ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ສຳພາດ ສະມາຊິກສະພາສູງ ສຫລ ຄຣິສ ຄູນສ໌ ກ່ຽວກັບ ອາຟຣິກາ ແລະເອກະສານລັບທີ່ຮົ່ວໄຫລອອກມາ


ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານຄຣິສ ຄູນສ໌ ໄດ້ເດີນທາງໄປຢ້ຽມຢາມອາຟຣິກາ ຢູ່ເລື້ອຍໆແລະຍາວນານ ແລະເມື່ອມໍ່ມານີ້ ໄດ້ໄປຢ້ຽມຢາມທະວີບນີ້ ຮ່ວມກັບຮອງປະທານາທິບໍດີ ຄາມາລາ ແຮຣິສ. ທ່ານເປັນສະມາຊິກຄະນະກຳມະການຮັບຜິດຊອບສາຍສຳພັນລະຫວ່າງປະເທດ ຂອງສະພາສູງ ແລະອະນຸກຳມະການອາຟຣິກາ. (Video screenshot)
ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານຄຣິສ ຄູນສ໌ ໄດ້ເດີນທາງໄປຢ້ຽມຢາມອາຟຣິກາ ຢູ່ເລື້ອຍໆແລະຍາວນານ ແລະເມື່ອມໍ່ມານີ້ ໄດ້ໄປຢ້ຽມຢາມທະວີບນີ້ ຮ່ວມກັບຮອງປະທານາທິບໍດີ ຄາມາລາ ແຮຣິສ. ທ່ານເປັນສະມາຊິກຄະນະກຳມະການຮັບຜິດຊອບສາຍສຳພັນລະຫວ່າງປະເທດ ຂອງສະພາສູງ ແລະອະນຸກຳມະການອາຟຣິກາ. (Video screenshot)

ເຈົ້າໜ້າທີ່ຂັ້ນສູງຂອງທຳນຽບຂາວເຊັ່ນ ຮອງປະທານາທິບໍດີ ຄາມາລາ ແຮຣິສ ແລະ ສະຕີໝາຍເລກນຶ່ງ ຈິລ໌ ໄບເດັນ ໄດ້ເດີນທາງຂ້າມທະວີບອາຟຣິກາ ຫຼາຍຮອບໃນປີນີ້ ເພື່ອຈັດຕັ້ງປະຕິບັດສິ່ງທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ອະທິບາຍວ່າ ເປັນການຮ່ວມມື ລະຫວ່າງສະຫະລັດ ແລະບັນດາປະເທດ ໃນອາຟຣິກາ. ແລະບັນດາເຈົ້າໜ້າທີ່ລັດຖະບານຂອງ ສະຫະລັດ ຫຼາກຫຼາຍ ພາກສ່ວນທີ່ລວມມີບັນດາສະມາຊິກສະພາ ກໍຍັງໄດ້ເດີນທາງໄປມາໃນທະວີບ ດັ່ງກ່າວ ໃນການປະຕິບັດວຽກງານຂັ້ນຕ່ຳ.

ນັກຂ່າວວີໂອເອປະຈຳທຳນຽບຂາວ ອານິຕາ ພາວແວລ ໄດ້ນັ່ງລົມກັບສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານຄຣິສ ຄູນສ໌ ຜູ້ທີ່ໄດ້ເດີນທາງຢ້ຽມ ຢາມອາຟຣິກາ ຢູ່ເລື້ອຍໆ ແລະ ຍາວນານ.

“ທະວີບແຫ່ງນີ້ ມີທ່າແຮງບົ່ມຊ້ອນແລະໂອກາດຢ່າງຫຼວງຫຼາຍ” ທ່ານຄູນສ໌ ສະມາຊິກຄະນະກຳມະການຮັບຜິດຊອບສາຍສຳພັນລະຫວ່າງຕ່າງປະເທດຂອງສະພາສູງ ແລະອະນຸກຳມະການກ່ຽວກັບອາຟຣິກາຂອງເຂົາ​ເຈົ້າໄດ້ກ່າວຕໍ່ວີ ໂອເອ. ທ່ານກ່າວອີກວ່າ “ຖ້າພວກເຮົາສາມາດເຮັດວຽກຮ່ວມກັນຢ່າງໃກ້ຊິດ ກັບບັນດາຊາວ​ໜຸ່ມໃນບັນ​ດາ​ປະ​ເທດອາຟຣິກາ ເພື່ອແກ້ໄຂເລື້ອງ ການປ່ຽນ ແປງຂອງດິນຟ້າອາກາດ, ຄວາມບໍ່ໝັ້ນຄົງດ້ານອາຫານ, ສິດທິມະນຸດ, ການພັດທະນາແບບຍືນຍົງ, ການສ້າງພື້ນທີ່ໃຫ້ກາຍເປັນ​ຕົວເມືອງ-ຊຶ່ງ​ແມ່ນສິ່ງ​ທ້າທ້າຍທີ່ສຳຄັນບາງ​ອັນຂອງສັດຕະວັດນີ້ແລ້ວ-ພວກເຮົາຈະສາມາດແກ້ໄຂບັນ ຫາຕ່າງໆເຫຼົ່ານັ້ນໄດ້ເພື່ອໂລກ.”

ທ່ານຄູນສ໌ ຍັງໄດ້ກ່າວກ່ຽວກັບ ການເຂົ້າຮ່ວມໃນກອງປະຊຸມລັບຂອງສະພາສູງ ທີ່ໃກ້ຈະມາເຖິງນີ້ ກ່ຽວກັບການຮົ່ວໄຫລຂອງເອກະສານລັບ ຫຼາຍກວ່າ 100 ສະບັບ ເມື່ອບໍ່ດົນມານີ້ ໂດຍສະມາຊິກກອງກຳລັງພິທັກອາ​ກາດ​ແຫ່ງຊາດ ສະຫະລັດ.

ພວກເອກະສານເຫຼົ່ານັ້ນ ກວມເອົາເລື້ອງສຳຄັນກ່ຽວກັບຜົນກະທົບຂອງໂລກ ເຊັ່ນ ຄວາມພະຍາຍາມໃນການສອດແນມຂອງສະຫະລັດຢູ່ທົ່ວໂລກ, ການປະເມີນຜົນຂອງກອງກຳລັງຣັດເຊຍ ແລະຢູເຄຣນ ແລະຄວາມອາດ ສາມາດທາງອາກາດຂອງຈີນ ແລະການເຂົ້າເຖິງອ້ອມຮອບເກາະໄຕ້ຫວັນ, ຊຶ່ງເປັນເກາະປົກຄອງດ້ວຍລະບອບປະຊາທິປະໄຕ ທີ່ປັກກິ່ງອ້າງວ່າ ເປັນຂອງຕົນເອງ.

Top White House officials such as Vice President Kamala Harris and first lady Jill Biden have crisscrossed the African continent this year to implement what President Joe Biden has described as partnerships between the United States and African countries. And a range of U.S. government officials — including lawmakers — have also traversed the continent, doing lower-profile work.

VOA White House correspondent Anita Powell sat down with Democratic Senator Chris Coons, a longtime and frequent visitor to Africa.

“This is a continent of incredible potential and opportunity,” Coons, a member of the Senate Foreign Relations Committee and its Africa subcommittee, told VOA. “If we can work in close partnership with young African nations to address climate change, food insecurity, human rights, sustainable development, urbanization — some of the key challenges of this century — we can solve those problems for the world.”

Coons also spoke about his upcoming participation in a classified Senate briefing over the recent leak of more than 100 classified documents by a member of the U.S. Air National Guard.

Those documents covered matters with global impact, like U.S. spying efforts around the world, assessments of the Russian and Ukrainian armed forces, and of China’s aerial capabilities and access around Taiwan, the democratic island that Beijing claims as its own.

XS
SM
MD
LG