ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ ເຮົາຈະນຳເອົາການສຳພາດກັບ ທ່ານ
ເຄ ມະນີວົງ ນັກສິນລະປິນ graffiti ອອກແບບເສື້ຶອຍືດ ຖົງເປ້ ແລະແຕ້ມໃສ່ຝາດ້ວຍ
ການພົ່ນສີໃສ່ ຫຼື spray ບ່ອນໄວ້ອາໄລໃຫ້ແກ່ຜູ້ທີ່ໄດ້ລ່ວງລັບໄປແລ້ວ. ທ່ານເຄ ໄດ້
ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ໃນປີ 1978 ກັບຄອບຄົວ. ເວລານັ້ນ ອາຍຸໄດ້ພຽງ
ນຶ່ງຂວບ. ປັດຈຸບັນນີ້ ທ່ານ ດ້ວຍພັນລະຍາ ມີທຸລະກິດເປັນຂອງຕົນເອງ ເຮັດວຽກຢູ່
ບ້ານ. ສ່ວນວ່າຄວາມເປັນມາຂອງທ່ານເຄ ມະນີວົງ ເປັນຢ່າງໃດນັ້ນ ກິ່ງສະຫວັນຈະ
ນຳເອົາລາຍລະອຽດມາສະເໜີທ່ານ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວປະຈຳແລງວັນ ພະຫັດມື້ນິີ້ ເຮົາຈະນຳພາທ່ານ ໄປຟັງການສຳພາດກັບ ທ່ານເຄ ມະນີວົງ ນັກສິນລະປິນ graffiti
ອອກແບບແຕ້ມໃສ່ເສື້ອຍືດ ແລະແຕ້ມໃສ່ຝາທີ່ເປັນບ່ອນໄວ້ອາໄລເຖິງດວງວິນຍານ
ຂອງຍາດຕິພີ່ນ້ອງ ແລະໝູ່ຄູ່ ຜູ້ທີ່ໄດ້ລ່ວງລັບຈາກໂລກນີ້ແລ້ວ.
ຢູ່ໃນປະເທດອຸດສາຫະກຳ ເຊັ່ນວ່າຢູ່ໃນສະຫະລັດອາເມຣິການີ້ ພວກເຂົາເຈົ້າຈະມີນັກ
ສິນລະປິນຫລາກຫລາຍ ໃນຂະແໜງການຕ່າງໆຈົນນັບບໍ່ຖ້ວນ ທີ່ພາກັນປະດິດຄິດສ້າງແຂ່ງຂັນກັນ ໃຊ້ເທັກນິກ ທີ່ເປັນມະໂນພາບຂອງເຂົາເຈົ້າ ລະບາຍອອກມາໃຫ້ເຫັນ. ສິນ
ລະປະການແຕ້ມທີ່ຮ້ອງວ່າ graphic design ແລະ graffiti ແມ່ນຂະແໜງການຂອງ
ທ່ານເຄ ທີ່ອອກແບບອັນເປັນຈີນຕະນາການ ທີ່ສະຫລຽວສະຫລາດ ໃຊ້ເປັນເຄື່ອງສື່
ສານກັບທ່ານຜູ້ຊົມທັງຫຼາຍ.
ນັກສິນລະປິນຝ່າຍ graphic design ແມ່ນນັກສິນລະປິນອອກແບບໂຄສະນາຢູ່ໜ້າ
ເວັບໄຊ ນິດຕິຍະສານຕ່າງໆ ຊຶ່ງວິຊາດັ່ງກ່າວນີ້ ມີຫລັກສູດການຮຽນຢູ່ຂັ້ນມະຫາວິທະ
ຍາໄລ. ກ່ອນທີ່ທ່ານເຄ ຈະໄດ້ກາຍມາປະກອບວິຊາອາຊີບເຮັດທຸລະກິດຂອງຕົນເອງ ທ່ານເຄີຍໄດ້ປະກອບວິຊາອາຊີບຫລາຍໆຢ່າງມາກ່ອນ. ບັດນີ້ ທ່ານໄດ້ໃຊ້ສະຕິປັນ
ຍາຄວາມຊໍານິຊໍານານ ທີ່ໄດ້ຮຽນມານັ້ນໃຫ້ເປັນປະໂຫຍດ ແລະທຳໃນສິ່ງທີ່ຕົນມັກ ໂດຍເນັ້ນໃສ່ການອອກແບບເສື້ອຍືດຂາຍ. ຜົນງານຂອງທ່ານ ໄດ້ແຜ່ຂະຫຍາຍໄປສູ່
ສາຍຕາຂອງປວງຊົນຢ່າງເປັນທີ່ຈັບໃຈ ຈົນໄດ້ຖືກຮຽກຮ້ອງໃຫ້ແຕ້ມໃສ່ຝາ ເພື່ອລະ
ນຶກເຖິງຍາດຕິພີ່ນ້ອງຜູ້ທີ່ໄດ້ລ່ວງລັບຈາກໂລກນີ້ໄປ. ທ່ານເຄ ໄດ້ກ່າວເຖິງຄວາມເປັນ
ມາຂອງການປະກອບວິຊາອາຊີບດັ່ງກ່າວນີ້ວ່າ:
ຢູ່ໃນສະຫະລັດອາເມຣິກາ ໂດຍສະເພາະຢູ່ສະຖານທີ່ທ່ອງທ່ຽວ ເຮົາຈະສັງເກດເຫັນ
ພວກພໍ່ຄ້າແມ່ຄ້າ ແລະນັກສິນລະປິນພາກັນຕັ້ງຮ້ານຂາຍເຄື່ອງອະນຸສອນຕ່າງໆ ໂດຍ
ສະເພາະຂາຍເສື້ອຍືດຢູ່ຕາມລົດຕູ້ ຈອດຢູ່ຕາມຖະໜົນຫົນທາງ ບ່ອນທີ່ມີນັກທ່ອງ
ທ່ຽວພາກັນມາຢ້ຽມຢາມ. ສິນລະປະການອອກແບບຂອງທ່ານເຄ ມີຄວາມແຕກຕ່າງ
ໄປຈາກນັກສິນລະປິນຄົນອື່ນໆ ເພາະເປັນຮູບພາບ abstract ຫລືເທັກນິກການແຕ້ມ ການອອກແບບທີ່ເຮັດໃຫ້ຜູ້ຊື້ນັ້ນຕ້ອງໄດ້ໃຊ້ຈີນຕະນາການຂອງຕົນເອງ ຈຶ່ງຈະເຂົ້າໃຈ.
ທ່ານເຄໄດ້ເຂົ້າມາຕັ່ງຖິ່ນຖານຢູ່ໃນສະຫະລັດກັບຄອບຄົວໃນປີ 1978 ເວລານັ້ນອາຍຸໄດ້ພຽງນຶ່ງຂວບ. ທ່ານເຄ ສາມາດປາກເວົ້າພາສາລາວໄດ້ດີ ດ້ວຍສຳນຽງປາກເຊ ແລະ
ຮູ້ຈັກຂະນົບທຳນຽມລາວດີ ແຕ່ບໍ່ສາມາດຂຽນອ່ານພາສາລາວໄດ້. ດ້ວຍເຫດນີ້ ສີນລະ
ປະຂອງທ່ານເຄ ຈຶ່ງໄດ້ສະແດງອອກມາໃຫ້ເຫັນເຖິງອິດທິພົນທາງດ້ານປະຫວັດສາດ
ລາວທີ່ແອບແຝງຢູ່ໃນແນວຄິດຂອງທ່ານເຄ ທີ່ໄດ້ສະແດງອອກມາໃຫ້ເຫັນ ເຊັ່ນອະດີດ
ທຸງຊາດລາວຊ້າງສາມຫົວ ຊຶ່ງທ່່ານເຄໄດ້ກ່າວກ່ຽວກັບເລື່ອງນີ້ວ່າ.
ຢູ່ໃນສະຫະລັດອາເມຣິກາ ໃນຫລາຍໆເຂດຂອງລັດຕ່າງໆ ທາງການໄດ້ອະນຸຍາດ
ໃຫ້ປະຊາຄົມແຕ້ມຮູບຕ່າງໆໃສ່ຝາກຳແພງ ທີ່ເປັນຝາຫວ່າງເປົ່າ ເພື່ອໃຫ້ໂອກາດແກ່
ບັນດານັກສິນລະປິນ ໃຊ້ເປັນບ່ອນລະບາຍອາລົມຂອງເຂົາເຈົ້າ. ນອກຈາກນັ້ນກໍເພື່ອ
ເປັນການປະດັບປະດາໃຫ້ງາມຫູງາມຕາແກ່ສາທາລະນະ ແທນທີ່ຈະປ່ອຍປະໃຫ້ຝາ
ແປນເປົ່າ. ດ້ວຍເຫດນີ້ເອງ ທ່ານເຄ ຈຶ່ງໄດ້ຖືກຈ້າງຈາກຄອບຄົວ ແລະໝູ່ຄູ່ໄປແຕ້ມ
ຮູບໜ້າຂອງຜູ້ທີ່ຕາຍນັ້ນໃສ່່ຝາໄວ້ ເພື່ອໃຫ້ເປັນທີ່ລະລຶກ ແລະເປັນບ່ອນໄວ້ອາໄລຊຶ່ງ
ທ່ານເຄ ໄດ້ກ່າວເຖິງສິນລະປະຕອນນີ້ວ່າ:
ຊີວິດການປະກອບວິຊາອາຊີບຂອງຊາວອາເມຣິກັນເຊື້ອສາຍລາວ ໃນໄລຍະ 4 ທົດ
ສະວັດກວ່າຜ່ານມາ ໄດ້ກາຍເປັນເລື່ອງທີ່ໜ້າສັນລະເສີນ. ບັນດາຜູ້ທີ່ໄດ້ມາເກີດໃຫຍ່
ຢູ່ໃນສະຫະລັດ ໄດ້ກາຍມາເປັນພົນລະເມືອງດີຂອງຊາດ. ປັດຈຸບັນນີ້ ທ່ານເຄ ອາຍຸ
ໄດ້ 40 ປີ ມີຄອບຄົວ ແລະລູກຜູ້ກົກກຳລັງຈະສຶກສາຕໍ່ທາງດ້ານກົດໝາຍ. ພາຍໃຕ້
ຊີວິດການປົກຄອງຂອງພໍ່ແມ່ ທ່ານເຄ ກ່າວວ່າ ພໍ່ແມ່ຢາກໃຫ້ຮຽນຝ່າຍໝໍ ແຕ່ທ່ານ
ເຄບໍ່ມັກ ແລະໄດ້ເລືອກເອົາການຮຽນດ້ານສິນລະປະ. ປັດຈຸບັນນີ້ ທ່ານເຄ ສາມາດ
ສ້າງລາຍໄດ້ລ້ຽງດູຄອບຄົວເປັນຢ່າງດີ ແລະໄດ້ກ່າວມ້ວນທ້າຍຕໍ່ ວີໂອເອ ດັ່ງນີ້.
ທ່ານສາມາດຊົມຜະລິດທະພັນສິນລະປະກັມຂອງທ່ານເຄໄດ້ທີ່ ໜ້າເວັບໄຊ
ຂອງວີໂອເອ.