ບໍ່ຮອດ 7 ສັບປະດາ ຫຼັງຈາກສະຫະລັດ ໄດ້ກ້າວເຂົ້າສູ່ສົງຄາມໂລກຄັ້ງທີ 2 ຢ່າງເປັນ ທາງການ ການອອກອາກາດສົດ ທາງວິທະຍຸຄື້ນສັ້ນ ເປັນເວລາ 15 ນາທີ ກໍໄດ້ກະຈາຍ
ສຽງໄປຍັງເຢຍຣະມັນ ຈາກຫ້ອງສົ່ງນ້ອຍໆ ຢູ່ໃນນະຄອນ New York ເມື່ອວັນທີ 1
ກຸມພາ ປີ 1942.
ມັນໄດ້ຖືກນຳສະເໜີ ດ້ວຍ ເພງທີ່ຮັກຊາດຂອງອາເມຣິກາ ຊື່ວ່າ “The Battle Hymn
of the Republic.” ຕໍ່ຈາກນັ້ນ ສຽງເວົ້າຂອງໂຄສົກ ທ່ານ William Harlan Hale ກໍສາມາດໄດ້ຍິນ ທີ່ກ່າວວ່າ: “ພວກເຮົານຳເອົາສຽງ ຈາກອາເມ ຣິກາ ມາສູ່ທ່ານ.
ມື້ນີ້ ແລະທຸກໆມື້ ຈາກນີ້ເປັນຕົ້ນໄປ ພວກເຮົາຈະເວົ້າສູ່ທ່ານຟັງ ກ່ຽວກັບ ອາເມຣິກາ
ແລະ ສົງຄາມ. ຂ່າວອາດຈະດີສຳລັບພວກເຮົາ. ຂ່າວ ອາດຈະບໍ່ດີ. ແຕ່ພວກເຮົາ
ຈະບອກທ່ານ ຄວາມຈິງ.”
ນັ້ນ ເປັນການກະຈາຍສຽງຄັ້ງທຳອິດ ຈາກອັນທີ່ ໃນເວລາ 75 ປີຕໍ່ມາ ແມ່ນ ສຳນັກງານ ໃຫຍ່ຂອງສຽງອາເມຣິກາ ຫຼື VOA ຢູ່ນະຄອນວໍຊິຕັນ ໃນເວລານີ້.
ໃນຕ້ອນທ້າຍຂອງສົງຄາມ VOA ໄດ້ອອກອາກາດ ໃນ 40 ພາສາທີ່ປະກອບດ້ວຍ
ລາຍການ ເພງ ຂ່າວ ແລະ ບົດວິຈານ.
ນັບຕັ້ງແຕ່ນັ້ນມາ VOA ໄດ້ຂະຫຍາຍມາເປັນ ອົງການບໍລິການດ້ານການກະຈາຍສຽງ ມຸນຕີມີເດຍສາກົນ ໂດຍມີລາຍການ ແລະ ເນື້ອຫາ ໃນ 47 ພາສາ ໃນຫຼາຍລະບົບ
ທີ່ປະກອບດ້ວຍ ວິທະຍຸ ໂທລະພາບ ແລະ ມືຖື.
ໃນການກະຈາຍສຽງເທື່ອທຳອິດນັ້ນ ຄຳເວົ້າຂອງໂຄສົກ ທ່ານ Hale ໄດ້ກຳນົດ
ມາດຕະຖານ ສຳລັບ ລາຍການຕ່າງໆ ໃນອະນາຄົດ.
ແລະນັບຕັ້ງແຕ່ປີ 1976 ເປັນຕົ້ນມາ ຄຳເວົ້າຂອງທ່ານ Hale ໄດ້ເປັນເຄື່ອງຖ່ວງ
ນ້ຳໜັກຢູ່ໃນກົດບັດຂອງ VOA ຊຶ່ງຕາມກົດໝາຍແລ້ວ ກຳນົດໃຫ້ VOA “ຮັບໜ້າທີ່ເປັນແຫລ່ງຂ່າວ ທີ່ເຊື່ອຖືໄດ້ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຜູ້ນຳໃນການ ສະເໜີຂ່າວ.” ຫຼາຍໄປກວ່ານັ້ນ ມັນກ່າວວ່າ ຂ່າວຂອງ VOA ຕ້ອງເປັນ ຂ່າວທີ່
“ຖືກຕ້ອງ ບໍ່ເຂົ້າຂ້າງ ແລະ ຄົບຖ້ວນສົມບູນ.”
ທ່ານນາງ Amanda Bennett ຜູ້ອຳນວຍການຂອງ VOA ກ່າວວ່າ “ມັນເປັນ
ເວລາ 75 ປີແລ້ວ ນັບແຕ່ໄດ້ເລີ້ມອອກອາກາດຂ່າວແລະຂໍ້ມູນທີ່ຖືກຕ້ອງ ຈາກ
ທົ່ວໂລກ. ແລະເວລານີ້ຂ້າພະເຈົ້າຄິດວ່າ ສິ່ງທີ່ພວກເຮົາເຮັດຢູ່ທີ່ນີ້ ແມ່ນມີຄວາມ
ສຳຄັນກວ່າ ໃນເວລາອື່ນໃດທັງໝົດ.”
ທຸກມື້ນີ້ VOA ອອກອາກາດຂ່າວ ແລະລາຍການອື່ນໆ ຜ່ານທາງໂທລະພາບ ແລະ
ວິທະຍຸທີ່ເປັນເຄືອຂ່າຍຫຼາຍກວ່າ 2,500 ແຫ່ງ ຢູ່ໃນທົ່ວໂລກ. ໃນຂະນະ ດຽວກັນ
VOA ຍັງສະໜອງລາຍການໃຫ້ແກ່ໂທລະສັບມືຖືແລະໂອ້ລົມກັບພວກ ຜູ້ຊົມຜູ້ຟັງ
ໂດຍທາງສື່ສັງຄົມ.
ມາຈົນຮອດປີ 2016 ຜູ້ຊົມຜູ້ຟັງລາຍການຂອງ VOA ປະຈຳສັບປະດາ ໃນທຸກໆ
ລະບົບ ສະເລ່ຍແລ້ວແມ່ນຫຼາຍກວ່າ 236 ລ້ານຄົນ ຢູ່ໃນທົ່ວໂລກ.