ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດເວີຈີເນຍ ລຳລຶກ ເຖິງວັນຄົບຮອບ 400 ປີ ທີ່ເຮືອບັນທຸກ ຂ້າທາດ ເດີນທາງຮອດ ລັດນີ້


ນັກຮຽນຢູ່ທີ່ ໂຮງຮຽນ George P. Phenix ໃນເມືອງແຮມຕັນ ລັດເວີຈີເນຍ, ສົນທະນາ ກັບອາຈານໃຫຍ່ຂອງໂຮງຮຽນ ເລື້ອງຂ້າທາດ ແລະ ການພົວພັນດ້ານຊົນຊາດ.
ນັກຮຽນຢູ່ທີ່ ໂຮງຮຽນ George P. Phenix ໃນເມືອງແຮມຕັນ ລັດເວີຈີເນຍ, ສົນທະນາ ກັບອາຈານໃຫຍ່ຂອງໂຮງຮຽນ ເລື້ອງຂ້າທາດ ແລະ ການພົວພັນດ້ານຊົນຊາດ.

ຜູ້ປົກລັດເວີຈີເນຍ ທ່ານຣາວຟ໌ ນໍຣທຳ (Ralph Northam) ໄດ້ປະກາດໃນວັນເສົາ
ວານນີ້ ຄະນະກຳມາທິການໃໝ່ຂອງລັດ ເພື່ອທົບທວນຄືນ ມາດຕະຖານດ້ານການ
ສຶກສາ ສຳລັບການສິດສອນປະຫວັດສາດ ຂອງຄົນຜິວດຳ ໃນລັດດັ່ງກ່າວ ຂະນະທີ່
ບັນດາເຈົ້າໜ້າທີ່ ກຳລັງລຳລຶກເຖິງການເດີນທາງມາຮອດ ຂອງພວກຂ້າທາດ ຊາວ
ອາຟຣິກາ ຊຶ່ງໃນປັດຈຸບັນນີ້ ແມ່ນລັດເວີຈີເນຍ ເມື່ອ 400 ປີກ່ອນ.

ທ່ານນໍຣທຳ ຜູ້ທີ່ໄດ້ໃຫ້ຂໍ້ສັງເກດວ່າ “ພວກເຮົາແມ່ນລັດ ທີ່ເປັນເວລາຍາວນານມາແລ້ວ
ທີ່ໄດ້ເລົ່າເລື້ອງທີ່ຜິດໆ ໂດຍພວກເຮົາເອງ” ຊຶ່ງທ່ານໄດ້ກ່າວຖະແຫລງຢູ່ທີ່ ພິທີລຳລຶກ
ເຖິງການເດີນທາງມາຮອດໃນເມືອງແຮມຕັນ ຂອງຊາວອາຟຣິກັນ ສຳລັບປີ 2019.
ເຫດການດັ່ງກ່າວ ເປັນສ່ວນນຶ່ງຂອງພິທີຕ່າງໆ ທີ່ກຳລັງເປີດເຜີຍອອກມາທ່າມກາງ
ການ ເພີ້ມຂຶ້ນຂອງພວກຜິວຂາວຊາດນິຍົມ ໃນທົ່ວປະເທດ ແລະເລື້ອງເສຍຫາຍທີ່ຍັງ
ມີຢູ່ ກ່ຽວຂ້ອງກັບພາບຖ່າຍ ທີ່ມີທ່ານນໍຣທຳ ທາໜ້າສີດຳນັ້ນ.

ທ່ານນໍຣທຳ ໄດ້ກ່າວວ່າ ທ່ານໄດ້ລົງນາມໃນ ຄຳສັ່ງສະບັບນຶ່ງ ໃຫ້ກໍ່ຕັ້ງຄະນະກຳມາ-
ທິການ ເພື່ອທົບທວນຄືນ ວິທີການສັ່ງສອນ ເນື້ອຫາ ແລະປຶ້ມຕຳລາທີ່ໃຊ້ໃນປັດຈຸບັນ
ເພື່ອສັ່ງສອນປະຫວັດສາດຂອງຊາວອາເມຣິກັນເຊື້ອສາຍອາຟຣິກາ ຢູ່ໃນລັດ.

ທ່ານນໍຣທຳ ສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ “ສ່ວນຫຼາຍ ພວກເຮົາບໍ່ສາມາດເຊື່ອມ
ຕໍ່ເຫດການຕ່າງໆທີ່ເກີດຂຶ້ນໃນເມື່ອກ່ອນ ໃສ່ກັບເຫດການໃນປັດຈຸບັນ ແຕ່ເພື່ອທີ່ຈະ
ກ້າວໄປຂ້າງໜ້າໄດ້ ອັນນັ້ນ ແມ່ນສິ່ງທີີ່ພວກເຮົາຕ້ອງເຮັດ.” ທ່ານກ່າວຕໍ່ໄປວ່າ “ພວກ
ເຮົາຮູ້ດີວ່າ ການຈຳແນກເຊື້ອຊາດ ແລະການຈຳແນກບໍ່ໄດ້ຖືກຝັງໄວ້ໃນອະດີດ. ສິ່ງ
ເຫຼົ່ານັ້ນ ບໍ່ໄດ້ຖືກແກ້ໄຂ ດ້ວຍກົດໝາຍສິດທິຂອງພົນລະເຮືອນ. ສິ່ງເຫຼົ່ານັນ ບໍ່ໄດ້ຫາຍ
ໄປ. ສິ່ງເຫຼົ່ານັ້ນ ພຽງແຕ່ໄດ້ວິວັດທະນາການ.”

Virginia Gov. Ralph Northam announced Saturday a new state commission to review educational standards for teaching black history in the state, as officials observed the arrival of enslaved Africans to what is now Virginia 400 years ago.

Northam, who noted ``we are a state that for too long has told a false story of ourselves,'' spoke at the 2019 African Landing Commemorative Ceremony in Hampton. The event was part of a weekend of ceremonies that are unfolding in the backdrop of rising white nationalism across the country and a lingering scandal surrounding Northam and a blackface photo.

Northam said he signed a directive to create the commission to review instructional practices, content, and resources currently used to teach African American history in the state.

``We often fail to draw the connecting lines from those past events to our present day, but to move forward, that is what we must do,'' Northam, a Democrat, said. ``We know that racism and discrimination aren't locked in the past. They weren't solved with the Civil Rights Act. They didn't disappear. They merely evolved.''

XS
SM
MD
LG