ນາຍົກລັດຖະມົນຕີຍອມຮັບວ່າ ປະຊາຊົນລາວຍັງຈະຕ້ອງປະເຊີນກັບສະພາບການຜັນຜວນ ທາງເສດຖະກິດໃນຕະຫລອດປີ 2022 ອັນເປັນຜົນກະທົບໂດຍກົງຈາກອັດຕາເງິນເຟີ້ທີ່ສູງ ແລະ ເງິນກີບຕົກຕໍ່າຢ່າງຮຸນແຮງ, ຊົງລິດ ໂພນເງິນມີລາຍງານມາຈາກບາງກອກ.
ທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີຖະແຫລງຢືນຢັນວ່າ ປະຊາຊົນລາວຍັງຈະປະເຊີນກັບສະພາບການຜັນຜວນຂອງເສດຖະກິດຕະຫຼອດປີ 2022 ນີ້ອັນເປັນຜົນກະທົບໂດຍກົງມາຈາກລາຄານ້ຳມັນ ແລະສິນຄ້າທີ່ສູງຂຶ້ນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ເພາະວ່າລາວຍັງປະເຊີນກັບການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ທັງເຮັດໃຫ້ຕ້ອງປະເຊີນ ກັບການຂາດແຄນເງິນຕາຕ່າງປະເທດຢ່າງໜັກອີກດ້ວຍ ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ຍ່ອມຈະສົ່ງຜົນກະທົບຕໍ່ລະດັບການຂະຫຍາຍຕົວທາງເສດຖະກິດຂອງລາວໃນປີ 2022 ຢ່າງຫຼີກລ້ຽງບໍ່ໄດ້ເຊັ່ນດຽວກັນ, ດັ່ງທີ່ທ່ານພັນຄຳ ໃຫ້ການຢືນຢັນວ່າ:
“ການເພີ່ມຂຶ້ນຂອງໄພເງິນເຟີ້ໃນ 6 ເດືອນຕົ້ນປີ 2022 ແມ່ນມີຈັງຫວະກ້າວກະໂດດຂັ້ນ ເຊິ່ງມີສາເຫດ ມາຈາກການປັ່ນປ່ວນດ້ານເສດຖະກິດໂລກ, ໃນນັ້ນການເພີ້ມຂຶ້ນຂອງລາຄານ້ຳມັນເຊື້ອໄຟ, ລາຄາສະບຽງອາຫານໄດ້ສົ່ງຜົນກະທົບແຮງເຮັດໃຫ້ສະກຸນເງິນກີບອ່ອນຄ່າ ແລະເຮັດໃຫ້ສະຖຽນລະພາບດ້ານເສດຖະກິດມະຫາພາກຂອງປະເທດເຮົາ ທີ່ບອບບາງຢູ່ແລ້ວຍັງສືບຕໍ່ບອບບາງຕື່ມອີກ ຊຶ່ງອາດຈະສົ່ງຜົນກະທົບເຖິງການຂະຫຍາຍຕົວດ້ານເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນໝົດປີ 2022.”
ສ່ວນທ່ານບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນຖະແຫຼງວ່າ ລັດຖະບານລາວ ໄດ້ເພີ້ມ ຄາດໝາຍການຂະຫຍາຍໂຕທາງເສດຖະກິດໃນປີ 2022 ນີ້ ຈາກລະດັບ 4.2 ເປີເຊັນມາເປັນ 4.5 ເປີເຊັນ ໂດຍຈະດໍາເນີນມາດຕະການທຸກຢ່າງເພື່ອເຮັດໃຫ້ສາມາດບັນລຸຄາດໝາຍດັ່ງກ່າວໃຫ້ໄດ້ຢ່າງແທ້ຈິງ ອັນຈະ ເຮັດໃຫ້ຍອດຜະລິດຕະພັນລວມພາຍໃນ ຫຼື GDP ມີມູນຄ່າລວມ 205,285 ຕື້ກີບ ຫຼືຄິດສະເລ່ຍ ເປັນລາຍ ຮັບຂອງປະຊາຊົນລາວທີ່ລະດັບ 2,674 ໂດລາ ຕໍ່ຄົນຕໍ່ປີ ແລະຄາດໝາຍວ່າ ລັດຖະບານລາວ ຈະເກັບ ລາຍຮັບໄດ້ເຖິງ 16.44 ເປີເຊັນຂອງ GDP ຫຼື ຄວບຄຸມການຂາດດຸນງົບປະມານ ໃຫ້ຢູ່ໃນລະດັບບໍ່ເກີນ 18.05 ເປີເຊັນຂອງ GDP ພ້ອມກັນນັ້ນ ກໍຈະຄວບຄຸມການຂາດດຸນງົບປະມານໃຫ້ຢູ່ໃນລະດັບບໍ່ເກີນ 1.61 ເປີເຊັນຂອງ GDP ໂດຍໄດ້ວາງເປົ້າໝາຍການລົງທຶນໃນພາກລັດໄວ້ ທີ່ມູນຄ່າລວມ 43 ພັນ 950 ລ້ານກີບ ໃນນີ້ຈະເປັນການລົງທຶນໂດຍລັດຖະບານໃນມູນຄ່າ 3 ພັນ 950 ລ້ານກີບ ແລະຂໍການຊ່ວຍ ເຫຼືອຈາກຕ່າງປະເທດ 6 ພັນ 750 ລ້ານກີບ. ສ່ວນທີ່ເຫຼືອໃນມູນຄ່າລວມ 33 ພັນ 250 ລ້ານກີບນັ້ນ ກໍຈະເປັນການສົ່ງເສີມການລົງທຶນຂອງພາກເອກະຊົນທັງໃນລາວ ແລະຈາກຕ່າງປະເທດ.
ແຕ່ຢ່າງໃດກໍຕາມ, ທະນາຄານພັດທະນາແຫ່ງເອເຊຍ ຫຼື ADB ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດ ໃນອາຊຽນໃນປີ 2022 ຈະຂະຫຍາຍໂຕທີ່ລະດັບສະເລ່ຍ 5.1 ເປີເຊັນ ໝາຍຄວາມວ່າ GDP ຂອງລາວ ຈະຂະຫຍາຍໂຕໃນລະດັບທີ່ຕໍ່າກວ່າລະດັບສະເລ່ຍໃນອາຊຽນ. ສ່ວນທະນາຄານໂລກນັ້ນ ໄດ້ໃຫ້ ການຄາດໝາຍວ່າ GDP ຂອງລາວໃນປີ 2022 ນີ້ ຈະຂະຫຍາຍໂຕທີ່ລະດັບ 3.8 ເປີເຊັນເທົ່ານັ້ນ ໂດຍນອກຈາກຈະເປັນຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ແລ້ວ ກໍຍັງໄດ້ຮັບຜົນກະທົບ ຈາກສົງຄາມລະຫວ່າງ ຣັດເຊຍກັບຢູເຄຣນອີກດ້ວຍ, ເຊິ່ງເຫັນໄດ້ຈາກການຂາດດຸນການຄ້າທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາການຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດໃນລະດັບເກີນກວ່າ 10 ເປີເຊັນ ຂອງ GDP ອັນເຮັດໃຫ້ລັດຖະບານລາວມີທຶນສໍາຮອງເງິນຕາທີ່ສາມາດນໍາເຂົ້າສິນຄ້າຈາກຕ່າງ ປະເທດ ໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ເຊິ່ງລວມເຖິງບັນຫາຂາດແຄນນໍ້າມັນຢ່າງ ໜັກໜ່ວງໃນປັດຈຸບັນນີ້ ອີກດ້ວຍ.
ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງມອບ ໝາຍໃຫ້ກະຊວງແຜນການ ແລະການລົງທຶນເປັນພາກສ່ວນທີ່ຮັບຜິດຊອບໃນການປະສານການຮ່ວມມື ກັບທຸກພາກສ່ວນໃນທົ່ວປະເທດ ເພື່ອດໍາເນີນການປັບປຸງວຽກງານທຸກດ້ານເພື່ອຍົກລະດັບຂອງລາວ ໃນການເປັນປະເທດທີ່ໜ້າລົງທຶນໃຫ້ສູງຂຶ້ນ ແລະສາມາດເຊື່ອມໂຍງກັບສາກົນໄດ້ຢ່າງມີປະສິດທິພາບ ສູງອີກດ້ວຍ. ສ່ວນທະນາຄານໂລກ ໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ຈາກ 190 ປະເທດ ໃນທົ່ວໂລກ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນທີ່ມີ 2 ດ້ານທີ່ໄດ້ປັບປຸງດີຂຶ້ນ ກໍຄືການເລີ້ມຕົ້ນດໍາເນີນທຸລະກິດ ແລະການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມ ລະລາຍແລະການຄຸ້ມຄອງນັກລົງທຶນຕ່າງຊາດໃນລາວນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.
ທາງດ້ານ ດຣ.ປິຕິ ສຣີແສງນາມ, ຜູ້ອຳນວຍການສູນເສດຖະກິດ ລະຫວ່າງປະເທດ ຈຸລາລົງກອນ ມະຫາວິທະຍາໄລ ຢືນຢັນວ່າ ວິກິດການເສດຖະກິດໃນລາວໃນປັດຈຸບັນນີ້ ຈະບໍ່ຮຸນແຮງເຖິງຂັ້ນລົ້ມລະລາຍຄືກັບປະເທດສຣີ ລັງກາ ເພາະລາວຍັງມີການຜະລິດສິນຄ້າເພື່ອສົ່ງອອກໄປຕ່າງປະເທດ ໂດຍສະເພາະ ແມ່ນການສົ່ງອອກສິນຄ້າກະສິກຳ ແລະພະລັງງານນັ້ນ ຍັງດຳເນີນຢູ່ເລື້ອຍມາ. ແຕ່ບັນຫາທາງດ້ານ ເສດຖະກິດທີ່ລາວກຳລັງປະເຊີນຢູ່ໃນເວລານີ້ ແມ່ນເປັນຜົນກະທົບມາຈາກລາຄານ້ຳມັນທີ່ປັບຕົວສູງຂຶ້ນໃນຂະນະທີ່ຕ້ອງໄດ້ນຳເຂົ້ານ້ຳມັນຈາກຕ່າງປະເທດ 100 ເປີເຊັນ ຂອງການຊົມໃຊ້ທັງໝົດຈຶ່ງເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດແຄນເງິນຕາຕ່າງປະເທດ ສໍາລັບການຊໍາລະລາຄານ້ໍາມັນ ແລະສິນຄ້ານໍາເຂົ້າຈາກຕ່າງປະເທດໄດ້ຢ່າງພຽງພໍກັບສະຖານະການຕົວຈິງນັ້ນເອງ.