ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດຜູ້ບັນຊາການ CENTCOM ກ່າວວ່າ ສ​ຫລ ບໍ່ມີຄວາມປອດໄພເພີ້ມຂຶ້ນ ລຸນຫຼັງທີ່ຖອນທະ​ຫານ ອອກຈາກອັຟການິສຖານ


VOA Exclusive: Ex-CENTCOM Commanders Say US Not Safer Following Afghanistan Withdrawal
please wait

No media source currently available

0:00 0:03:37 0:00

ລາຍງານກ່ຽວກັບ ການສະແດງຄວາມເຫັນຂອງອະດີດຜູ້ບັນຊາການ CENTCOM.

ເປັນເວລານຶ່ງປີຫຼັງຈາກສະຫະລັດໄດ້ຖອນອອກຈາກປະເທດອັຟການິສຖານ, ຄໍາຖາມຕ່າງໆຍັງຄົງມີຢູ່ວ່າ ການຖອນກໍາລັງຂອງທະຫານສະຫະລັດ ອອກມານັ້ນ ແມ່ນການຕັດສິນໃຈ ທີ່ຖືກຕ້ອງແລ້ວບໍ? ຄາລາ ບາບ (Carla Babb) ນັກຂ່າວ VOA ປະຈໍາທໍານຽບ 5 ແຈ, ໄດ້ສົນທະນາພິເສດກັບຜູ້ບັນ ຊາການທະຫານສອງຄົນສຸດທ້າຍ ຂອງກອງບັນຊາການກໍາລັງທະຫານສະຫະ ລັດໃນພາກຕາເວັນອອກກາງ ຫຼື CENTCOM ເພື່ອກຳ​ກັບ ​ນຳ​ການ​ເຮັດສົງ ຄາມຢູ່ໃນອັຟການິສຖານ ເຊິ່ງກ່າວວ່າມັນບໍ່ສົມຄວນ. ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ເດືອນສິງຫາຂອງປີທີ່ຜ່ານມາ, ໃນຂະນະທີ່ກອງທັບສະຫະລັດກໍາລັງສໍາເລັດການຖອນກອງກໍາລັງ ອອກຈາກອັຟການິສຖານ, ກອງກໍາລັງທະຫານຂອງປະເທດອັຟການິສຖານໄດ້ຫຼົ້ມສະຫຼາຍລົງໄປທົ່ວປະເທດຄືກັນກັບໝາກໂດມີ
ໂນ (Dominoes). ກຸ່ມກະບົດຕາລິບານໄດ້ບຸກເຂົ້າຢຶດເອົານະຄອນຫຼວງກາ
ບູລ, ເຊິ່ງເປັນສາເຫດເຮັດໃຫ້ມີການອົບພະຍົບທີ່ສັບສົນວຸ້ນວາຍ.

ນຶ່ງປີຕໍ່ມາ, ໃນການສໍາພາດພິເສດຮ່ວມກັບ VOA, ປັດຈຸບັນ ຜູ້ບັນຊາການທະຫານສອງຄົນສຸດທ້າຍທີ່ກຳ​ກັບ​ນຳກອງກໍາລັງທະຫານຂອງສະຫະລັດຢູ່ໃນຂົງເຂດດັ່ງກ່າວໃນເວລານັ້ນ ກໍາລັງພາກັນເປີດເຜີຍ ກ່ຽວກັບສິ່ງທີ່ເກີດຄວາມຜິດພາດ ຢູ່ໃນອັຟການິສຖານ.

ນາຍພົນເບ້ຍບໍານານແຟຣັງ ແມັກເຄັນຊີ (Frank McKenzie), ເຊິ່ງເປັນອະ ດີດຜູ້ບັນຊາການ CENTCOM ກ່າວວ່າ:

“ຄວາມເຊື່ອຂອງຂ້າພະເຈົ້າຄືວ່າ ແກ່ນແທ້ທີ່ເຮັດໃຫ້ເກີດເຫດການເສົ້າສະຫລົດໃຈຕ່າງໆ ໃນເດືອນສິງຫາຂອງປີທີ່ຜ່ານມາແມ່ນການຕັດສິນໃຈຖອນອອກຈາກ ອັຟການິສຖານຂອງພວກເຮົາ ຢ່າງ​ສິ້ນ​ເຊີງ. ແລະ ການຕັດສິນໃຈດັ່ງກ່າວນັ້ນ ໄດ້ກວມລວມເອົາ ການ​ປົກ​ຄອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ທ່ານ.”

ທີມຂອງອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ລົງນາມໃນຂໍ້ຕົກລົງຕາລິບານ ເພື່ອຖອນກອງກໍາລັງທະຫານສະຫະລັດທັງໝົດອອກຈາກອັຟການິສຖານພາຍໃນເດືອນພຶດສະພາປີ 2021, ແລະທີມຂອງປະທານາທິບໍດີໂຈ ໄບເດັນ ກໍປະຕິບັດຕາມທັງໝົດໂດຍໄດ້ຂະຫຍາຍເວລາອອກໄປເປັນວັນທີ 31 ສິງຫາ.

ນາຍພົນເບ້ຍບໍານານໂຈເຊັບ ໂວແທລ (Joseph Votel), ອະດີດຜູ້ບັນຊາການຂອງ CENTCOM ກ່າວວ່າ:

“ຂ້າພະເຈົ້າຈະບໍ່ຍອມຮັບໃນຄວາມຄິດທີ່ວ່າ ພວກເຮົາຕ້ອງຖອນທຸກໆຄົນອອກໄປຈົນໝົດ.”

ຢ່າງໃດກໍຕາມ, ນາຍພົນເບ້ຍບໍານານແຟຣັງ ແມັກເຄັນຊີ, ເຊິ່ງ​ເປັນ​ຜູ້​ກຳ​ກັບ​ນຳການຖອນທະ​ຫານ ອອກຈາກອັຟການິສຖານ ຂອງກອງບັນຊາການສະຫະລັດ
ໃນ​ພາກ​ຕາ​ເວັນ​ອອກ​ກາງ, ແລະຜູ້ກໍາຕໍາແໜ່ງກ່ອນໜ້ານັ້ນຂອງ CENTCOM ນາຍພົນເບ້ຍບໍານານໂຈເຊັບ ໂວ​ແທລ ມີຄວາມຮູ້ສຶກວ່າ ຄວນມີທະຫານອາເມ ຣິກັນຢ່າງໜ້ອຍ 2,500 ຄົນປະຈໍາການຢູ່ທີ່ນັ້ນ ເພື່ອນໍາພາກອງກໍາລັງທະຫານຂອງອັຟການິສຖານໃນການຕໍ່ສູ້.

ນາຍພົນເບ້ຍບໍານານແຟຣັງ ແມັກເຄັນຊີ ກ່າວວ່າ:

“ພວກເຂົາເຈົ້າຫຼົ້ມສະຫຼາຍ ແລະສູນເສຍຄວາມຕັ້ງໃຈທີ່ຈະຕໍ່ສູ້.”

“ກອງກໍາລັງທະຫານ 2,500 ຄົນຂອງພວກເຮົາອາດຈະເບິ່ງຄືໜ້ອຍ ແລະເປັນການປະຕິບັດໜ້າທີ່ ທີ່ໜັກໜ່ວງຢູ່ໃນຖານທັບ ປະຈໍາອັຟການິສຖານ ເຊິ່ງລວມທັງຖານທັບອາກາດ ບັກແຣມ (Bagram). ແຕ່ມັນຈະເຮັດໃຫ້ພວກເຮົາ ຍັງສາ ມາດສືບ​ຕໍ່​ໃຫ້ການສະໜັບສະໜຸນທາງ​ດ້ານ​ລໍ​ຈິ​ສ​ຕິກ​ໃຫ້​ແກ່ທະຫານຂອງອັຟການິສຖານໄດ້. ພ້ອມທັງເຮັດໃຫ້ພວກເຮົາສາມາດທຳການສະໜັບສະໜຸນກອງທັບອາກາດຂອງອັຟການິສຖານ ຢູ່ໃນພາກພື້ນດິນໄດ້.”

ປະທານາທິບໍດີໂຈ ໄບເດັນ ໄດ້ປົກປ້ອງການຕັດສິນໃຈໃນການຖອນກອງກໍາລັງທະຫານທັງໝົດ ຂອງສະຫະລັດ ອອກຈາກອັຟການິສຖານໃນຊ່ວງເວລານຶ່ງປີທີ່ຜ່ານມາ.

ປະທານາທະບໍດີໂຈ ໄບເດັນ ກ່າວໃນວັນທີ 31 ສິງຫາ ປີ 2021 ວ່າ:

“ຂ້າພະເຈົ້າບໍ່ປະສົງທີ່ຈະຂະຫຍາຍເວລາຂອງສົງຄາມຕະຫຼອດການດັ່ງກ່າວນີ້, ແລະຂ້າພະເຈົ້າກໍຈະບໍ່ດໍາເນີນການຂະຫຍາຍທາງອອກຕະຫຼອດການນີ້. ສໍາລັບບຸກຄົນທີ່ຮຽກຮ້ອງ ກ່ຽວກັບສົງຄາມໃນທົດສະວັດທີສາມ ຢູ່ໃນອັຟການິສຖານ, ຂ້າພະເຈົ້າຂໍຖາມວ່າ ແມ່ນຫຍັງຄືຜົນປະໂຫຍດທີ່ສໍາຄັນຂອງຊາດ? ໃນມຸມມອງຂອງຂ້າພະເຈົ້າ, ພວກເຮົາມີພຽງແຕ່ອັນດຽວ ນັ້ນກໍຄື ເຮັດໃຫ້ໝັ້ນໃຈວ່າອັຟການິສຖານຈະບໍ່ໃຊ້ເປັນສະຖານທີ່ ເພື່ອໂຈມຕີບ້ານເກີດເມືອງນອນຂອງພວກເຮົາ.”

ແລະທ່ານກໍຍັງຄົງຢຶດໝັ້ນກັບການຕັດສິນໃຈຂອງທ່ານ, ໂດຍຊີ້ໃຫ້ເຫັນກ່ຽວກັບການໂຈມຕີທາງອາກາດ ເມື່ອໄວໆມານີ້ ທີ່ໄດ້ສັງຫານຜູ້ນໍາຂອງກຸ່ມກໍ່ການຮ້າຍອາລ-ກາອີດາ ທ້າວເອແມນ ອາລ-ຊາວາຮີຣີ ເພື່ອພິສູດໃຫ້ເຫັນກ່ຽວກັບຍຸດທະສາດໃນການປະຕິບັດງານຕໍ່ຕ້ານການກໍ່ການຮ້າຍຂອງສະຫະລັດ ໃນອັນທີ່ຮ້ອງວ່າ “ຈາກ​ໄລ​ຍະ​ໄກ.”

ປະທານາທິບໍດີໂຈ ໄບເດັນ ກ່າວໃນວັນທີ 1 ສິງຫາ ປີ 2022 ນີ້ວ່າ:

“ຂ້າພະເຈົ້າໄດ້ໃຫ້ສັນຍາກັບປະຊາຊົນຊາວອາເມຣິກັນວ່າ ພວກເຮົາຈະຍັງຄົງ ດໍາເນີນວຽກງານຕໍ່ຕ້ານການກໍ່ການຮ້າຍຢ່າງມີປະສິດທິຜົນຢູ່ໃນອັຟການິສຖານ ແລະບ່ອນອື່ນໆ. ພວກເຮົາຈະດໍາເນີນງານພຽງແຕ່ເທົ່ານັ້ນ.”

ແຕ່ນາຍພົນເບ້ຍບໍານານທັງສອງທ່ານ ເຊິ່ງເປັນຜູ້ນໍາ CENTCOM ໃນການຄວບຄຸມໄຕມາດສຸດທ້າຍຂອງກອງກໍາລັງທະຫານສະຫະລັດປະຕິບັດງານຢູ່ທີ່ນັ້ນເກືອບ 20 ປີ ກ່າວວ່າ ຈາກການຮີບໂຮມຂອງແຫຼ່ງຂ່າວສືບລັບສະຫະລັດກ່ຽວກັບກຸ່ມກໍ່ການຮ້າຍຢູ່ໃນອັຟການິສຖານ ເປັນພຽງສ່ວນນຶ່ງຂອງສິ່ງທີ່ເກີດຂຶ້ນກ່ອນການຖອນໂຕອອກມາ, ແລະພວກທ່ານທັງສອງມີຄວາມກັງວົນວ່າ ປະຊາຊົນຊາວອາເມຣິກັນ ຈະມີຄວາມປອດໄພຫຼຸດໜ້ອຍລົງ.

ນາຍພົນເບ້ຍບໍານານແຟຣັງ ແມັກເຄັນຊີ ກ່າວວ່າ:

“ຂ້າພະເຈົ້າບໍ່ເຊື່ອວ່າ ພວກເຮົາຈະມີຄວາມປອດໄພຫຼາຍກວ່າເກົ່າ ຈາກຜົນທີ່ພວກເຮົາຖອນກອງກໍາລັງທະຫານ ອອກຈາກອັຟການິສຖານ.”

ນາຍພົນເບ້ຍບໍານານໂຈເຊັບ ໂວເທລ ກ່າວວ່າ:

“ຍັງມີອີກຫຼາຍອັນທີ່ພວກເຮົາບໍ່ຮູ້ກ່ຽວກັບບັນດາອົງການ, ອົງການກໍ່ການຮ້າຍຕ່າງໆ ທີ່ຍັງມີຢູ່ຢ່າງຫຼວງຫຼາຍ. ພວກເຮົາຈໍາເປັນຕ້ອງດໍາເນີນງານ ນະທີ່ນີ້, ແລະຂ້າພະເຈົ້າກໍບໍ່ຄິດວ່າ ພວກເຮົາມີສະຖຽນລະພາບຫຼາຍກວ່າ ຫຼືປອດໄພກວ່າ. ຂ້າພະເຈົ້າຄິດວ່າ ອັຟການິສຖານ ເປັນປະເທດທີ່ບໍ່ມີສະຖຽນລະພາບຫຼາຍກວ່າ, ແລະທ້າຍທີ່ສຸດ ພາກສ່ວນນີ້, ພູມິພາກແຫ່ງນີ້ ກໍຈະບໍ່ມີສະຖຽນລະພາບຫຼາຍຂຶ້ນ.”

ສະມາຊິກທະຫານຂອງສະຫະລັດ 13 ຄົນ ແລະຄົນອື່ນໆອີກຢ່າງໜ້ອຍ 170 ຄົນ ໄດ້ເສຍຊີວິດຈາກການໂຈມຕີແບບສະ​ຫຼະ​ຊີບໂດຍກຸ່ມລັດອິສລາມ ໃນມື້ທີ່ເປັນຊ່ວງໄລຍະສຸດທ້າຍຂອງການຍົກຍ້າຍຜູ້ຄົນໂດຍສະຫະລັດ. ມັນເປັນມື້ທີ່ຮ້າຍແຮງທີ່ສຸດຂອງກອງກໍາລັງສະຫະລັດຢູ່ອັຟການິສຖານ ໃນຮອບທົດສະວັດ.

ໃນພາລະກິດສອງອາທິດ ໄດ້ຍົກຍ້າຍຜູ້ຄົນຫຼາຍກວ່າ 120,000 ຄົນ, ແຕ່ຫຼາຍສິບພັນຄົນ ທີ່ເປັນພັນທະມິດຂອງສະຫະລັດ ແມ່ນຍັງຄົງຖືກປະໄວ້ເບື້ອງຫຼັງ.

One year after the U.S. withdrawal from Afghanistan, the question remains: Was the decision to withdraw U.S. troops the right one? VOA Pentagon correspondent Carla Babb spoke exclusively with the last two commanders of U.S. Central Command to oversee the war in Afghanistan, who say it wasn’t.

Last August, as the U.S. military was completing its withdrawal from Afghanistan, the Afghan military fell like dominoes across the country. Taliban fighters overran Kabul, sparking a chaotic evacuation.

A year later, in an exclusive joint interview with VOA, the last two commanders to oversee U.S. forces in the region are now speaking out about what went wrong in Afghanistan.

Retired Gen. Frank McKenzie, Former CENTCOM Commander)) ((1:34-41

“My belief is that the core decision that caused the tragic events of last August was our decision to leave Afghanistan completely. And that decision spanned two presidencies.”

Former President Donald Trump’s team inked the Taliban deal to pull all U.S. forces out by May 2021, and President Joe Biden’s team followed through, extending the date to August 31.

Retired Gen. Joseph Votel, Former CENTCOM Commander

“I just don't buy the idea that we had to pull everybody out.”

Instead, retired General Frank McKenzie, who oversaw the withdrawal as commander of U.S. Central Command, and his predecessor as head of CENTCOM, retired General Joseph Votel, felt a minimum of 2,500 American troops needed to stay to keep Afghan forces in the battle.

Retired Gen. Frank McKenzie, Former CENTCOM Commander

“They collapsed and lost the will to fight. 2,500 troops would have given us a small, very hard platform series of bases in Afghanistan that would have included Bagram Air Base. It would have given us the ability to continue to support the Afghan logistics system. Would have given us the ability to continue to support the Afghan Air Force on the ground.”

President Biden defended his decision to withdraw all U.S. troops one year ago.

President Joe Biden: August 31, 2021

“I was not going to extend this forever war, and I was not extending a forever exit. To those asking for a third decade of war in Afghanistan, I ask what is the vital national interest? In my view, we only have one — to make sure Afghanistan can never be used to launch an attack on our homeland.”

And he still sticks by his decision, pointing to a recent U.S. strike that killed al-Qaida leader Ayman al-Zawahiri as proof the United States’ so-called “over the horizon” counterterror strategy works.

President Joe Biden: August 1, 2022

“I made a promise to the American people that we’d continue to conduct effective counterterrorism operations in Afghanistan and beyond. We’ve done just that.”

But the two generals, whose leadership at CENTCOM spanned the final quarter of America’s nearly 20-year presence there, say U.S. intelligence-gathering on terror groups in Afghanistan is just a fraction of what it was before the pullout, and they fear Americans are now less safe.

Retired Gen. Frank McKenzie, Former CENTCOM Commander

“I do not believe we are safer as a result of our withdrawal from Afghanistan.”

Retired Gen. Joseph Votel, Former CENTCOM Commander

“There’s a lot that we don’t know about the organizations, the terrorist organizations, that are left on the ground.” ((flash of white)) “We’ve got work to do here, and I don’t think we’re more stable or more safe. I think Afghanistan is more unstable, and as a result, this part, this region, is more unstable.”

Thirteen U.S. service members and at least 170 other people died in an Islamic State suicide attack on one of the final days of the U.S. evacuation. It was the deadliest day for U.S. troops in Afghanistan in a decade.

The two-week mission evacuated more than 120,000 people, but tens of thousands of U.S. allies were left behind.

XS
SM
MD
LG