ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄປຢ້ຽມຢາມສວນ ທ່ານແກ້ວ ບຸນຄົງ ທີ່ເມືອງ Fresno ລັດ California


​ໃນ​ລາຍ​ການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ​ແລງ​ມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບ​ກັບຄອບຄົວ ທ່ານ​ແກ້ວ​ ບຸນ​ຄົງ ນັກ​ປູກ​ຝັງ​ມື​ອາຊີບ ຢູ່​ທີ່​ເມືອງ Fresno ລັດ California ທາງ​ພາກ​ຕາ​ ເວັນ​ຕົກ​ ຂອງສະຫະ​ລັດ​. ການ​ປູກຝັງ ​ເຮັດຮົ້ວ​ເຮັດ ສວນ ​ຍັງເປັນຊີວິດ​ວິດ​ໃຈ​ຂອງ​ຊາວ ອາເມຣິກັນ​ເຊື້ອ​ສາຍ​ລາວຈຳນວນ​ນຶ່ງ ທີ່​ພາກັນ​ປູກຜັກ​ຢູ່​ຕາມບ້ານ​ເຮືອນ ​ເພື່ອ​ເປັນ​ການ ພັກຜ່ອນ​ຢ່ອນ​ອາລົມ. ​ແຕ່​ວ່າຄອບ ຄົວທ່ານແກ້ວ ບຸນ​ຄົງ ​ເປັນ​ຊາວ​ສວນ​ມື​ອາ​ຊີບທີ່ໄດ້​ ຂາຍຍົກ​ຜົນລະປູກຂອງເຂົາ​ເຈົ້າ ອອກສູ່ຕະຫລາດທາງ​ພາກ​ຕາ​ເວັນ​ຕົກຂອງ​ສະຫະລັດ. ຄວາ​ມ​ເປັນ​ມາ​ຂອງ​ຄອບທ່ານແກ້ວ ບຸນ​ຄົງ ເປັນ​ຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນລາຍການ​ຊີວິດຊາວ​ລາວ​ມື້​ນີ້ ​ເຮົາ​ຈະ​ພາ​ທ່ານ​ໄປ​ຢ້ຽມ ຢາມ​ສວນຂອງຄອບຄົວທ່ານ​ແກ້ວ ບຸນ​ຄົງ ຄົນ​ອາ​ເມຣິກັນເຊື້ອ​ສາຍລາວ ນັກ​ປູກຝັງ​ມື​ ອາຊີບ ທີ່​ເມືອງ Fresno ໃນລັດ California ​ໂດຍ​ໄດ້​ຮັບ ການປະສານ​ງານຊຸກຍູ້​ ຈາກ ອົງການ​ Food Commons ຊຶ່ງ​ເປັນ​ອົງການ​ສົ່ງ​ເສີມບັນດາ​ຊາວ​ສວນ ​ເ​ພື່ອນຳ​ເອົາ​ຜົນ ລະປູກ​ສົດໆ​ອອກ​ຂາຍຕະຫລອດ​ປີ​ ແກ່​ຜູ້​ບໍລິ​ໂພ​ກຢູ່​ໃນ​ເຂດນະ​ຄອນ San Francis​co ​ແລະນະຄອນ Los Angeles ລັດ California ບ່ອນ​ທີ່​ມີ​ຊາວ​ເອ​ເຊຍ ​ແລະຄົນເຊື້ອ​ຊາດ ​ຕ່າງ​ໆ​ ພາກັນ​ອາ​ໄສ​ຢູ່ຢ່າງ​ຫລວງຫລາຍ. ເມືອງ Fresno ມີປະຊາກອນຢູ່ຫ້າ​ຮ້ອຍ​ກວ່າ​ ພັນ​ຄົນ ຕັ້ງ​ຢູ່​ລະຫວ່າງ​ກາງ ນະຄອນ Los Angeles ​ແລະ​ນະຄອນ​ San Francisco.

ໃນ​ປີ 2012 ບັນດາ​ຜູ້ນຳ​ດ້ານທຸລະ​ກິດ ນັກວິຊາການ ​ແລະ​ສະມາຊິກ​ປະຊາຄົມ​ຕ່າງໆໄດ້​ພາກັນ​ເຫັນ​ພ້​ອມກັບ​ສາຍຕາ​ຂອງອົງການ Food Commons ແລະ ​ໄດ້​ເຊື້​ອ​ເຊິີນ​ເອົາ ອົງການ​ດັ່ງກ່າວ ມາ​ໃຫ້ການ​ຊ່ວຍ​ເຫລືອ. ພວກ​ເຂົາ​ເຈົ້າ​ພາກັນ​ເຮັດ​ວຽກກັບ​ສ່ວນ​ບຸກຄົນ ແລະ​ອົງການ​ຈັດ​ຕັ້ງ​ຕ່າງໆໃນ​ເມືອງ Fresno ລັດ California ​ເພື່ອ​ອອກ​ແບບ ແລະໃຫ້​ໄດ້​ຮັບ​ຜົນ​ຢ່າງ​ເປັນ​ທີ່​ໜ້າ​ພໍ​ໃຈ ​ໂດຍ​ລະບົບ​ການ​ປູກຝັງ ຂອງ​ອົງການ Food Commons ຢູ່​ທີ່​ນີ້​ ເພື່ອ​ພິສູດ​ໃຫ້​ເຫັນ ​ເຖິງ​ແນ​ວຄິດ ​ແລະ​ເປັນ​ກົງຈັກ​ເສດຖະກິດ ການ​ພັດທະນາ ສ້າງ
ວຽກເຮັດງານທຳ ​ແລະ​ອາຫານ​ທີ່​ມີ​ສຸຂະ​ພາບຢູ່​ໃນ​ຂົງ​ເຂດ. ນີ້​ແມ່ນ​ອົງການ​ຈັດ​ຕັ້ງ​ເອກ​ກະ​ຊົນ​ເພື່ອ ​ປະສານ​ງານ​ກັບ​ບັນດາ​ຊາວ​ສວນ ​ຢູ່​ໃນ​ເຂດ​ເມືອງ Fresno ລັດ California ບ່ອນ​ປູກ​ຝັງ​ທີ່​ມິີຊື່​ສຽງ​ແຫ່ງ​ນຶ່ງຂອງ​ສະຫະລັດ ຊຶ່ງ​ຊາວ​ກະສິກອນ​ມີ​ທັງ​ຄົນ​ອ​າເມ ຣິກັນ ​ແລະຄົນ​ອາ​ເມຣິກັນ​ເຊື້ອສາຍ​ລາວຫລາຍໆ​ຄົນ ທີ່​ມັກ​ປູກຝັງກຳລັງ​ພາກັນ​ຊື່ນຊົ​ມ​ກັບ​ການ​ ຫາ​ຢູ່​ຫາ​ກິນຢູ່່​ໃນ​ດິນ​ແດນ​ແຫ່ງ​ນີ້. ບັດ​ນີ້​ເຮົາ​ມາ​ທຳ​ຄວາມ​ເຂົ້າໃຈ ກັບ​ຄອບຄົວ​ແກ້ວ ​ບຸນ​ ຄົງ ວ່າ​ເປັນ​ມາຢ່າງ​ໃດ.

ທ່ານ​ແກ້ວ ​ບຸນ​ຄົງ ​ເກີດທີ່ແຂວງ​ສະຫວັນນະ​ເຂດ ປະ​ເທດ​ລາວ​ ທ່ານ​ເປັນ​ອະ ດີ​ດທະຫານ​ກອງທັບ​ແຫ່ງ​ພະລາດ​ຊະ​ອານາຈັກ​ລາວ ​ເຄີຍ​ໄດ້​ໄປ​ສຳ​ມະ​ນາ​ທີ່ເມືອງ​ພິນ ຫລັງ​ຈາກ​ນັ້ນ ​ໄດ້ເຂົ້າ​ມາ​ຕັ້ງຖິ່ນ​ຖານຢູ່​ໃນ​ສະຫະລັດ ​ໃນປີ 1979. ທ່ານ​ໄດ້​ປະກອບ​ອາຊີ​ບຫລາຍ​ຢ່າງ​ ​ແລະ​ຫລາຍ​ລັດກ່ອນ​ຈະ​ກາຍ​ມາ​ເປັນ​ຊາວ​ກະສິກອນ​ປູກຝັງຢູ່ເມືອງ Fresno. ​ໃນ​ຕອນ ເລີ້ມ​ຕົ້ນ ທ່ານ​ຕ້ອງ​ໄດ້​ເຊົ່າ​ດິນ 1 ​ເຮັກຕາ​ແຕ່ຕໍ່​ມາ​ເພີ້ມຂຶ້ນ​ເປັນ 5 ​ເຮັກຕາ ​ເປັນ​ບ່ອນ​ປູກ ​ຝັງ​ ຫລັງ​ຈາກ​ໝົດອາຍຸ ​ແລ້​ວ​ ​ເຈົ້າ​ຂອງ​ດິນ​ບໍ່ຍອມຕໍ່ສັນຍາ ​ດ້ວຍ​ເຫດ​ນີ້​ເອງທ່ານໄດ້​ຕັ້ດ ສິນ​ໃຈ​ຊື້​ດິນ 20 ເຮັ​ກຕາ​ເປັນຂອງ​ຕົນ​ເອງ. ທ່ານ​ໄດ້​ໂອ້​ລົ​ມກັບຊີວິດ​ເບື້ອງ​ຕົ້ນ​ຂອງ​ການ ​ເປັນ​ຊາວ ສວນ​ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້

ທ່ານແກ້ວ ບຸນຄົງ ແລະພັນລະຍາ
ທ່ານແກ້ວ ບຸນຄົງ ແລະພັນລະຍາ

ຊີວິດ​ກະສິກອນປູກ​ຝັງ​ເປັນ​ວຽກ​ໃຫຍ່ ມີ​ຄວາມ​ຮັບຜິດຊອບ​ສູງ ​ແລະ​ຕ້ອງ​ໄດ້ ເຮັດວຽກ​ ຕະຫລອດ​ປີ. ທ່ານ​ແກ້ວ ບຸນ​ຄົນ ​ໄດ້​ເລົ່າ​ເຖິງ​ຄວາມ​ຮັບຜິດຊອບຫລັງ​ຈາກລະດູ​ເກັບ​ກ່ຽວ ​ຕໍ່​ໄປອີກ​ວ່າ :

ທ່ານແກ້ວ ກຳລັງລົກຫົວຜັກກາດຂາວ
ທ່ານແກ້ວ ກຳລັງລົກຫົວຜັກກາດຂາວ

ທ່ານແກ້ວ ບຸນ​ຄົງ ​ປັດຈຸບັນ​ອາຍຸ​ໄດ້ 59 ປີ​ແລ້ວ ​ເປັນ​ກະສິກອນ​ປູກຝັງ​ມາ​ໄດ້​ຫລາຍສິບ​ປີ​ ແລ້ວ ​ແລະ​ຍັງ​ຈະ​ດຳເນີນຢູ່ຕໍ່ໄປອີກ ​ຈົນກວ່າ​ວ່າ ທ່ານຈະ​ບໍ່ມີ​ເຫື່ອ​ແຮງ. ທ່ານ​ໄດ້​ກ່າວ​ມ້ວນ​ທ້າ​ຍຕໍ່ວີ​ໂອ​ເອ ດັ່ງ​ນີ້ :

ທ່ານແກ້ວກຳລັງເກັບໝາກເຂືອຫຳມ້າ
ທ່ານແກ້ວກຳລັງເກັບໝາກເຂືອຫຳມ້າ

ທ່ານ​ແກ້ວ​ບຸນ​ຄົງ ​ແລະ​ພັນ​ລະ​ຍາ ມີ​ລູກ​ດ້ວຍ​ກັນ​ຫົກ​ຄົນ ​ທັງ​ໝົດ​ເກີດ​ຢູ່​ໃນສະຫະລັດ ປັດ ​ຈຸ​ບັນເຂົ້າ​ເຈົ້າ​ໄດ້​ຍົກຍ້າຍ​ໄປ​ຢູ່​ຫລາຍ​ແຫ່ງ ແລະລູກ​ຊາຍ​ກົກ​ກຳລັງ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ ​ສະຫະລັດ. ທ້າວ Joe ​ພຣະວໍຣະຈິດ ແມ່ນ​ລູກ​ຊາຍ​ຄົນ​ທີສອງຢູ່​ໃກ້​ກັບ​ພໍ່​ແມ່ ​ແລະໄດ້ມາ ​ຊ່ວຍ​ພໍ່​ແມ່ ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ຢູ່​ໃນວີ​ດີໂອປະກອບລາຍງານນີ້ ທ້າວ Joe ​ໄດ້​ກ່າວ​ວ່າ

“ເວລາ​ພໍ່ລາວ​ຢູ່ເມືອງ​ລາວ ​ແມ່ຂອງ​ລາວມີ​ສວນ​ງາ​ມ ​ແລະ​ແມ່ລາວ​ໄດ້​ສິດ​ສອນ​ໃຫ້​ພໍ່ ລາວ ຮູ້ຈັກ​ວິ​ທີປູກ​ຝັງ ​ເວລາ​ລາວໄດ້ມ​າຮອດ​ເມືອງ Freshno ​ໃນ​ຕົ້ນ​ປີ 1990 ພໍ່ລາວ ​ກໍ​ໄດ້​ເລີ້ມ​ປູກຝັງ​. ​ໃຊ້​ໜ້າດິນໜຶ່ງ​ເຮັກຕາ ​ແລ້ວເພີ້​ມຂຶ້ນ​ມາ​ເປັນ ຫ້າ​ເຮັກຕາ ​ແລະ​ບັດ​ນີ້ິ ມີ​ຢູ່​ຊາວ​ເຮັກ​ຕາ. ຫລັງ​ຈາກ​ຂ້າພ​ະ​ເຈົ້າ​ຈົບ​ຈາກ​ໂຮງຮຽນ​ໃນ​ປີ 2010 ຂ້າພະ​ເຈົ້າໄດ້ ​ຕັດສິນ​ໃຈມາ​ຊ່ວຍ​ເຂົາ​ເຈົ້າ ​ເພື່ອ​ຊ່ວຍ​ໃຫ້​ໄດ້​ພັກ ຜ່ອນ​ເລັກ​ນ້ອຍ. ​ໃນ​ການ​ຊື້​ທີ່​ດິນແຫ່ງ​ ນີ້ ​ມັນ​ໄດ້​ຊ່ວຍພວກ​ຂ້າ​ພະ​ເຈົ້າຢ່າ​ງໃຫຍ່​ຫລວງ ​ໂດຍ​ທີ່​ບໍ່​ຕ້ອງ​ມີ​ຄວາມ​ເປັນ​ຫ່ວງວ່າ​ຈະ ​ຖືກ​ໄລ່​ໜີ ຫລັງ​ຈາກ​ສັນຍາ​ເຊົ່າ​ດິນ​ໝົດ​ອາຍຸ ຊຶ່ງຊາວກະສິກອນປູກຝັງ​ສ່ວນ​ໃຫຍ່​ມີ​ ສັນຍາ​ຫ້າ​ປີ ​ແລະໃນ​ລະຍະ​ຫ້າ​ປີ​ນັ້ນ ​ເຮົາສາມາດ​ປູກຝັງໃຫ້​ຫລາຍ​ເທົ່າ​ທີ່​ຈະຫລາຍ ໄດ້.​ເນື້ອທີ່​ດິນ​ເທື່ອ​ກ່ອນ​ນັ້ນ ພວກ​ເຮົາ​ມີ​ສັນຍາ​ຢູ່ສາມ​ປີ ຫລັງ​ຈາກ​ສັນຍາ​ໝົດ​ລົງ ເຈົ້າຂອງ ດິນ​ກ່າວ​ວ່າ ພວກ​ເຮົາບໍ່​ສາມາດ​ ເຊົ່າ​ໃໝ່​ໄດ້​ອີກ ດ້ວຍ​ຄວາມ​ຮັກ​ ທີ່​ໄດ້ ຖະນຸຖະໜອມທີ່​ດິນສວນ ມັ​ນ​ໄດ້​ສ້າງ​ຄວາມ​ເຈັບ​ປວດ​ໃຫ້ແກ່ຄອບຄົວ ​ແລະ​ພວກ​ເຮົາ​ ຕ້ອງ​ໄດ້​ຊອກ​ຫາ​ບ່ອນ​ປູກ​ຝັງ​ແຫ່ງ​ໃໝ່ ​ແລະ​ຕ້ອງ​ໄດ້​ປັບປຸງພັດທະນາທີ່​ດິນ​ໃຫ້​ດີຂຶ້ນ.

ຕົກ​ມາ​ເຖິງ​ຕອນ​ນີ້ເປັນ​ດິນຂອງ​ພວກ​ເຮົາ​ເອງ ​ແລະ​ພວກ​ເຮົາ​ບໍ່​ມີ​ຄວາມ​ເປັນ​ຫວ່ງວ່າ ຈະ​ມີ​ຜູ້​ໃດ​ຜູ້​ໜຶ່ງ​ມາ​ເອົາ​ດິນ​ຂອງ​ພວກ​ເຮົາແລະ​ພວກ​ເຮົາສາມາດ​ທີ່ຈະ​ປູກຜົນລະປູກ ຊະນິດຕ່າງ​ໆ​ໄດ້​ຕາມ​ໃຈ​ມັກ. ຜົນ​ລະ​ປູກ​ທີ່​ສຳຄັນ​ຂອງ​ພວກ​ເຮົາ​ມີໝາກ​ແຕງ​ ທີ່​ຮ້ອງ​ ວ່າ ​condura ໝາກ​ຜັກ​ໄສ່ ພວກ​ເຮົາ​ມີ​ໝາກ​ເພັດ​ສີ່​ຊະນິດຄື ໝາກ​ເພັດ​ຈີນ ໝາກ​ເພັດ​ ໄທ ​ແລະ​ໝາກ​ເພັດ​ອິນ​ເດ​ຍອີກ ​ສອງ​ຊະນິດ. ພວກ​ເຮົາ​ໄດ້​ເທ​ເຫື່ອ​ແຮງ​ດ້ວຍ​ຄວາມ​ ຮັກໃສ່ສວນຂອງ​ພວກ​ເຮົາ. ພວກ​ເຮົາ​ພະຍ​ຍາມ​ບໍ່​ໃຊ້​ປຸ​ຍຫລາຍ ​ແລະ​ໃຊ້​ຢາຂ້າ​ແມງ ​ ໄມ້ຫລາຍ​ເກີນ​ໄປ ພວກ​ເຮົາ​ພະຍາ ຍາມ​ຟັງ​ເບິ່ງ​ວ່າ​ເຄື່ອງ​ປູກ​ຂອງ​ຝັງ​ຂອງ​ພວກ​ເຮົາ ມັກ​ແນວ​ໃດ ນີ້​ແມ່ນ​ທຸລະ​ກິດ ​ແລະ​ ການ​ບໍລິຫານ​ຂອງ​ຄອບຄົວ ​ແລະ​ມັນ​ເປັນ​ໜ້າ​ສົນ ​ ໃຈທີ່​ໄດ້​ມາຮ່ວມຊ່ວຍ​ພໍ່​ຂອງ​ຂ້າພະເຈົ້າ. ຄົນ​ຈະ​ຕ້ອງ​ພາກັນ​ກິນຖ້າ​ຫາ​ກ ເຮົາ​ສາມາດ​ ຜະລິດ​ອາຫານ​ໃຫ້​ເຂົາ​ເຈົ້າ​ໄດ້ ​ເຮົາ​ ສາມາດ​ຜະລິດ​ອາຫານ​ໃຫ້​ຊາວ​ໂລກ​ໄດ້ ຂ້າພະ ເຈົ້າ​ຊື່ວ່າ Joe ພຣະວໍ​ຣະຈິດ ​ແລະ​ພວກ​ເຮົາ​ປູກ​ຝັງຢູ່​ຫລັງ​ບ້ານ​ຂອງ​ພວກ​ເຮົາ.”

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໂປດ​ຢ່າ​ລືມເຂົ້າ​ໄປ​ເບິ່ງ ເວັບ​ໄຊວີ​ໂອ​ເອ ເບິ່ງວີ​ດີ​ໂອ ທີ່​ໜ້າ​ສົນ​ໃຈ ກ່ຽວກັບ ສວນ​ຜົນລະປູກ ຂອງ​ທ່ານ​ແກ້ວ ​ບຸນ​ຄົງ ຢູ່​ໃນລາຍ​ງານ​ເລື້ອງ​ນີ້​.

XS
SM
MD
LG