ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳພາດທ່ານ H. R ແມັກມາສເຕີ ທີ່ປຶກສາ ດ້ານຄວາມປອດໄພ ແຫ່ງຊາດ ສຫລ


VOA Interview: National Security Advisor H.R. McMaster
please wait

No media source currently available

0:00 0:35:12 0:00

ເຊີນຊົມວິດີໂອການສຳພາດທ່ານ H. R ແມັກມາສເຕີ ຜູ້ຊີ້ນຳ ດ້ານຄວາມປອດໄພ ແຫ່ງຊາດ ສະຫະລັດ.

ໃນວັນອັງຄານທີ່ຜ່ານມາ, ນັກຂ່າວວີໂອເອ ເກຣຕ້າ ແວນ ຊັສເຕເຣັນ (Greta Van
Susteren) ໄດ້ທຳການສຳພາດກັບທີ່ປຶກສາດ້ານຄວາມປອດໄພແຫ່ງຊາດຂອງສະ
ຫະລັດ ທ່ານ H.R ແມັກມາສເຕີ ທີ່ທຳນຽບຂາວ, ໃນການສຳພາດນີ້ ທ່ານແມັກມາສ
ເຕີ ໄດ້ອະທິບາຍເຖິງຫຼາຍບັນຫາສຳຄັນທີ່ກຳລັງເກີດຂຶ້ນໃນໂລກລວມມີອີຣ່ານແລະ ເກົາຫຼີເໜືອ, ເຊິ່ງລາຍລະອຽດ ພຸດທະສອນ ຈະເປັນຜູ້ນຳມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.

please wait

No media source currently available

0:00 0:09:02 0:00

ໃນການໃຫ້ສຳພາດນັ້ນ ທ່ານ H.R ແມັກມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ
ຂອງສະຫະລັດ ເວົ້າວ່າ ປະຊາຊົນ ອີຣ່ານ ໄດ້ສະແດງອອກເຖິງຄວາມອຶດອັດ, ຄວາມ
ອຶດອັດ ກ່ຽວກັບລະບອບການປົກຄອງ ທີ່ໃຫ້ຄວາມສຳຄັນ ໃນການສົ່ງອອກລັດທິກໍ່
ການຮ້າຍ ຫຼາຍໄປກວ່າທີ່ພວກເຂົາເຈົ້າຈະຕອບສະໜອງຄວາມຕ້ອງການຂອງປະຊາ
ຊົນຂອງເຂົາເຈົ້າເອງ.

ນາງ ເກຣຕ້າ ຖາມວ່າ ລັດຖະບານນີ້ຈະເຮັດຫຍັງຫຼາຍກວ່ານີ້ ນອກ ຈາກກ່າວສະໜັບ
ສະໜູນຜູ້ປະທ້ວງພວກນີ້ບໍ່ ຫຼື ເຂົາເຈົ້າຈະສາມາດເຮັດໄດ້ບໍ່?

ທ່ານ ແມັກມາສເຕີ ກ່າວວ່າ “ແລ້ວພວກເຮົາຈະໄດ້ເຫັນວ່າມັນມີທາງເລືອກຫຍັງແດ່.
ແຕ່ຂ້າພະເຈົ້າຄິດວ່າສິ່ງທີ່ພວກເຮົາຕ້ອງການແມ່ນ ສຽງທີ່ເຂັ້ມແຂງຕ່າງໆຈາກທົ່ວໂລກ
ຕາງໜ້າໃຫ້ປະຊາຊົນ ອີຣ່ານ.”

ນາງ ເກຣຕ້າ ຖາມວ່າ ຖ້າເຮົາລົງມືເຮັດຫຼາຍກວ່າເວົ້າຄຳວ່າ “ພວກເຮົາຢູ່ກັບພວກທ່ານ”
ຕໍ່ພວກປະທ້ວງນັ້ນ, ຜົນທີ່ອອກມາມັນຈະແຕກຕ່າງຈາກປີ 2009 ແນວໃດ? ພວກເຮົາ
ຈະບໍ່ຄາດວ່າ ປະຊາຊົນ ອີຣ່ານ, ທີ່ມັນອາດແມ່ນພວກປະທ້ວງທີ່ຖືກຂ້າຕາຍ ແລະ ມີ
ຄວາມຮຸນແຮງເພີ່ມຂຶ້ນນັ້ນ, ພວກເຮົາຄາດວ່າຈະມີການແກ້ໄຂບັນຫາທີ່ແຕກຕ່າງກັນ
ແນວໃດ ຖ້າການຕອບໂຕ້ຂອງພວກເຮົາຍັງເປັນຄືເກົ່າ?

ທ່ານ ແມັກມາສເຕີ ກ່າວວ່າ “ຄືວ່າ, ພວກເຮົາໄດ້ເຮັດ ຫຼາຍກວ່ານັ້ນ ແລ້ວ. ດັ່ງທີ່ເຈົ້າຮູ້
ໃນສອງສາມປີທີ່ຜ່ານມາ, ມັນມີຄວາມຫວັງ, ຄວາມຫວັງທີ່ການສະແຫວງຫາຂໍ້ຕົກລົງ
ນິວເຄລຍນີ້ ທີ່ໂດຍພື້ນຖານແລ້ວມີຂໍ້ຂາດຕົກບົກຜ່ອງ ຈະປ່ຽນແປງການປະພຶດຂອງ
ລະບອບການປົກຄອງນີ້, ມັນຈະບັນເທົາການປະພຶດທີ່ຮຸນແຮງຂອງເຂົາເຈົ້າ, ແລະແນ່
ນອນ, ມັນຍັງບໍ່ໄດ້ເປັນໄປເທື່ອ. ສະນັ້ນສິ່ງທີ່ ສະຫະລັດ ໄດ້ເຮັດກັບບັນດາພັນທະມິດ
ແລະ ຄູ່ຮ່ວມຂອງເຂົາເຈົ້າ ໃນທົ່ວໂລກນັ້ນ ແມ່ນລົງໂທດຄວາມຮຸນແຮງ ທີ່ສົ່ງຜົນກະ
ທົບຕໍ່ການປະພຶດຂອງປະຊາຊົນ ອີຣ່ານ. ແລະ ສະນັ້ນ ມັນຈຶ່ງສຳຄັນ ທີ່ລະບອບການ
ປົກຄອງນີ້ ຖືກປະຕິເສດແຫຼ່ງຊັບພະຍາກອນຕ່າງໆທີ່ເຂົາເຈົ້າຕ້ອງການ ເພື່ອດຳເນີນ
ການຕໍ່ສູ້ທີ່ເປັນອັນຕະລາຍຍິ່ງຂອງເຂົາເຈົ້າ, ແລະ ເຊັ່ນດຽວກັບການທູດຂອງເຂົາເຈົ້າ,
ແຕ່ມັນກໍແມ່ນມາດຕະການລົງໂທດຕ່າງໆເຊັ່ນກັນ, ແລະ ພວກເຮົາເຫັນວ່າປະຊາຊົນ
ອີຣ່ານ ແມ່ນກຳລັງສະແດງຄວາມບໍ່ພໍໃຈຂອງເຂົາເຈົ້າ ກ່ຽວກັບ ລັກສະນະຂອງລະບອບ
ການປົກຄອງນີ້, ວິທີທີ່ມັນປະຕິບັດຕໍ່ເຂົາເຈົ້າ, ແລະ ວິທີທີ່ເຂົາເຈົ້າປະຕິບັດຕໍ່ໂລກເຊັ່ນ
ກັນ.”

ນາງ ເກຣຕ້າ ຖາມວ່າ ທ່ານມີຂໍ້ຄວາມທີ່ສະເພາະເຈາະຈົງໃຫ້ປະຊາ ຊົນ ອີຣ່ານ ບໍ່?

ທ່ານ ແມັກມາສເຕີ ກ່າວວ່າ “ສິ່ງທຳອິດທີ່ຕ້ອງຮູ້ກໍແມ່ນປະຊາຊົນ ອາເມຣິກັນ, ລັດຖະ
ບານ ອາເມຣິກັນຊຸດນີ້ ມີຄວາມເຄົາລົບຢ່າງຍິ່ງຕໍ່ປະ ຊາຊົນ ອີຣ່ານ, ວັດທະນະທຳ
ອີຣ່ານ, ປະຫວັດສາດທີ່ຍິ່ງໃຫຍ່ຂອງເຂົາເຈົ້າ ແລະ ໂອກາດອັນໃຫຍ່ຫຼວງທີ່ເຂົາເຈົ້າມີ.
ແລະ ມັນເຮັດໃຫ້ຫົວໃຈຂອງຂ້າພະເຈົ້າແຕກສະຫຼາຍທີ່ໄດ້ເຫັນຄົນ ອີຣ່ານ ບໍ່ສາມາດ
ທີ່ຈະຮັບຮູ້ຄວາມຝັນຂອງເຂົາເຈົ້າ. ພ້ອມກັນນັ້ນ ພວກເຮົາຕ້ອງຮັບຮູ້ວ່າ ມັນຂຶ້ນກັບ
ພວກເຮົາໝົດທຸກຄົນໃນທົ່ວໂລກ ເພື່ອປະເຊີນໜ້າກັບການປະພຶດຂອງ ອີຣ່ານ ທີ່ໄດ້
ເຮັດໃຫ້ເກີດຄວາມທຸກທໍລະມານ ຢ່າງຫຼວງ ຫຼາຍ, ການສະໜັບສະໜູນລັດທິກໍ່ການ
ຮ້າຍຂອງເຂົາເຈົ້າ ແລະ ທະ ຫານບ້ານຜິດກົດໝາຍທີ່ກໍ່ຄວາມຮຸນແຮງ ແລະດັ່ງນັ້ນ
ພວກເຂົາເຈົ້າຈຶ່ງໄດ້ຮັບການສະໜັບສະໜູນຂອງພວກເຮົາ ແລະຄວາມເຂົ້າອົກເຂົ້າ
ໃຈຂອງພວກເຮົາ ແລະພວກເຮົາແມ່ນຮູ້ບຸນຄຸນ ທີ່ໄດ້ເຫັນເຂົາເຈົ້າຊົມໃຊ້ສິດທິຂອງ
ພວກເຂົາເຈົ້າ ສະແດງອອກເຊິ່ງຄວາມບໍ່ພໍໃຈ ກັບລະບອບການປົກຄອງຜະເດັດການ.”

ນາງ ເກຣຕ້າ ຖາມວ່າທ່ານຄິດວ່າ ອີຣ່ານ ແລະ ເກົາຫຼີເໜືອ ໄດ້ເຮັດວຽກຮ່ວມກັນ ກ່ຽວ
ກັບ ເທັກໂນໂລຈີລູກສອນໄຟບໍ່?

ທ່ານ ແມັກມາສເຕີ ກ່າວວ່າ ຖ້າເຈົ້າເບິ່ງປະຫວັດຂອງ ເກົາຫຼີເໜືອ, ເກົາຫຼີເໜືອ ບໍ່ເຄີຍ
ມີອາວຸດທີ່ເຂົາເຈົ້າຍັງບໍ່ໄດ້ມີແຜ່ຫຼາຍເທື່ອ.

ນອກຈາກສົງຄາມ, ແມ່ນຫຍັງແມ່ນຂໍ້ແກ້ໄຂບັນຫາ ແລະ ຄວາມເປັນໄປໄດ້ຕ່າງໆ ກ່ຽວ
ກັບ ເກົາຫຼີເໜືອ?

ທ່ານ ແມັກມາສເຕີ ກ່າວວ່າ “ຄວາມເປັນໄປໄດ້ກໍແມ່ນວ່າ ລະບອບການປົກຄອງ ເກົາຫຼີ
ເໜືອ ຮັບຮູ້ວ່າ ການສືບຕໍ່ສະແຫວງຫາອາວຸດນິວເຄລຍ ແລະ ລູກສອນໄຟຕ່າງໆແມ່ນ
ທາງຕັນ. ແລະ ທາງດຽວທີ່ຈະເຮັດສິ່ງນັ້ນໃນຕອນນີ້, ນອກຈາກສົງຄາມ, ແມ່ນຜ່ານການ
ໃຊ້ອຳນາດທາງເສດຖະກິດບີບບັງຄັບ, ອຳນາດທີ່ຢູ່ໃນມືຂອງ ຈີນ ເປັນສ່ວນໃຫຍ່ ແຕ່
ປະເທດອື່ນໆ ກໍເຊັ່ນກັນ. ແລະ ທ່າທາງກໍໄດ້ເປັນໄປໃນແງ່ບວກຢ່າງຍິ່ງ. ທ່າທີຕ່າງໆ
ໄດ້ເປັນໄປໃນແງ່ບວກ ເຊິ່ງຫຼາຍປະເທດ ແມ່ນໄດ້ຢຸດທຸກໆການຄ້າຂາຍກັບ ເກົາຫຼີເໜືອ
ແລ້ວ. ຍົກຕົວຢ່າງ ຫວຽດ ນາມ ແລະ ຟີລິບປິນ, ລາຍຊື່ນັ້ນແມ່ນຍາວພໍສົມຄວນ.”

ແຕ່ຂະນະດຽວກັນທ່ານ ແມັກມາສເຕີ ກ່າວວ່າ ດັ່ງທີ່ທຸກຄົນຮູ້, ຈີນ ມີອຳນາດບັງຄັບທາງ
ເສດຖະກິດຢ່າງຫຼວງຫຼາຍຕໍ່ ເກົາຫຼີເໜືອ, ແລະ ມັນແມ່ນຄວາມຫວັງຂອງພວກເຮົາທີ່
ຈີນ ຈະເຮັດເພື່ອຜົນປະໂຫຍດຂອງພວກເຂົາເຈົ້າ. ພວກເຮົາບໍ່ສາມາດຂໍໃຫ້ເຂົາເຈົ້າ
ເຮັດຫຼາຍກວ່າການກະທຳເພື່ອຜົນປະໂຫຍດຂອງເຂົາເຈົ້າ.

ຈີນ ຮັບຮູ້ວ່າ ສະຖານະການໄດ້ປ່ຽນແປງໄປໂດຍພື້ນຖານ. ແລະ ຈີນ ຮັບຮູ້ການປ່ຽນ
ແປງ ໂດຍພື້ນຖານສາມຢ່າງ ໃນແງ່ແນວຄິດຂອງເຂົາ ເຈົ້າເອງ ແລະ ການປ່ຽນແປງ
ໂດຍພື້ນຖານສາມຢ່າງທີ່ພວກເຮົາທຸກຄົນໄດ້ເຮັດນຳກັນ. ການປ່ຽນແປງທຳອິດ ກໍແມ່ນ
ການເຮັດໃຫ້ ແຫຼມເກົາຫຼີເປັນເຂດປອດນິວເຄລຍ ແມ່ນຄຳຕອບດຽວທີ່ສາມາດຍອມ
ຮັບໄດ້. ມັນເຄີຍເປັນແບບວ່າ ເຈົ້າຈະໄດ້ຍິນການເວົ້າຈາຫຼາຍຢ່າງ ກ່ຽວກັບ ການລະ
ງັບກິດຈະກຳສອງຢ່າງ (ນິວເຄລຍ ແລະ ລູກສອນໄຟ). ມັນ ມີການຮັບຮູ້ວ່າ ມັນໃຊ້ບໍ່
ໄດ້ຜົນອີກແລ້ວ, ເພາະວ່າໂຄງການຕ່າງໆຂອງເຂົາເຈົ້າໄດ້ກ້າວໜ້າໄປໄກໂພດ. ສິ່ງທີ
ສອງກໍແມ່ນ ຈີນ ຮັບຮູ້ວ່ານີ້ແມ່ນບັນຫາໃຫຍ່ແທ້ໆ ລະຫວ່າງ ເກົາຫຼີເໜືອ ແລະ ທົ່ວ
ໂລກ, ລວມທັງບັນຫາລະຫວ່າງ ເກົາຫຼີເໜືອ ແລະ ຈີນ. ມັນເຄີຍມີການເວົ້າ ກ່ຽວກັບ
ວ່ານີ້ແມ່ນບັນຫາອັນແທ້ຈິງ ລະຫວ່າງ ສະຫະລັດ ແລະ ເກົາຫຼີເໜືອ. ຈີນ ຮັບຮູ້ວ່າ ມັນ
ແມ່ນພາລະຂອງ ຈີນ ທີ່ຈະເຮັດໃຫ້ແຫຼມເກົາຫຼີເປັນເຂດປອດນິວເຄລຍ, ແລະນັ້ນກໍ
ແມ່ນຍ້ອນໄພຂົ່ມຂູ່ ກ່ຽວກັບ ການລົ້ມລະລາຍ ໃນລະບົບການຄຸ້ມຄອງທີ່ປ້ອງກັນການ
ແຜ່ ຜາຍລະເບີດນິວເຄລຍນັ້ນ. ມັນຈະເກີດຫຍັງຂຶ້ນຖ້າ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ສົມຮູ້
ຮ່ວມຄິດກັນວ່າ ເຂົາເຈົ້າຕ້ອງມີອາວຸດປ້ອງກັນຕົວໃນວິທີທີ່ຄ້າຍຄືກັບ ເກົາຫຼີເໜືອ.
ແລະ ສິ່ງທີສາມແມ່ນ ຈີນ ຮັບຮູ້ວ່າ ເຂົາເຈົ້າມີອຳນາດບັງຄັບທາງເສດຖະກິດ ເພື່ອແກ້
ໄຂສະຖານະການນີ້.

ດັ່ງທີ່ທ່ານຮູ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຄິດຄົ້ນຂໍ້ຈຳກັດຕໍ່ ເກົາ
ຫຼີເໜືອ ຫຼາຍຂຶ້ນເລື້ອຍໆ, ວາງມາດຕະການ ລົງ ໂທດຕໍ່ ເກົາຫຼີເໜືອ ຫຼາຍຂຶ້ນເລື້ອຍໆ.
ສິ່ງດັ່ງກ່າວນັ້ນຕ້ອງຖືກບັງຄັບໃຊ້ຢ່າງເຄັ່ງຄັດ. ແຕ່ພວກເຮົາຕ້ອງຮັບຮູ້ເຊັ່ນກັນວ່າ ສິ່ງ
ດັ່ງກ່າວນັ້ນຄົງຈະບໍ່ພຽງພໍ.

ທ່ານ ແມັກມາສເຕີ ເວົ້າວ່າ ເກົາຫຼີເໜືອ, ນອກຈາກຖືກກົດດັນຫຼາຍຂຶ້ນແລ້ວ, ຈະບໍ່ສັງ
ລວມວ່າ ມັນແມ່ນຜົນປະໂຫຍດຂອງເຂົາເຈົ້າ ທີ່ຈະລົບລ້າງອາວຸດນິວເຄລຍ.

ທ່ານເວົ້າວ່າ ເຈົ້າບໍ່ສາມາດຍິງລູກສອນໄຟໂດຍປາສະຈາກເຊື້ອໄຟໄດ້, ເຈົ້າເຮັດໄດ້ບໍ?
ແລະ ເກົາຫຼີເໜືອ ແມ່ນເພິ່ງພາອາໄສແຫຼ່ງຊັບພະຍາ ກອນຈາກພາຍນອກຢ່າງສິ້ນເຊີງ
ສຳລັບເຊື້ອໄຟ. ສະນັ້ນມັນບໍ່ມີທາງເລືອກອື່ນນອກຈາກສົງຄາມ, ຖ້າທຸກປະເທດສັງ
ລວມວ່າ ມັນແມ່ນໜ້າທີ່ຂອງເຂົາເຈົ້າທີ່ຈະລົງມືປະຕິບັດໃນທາງທີ່ຮຸນແຮງ ໃນແງ່ຂອງ
ມາດຕະການລົງໂທດ ແລະ ເຮັດໃຫ້ມັນສຳເລັດຢ່າງແທ້ຈິງ.

ໃນຄຳປາໄສຂອງທ່ານ ຄິມ ຈອງ ອຶນ ນັ້ນມັນມີຈັກເທື່ອທີ່ລາວໄດ້ໃຊ້ຄຳວ່າ ຄວາມເປັນ
ນຶ່ງດຽວກັນ? ໃນຄວາມຄິດຂອງລາວມັນແມ່ນຄວາມເປັນນຶ່ງດຽວກັນແນວໃດກັນແທ້?
ຄວາມເປັນນຶ່ງດຽວກັນຂອງເຂົາເຈົ້າພາຍໃຕ້ການປົກຄອງຂອງ ເກົາຫຼີເໜືອ ແລະ ລະ
ບົບທີ່ໄດ້ຮັບຄວາມລົ້ມແຫຼວຂອງເຂົາເຈົ້າ. ຄວາມສຳຄັນແມ່ນຫຍັງ ທີ່ຈະຮັບຮູ້ວ່າ ເກົາ
ຫຼີເໜືອ ກຳລັງສະແຫວງຫາອາວຸດນິວເຄລຍນີ້ ບໍ່ພຽງແຕ່ສຳລັບຈຸດປະ ສົງການປ້ອງກັນ
ຕົວເທົ່ານັ້ນ ແຕ່ເຈົ້າໄດ້ຍິນຄົນໂຕ້ຖຽງກັນກ່ຽວກັບມັນ, ແຕ່ມັນແມ່ນເພື່ອຈຸດປະສົງການ
ຂູ່ເຂັນ ສຳລັບຈຸດປະສົງໃນການໂຈມຕີ ແລະ ໂລກຕ້ອງຮັບຮູ້ບັນຫານັ້ນ.

ມີຄົນຜູ້ໃດທີ່ຄິດວ່າ ຄຳປາໄສດັ່ງກ່າວນັ້ນໄດ້ຮັບປະກັນວ່າ ລາວດື່ມເຫຼົ້ມແຊມເປນຫຼາຍ
ໂພດ ໃນລະຫວ່າງວັນພັກຕ່າງໆ.

ຂ້າພະເຈົ້າຄິດວ່າຄຳປາໄສນັ້ນ, ມັນຂ້ອນຂ້າງຊັດເຈນວ່າ ຈຸດປະສົງແມ່ນຫຍັງ, ເປັນ
ແນວທາງທີ່ບໍ່ມີຄວາມຊຳນິຊຳນານ ເພື່ອຜັກດັນການຕໍ່ສູ້ ລະຫວ່າງ ເກົາຫຼີໃຕ້ ແລະ
ສະຫະລັດ ແນ່ນອນ, ສິ່ງດັ່ງກ່າວນັ້ນແມ່ນຈະບໍ່ເກີດຂຶ້ນ. ການເອົາບາດກ້າວທີ່ທ້າທາຍ,
ສິ່ງທີ່ລາວໄດ້ເຮັດ, ແມ່ນໄດ້ຜັກດັນໃຫ້ບັນດາພັນທະມິດ ໃກ້ຊິດກັນຫຼາຍຂຶ້ນກວ່າເກົ່າ.

ນາງ ເກຣຕ້າ ຖາມວ່າ ຖ້າມາດຕະການລົງໂທດບໍ່ໄດ້ຜົນເດ?

ທ່ານ ແມັກມາສເຕີ ກ່າວວ່າ ສິ່ງທີ່ພວກເຮົາຕ້ອງເຮັດແມ່ນ ກະກຽມທາງເລືອກຕ່າງໆ
ນາໆໃຫ້ແກ່ປະທານາທິບໍດີ. ແລະ ສິ່ງດັ່ງກ່າວນັ້ນ ລວມມີທາງເລືອກດ້ານທະຫານ,
ແລະ ພວກເຮົາບໍ່ໄດ້ມີຄວາມລັບຫຍັງ ກ່ຽວກັບ ມັນ. ພວກເຮົາຈະເຮັດວຽກຢ່າງໃກ້ຊິດ
ກັບບັນດາພັນທະມິດຂອງພວກເຮົາ ໃນຂະນະທີ່ພວກເຮົາພັດທະນາ ແລະ ກຳນົດທາງ
ເລືອກດັ່ງກ່າວນັ້ນ, ແລະ ຈຳເປັນຢ່າງຍິ່ງ ຖ້າພວກເຮົາຕ້ອງກົດດັນການລົບລ້າງອາວຸດ
ນິວເຄລຍຂອງ ເກົາຫຼີເໜືອ ໂດຍປາສະຈາກການຮ່ວມມືຂອງລະບອບການປົກຄອງນັ້ນ,
ພວກເຮົາຕ້ອງເອົາທາງເລືອກພວກນັ້ນ ແລະ ການປະເມີນຄວາມສ່ຽງຂອງພວກເຮົາ
ແລະ ຜົນທີ່ຕາມມາຕ່າງໆໄປໃຫ້ປະທານາທິບໍດີທຳການຕັດສິນໃຈ.”

ກ່ຽວກັບເລື່ອງປາກິສຖານນັ້ນ ນາງ ເກຣຕ້າ ຖາມວ່າ ເປັນຫຍັງຈຶ່ງມີການຂຽນຂໍ້ຄວາມໃນ
Twitter ຈາກປະທານາທິບໍດີ ແລະ ຈຸດປະສົງແມ່ນເພື່ອຫຍັງ?

ທ່ານ ແມັກມາສເຕີ ເວົ້າວ່າ “ຄືວ່າ, ຂ້າພະເຈົ້າຄິດວ່າ ຂໍ້ຄວາມໃນ Twitter ມີຄວາມ
ໝາຍຢ່າງເຫັນໄດ້ຊັດ. ຂ້າພະເຈົ້າໝາຍຄວາມວ່າທ່ານປະທານາທິບໍດີຮູ້ສຶກຫງຸດຫງິດ,
ແລະ ທ່ານໃຫ້ຄຸນຄ່າໃນສິ່ງທີ່ພວກເຮົາຫວັງວ່າ ຈະເປັນການຮ່ວມມືກັບ ປາກິສຖານ,
ແລະທ່ານ ຫງຸດຫງິດທີ່ການປະພຶດຂອງ ປາກິສຖານ ທີ່ເຂົາເຈົ້າສືບຕໍ່ໃຫ້ການສະໜັບ
ສະໜູນກຸ່ມພວກນີ້, ເຂົາເຈົ້າຕິດຕາມພວກກໍ່ການຮ້າຍ ແລະ ກຸ່ມກະບົດຢ່າງເລືອກ
ເຟັ້ນແທ້ໆ ແລະໃຊ້ກຸ່ມອື່ນເປັນອາວຸດໃນນະໂຍບາຍການຕ່າງປະເທດຂອງເຂົາເຈົ້າ.

ທ່ານເວົ້າວ່າ ນີ້ບໍ່ແມ່ນການກ່າວຫາດັ່ງທີ່ບາງຄົນອາດເວົ້າ. ນີ້ແມ່ນຄວາມພະຍາຍາມ
ຂອງພວກເຮົາແທ້ໆເພື່ອສື່ສານຢ່າງຊັດເຈນຕໍ່ ປາກິສຖານ ວ່າ ສາຍພົວພັນຂອງພວກ
ເຮົາແມ່ນບໍ່ສາມາດຮັບເອົານໍ້າໜັກຂອງການຂັດແຍ້ງກັນໄດ້ອີກຕໍ່ໄປ, ແລະ ພວກເຮົາ
ຕ້ອງເລີ່ມເຮັດວຽກຮ່ວມກັນດຽວນີ້ ເພື່ອເຮັດໃຫ້ ອັຟການິສຖານ ມີຄວາມໝັ້ນຄົງໃນ
ທາງທີ່ຈະເປັນຜົນປະໂຫຍດອັນໃຫຍ່ຫຼວງຕໍ່ ປາກິສຖານ ດ້ວຍ. ສິ່ງທີ່ອຶດອັດໃຈໃນເວ
ລານີ້ແມ່ນພວກເຮົາເຫັນ ປາກິສຖານ ປະຕິບັດການຕໍ່ຕ້ານຜົນປະໂຫຍດຂອງປະຊາ
ຊົນຂອງເຂົາເຈົ້າເອງ, ໂດຍການຕິດຕາມກຸ່ມພວກນີ້ຢ່າງເລືອກເຟັ້ນ, ດ້ວຍການສະ
ໜອງບ່ອນຫຼົບລີ້ ແລະ ສະໜັບສະໜູນຖານທີ່ໝັ້ນໃຫ້ພວກ ຕາລີບານ ແລະ ແກນນຳ
ເຄືອຂ່າຍ ຮັກການີ ທີ່ປະຕິບັດການຢູ່ນອກປະເທດ ປາກິສຖານ ໃນຂະນະທີ່ເຂົາເຈົ້າ
ສ້າງໝໍ້ນາຮົກ ໃນຫຼາຍພາກສ່ວນຂອງປະເທດ ປາກິສຖານ ແລະ ອັຟການິສຖານ.”

XS
SM
MD
LG