ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອ ສຳພາດ ຍານາງສີສະຫວັນ ພູທະວົງ Houghton ນັກແຕ້ມ ແລະອາຈານສອນ


ຍານາງສີສະຫວັນ ພູທະວົງ Houghton ນັກແຕ້ມ ແລະອາຈານ ສອນ ຢູ່ມະຫາວິທະຍາໄລ Middle Tennessee State University ສະຫະລັດອາເມຣິກາ.
ຍານາງສີສະຫວັນ ພູທະວົງ Houghton ນັກແຕ້ມ ແລະອາຈານ ສອນ ຢູ່ມະຫາວິທະຍາໄລ Middle Tennessee State University ສະຫະລັດອາເມຣິກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ປະຈຳວັນພະຫັດມື້ນີ້
ເຮົາຈະນຳພາທ່ານໄປຟັງການສຳພາດກັບຍານາງ ສີສະຫວັນ ພູທະວົງ Houghtonອາເມຣິກັນເຊື້ອສາຍລາວ ທີ່ເປັນນັກແຕ້ມ ແລະອາຈານ ສອນຢູ່ທີ່ມະຫາວິທະຍາໄລ
Middle Tennessee State University ຕັ້ງຢູ່ພາກຕາເວັນອອກສຽງໃຕ້ຂອງສະ
ຫະລັດ.ສີສະຫວັນ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ລັດ Kansas ສະຫະລັດອາເມຣິກາ ກັບ
ຄອບຄົວ ໃນປີ 1980 ເວລານາງມີອາຍຸໄດ້ 4 ປີ. ເລື່ອງຄວາມເປັນມາຂອງ
ສີສະຫວັນ ເປັນຢ່າງໃດ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

"ແຕ້ມຮູບຕົນເອງ" ຫລື Self portrait.
"ແຕ້ມຮູບຕົນເອງ" ຫລື Self portrait.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວມື້ນີ້ ຂ້າພະເຈົ້າຂໍແນະນຳ
ທ່ານ ໃຫ້ຮູ້ຈັກກັບ ຍານາງສີສະຫວັນ ພູທະວົງ Houghton ນັກແຕ້ມ ແລະອາຈານ
ສອນຢູ່ມະຫາວິທະຍາໄລ Middle Tennessee State University. ສີສະຫວັນ
ເປັນແມ່ຍິງອາເມຣິກັນເຊື້ອສາຍລາວ ທີ່ສະແຫວງຫາການສຶກສາຊັ້ນສູງມາແຕ່ນ້ອຍ
ພ້ອມທັງມີພອນສະຫວັນ ດ້ານການວາດແຕ້ມ ຈົນໄດ້ກາຍມາເປັນ ອາຈານສອນ.
ສີສະຫວັນ ເປັນລູກສາວຫລ້າ ຂອງທ່ານໄມພອນ ແລະຍານາງກົງສີ ພູທະວົງ ແລະ
ມີອ້າຍເອື້ອຍນ້ອງນຳກັນຫ້າຄົນ ຊຶ່ງແຕ່ລະຄົນ ແມ່ນສຳເລັດການສຶກສາຂັ້ນມະຫາ
ວິທະຍາໄລທັງໝົດ.

ຄອບຄົວພູທະວົງ ບໍ່ແຕກຕ່າງຫຽັງກັນກັບບັນດາອົບພະຍົບລາວທົ່ວໄປເມື່ອສີ່ທົດສະ
ວັດກ່ອນ ທີ່ໄດ້ສ່ຽງຊີວິດ ເອົາໂຕຫລົບໜີອອກຈາກບ້ານເກີດເມືອງນອນມາ. ທ່ານໄມ
ພອນ ພໍ່ຂອງສີສະຫວັນ ຫົວໜ້າຄອບຄົວ ອະດີດນາຍແພດປະຈຳສະພາກາແດງ ທີ່
ພົວພັນກັບສະຫະລັດ ໄດ້ມອງເຫັນວ່າ ຈະບໍ່ມີຄວາມປອດໄພ ຈຶ່ງໄດ້ຕັດສິນໃຈ ພາ
ຄອບຄົວຂ້າມມາຢູ່ສູນອົບພະຍົບໜອງຄາຍ. ແຕ່ວ່າທ່ານໄມ ໄດ້ຕິດຄຸກຢູ່ໃນປະເທດ
ໄທ ຊົ່ວລະຍະນຶ່ງ ກ່ອນທີ່ຈະໄດ້ມາເຕົ້າໂຮມກັບຄອບຄົວ ຢູ່ໃນສູນອົບພະຍົບໜອງ
ຄາຍ ປະເທດໄທ.

ໃນປີ 1980 ຄອບຄົວພູທະວົງ ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນລັດ Kansas ຢູ່ພາກກາງ
ຊຶ່ງເປັນລັດອູ່ເຂົ້າອູ່ນໍ້າ ອຸດສາຫະກຳປູກເຂົ້າເບຼ ແລະລ້ຽງສັດທີ່ສຳຄັນສຸດຂອງສະຫະ
ລັດ ແລະຢູ່ທີ່ນັ້ນ ເປັນບ່ອນທີ່ສີສະຫວັນໄດ້ເຕີບໃຫຍ່ ຢູ່ປະປົນກັບພວກເດັກນ້ອຍອາ
ເມຣິກັນທ້ອງຖິ່ນ. ສີສະຫວັນ ຮຽນຈົບຈາກມັດທະຍົມ Winfield ສຳເລັດປະລິນຍາຕີ
ທີ່ມະຫາວິທະຍາໄລ Kansas ທີ່ລັດ Kansas ແລະສຳເລັດປະລິນຢາໂທຝ່າຍສິນລະ
ປະການແຕ້ມ ຫລື Fine Arts ທີ່ມະຫາວິທະຍາໄລ Carbondel University ທີ່ລັດ
Illinois ຕັ້ງຢູ່ພາກກາງຂອງສະຫະລັດ ຊຶ່ງ​ສີສະ​ຫວັນ ​ໄດ້​ກ່າວ​ເຖິງ​ການມັກ​ແຕ້​ມຮູບຕໍ່
ວີ​ໂອ​ເອວ່າ:

"ຝົນເຫລືອງ" ຫລື Agent Orange.
"ຝົນເຫລືອງ" ຫລື Agent Orange.

ລິງໂດຍກົງ


ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານມາ​ນີ້ ສີສະ​ຫວັນ ​ໄດ້ໄປ​ຢ້ຽມຢາມ​ເມືອງ​ລາວ ​ແລະຖືກ​ສົ່ງ​
ໄປ​ສອນ​ແຕ້ມ​ໃຫ້​ແກ່​ເດັກນ້ອຍ​ຢູ່ University World College ທີ່​ພູເກັດ ​ປະ​ເທດ​ໄທ
​ເປັນ​ເວລາ​ສອງ​ອາທິດ ຊຶ່ງ​ສີສະ​ຫວັນ​ໄດ້​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ:

ແມ່ຍິງລາວ-ອາເມຣິກັນ.
ແມ່ຍິງລາວ-ອາເມຣິກັນ.

ລິງໂດຍກົງ

ປັດ​ຈຸ​ບັນ​ນີ້ຮູບແຕ້ມຂອງສີສະຫວັນຈຳນວນ 30 ກວ່າແຜ່ນ ກຳລັງວາງສະແດງຢູ່
Tinney Gallery ໃນນະຄອນ Nashville ລັດ Tennessee ຈາກວັນທີ 11 ຫາ 25
ມີນາ 2017 ມີທັງແຜ່ນນ້ອຍ ແລະໃຫຍ່ເພື່ອຂາຍນຳເອົາລາຍໄດ້ສ່ວນນຶ່ງໄປຊ່ວຍ
ອົງການ “ມໍລະດົກຫລັງສົງຄາມ” ຫລື “Legacy of War” ຊຶ່ງ​ສີສະ​ຫວັນ​ໄດ້​ເລົ່າ​ຕໍ່
​ໄປ​ວ່າ:

ສີສະຫວັນ ແລະໝູ່ເພື່ອນ.
ສີສະຫວັນ ແລະໝູ່ເພື່ອນ.

ລິງໂດຍກົງ

ສິນລະປະວັດທະນະທຳ ແລະມະນຸດສະທຳ ຫລື Arts and Humanities ແມ່ນ
ຫລັກສູດການຮຽນທີ່ມີກຽດ ຂອງປະເທດອຸດສາຫະກຳທີ່ຮັ່ງມີ ເຊັ່ນວ່າ ປະຫວັດສາດ
ພູມີສາດ ສັງຄົມສາດ ປັດຊະຍາ ການປະພັນຕ່າງໆ ການອອກແບບ ການຟ້ອນ ດົນຕີ ໂດຍສະເພາະການແຕ້ມ ທີ່ພວກນັກສິນລະປິນ ພາກັນແຂ່ງຂັນທ້າທາຍໃຊ້ເທັກນິກ ແລະລະບາຍຈີນຕະນາການຂອງເຂົາເຈົ້າອອກມາ​. ການ​ເຂົ້າ​ໃຈ​ສິນລະປະ​ຮູບ​ແຕ້ມ​
ນັ້ນ ແມ່ນພື້ນຖານ​ວັດ​ແທກວັດທະນະ​ທຳ ​ແລະ​ສັງຄົມ ຊຶ່ງ​ສີສະ​ຫວັນ​ໄດ້​ອະທິ​ບາຍ​ວ່າ:

"ຝົນເຫລືອງ" ຫລື Agent Orange .
"ຝົນເຫລືອງ" ຫລື Agent Orange .

ລິງໂດຍກົງ

“ປັດ​ຈຸ​ບັນ​ນີ້​ຂ້າ​ນ້ອຍກຳລັງ​ແຕ້ມ​ຮູບ abstract ຊຶ່ງ​ເປັນ​ຮູບທີ່​ສັບສົນ​ໄປ​
ດ້ວຍສີສັນຕ່າງໆ​ທີ່​ລະບາຍ​ອອກ​ມາ ທ້າທາຍ​ບອກ​ໃຫ້​ຮູ້ວ່າ ​ເປັນອົບ​ພະ​
ຍົບ ແລະຄົນເຂົ້າເມືອງໂດຍລະບາຍ​ອອກ​ມາ ​ເຖິງ​ການ​ເຄື່ອນ​ໄຫວເໜັງ​ຕີງ
ຂອງຮູບ ຂອບສີສັນທີ່ສື່ໆ
ເປັນ​ຫລ່ຽມ ​ໃຊ້​ສີ​ແຈ້​ງອົບ​ອຸ່ນ​ທີ່​ເປັນ​ສັນຍາ​ລັກ​ພື້ນ​
ເມືອງລາວເຊັ່ນສີນີອອນ ສີຂຽວ ແລະສີແດງ. ທີ່​ບອກ​ເຖິງ​ການ​ຖືກ​ຍົກຍ້າຍ
ຄວາມຄາດໝາຍຂອງແມ່ຍິງ. ນອກນັ້ນມັນ​ຍັງ​ເຮັດ​ໃຫ້​ຕາ​ເຮົາ​ເບິ່ງ​ຮູບ ​ເຮັດ​
ໃຫ້
ຜູ້​ເບິ່ງ​ຜູ້ຊົມມີຄວາມສັບສົນ ທັງຍັງບໍ່ເຂົ້າໃຈເຖິງ​ການ​ແຕ້ມ ​ເຂົາ​ເຈົ້າ​ອາດ​
ຈະມີຄວາມຮູ້ສຶກແນວໃດແນວ
ນຶ່ງ​ກ່ຽວ​ກັບ​ຮູບແຕ້ມ. ​ຫົວເລື່ອງຂອງຮູບ​ແຕ້ມ​
ນີ້
​ກ່ຽວ​ກັບ Agent Orange ຊຶ່ງ​ໝາຍ​ເຖິງ “ຝົນສີ​ເຫລືອ​ງ”ທີ່​ເປັນ​ເຄ​ມີຖິ້ມລົງ​
ໃສ່​ປະຊາຊົນ​ສະ​ໄໝ​ສົງຄາມ ເພາະສະ​ນັ້ນ​ຮູບ​ແຕ້ມ​ບາງ​ແຜ່ນ​ຈຶ່ງຈະ​ເນັ້ນ​ໜັກ
ໃຫ້​ເຫັນສີ​ເຫລືອງແຈ້ງ ທີ່​ສັບສົນ​ປົນ​ກັບ​ສີ​ອື່ນໆ ​ເພື່ອ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈເຖິງ​
ປະຫວັດຄວາມ​ເປັນ​ມາທີ່​ພົວພັນກັບມັນ ຊຶ່ງຫລາຍໆຄົນໄດ້ຍິນກ່ຽວກັບສົງ
ຄາມ​ຫວຽດນາມຫລື​ເສັ້ນທາງ​ໂຮ​ຈີ​ມິນ ທີມີຄວາມຍາວຫລາຍພັນໄມ ບ່ອນທີ່
ຖືກຖິ້ມລະ
ເບີດ​ລົງໃສ່​ໃນ​ສົງ​ຄາມ​ຫວຽດນາມ​ ແລະ​ສົງ​ຄາມ​ລັບ​ຢູ່​ໃນ​ລາວ​ ທີ່​
ຫລາຍໆຄົນ​ບໍ່​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້.”

ສີສະຫວັນ ເຖິງແມ່ນວ່າ ຈະໄດ້ມາເຕີບໃຫຍ່ຢູ່ໃນສະຫະລັດແຕ່ຍັງນ້ອຍກໍຕາມ ແຕ່
ຍັງສາມາດປາກເວົ້າພາສາລາວໄດ້ດີ. ນອກນັ້ນ​ແລ້ວ ​ສີສະ​ຫວັນຍັງເປັນແມ່ບ້ານທີ່ດີ
ສາມາດ ຄົວກິນອາຫານພື້ນເມືອງລາວ ຊຶ່ງສີສະຫວັນ ໄດ້ກ່າວມ້ວນທ້າຍຕໍ່ວີໂອເອ
ກ່ຽວກັບ​ເລື່ອງນີ້ວ່າ:

ຮູບແຕ້ມລູກສາວທີ່ໜ້າຮັກສອງຄົນ.
ຮູບແຕ້ມລູກສາວທີ່ໜ້າຮັກສອງຄົນ.

ລິງໂດຍກົງ

ກະລຸນາເວົ້າໄປເບິ່ງໜ້າເວັບໄຊ ວີໂອເອ ເພື່ອຕິດຕາມເບິ່ງຮູບແຕ້ມ ​ແລະ​ວີ​ດີ​ໂອ
ຂອງສີສະຫວັນໄດ້ທີ່ lao.voanews.com ຫລືພາຍໃຕ້ຫົວເລື່ອງ ຊີວິດຊາວລາວ.

XS
SM
MD
LG