບໍ່​ທັນ
ໄດ້​ກ່າວ​ເຖິງຜະ​ລິດ​ຕະພັນອື່ນໆ​ທີ່​ເຮັດ​ດ້ວຍ​ເຈັ້ຍ.

ເພາະສະ​ນັ້ນ ຈຶ່ງ​ໄດ້​ມີບັນດາ​ບໍລິສັດຕ່າງໆ ນ້ອຍ​ ແລະ​ໃຫຍ່ພາກັນເຮັດ​ທຸລະ​ກິດເກັບ
ເອົາ​ຜະລິດ​ຕະພັນ​ເຈັ້ຍທີ່​ໃຊ້​ແລ້ວ​ກັບ​ມາ​ໝູນໃຊ້ຄືນໃໝ່ ​ເພື່ອ​ໃຫ້​ເປັນ​ປະ​ໂຫຍ​ດ ​ແລະ
ເພື່ອຊ່ວຍຮັກສາ​ສິ່ງ​ແວດ​ລ້ອມ.

ທ່ານ​ວົງ​ຄຳ ສິມມະ​ລີ ອາ​ເມຣິກັນ​ເຊື້ອສາຍ​ລາວ ​ແມ່ນ​ເຈົ້າ​ຂອງ​ບໍລິສັດ East Bay
Resources ທີ່ຊື້ຂາຍ​ຜະລິດ​ຕະພັນ​ເຈັ້ຍຕ່າງໆທີ່​ໃຊ້​ແລ້ວ ແລະສົ່ງ​ອອກ​ໄປຂາຍ​ຢູ່
​ນອກ​ປະ​ເທດ ຊຶ່ງ​ທ່ານ​ໄດ້​ກ່າວ​ກ່ຽວ​ກັບເລື່ອງ​ນີ້​ວ່າ:

ເຈັ້ຍເສດທີ່ໄດ້ຖືກຈັດເລືອກກອງໄວ້.
ເຈັ້ຍເສດທີ່ໄດ້ຖືກຈັດເລືອກກອງໄວ້.

ຢູ່​ໃນ​ສະຫະລັດ ບໍ່ວ່າຈະ​ເປັນ​ທຸລະ​ກິດການ​ຄ້າ​ໃດໆກໍ​ຕາມ ຈະ​ຕ້ອງ​ມີ​ການ​ແຂ່ງ​ຂັນ​ກັນ.
ບໍລິສັດ​ຂອງ ທ່ານ​ວົງ​ຄຳ ​ຖືວ່າ​ເປັນ​ບໍລິສັດ​ນ້ອຍ ​ລົງ​ທືນນຶ່ງ​ລ້ານ​ໂດ​ລາ ມີ​ພະນັກງານ​
ທັງ​ໝົດ​ຢູ່ 19 ຄົນ ຊຶ່ງ​ທ່ານ​ວົງຄຳ ໄດ້​ອະທິບາຍ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ :

ເຈັ້ຍເສດເຮັດເປັນໝັດໃຫຍ່ ພ້ອມແລ້ວທີ່ຈະສົ່ງອອກນອກປະເທດ.
ເຈັ້ຍເສດເຮັດເປັນໝັດໃຫຍ່ ພ້ອມແລ້ວທີ່ຈະສົ່ງອອກນອກປະເທດ.

ນັບ​ແຕ່​ທ່ານ​ວົງ​ຄຳ ​ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່​ໃນ​ສະຫະລັດ​ໃນ​ຕົ້ນ​ປີ 1980 ທ່ານ​
ໄດ້​ສູູ້ທົນ ສ່ຽງ​ໂຊກ​ໃນ​ການ​ປະກອບ​ວິຊາ​ອາຊີບ​ຫລາຍ​ໆ​ຢ່າງ ​ຢູ່​ໃນ​ຫລາຍໆ​ ລັດ ​ແລະ
​ໃນ​ທີ່​ສຸດ​ກໍ​ໄດ້​ກັບ​ຄືນ​ມາ​ຢູ່​ລັດ California ອີກຄື​ເກົ່າ. ທ່ານ​ໄດ້​ເຮັດ​ວຽກ​ໃຫ້​ແກ່​ບໍລິສັດ​
ໝູນໃຊ້​ເຈັ້ຍ​ຄືນ​ໃໝ່ ​ເລີ້ມຈາກ​ຂັ້ນ​ຕົ້ນ​ ຈົນ​ເຖິງ​ຂັ້ນ​ເປັນ​ຫົວໜ້າ​ຄວບ​ຄຸມຄົນ​ງານ. ທ່ານ​
ມີ​ປະສົບ​ການ ​ສັງ​ເກດ​ເບິ່ງ​ການ​ບໍລິຫານ ​ມີ​ຄວາມ​ຝັນ ຢາກ​ມີ​ບໍລິສັດ​ເປັນ​ຂອງ​ຕົນ​ເອງ
​ແລະເປັນນາຍ​ຂອງ​ຕົນ​ເອງ ຊຶ່ງ​ທ່ານ​ວົງ​ຄຳໄດ້​ກ່າວ​ວ່າ:

ເຈັ້ຍທີ່ຕັດໃຫ້ໝຸ່ນໆເພື່ອນຳໄປຜະລິດໃຊ້ຄືນໃໝ່.
ເຈັ້ຍທີ່ຕັດໃຫ້ໝຸ່ນໆເພື່ອນຳໄປຜະລິດໃຊ້ຄືນໃໝ່.

ທ່ານ​ວົງ​ຄຳ ​ໄດ້​ເຮັດ​ທຸລະ​ກິດຊື້​ຂາຍ​ການນຳ​ເອົາ​ເຈັ້ຍໄປ​ໜູນ​ໃຊ້​ມາ​ຕັ້ງ​ແຕ່​ປີ 2006 ຈົນ
​ເທົ່າເຖິງປັດຈຸບັນນີ້. ທ່ານ​ມີ​ຄວາມ​ພໍ​ໃຈ​ກັບ​ວຽກ​ການ​ເປັນ​ເຈົ້າຂອງ​ຕົນ​ເອງ ຊຶ່ງ​ທ່ານ​ໄດ້
​ກ່າວ​ມ້ວນທ້າຍຕໍ່ ວີໂອເອ ດັ່ງ​ນີ້:

ບ່ອນເກັບເຈັ້ຍໄວ້ຊົ່ວຄາວ.
ບ່ອນເກັບເຈັ້ຍໄວ້ຊົ່ວຄາວ.

ນັ້ນ​ແມ່ນ​ຜົນສຳ​ເລັດ​ຂອງ​ການ​ເຮັດ​ທຸລະ​ກິດ ເປັນ​ຂອງ​ຕົນ​ເອງຢ່າງ​ນຶ່ງ​ຢູ່​ໃນ ​ສະຫະລັດ
ອາ​ເມຣິກາ.

XS
SM
MD
LG