ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ສຳ​ພາດ​: ອະ​ດີດ​ຜູ້​ບັນ​ຊ​າ​ການ​ເຊັນ​ຄອມ ກ່າວ​ວ່າ ສະ​ຫະ​ລັດ ບໍ່​ໄດ້​ປອດ​ໄພ​ເພີ້ມ​ຂຶ້ນ ຫຼັງ​ຈາກ​​ຖອນ​ທະ​ຫານອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ


​ເທິງ​ຊ້າຍ - ນາຍ​ພົນ​ເບ້ຍ​ບຳ​ນານ​ທະ​ຫານ​ມາ​ຣີນ ແຟ​ຣັງ ແມັກ​ເຄັນ​ຊ​ີ, ເທິງ​ຂວາ - ນາຍ​ພົນ​ກອງ​ທັບ​ບົກ ໂຈ​ເຊັບ ໂວ​ແທ​ລ, ລຸ່ມ​ຂວາ - ທ່ານ​ຮາ​ຊິບ ອາ​ລີ​ໂກ​ໄຊ ຫົວ​ໜ້າ​ພະ​ແນກ​ພາ​ສາ​ອັ​ຟ​ກາ​ນິ​ສ​ຖານ​ຂອງວີ​ໂອ​ເອ ແລະ​ລຸ່ມ​ຊ້າຍ ຄາ​ລາ ບາບ ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈຳ​ທຳ​ນຽບ​ຫ້າ​ແຈ.
​ເທິງ​ຊ້າຍ - ນາຍ​ພົນ​ເບ້ຍ​ບຳ​ນານ​ທະ​ຫານ​ມາ​ຣີນ ແຟ​ຣັງ ແມັກ​ເຄັນ​ຊ​ີ, ເທິງ​ຂວາ - ນາຍ​ພົນ​ກອງ​ທັບ​ບົກ ໂຈ​ເຊັບ ໂວ​ແທ​ລ, ລຸ່ມ​ຂວາ - ທ່ານ​ຮາ​ຊິບ ອາ​ລີ​ໂກ​ໄຊ ຫົວ​ໜ້າ​ພະ​ແນກ​ພາ​ສາ​ອັ​ຟ​ກາ​ນິ​ສ​ຖານ​ຂອງວີ​ໂອ​ເອ ແລະ​ລຸ່ມ​ຊ້າຍ ຄາ​ລາ ບາບ ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈຳ​ທຳ​ນຽບ​ຫ້າ​ແຈ.

ສະ​ຫະ​ລັດ​ບໍ່​ໄດ້​ມີ​ຄວາມ​ປອດ​ໄພ​ເພີ້ມ​ຂຶ້ນ ຫຼັງ​ຈາກ​ໄດ້​ມີ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ແລະ​ການ​ຕັດ​ສິນ​ໃຈ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແລະ​ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ຖອນ​ກຳ​ລັງຂອງສະ​ຫະ​ລັດ​ທັງ​ໝົດ​ອອກ​ຈາກ​ອັ​ຟກາ​ນິ​ສ​ຖານໄດ້​ເຮັດ​ໃຫ້​ນະ​ຄອນ​ຫຼວງ​ກາ​ບູ​ລ​ແຕກ ອີງ​ຕາມ​ບັນ​ດາ​ຜູ້​ບັນ​ຊາ​ການ​ທີ່​ກຳ​ກັບ​ນຳ​ການ​ມີ​ໜ້າ​ຂອງ​ທະ​ຫານ​ສະ​ຫະ​ລັດ​ໃນ​ອັ​ຟ​ກາ​ນິ​ສ​ຖານແລະ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ນາຍ​ພົນ​ເບ້ຍ​ບຳ​ນານ​ແຟ​ຣັງ ແມັກ​ເຄັນ​ຊີ (Frank McKenzie) ຜູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ຫຼື​ເຊັນ​ຄອມ ແຕ່​ປີ 2019 ຫາ 2022 ແລະ​ນາຍ​ພົນ​ເບ້ຍ​ບຳ​ນານ​ໂຈ​ເຊັບ ໂວ​ແທ​ລ (Joseph Votel) ຜູ້​ບັນ​ຊາ​ການ​ເຊັນ​ຄອມ​ແຕ່​ປີ 2016 ຫາ 2019 ໄດ້​ໃຫ້​ສຳ​ພາດ​ເປັນ​ພິ​ເສດ​ແກ່​ວີ​ໂອ​ເອ​ໃນ​ວັນ​ຈັນ​ວານນີ້ ກ່ຽວ​ກັບ​ສົງ​ຄາມ​ເປັນ​ເວ​ລາ​ເກືອບ 20 ປີ​ຂອງ​ສະ​ຫະ​ລັດແລະ​ອົງ​ການ​ເນ​ໂຕ້​ຢູ່​ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ.

ນາຍ​ພົນ​ແມັກ​ເຄັນ​ຊີ ທີ່​ໄດ້​ແນະ​ນຳ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຮັກ​ສາ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ໄວ້​ໃນ​ປະ​ເທດ​ດັ່ງ​ກ່າວ​ຢ່າງ​ໜ້ອຍ 2,500 ຄົນ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ວ່າ ພວກ​ເຮົາ​ມີ​ຄວາມ​ປອດ​ໄພ​ຫຼາຍ​ຂຶ້ນ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ.”

ສ່ວນ​ນາຍ​ພົນ​ໂວ​ແທ​ລກ່າວ​ວ່າ “ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ພວກ​ເຮົາ​ບໍ່​ຮູ້​ຈັກ​ກ່ຽວ​ກັບ​ອົງ​ການ​ຕ່າງໆ ອົງ​ການ​ກໍ່​ການ​ຮ້າຍ ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ພາກ​ພື້ນ​ດິນ. ຂ້າ​ພະ​ເຈົ້າບໍ່​ຄິ​ດວ່າ ພວກ​ເຮົາ​ມີ​ສະ​ຖຽນ​ລະ​ພາບ​ຫຼື​ມີ​ຄວາ​ມ​ປອດ​ໄພ​ເພີ້ມ​ຂຶ້ນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ອັ​ຟ​ກາ​ນິ​ສ​ຖານ​ບໍ່​ມີ​ຄວາມ​ທຸ່ນ​ທຽງ​ຕື່ມ​ຂຶ້ນ ແລະ​ດ້ວຍ​ເຫດ​ຜົນ​ດັ່ງ​ກ່າວ ເຮັ​ດ​ໃຫ້​ຂົງ​ເຂດ​ນີ້ ​ມີ​ຄວາມ​ບໍ່​ທຸ່ນ​ທ່ຽງ​ຫຼາຍ​ຂຶ້ນ.”

ນາຍ​ພົນ​ແມັກ​ເຄັນ​ຊີ ໄດ້​ກ່າວ​ຢ້ຳ​ວ່າ ການ​ເກັບ​ກຳ​ຂໍ້​ມູນ​ສື​ບ​ລັບ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ຫຼຸດ​ລົງ​ ຍັງ​ເຫຼືອ​ຢູ່​ແຕ່​ພຽງ​ເລັກ​ນ້ອຍ ກ່ອນ​ທີ່​ພວກ​ເຮົາ​ຖອນ​ກຳ​ລັງ​ອອກ ແລະ​ນາຍ​ພົນ​ໂວ​ແທ​ລ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ໃນ​ຂະ​ນະ​ທີ່​ການ​ໂຈມ​ຕີທາ​ງ​ອາ​ກາດ​ຂອງ​ສະຫະ​ລັດ ຕໍ່​ທ້າວ​ເອ​ແມນ ອາ​ລ​-ຊາ​ວາ​ຮີ​ຣີ ຜູ້​ນຳ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ອາ​ລ​ກາ​ອີ​ດາ ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ຫະ​ລັດ​ຍັງ​ຮັກ​ສາ​ຄວາມ​ສາ​ມາດ​ໃນ​ດ້ານ​ສືບ​ລັບ​ໄວ້​ຢູ່ ຄວາມ​ຈິງ​ແລ້ວ ການ​ໂຈມ​ຕີແບບ​ດັ່ງ​ກ່າວ​ໃນ​ເດືອນນີ້​ແມ່ນ​ເປັນ​ເທື່ອ​ທຳ​ອິດ ນັບ​ແຕ່​ສະ​ຫະ​ລັດ​ໄດ້​ຖອນ​ກຳ​ລັງ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ​ໃນ​ປີ​ກາຍໄດ້​ເຜີຍ​ໃຫ້​ເຫັນ​ວ່າ​ສະ​ຫະ​ລັດ​ຍັງ​ມີ​ວຽກ​ການ​ທີ່​ຕ້ອງ​ໄດ້​ເຮັດ​ຢູ່​ທີ່ນັ້ນ.

ນາຍ​ພົນ​ທັງ​ສອງ​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຖອນ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ໃນ​ທີ່​ສຸດ​ໄດ້​ເຮັດ​ໃຫ້​ນະ​ຄອນ​ຫຼວງ​ກາ​ບູ​ລ​ແຕກນັ້ນ ເປັນ​ການ​ຕັດ​ສິນ​ໃຈ​ທີ່ກວມ​ເອົາ​ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ທ່ານ. ບັນ​ດາ​ປະ​ທາ​ນາ​ທິ​ບໍ​ດີ​ແມ່ນ​ຮັບ​ໜ້າ​ທີ່​ເປັນ​ຜູ້​ບັນ​ຊາ​ການ​ສູງ​ສຸດ​ຂອງກອງ​ທັບ​ໃນ​ຂະ​ນະ​ທີ່​ຍັງ​ກຳ​ຕຳ​ແໜ່ງ​ຢູ່ ແລະ​ພວກ​ນາຍ​ທະ​ຫານ​ອະ​ວຸ​ໂສ​ໄດ້​ສະ​ເໜີ​ທາງ​ເລືອກ​ໃຫ້​ແກ່​ຜູ້​ນຳ​ພົນ​ລະ​ເຮືອນ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ຜູ້​ນຳ​ພົນ​ລະ​ເຮືອນ​ເຫຼົ່າ​ນັ້ນ.

ທ່ານ​ໄບ​ເດັນ ​ໄດ້​ກ່າວ​ປ້ອງ​ກັນ​ ການ​ຕັດ​ສິນ​ໃຈ​ຂອງ​ທ່ານ ໂດຍ “ແນ​ໃສ່​ເພື່ອ​ປົກປ້ອງ​ຊີ​ວິດຂອງ​ຊາວ​ອາ​ເມ​ຣິ​ກັນ” ໂດຍ​ກ່າວ​ວ່າ ໃນ​ມື້​ສຸດ​ທ້າຍ​ຂອງ​ການ​ຖອນ​ກຳ​ລັງ​ທະ​ຫານ​ໃນ​ປີ​ກາຍນີ້ ທີ່​ວ່າ​ທ່ານ “ຈະ​ບໍ່​ຕໍ່​ອາ​ຍຸ​ສົງ​ຄາມ​ທີ່​ບໍ່​ມີມື້​ສິ້ນ​ສຸດ” ແລະ​ຈະ​ບໍ່​ຕໍ່​ເວ​ລາ “ການ​ຖອນ​ຕົວ​ຕະ​ຫຼອດ​ໄປ” ຈາກ​ອັ​ຟ​ກາ​ນິ​ສ​ຖານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG