ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຫວຽດນາມ ຈະລົງທຶນ ຫລາຍກ່ວາ 100 ລ້ານໂດລາ ສ້າງສະໜາມບິນ 2 ແຫ່ງໃນລາວ


ພິທີເຊັນສັນຍາລະຫວ່າງລາວແລະຫວຽດນາມ ໃນການຮ່ວມກັນສ້າງສະໜາມບິນ ອັດຕະປື ແລະແຂວງຫົວພັນຂອງລາວໄດ້ມີຂຶ້ນເມື່ອ
ບໍ່ດົນມານີ້ ຢູ່ນະຄອນວຽງຈັນ
ພິທີເຊັນສັນຍາລະຫວ່າງລາວແລະຫວຽດນາມ ໃນການຮ່ວມກັນສ້າງສະໜາມບິນ ອັດຕະປື ແລະແຂວງຫົວພັນຂອງລາວໄດ້ມີຂຶ້ນເມື່ອ ບໍ່ດົນມານີ້ ຢູ່ນະຄອນວຽງຈັນ
ວິສາຫະກິດຈາກຫວຽດນາມ ລົງທຶນຫຼາຍກວ່າ 110 ລ້ານໂດລາ
ເພື່ອກໍ່ສ້າງ ສະໜາມບິນໃໝ່ 2 ແຫ່ງ ໃນແຂວງອັດຕະປື ແລະ
ແຂວງຫົວພັນ ໂດຍລັດຖະບານລາວຈະຊໍາລະຄືນທຶນດັ່ງກ່າວ
ພາຍຫຼັງ.

ການລົງນາມໃນສັນຍາລົງທຶນເພື່ອກໍ່ສ້າງສະໜາມບິນແຫ່ງໃໝ່ຢູ່ໃນແຂວງອັດຕະປື ແລະ
ແຂວງຫົວພັນຂອງລາວໄດ້ມີຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ໂດຍເປັນການລົງ
ນາມຮ່ວມກັນ ລະຫວ່າງຜູ້ຕາງໜ້າຂອງກົມການບິນພົນລະເຮືອນ ສັງກັດໃນກະຊວງ
ໂຍທາທິການ ແລະຂົນສົ່ງຂອງລາວກັບຜູ້ຕາງໜ້າຂອງກຸ່ມບໍລິສັດ Hoang Anh Gia Lai ຈາກປະເທດຫວຽດນາມ.

ພາຍໃຕ້ສັນຍາດັ່ງກ່າວນີ້ ກຸ່ມບໍລິສັດ Hoang Anh Gia Lai ຈະເປັນຝ່າຍທີ່ລົງທຶນ ແລະ
ດໍາເນີນການກໍ່ສ້າງສະໜາມບິນທັງ 2ແຫ່ງໃຫ້ກ່ອນ ສ່ວນລັດຖະບານລາວ ກໍມີພັນທະທີ່
ຈະຕ້ອງຊໍາລະຄືນໃນພາຍຫຼັງ ຊຶ່ງຄິດເປັນມູນຄ່າລວມຫຼາຍກວ່າ 110 ລ້ານໂດລາ ໂດຍ
ແບ່ງເປັນການລົງທຶນເພື່ອກໍ່ສ້າງສະໜາມບິນແຫ່ງໃໝ່ຂອງແຂວງອັດຕະປືໃນມູນຄ່າເກີນ
ກວ່າ 36 ລ້ານ ແລະອີກ 74 ລ້ານທີ່ເຫຼືອນັ້ນ ກໍຈະເປັນການລົງທຶນເພື່ອກໍ່ສ້າງສະໜາມບິນ
ແຫ່ງໃໝ່ຂອງແຂວງຫົວພັນ.

ກຸ່ມບໍລິສັດ Hoang Anh Gia Lai ຈະດໍາເນີນການກໍ່ສ້າງສະໜາມບິນທັງ 2 ແຫ່ງດັ່ງ
ກ່າວນີ້ ໃຫ້ສໍາເລັດແລະເປີດໃຊ້ຢ່າງເປັນທາງການພາຍໃນປີ 2015 ຫາກແຕ່ວ່າສໍາລັບ
ສະໜາມບິນຢູ່ແຂວງອັດຕະປືນັ້ນ ຈະແບ່ງອອກເປັນ 2 ໄລຍະ ໂດຍໄລຍະທີ 1 ທີ່ຈະກໍ່
ສ້າງສໍາເລັດພາຍໃນປີ 2015 ຈະມີທາງແລ່ນຂຶ້ນລົງ ຫຼື Runway ຍາວ 1,850 ແມັດ.
ກວ້າງ 30 ແມັດ ສາມາດຮອງຮັບເຮືອບິນຂະໜາດ 70-100 ບ່ອນນັ່ງ ສ່ວນໄລຍະທີ 2
ນັ້ນ ກໍຈະເປັນການຂະຫຍາຍ Runway ໃຫ້ກວ້າງຂຶ້ນເປັນ 45 ແມັດ. ຍາວ 3,000 ແມັດ
ສາມາດຮອງຮັບເຮືອບິນຂະໜາດ 150-250 ບ່ອນນັ່ງ ໂດຍມີກໍານົດກໍ່ສ້າງສໍາເລັດພາຍ
ໃນປີ 2020.

ສະໜາມບິນແຫ່ງໃໝ່ຂອງແຂວງອັດຕະປື ທີ່ຕັ້ງຢູ່ເທິງເນື້ອທີ່ 165 ເຮັກຕ້າ ໃນເຂດເມືອງ
ໄຊເສດຖານີ້ ເປັນໂຄງການສໍາຄັນທີ່ຢູ່ໃນແຜນການພັດທະນາຊາຍແດນ ລະຫວ່າງລາວ
ກັບກໍາປູເຈຍ ແລະຫວຽດນາມ ໃຫ້ເປັນເຂດພັດທະນາເສດຖະກິດຢ່າງຮອບດ້ານ ຊຶ່ງລວມ
ເຖິງພັດທະນາການທ່ອງທ່ຽວ ແລະພາກບໍລິການຮ່ວມກັນອີກດ້ວຍນັ້ນ ຫາກແຕ່ເນື່ອງ
ຈາກວ່າ ລັດຖະບານລາວ ຍັງຂາດແຄນງົບປະມານຢ່າງຫຼວງຫຼາຍ ຈຶ່ງຕ້ອງກູ້ຢືມຈາກ
ຫວຽດນາມເປັນຫຼັກດັ່ງເຈົ້າໜ້າທີ່ຂັ້ນສູງຂອງກົມການບິນພົນລະເຮືອນຂອງລາວໄດ້
ໃຫ້ການຊີ້ແຈງວ່າ:

“ຄັນວ່າເວົ້າເລື້ອງພື້ນຖານໂຄງການນີ້ ບໍ່ສາມາດຂ້າມສະໜາມບິນ ໂດຍສະ
ເພາະແມ່ນລັດຖະບານໄດ້ມີແຜນການລະຫວ່າງສາມປະເທດ ລາວ ກໍາປູເຈຍ
ແລະຫວຽດນາມ ເພື່ອສ້າງເຂດເສດຖະກິດພິເສດລະຫວ່າງປະເທດ ສະນັ້ນ
ເພື່ອຮັບຮອງໃຫ້ກັບການພັດທະນາ ລັດຖະບານຈຶ່ງໄດ້ກູ້ຢືມເງິນຈາກ Hoang
Anh Gia Lai ເພື່ອໃຫ້ Hoang Anh Gia Lai ນີ້ ສ້າງ ສະໜາມບິນຢູ່
ແຂວງອັດຕະປື.”



ການສໍາປະທານປູກສວນຢາງຂອງບໍລິສັດຫວຽດນາມ ຢູ່ແຂວງອັດຕະປືຂອງລາວ
ການສໍາປະທານປູກສວນຢາງຂອງບໍລິສັດຫວຽດນາມ ຢູ່ແຂວງອັດຕະປືຂອງລາວ

ສ່ວນສະໜາມບິນຢູ່ແຂວງຫົວພັນນັ້ນ ກໍຢູ່ພາຍໃຕ້ເງື່ອນໄຂ
ດຽວກັນກໍຄືກຸ່ມ ບໍລິສັດ Hoang Anh Gia Lai ລົງທຶນກໍ່ສ້າງ
ໃຫ້ກ່ອນແລ້ວ ຈຶ່ງໃຫ້ລັດຖະບານລາວຜ່ອນຊໍາລະຄືນໃນພາຍ
ຫຼັງ ໂດຍແບບຂອງການກໍ່ສ້າງ ກໍຄືກັນກັບໄລຍະທີ 1 ຂອງສະ
ໜາມບິນຢູ່ໃນແຂວງອັດຕະປື ທີ່ສາມາດຮອງຮັບເຮືອບິນຂະ
ໜາດ 70-100 ບ່ອນນັ່ງ ຈາກປັດຈຸບັນ ທີ່ຮອງຮັບໄດ້ພຽງ
12 ບ່ອນນັ່ງເທົ່ານັ້ນ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ
2 ໃນຕະຫຼາດຮຸ້ນຫວຽດນາມ ທີ່ມີການລົງທຶນທັງໃນແລະຕ່າງ
ປະເທດ ໂດຍສໍາລັບໃນລາວນັ້ນ ກໍໄດ້ເນັ້ນໜັກການລົງທຶນໃນດ້ານການປູກຢາງພາລາ ການຂຸດຄົ້ນແຮ່ທາດ ການກໍ່ສ້າງເຂື່ອນຜະລິດໄຟຟ້າ ແລະອຸດສາຫະກໍາໄມ້ແປຮູບ ຊຶ່ງ ຄິດເປັນມູນຄ່າການລົງທຶນໃນລາວຮ່ວມກັນຫຼາຍກວ່າ 1 ຕື້ໂດລາ.

ໃນປັດຈຸບັນ ກຸ່ມບໍລິສັດ Hoang Anh Gia Lai ມີພື້ນທີ່ສໍາປະທານປູກຢາງພາລາ
ກວ້າງກວ່າ 25,000 ເຮັກຕ້າ ໃນແຂວງອັດຕະປື ແລະກໍາລັງຂຸດຄົ້ນແຮ່ເຫຼັກ ຢູ່ໃນເຂດ
ເມືອງກະລືມ ກັບເມືອງທ່າແຕງ ໃນແຂວງເຊກອງ ທັງຍັງຈະລົງທຶນກໍ່ສ້າງເຂື່ອນນໍ້າກົງ ເຂື່ອນນໍ້າເອັດ ແລະເຂື່ອນເຊກອງ ດ້ວຍເປົ້າໝາຍທີ່ຈະສົ່ງກະແສໄຟຟ້າໄປຂາຍຍັງ
ຫວຽດນາມອີກດ້ວຍ.

ແຕ່ຢ່າງໃດກໍຕາມ ອົງການ Global Witness ທີ່ໄດ້ທໍາການກວດສອບສະຖານະການ
ກ່ຽວກັບການລັກລອບຕັດໄມ້ ໃນຫວຽດນາມ ກໍາປູເຈຍ ແລະລາວນັ້ນ ກໍໄດ້ສະເໜີລາຍ
ງານເມື່ອບໍ່ດົນມານີ້ວ່າ ກຸ່ມບໍລິສັດ Hoang Anh Gia Lai ເປັນ 1 ໃນ 2 ບໍລິສັດຫວຽດ
ນາມທີ່ມີສ່ວນໃນການຍາດຊິງເອົາທີ່ດິນຂອງປະຊາຊົນລາວ ແລະກໍາປູເຈຍ ຄິດເປັນ
ພື້ນທີ່ກວ້າງກວ່າ 3.7 ລ້ານເຮັກຕ້າໃນທຸກມື້ນີ້.
XS
SM
MD
LG