ທ່ານຜູ້ຟັງທັງຫຼາຍ ໃນລາຍການຊີວິດຊາວລາວຂອງ ວີໂອເອ ແລງວັນພະຫັດມື້ນີ້ ເຮົາມີຄວາມພາກພູມໃຈທີ່ຈະສະເໜີການສຳພາດ ກັບທ່ານບຸນຊຶ້ງ ສີນານົນ ສິນລະປີນພື້ນເມືອງຜູ້ນຶ່ງຂອງປະຊາຄົມລາວ-ອາເມຣິກາ ທີ່ຫາກໍໄດ້ຮັບລາງວັນກຽດຕິຍົດສູງສຸດຂອງຊາດ ຫລື National Heritage Fellow ຈາກຄະນະກຳມະການຮັກສາສິນລະປະວັດທະນະທຳ ຂອງສະພາສູງສະຫະລັດ. ທ່ານບຸນຊຶ້ງ ໄດ້ເປົ່າແຄນມາຕັ້ງແຕ່ອາຍຸ 12 ປີ ທ່ານໄດ້ນຳເອົາມໍລະດົກລາວມາເຜີຍແຜ່ຢູ່ໃນສະຫະລັດ ສິດສອນບັນດາລູກຫລານລຸ້ນໃໝ່ ແລະໄດ້ສ້າງຄວາມມ່ວນຊື່ນໃຫ້ແກ່ບັນດາສະມາຊິກສັງຄົມລາວ-ອາເມຣິກັນ ແລະອື່ນໆມາເປັນເວລານານກວ່າສີ່ທົດສະວັດແລ້ວ. ກຽດຕິຍົດຊື່ສຽງ ແລະຜົນສຳເລັດຂອງທ່ານມີ ຄວາມເປັນມາຢ່າງໃດນັ້ນກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ສຽງແຄນທີ່ທ່ານໄດ້ຟັງສິ້ນສຸດລົງໄປນັ້ນ ມີຊື່ວ່າ ລົມຜັດໄຜ່ ເປົ່າໂດຍທ່ານບຸນຊຶ້ງ ສີນານົນ ນັກສິນລະປິນ ແລະອາຈານສອນເປົ່າແຄນພື້ນເມືອງລາວ ຊຶ່ງປັດຈຸບັນນີ້ຕັ້ງຖິ່ນຖານຢູ່ເມືອງ Fresno ລັດ California. ທ່ານບຸນຊຶ້ງໄດ້ຮັບລາງວັນກຽດຕິຍົດສູງສຸດຂອງສະຫະລັດ National Heritage Fellow ໃນເດືອນກັນຍາ ຊຶ່ງເຮົາຈະນຳເອົາເລື້ອງນີ້ມາສະເໜີທ່ານ.
ບັດນີ້ເຮົາມາທຳຄວາມເຂົ້າໃຈກັນ ໃນຄວາມເປັນມາຂອງ ທ່ານບຸນຊຶ້ງ ສີນານົນ ທີ່ທ່ານໄດ້ນຳເອົາສິນລະປະພື້ນເມືອງລາວມາເຜີຍແຜ່ ຮັກສາ ແລະສິດສອນຢູ່ໃນສະຫະລັດອາເມຣິກາ ມາເປັນເວລາຫຼາຍກວ່າສີ່ທົດສະວັດ. ໃນວັນທີ 27 ເດືອນກັນຍາປີ 2016 ນີ້ ທ່ານ ບຸນຊຶ້ງ ສີນານົນ ນັກສິນລະປິນລາວ-ອາເມຣິກັນຄົນນຶ່ງໃນບັນດານັກສິນລະປິນພື້ນເມືອງ ສະຫະລັດ ທີ່ໄດ້ຮັບລາງວັນກຽດຕິຍົດສູງສຸດຈາກ ຄະນະກຳມະການຮັກສາສິນລະປະວັດ ທະນາທຳ “National Heritage Fellow” ຊຶ່ງໂຄງການນີ້ໄດ້ເລີ້ມມີມາແຕ່ປີ 1982 ພາຍໃຕ້ຫ້ອງການ National Endowment for the Arts (NEA) ທີ່ນະຄອນຫລວງວໍຊິງຕັນ.
ໃນແຕ່ລະປີຈະມີບັນດານັກສິນລະປີນພື້ນເມືອງ ຜູ່ທີ່ຮັກສາສິນລະປະໂບຮານຖືກສະເໜີຊື່ໃຫ້ໄດ້ຮັບລາງວັນສູງສຸດຂອງປະເທດ ເປັນເງິນສົດ 25,000 ໂດລາ ພ້ອມດ້ວຍໃບປະ ກາດສະນີຍະບັດຈາກ ຄະນະກຳມະການຮັກສາສິນລະປະວັດທະນາທຳ ຂອງສະພາສູງສະຫະລັດ. ບັນດານັກສິນລະປີນພື້ນເມຶອງເຫລົ່ານີ້ແມ່ນສັນຊາດ ຫລືຜູ້ມີ່ີມີສິດຢູ່່ໃນສະຫະລັດອາເມຣິກາຢ່າງຖາວອນ ຊຶ່ງເທົ່າທີ່ຜ່ານມາ ໄດ້ມີນັກສິນລະປິນພື້ນເມືອງລາວເຊັ່ນໝໍລຳ ນັກຕໍ່ຫູກ ແລະບັດນີ້ກໍແມ່ນໝໍແຄນທີ່ໄດ້ຮັບລາງວັນດັ່ງກ່າວນີ້. ນອກນັ້ນຍັງມີບັນດາສິນລະປິນພື້ນເມືອງສະຫະລັດຄົນອຶ່ນໆ ທີ່ໄດ້ຮັບລາງວັນ ຊຶ່ງເປັນຜູ້ຮັກສາມູນມໍລະດົກໂບຮານ ອັນເປັນຄວາມສີວິໄລຂອງມະນຸດຊາດໄວ້ຢູ່ໃນສະຫະລັດ.
ວີດີໂອ ໄດ້ຮັບຄວາມເອື້ອເຟື້ອຈາກ the Alliance of California Traditional Arts
ທ່ານບຸນຊື້ງ ສີນານົນ ເກີດຢູ່ບ້ານເປືອຍຂາວ ເມືອງສອງຄອນ ແຂວງສະຫວັນນະເຂດ ປະເທດລາວ ແລະໄດ້ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດໃນປີ 1978. ທ່ານບຸນຊື້ງ ເລີ້ມສົນໃຈໃນການເປົ່າແຄນມາແຕ່ອາຍຸ 12 ປີແລະໄດ້ຮຽນກັບພວກໝໍແຄນຢູ່ໃນໝູ່ບ້ານ. ທ່ານບຸນຊື້ງໄດ້ຕັ້ງໃຈຟັງ ແລະກ່າຍກອງສຽງແຄນໃຫ້ຄືກັບບັນດານັກເປົ່າແຄນອະວຸໂສທັງຫຼາຍ. ແຕ່ເປັນໜ້າເສຍໃຈ ເວລາທ່ານບຸນຊື້ງອາຍຸໄດ້ 16 ປີ ທ່ານໄດ້ເລີ້ມເສຍ ສາຍຕາ ແລະໄດ້ກາຍມາເປັນຄົນພິການຕາບອດເທົ້າທຸກວັນນີ້ ຊຶ່ງທ່ານໄດ້ເລົ່າຊີວິດເບື້ອງຕົ້ນສູ່ຟັງດັ່ງນີ້ :
ທ່ານບຸນຊື້ງຮຽນເປົ່າແຄນດ້ວຍຫລັກສູດປາກເປົ່າ ໂດຍການຟັງສຽງດັ່ງດຽວກັນກັບທີ່ບັນ ດາຄູບາອາຈານໄດ້ຮຽນ ແລະໄດ້ສິດສອນໃຫ້ ອັນຍັງເປັນພາກປະຕິບັດມາຈົນເທົ້າເຖິງ ທຸກວັນ ຊຶ່ງທ່ານບຸນຊື້ງໄດ້ກ່າວຕໍ່ໄປອີກວ່າ :
ໃນປີ 1977 ທ່ານບຸນຊື້ງໄດ້ຕັດສິນໃຈຫລົບໜີອອກຈາກປະເທດລາວເພື່ອສະແຫວງຫາອິດສະລະພາບຢູ່ປະເທດໄທ. ເວລານັ້ນ ທ່ານໄດ້ປະສົບກັບຄວາມຍາກລຳບາກຫລາຢ່າງໃນການຕັ້ງຊີວິດໃໝ່ ຊຶ່ງທ່ານໄດ້ເຫລົ່າຊີວິດຕອນນີ້ສູ່ຟັງວ່າ :
ຫລັງຈາກທ່ານບຸນຊື້ງໄດ້ມາຕັ້ງຖິ່ນຖານຢູ່ໃນສະຫະລັດ ເປັນທີ່ຮຽບຮ້ອຍແລ້ວ ທ່ານກໍໄດ້ດຳເນີນການເປົ່າແຄນ ຮັກສາສິນລະປະພື້ນເມືອງລາວໄວ້ຢູ່ຕະຫລອດ ແລະໄດ້ໄປສະແດງສິນລະປະຂອງທ່ານຢູ່ຕາມບຸນຕ່າງໆ. ໃນປິ 1987 ທ່ານບຸນເຊີ້ງໄດ້ຖືກເຊີນໃຫ້ມາ ສະແດງເປົ່າແຄນໃຫ້ແກ່ ປະທານາທິບໍດີ Donald Reagan ທີ່ທຳນຽບຂາວ ທ່ານຍັງໄດ້ບັນທຶກສຽງໄວ້ກັບ ສະຖາບັນດົນຕີໂລກ ໂດຍການນຳພາຂອງທ່ານ Terry Miller, ສາດສະດາຈານດົນຕີພື້ນເມືອງໂລກຈາກມະຫາວິທະຍາໄລ Kent State. ໃນປີ 2007 ທ່ານບຸນຊື້ງໄດ້ມາສະແດງຢູ່ງານມະຫາກຳ American Folklife Festival ທີ່ນະຄອນຫລວງວໍຊິງຕັນ ດີ.ຊີ. ຊຶ່ງເວລານັ້ນ ຂ້າພະເຈົ້າເອງໄດ້ມີໂອກາດ ເປັນຜູ້ຊ່ວຍສະເໜີລາຍການໃຫ້
ແກ່ທ່ານບຸນຊື້ງ ແລະໄດ້ໂອ້ລົມເລື້ອງເກົ່າຄວາມຫລັງ ແລະກຽດຕິຍົດທີ່ທ່ານບຸນຊື້ງໄດ້ຮັບດັ່ງນີ້.
ສະຫະລັດອາເມຣິກາ ເປັນປະເທດອຸດສາຫະກຳ ອຸດົມຮັ່ງມີທາງດ້ານເທັກໂນໂລຈີພ້ອມໆ ດຽວກັນກໍຍັງເປັນປະເທດທີ່ເຫັນຄວາມສຳຄັນດ້ານມະສຸດສະທຳ ໂດຍສະເພາະສິນລະ ປະພື້ນເມືອງໂບຮານ ທີ່ປະຊາຄົມໂລກໄດ້ນຳເຂົ້າມາເພີິ້ມພູນຄວາມສີວິໄລຂອງສະຫະ ລັດ. ທ່ານບຸນຊື້ງ ສີນານົນ ນັກສິນລະປີນພື້ນເມືອງລາວໄດ້ໃຊ້ຊີວິດຂອງທ່ານ ຮັກສາສິນ ລະປະການເປົ່າແຄນນີ້ໄວ້ ຊຶ່ງບັດນີ້ໄດ້ບັນລຸຜົນ ແລະພິສູດໃຫ້ເຫັນເຖິງຄວາມເປັນອິດສະລະພາບ ແລະເສລີພາບ ຂອງ “ແຄນ” ອັນເປັນມູນມໍລະດົກຂອງຊົນຊາດລາວ ທີ່ໄດ້ໃຊ້ກັນມາຢູ່ຕາມເຂດລຸ່ມແມ່ນໍ້າຂອງ ແລະທາງພາກອີສານຂອງປະເທດໄທ. ສຸພາສິດລາວທີ່ມີຊື່ສຽງບົດນຶ່ງໄດ້ກ່າວໄວ້ວ່າ “ເຮືອນຫລັງໃດມຸງຫຍ້າ ກິນເຂົ້າໜຽວ ຄ້ຽວປາແດກ ແລະ ເປົ່າແຄນ ເຮືອນຫລັງນັ້ນແມ່ນເຮືອນຄົນລາວ.”