ໃນລາຍການຊີວິດຂາວລາວ ແລງວັນພະຫັດມື້ນີ້ ເຮົາຈະພາ
ທ່ານໄປຟັງການສຳພາດ ກັບທ່ານຈຸ່ງ ຈຳປານະຄອນ ນັກຂັບ
ລົດບັນທຸກຂະໜາດໃຫຍ່ ຈາກ ລັດ Virginia ໄປຫາ ລັດ
Massachusetts ແລະລັດຕ່າງໆ ທີ່ຢູ່ເລາະລຽບແຄມຝັ່ງ
ມະຫາສະມຸດ Atlabntic ທາງພາກຕາເວັນອອກຂອງ
ສະຫະລັດ. ທ່ານຈຸ່ງ ໃຊ້ເວລາຂັບລົດຄົນດຽວ ໂດດດ່ຽວຢູ່
ບ່ອນຂັບລົດ ຫລາຍສິບຊົ່ວໂມງຕໍ່ມື້ ຢຸດພັກຜ່ອນ ອາບນຳ້
ກິນເຂົ້າ ນອນພໍໄດ້ແຮງ ແລ້ວກໍຂັບຕໍ່ເພື່ອນຳສົ່ງສິນຄ້າໃຫ້
ທ່ວງທັນກັບເວລາ. ສ່ວນວ່າຊີວິດເບື້ອງຕົ້ນທີ່ໄດ້ນຳພາ
ທ່ານຈຸ່ງ ມາປະກອບອາຊີບຂັບລົດບັນທຸກໜັກດັ່ງກ່າວ
ເປັນມາຢ່າງໃດ ເຮົາຂໍເຊີນທ່ານພົບກັບ ກິ່ງສະຫວັນໄດ້
ໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າຈະພາທ່ານໄປຮຽນຮູ້ກ່ຽວກັບ ວິຊາອາຊີບ
ນັກຂັບລົດບັນທຸກໜັກຢູ່ໃນ ສະຫະລັດ ອາເມຣິກາ. ຫລາຍໆທ່ານອາດຄິດວ່າ ວິຊາອາ
ຊີບ ດັ່ງກ່າວ ເປັນວຽກກຳມະກອນ ວຽກຊັ້ນຕໍ່າ ແລະບໍ່ໄດ້ເງິນຫລາຍ. ຄຳຕອບກໍຄື ມັນ
ແລ້ວແຕ່ສະພາບການ. ແຕ່ກ່ອນອຶ່ນ ເຮົາຕ້ອງເຂົ້າໃຈເຖິງ ສິ່ງແວດລ້ອມທັງໝົດ ກ່ຽວ
ກັບການຂັບລົດບັນທຸກຂົນສົ່ງ. ຢູ່ພາຍໃຕ້ກົດລະບຽບອັນເຄັ່ງຄັດທີ່ສຸດ ຢູ່ໃນ ສະຫະລັດ
ວ່າເປັນລົດຊະນິດໃດ ຂັບໃນລະຍະທາງໄກຫລາຍປານໃດ. ກ່ອນຈະໄດ້ໃບຂັບຂີ່ຕ້ອງ
ເຮັດຢ່າງໃດ ແລະຊີວິດຂອງບັນດານັກຂັບລົດບັນທຸກເລົ່ານີ້ ເຂົາເຈົ້າປະຕິບັດ ແລະຢູ່
ກິນກັນຢ່າງໃດ.
ກ່ອນຈະໄດ້ໃບຂັບຂີ່ ລົດບັນທຸກໜັກທີ່ຮ້ອງວ່າ tractor trailer
ຜູ້ຂັບຕ້ອງໄດ້ຜ່ານການອົບຮົມ ເປັນເວລານຶ່ງເດືອນ ຄ່າຮຽນປັດ
ຈຸບັນແມ່ນ 3000 ກວ່າໂດລາ ຮຽນກ່ຽວກັບພື້ນຖານການຂັບລົດ
ຂົນສົ່ງຂະໜາດໃຫຍ່ ທີມີຄວາມຍາວເຖິງ 53 ຟິດ ຫລື 16 ແມັດ
ກວ່າ. ວິຊາອາຊີບຂັບລົດບັນທຸກ ເປັນວຽກທີ່ໂດດດ່ຽວ ນັ່ງຢູ່
ບ່ອນດຽວ ຂັບໃນລະຍະຍາວ ຫລາຍຮ້ອຍໄມລ ໃນແຕ່ລະມື້
ແລ່ນຜ່ານລັດຕ່າງໆ ເຫັນທິວທັດທຳມະຊາດ ແລະເຫັນຫລາຍ
ບ້ານຫລາຍເມືອງ. ເພາະສະນັ້ນ ຜູ້ຂັບຕ້ອງຕັ້ງສະຕິໃຫ້ທຸ່ນທ່ຽງ
ຫລີກເວັ້ນການເຫງົານອນ ທົນທານຕໍ່ຄວາມອິດເມື່ອຍ ຂັບລົດ
ໄປຕາມທີ່ຮາບພຽງ ຮ່ອມພູເຫວຊັນ ທຸກໆສະພາບດິນຟ້າອາກາດ ແລະພະຍາຍາມ ຫລີກເວັ້ນອຸບປະສັກທຸກຢ່າງ.
ບັນດານັກຂັບລົດ ຕ້ອງໄດ້ຢຸດເຊົາເມື່ອຍຢູ່ບ່ອນພັກເຊົາ ບ່ອນຈອດລົດບັນທຸກຂົນສົ່ງ ມີ
ຫ້ອງອາບນ້ຳໃຫ້ໃຊ້ ບ່ອນຊັກເຄື່ອງ ຮ້ານອາຫານ ແຕ່ຕ້ອງໄດ້ນອນຢູ່ໃນຫ້ອງ cabin
ຫລື ບ່ອນນອນຫ້ອງນ້ອຍໆ ຢູ່ຫົວລົດຫລັງບ່ອນຂັບນັ້ນ. ຊີວິດຂອງບັນດານັກຂັບລົດບັນ
ທຸກຂົນສົ່ງ ຕ້ອງໄດ້ໜີຈາກຄອບຄົວ ແຕ່ລະເທື່ອຫລາຍໆມື້ ຫລືຫລາຍໆອາທິດຈຶ່ງໄດ້ກັບ
ຄືນບ້ານ ແລ້ວແຕ່ລະຍະທາງຈຸດໝາຍຂອງການຂົນສົ່ງ.
ສະຫະລັດ ອາເມຣິກາ ເປັນປະເທດທີ່ກວ້າງໃຫຍ່ໄພສານ ມີເນື້ອທີ່ຢູ່ 3.806 ລ້ານຕາລາງ
ໄມລ ເພາະສະນັ້ນ ເພື່ອຄວາມສະດວກໃນການຂົນສົ່ງໂດຍທາງລົດ ແຕ່ເໜືອຮອດໃຕ້
ແລະຈາກຕາເວັນອອກ ຫາຕາເວັນຕົກ ເຂົາເຈົ້າມີຖະໜົນຫລວງທີ່ຮ້ອງວ່າ ຟຣີເວ
(freeway) ຢູ່ທົ່ວປະເທດ ຮວມຄວາມຍາວທັງໝົດເຖິງ 46,876 ໄມລ ທີ່ ປາດສະຈາກ ໄຟຈາລະຈອນ ແລະລົດຕ້ອງແລ່ນດ້ວຍຄວາມໄວລະຫວ່າງ 55 ຫາ 70 ໄມລ ຕໍ່ຊົ່ວໂມງ.
ຢູ່ເທິງຖະໜົນຟຣີເວ ດັ່ງກ່າວນີ້ ມີຊາວລາວ-ອາເມຣິກັນ ຫລາຍໆຄົນພາກັນປະກອບອາ
ຊີບນີ້ ຮວມກັບບັນດານັກຂັບລົດຂົນສົ່ງຫລາຍຊະນິດ ທີ່ເຂົາເຈົ້າພາກັນຂັບໃນລະຍະສັ້ນ
ລະຍະປານກາງ ແລະຂ້າມປະເທດ ທີ່ຈະຕ້ອງໃຊ້ເວລາ ໃຊ້ຄວາມຊຳນິຊຳນານ ເພື່ອນຳ
ເອົາສິນຄ້າໄປສົ່ງໃຫ້ເຖິງຈຸດທີ່ໝາຍ ດ້ວຍຄວາມປອດໄພ ແລະກົງກັບເວລາ.
ທ່ານຈຸ່ງ ຈຳປານະຄອນ ລາວ-ອາເມຣິກັນ ນັກຂັບລົດຂົນສົ່ງຈາກ ລັດ Virginia ໄປຫາ
ລັດ Massachusetts ແລະລັດອື່ນໆທີ່ຢູ່ເລາະລຽບຝັ່ງມະຫາສະມຸດ Atlantic ທາງທິດ ຕາເວັນອອກ ຂອງສະຫະລັດ ໄດ້ເລົ່າຊີວິດພະຈົນໄພເບື້ອງຕົ້ນກ່ອນຈະມາເປັນຄົນຂັບ
ລົດຂົນສົ່ງສູ່ ວີໂອເອ ວ່າ :
ລາຍໄດ້ຂອງບັນດານັກຂັບລົດບັນທຸກຂົນສົ່ງ ຂຶ້ນຢູ່ກັບຄວາມສາມາດ ແລະມີຢູ່ສາມທາງ
ເລືອກດ້ວຍກັນຄື ນຶ່ງ ຂັບໃຫ້ບໍລິສັດໂດຍກົງ ກິນເງິນເດືອນເລີ້ມຕົ້ນປີນຶ່ງລະລະຫວ່າງ 35,000 ຫາ 45,000 ໂດລາ ແລ້ວ ຫລັງຈາກນັ້ນຈຶ່ງເພີ້ມຂື້ນໄປຕາມລຳດັບ. ສອງມາແມ່ນ
ມີລົດຂອງຕົນເອງ ພຽງແຕ່ໄປແກ່ເອົາຕູ້ບັນທຸກເຄື່ອງທີ່ຫ້າງຫາລໍຖ້າໄວ້ໃຫ້ ແລ້ວນຳໄປສົ່ງ
ໃຫ້ເຖິງຈຸດໝາຍ. ວິທີ່ນີ້ ຜູ້ເປັນເຈົ້າຂອງລົດ ກິນເງິນເປີເຊັນການຂົນສົ່ງ ຊຶ່ງຕົກສະເລ່ຍຢູ່
ປະມານ ເກືອບສອງແສນໂດລາຕໍ່ປີ. ສາມ ໃຊ້ລົດຕົນເອງທັງໝົດ ຮັບເໝົາໂດຍກົງຈາກ
ບໍລິສັດ ວິທີນີ້ໄດ້ລາຍໄດ້ສູງສຸດເຖິງ ສອງຫາສາມແສນໂດລາ ຕໍ່ປີ ແຕ່ວ່າມີຄວາມສ່ຽງສູງ ແລະມີຄວາມຮັບຜິດຊອບສູງ ຊຶ່ງ ທ່ານຈຸ່ງ ໄດ້ເຫລົ່າສູ່ ວີໂອເອ ເປັນຂັ້ນຕອນສູ່ຟັງດັ່ງນີ້.
ປັດຈຸບັນນີ້ທ່ານຈຸ່ງ ໄດ້ສ້າງຄອບຄົວ ອ້ອມລ້ອມໄປດ້ວຍຍາດຕິພີ່ນ້ອງທີ່ໃກ້ຊິດ ຕັ້ງຖີ່ນ ຖານຢູ່ ເມືອງ Harrisonburg ເມືອງນ້ອຍໆ ມີຄວາມສະຫງົບ ງົດງາມ ມີທົ່ງຫຍ້າຂຽວ
ງາມຢູ່ຕີນພູ ຫ່າງຈາກນະຄອນຫລວງ ວໍຊິງຕັນ ດີ.ຊີ ໄປ 131 ໄມລ໌ ຫລື 211 ກິໂລແມັດ.