ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທ່ອງທ່ຽວທາງອອນລາຍເໝືອນຈິງ ໄປຫາແຫ່ງຕ່າງໆ ໂດຍທີ່ບໍ່ໄດ້ໜີຈາກບ່ອນທີ່ສະດວກສະບາຍ ພາຍໃນເຮືອນຂອງຕົນ


LogOn Virtual Tours USAGM
please wait

No media source currently available

0:00 0:01:57 0:00

ການທ່ອງທ່ຽວທາງອອນລາຍທີ່ເໝືອນຈິງໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19

ເມື່ອໂຣກລະບາດເຮັດໃຫ້ການເດີນທາງທົ່ວໂລກໃນປີ 2020 ຢຸດສະງັກລົງ, ຜູ້ນຳທ່ຽວບາງຄົນໄດ້ຍ້າຍໄປເຮັດວຽກທາງອອນລາຍ ເພື່ອນໍາທ່ຽວທີ່ມີການຖ່າຍທອດສົດ ກ່ຽວກັບບ່ອນທີ່ເປັນຈຸດໝາຍປາຍທາງ ຂອງການທ່ອງທ່ຽວ ທີ່ມີຊື່ສຽງ. Matt Dibble ສໍາຫລວດເບິ່ງວິທີການທ່ອງທ່ຽວທາງອອນລາຍ ທີ່ ເໝືອນຈິງ ທີ່ອາດຈະຍັງຄົງດຳເນີນຕໍ່ມີໄປຢູ່ຕະຫລອດ ຊຶ່ງບົວສະຫວັນ ຈະນໍາ ລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໂຄງການຄວາມເປັນຜູ້ນຳຂອງຊາວໜຸ່ມ ໃນລັດຄາໂລໄຣນາເໜືອນີ້ ປົກກະຕິແລ້ວ ແມ່ນມີການເດີນທາງໄປແຫ່ງຕ່າງໆ ໃນແຕ່ລະປີ ເພື່ອສະເຫຼີມສະຫຼອງການເສັງຈົບຊັ້ນ ຂອງພວກນັກຮຽນປີສຸດທ້າຍໃນມັດທະຍົມປາຍ. ແຕ່ຢູ່ໃນໄລ ຍະທີ່ມີການລະບາດຢ່າງໜັກ ຂອງໄວຣັສໂຄໂຣນານີ້ ແມ່ນບໍ່ມີການອອກຈາກເຮືອນເລີຍ.

ທ່ານນາງ ອີເວນນາ ຣອສ (Evainna Ross), ຜູ້ອໍານວຍການໂຄງການລິເລີ່ມຊຸດສີດໍາກ່າວຜ່ານທາງ Skype ວ່າ:
"ແລະ ສະນັ້ນ ຂ້ອຍເລີຍເວົ້າວ່າ, 'ເອີ, ພວກເຮົາຈະເຮັດອັນໃດອັນນຶ່ງໄດ້ແນວໃດເພື່ອວ່າ ຢ່າງຫນ້ອຍກໍໃຫ້ເຂົາເຈົ້າໄດ້ຮັບປະສົບການໃນການເດີນ ທາງ.'"

ທ່ານນາງ ອີເວນນາ ຣອສ (Evainna Ross), ຜູ້ອຳນວຍການ ໂຄງການນີ້ ໄດ້ລົງມືສ້າງແຜນການທ່ອງທ່ຽວເໝືອນຈິງກັບບໍລິສັດອິສຣາແອລທີ່ຊື່ວ່າ Hop A Tour ຊຶ່ງແປວ່າ ໂດດຂຶ້ນໄປທ່ຽວ. ພວກນັກຮຽນ ໄດ້ເລືອກອອສເຕຣເລຍ ເປັນຈຸດຫມາຍປາຍທາງການທ່ອງທ່ຽວຂອງເຂົາເຈົ້າ.
"ມາໆ ແລະມາກັບຂ້ອຍ ໃນຂະນະທີ່ພວກເຮົາຮຽນຮູ້ທຸກຢ່າງກ່ຽວກັບພືດ ແລະສັດຂອງອອສເຕຣເລຍ... "

ການທ່ອງທ່ຽວໄດ້ຖ່າຍທອດສົດ ແລະມີການໂຕ້ຕອບກັນທາງອອນລາຍ.

ທ້າວ ຈັສທັສ ພູລ (Justus Pool), ຜູ້ເຂົ້າຮ່ວມການທ່ອງທ່ຽວເໝືອນຈິງ, ກ່າວ ຜ່ານທາງ Skype ວ່າ: “ລາວໂອ້ລົມກັບພວກເຮົາດີຫຼາຍ. ລາວເຮັດໃຫ້ມັນມ່ວນ, ລາວຕະຫລົກ. ຂ້ອຍເຫັນໂຄງສ້າງພູເຂົາທີ່ແຕກຕ່າງກັນ, ເຫັນນົກປະເພດຕ່າງໆ. ມັນເບິ່ງຄືວ່າເປັນໂລກອັນໃໝ່ໝົດເລີຍ.”

ທ່ານ ໂດມີນິກ ໂດຣາຊີ (Dominic D'orazi) ເປັນຜູ້ນໍາທ່ຽວທີ່ເປັນມືອາຊີບຢູ່ ນະຄອນແຊນແຟຣນຊິສໂກ (San Francisco) ມາເປັນເວລາຫຼາຍກວ່າ 30 ປີ, ແຕ່ຕົກມາໃນປີ 2020 …

ທ່ານ ໂດຣາຊີ, ຄົນນໍາທ່ຽວທາງອອນລາຍເໝືອນຈິງເວົ້າວ່າ:
"ຕາຕະລາງເຮັດວຽກປົກກະຕິຂອງຂ້ອຍແມ່ນຫາຍໄປເລີຍ."

ໂດຍໃຊ້ອຸປະກອນແລະຊອຟແວຈໍານວນນຶ່ງຈາກບໍລິສັດ Hop A Tour, ລາວ ກໍກຽມພ້ອມເພື່ອທໍາການຖ່າຍທອດສົດ.
“ທ່ານຢູ່ໃນເສັ້ນທາງຫລັກທີ່ຍາວຂອງເຂດເມືອງຈີນ ຫລື Chinatown.
ສະບາຍດີ, ລີລີ (Lily) ... ”


ໃນລະຫວ່າງທີ່ຢູ່ໃນການທ່ອງທ່ຽວນັ້ນ, ຜູ້ເຂົ້າຮ່ວມສາມາດຖາມ ຄຳຖາມໄດ້.
D'orazi ຖືກ້ອງຖ່າຍຮູບຢູ່ໃນໂທລະສັບມືຖືແລ້ວເວົ້າວ່າ:
"ຄຸກກີ້ໂຊກດີ ຫລື fortune cookie, ດັ່ງທີ່ພວກເຮົາຮູ້ແລ້ວ, ໄດ້ຖືກປະດິດຂຶ້ນຢູ່ໃນທີ່ນີ້ ໃນເມືອງຊານຟຣານຊິສໂກ."

ເຖິງແມ່ນວ່າ ໃນຂະນະທີ່ມີການເດີນທາງຂອງຄົນເຂົ້າໄປໃນຕົວເມືອງດັ່ງກ່າວ ເລີ້ມຫລາຍຂຶ້ນແລ້ວກໍຕາມ, ທ່ານໂດຣາຊີ (D'orazi) ຄິດວ່າ ການທ່ອງທ່ຽວ ທາງອອນລາຍທີ່ສະເໝືອນຈິງ, ເຊິ່ງເລີ່ມຕົ້ນປະມານ 14 ໂດລາ, ແມ່ນຍັງຈະຄົງມີຢູ່ຕໍ່ໄປ.

ທ່ານໂດຣາຊີບອກວ່າ:
"ມັນມີຄຸນຄ່າທີ່ດີທີ່ຈະມອບໃຫ້ກັບຜູ້ຄົນ, ເຈົ້າຮູ້ຈັກບໍ່, ເວລານຶ່ງຊົ່ວໂມງຂອງຊີກ ນຶ່ງຂອງເມືອງ ຫຼືຂອງຈຸດໝາຍປາຍທາງການທ່ອງທ່ຽວແຫ່ງນຶ່ງ."

ທ່ານ ເຄນານ ບຣອນ (Kenan Braun) ເປັນຫົວໜ້າຜູ້ບໍລິຫານ ຫລື CEO ຂອງບໍລິສັດ Hop A Tour ກ່າວຜ່ານທາງ Skype ວ່າ:
“ພວກເຮົາບໍ່ເຄີຍພະຍາຍາມທີ່ຈະທົດແທນການທ່ອງທ່ຽວທີ່ແທ້ຈິງເລີຍ. ພວກເຮົາກຳລັງພະຍາຍາມສ້າງໃຫ້ມີການສໍາພັດກັບສະຖານທີ່ໃໝ່ເພີ່ມເຕີມ, ບາງທີອາດເປັນຈຸດໝາຍປາຍທາງທີ່ມີລັກສະນະພິເສດ.”

ທຸກຢ່າງເກືອບຄືກັນກັບການໄດ້ໄປຢູ່ທີ່ນັ້ນເລີຍ, ນອກຈາກບໍ່ກິ່ນ ແລະລົດຊາດເທົ່ານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

When the pandemic paused global travel in 2020, some tour guides moved online to lead livestreamed tours of popular destinations. Matt Dibble looks at how virtual getaways may be here to stay.

This youth leadership program in North Carolina usually takes a trip each year to celebrate its graduating seniors. But during the pandemic, there was no leaving home.

Evainna Ross, Director, Black Suit Initiative, Courtesy: Skype:
“And so I said, ‘Well, how can we do something so that they are at least being given the experience of traveling.’ ”

Evainna Ross, director of the program, landed on the idea of a virtual tour with an Israeli company called Hop A Tour. The students chose Australia for their destination.

SOT Tour Guide, Hop A Tour:
“Come and join me as we learn all about Australia’s plants and animals…”

The tour was livestreamed and interactive.

Justus Pool, Virtual Tour Participant, Skype:
“He was very engaged with us. He made it fun, he was funny. I saw different mountain structures, different types of birds. It looked like a whole new world.”

Dominic D’orazi [doh-RAH-zee] has been a professional tour guide in San Francisco for over 30 years, but in 2020…

Dominic D’orazi, Virtual Tour Guide:
“My normal work schedule just collapsed.”

With a few pieces of equipment and software from Hop A Tour, he was ready for livestreaming.
“You are on the main drag of Chinatown.

Hi, Lily...”

During the tour, participants can ask questions.

D’orazi on camera:
“The fortune cookie, as we know it, was invented right here in San Francisco.”

Even as travel to the city is picking up, D’orazi thinks virtual tours, which start at about $14, are here to stay.

Dominic D’orazi, Virtual Tour Guide:
“It comes at a good value to give people, you know, a one-hour slice of a city or a destination.”

Kenan Braun, Hop A Tour CEO,Skype:
“We never try to replace real tourism. We're trying to create an additional exposure to new places, maybe a niche destination.”
Almost like being there, minus the smells and the tastes.

XS
SM
MD
LG