"ພວກເຮົາຕ້ອງເຮັດໃຫ້ສົງຄາມອັນນີ້ສິ້ນສຸດລົງ ແລະກັບໄປມີການດຳລົງຊີວິດແບບພົນລະເຮືອນຄືນອີກ”, ນັ້ນຄືຄຳເວົ້າຂອງທ້າວໂມຮຳເມດ (Mohammed) ທະຫານອາຍຸ 27 ປີ ທີ່ປະຈຳຢູ່ຄ້າຍແຫ່ງນຶ່ງ ຢູ່ເຂດຊານເມືອງຂອງນະຄອນຫລວງທຣີໂປລີ.
ໃນເວລາບໍ່ຮອດນຶ່ງເດືອນກ່ອນໜ້ານັ້ນ ການເຈລະຈາສັນຕິພາບໄດ້ຖືກວາງແຜນເອົາໄວ້ ແລະການທ້ອນໂຮມລີເບຍ ກໍກັບຄືນມາເປັນຫົວຂໍ້ໃນການເຈລະຈານັ້ນອີກ. ແຕ່ດຽວນີ້ ພວກນັກລົບແມ່ນມີການສູ້ລົບກັນເປັນອາທິດທີ 4 ແລ້ວ ໃນຂະນະທີ່ກຳລັງທະຫານຂອງທ່ານຄາລິຟາ ຮາຟຕາ (Khalifa Haftar) ຊຶ່ງເປັນກຳລັງຢູ່ທາງຕາເວັນອອກ ໄດ້ຍຶດເອົາພາກຕາເວັນຕົກຂອງນະຄອນຫລວງດັ່ງກ່າວ.
ນຶ່ງຊົ່ວໂມງຕໍ່ມາ, ທ້າວໂມຮຳເມດ (Mohammed) ກໍໄດ້ຢູ່ຖັນແຖວທາງໜ້າ ໃນຂະນະທີ່ມີການຍິງປືນມາຈາກທັງສອງທິດໃສ່ສັນຄູດິນຢູ່ໃນເຂດຄຸ້ມບ້ານທີ່ພົນລະເຮືອນຄົນໄດ້ປະໜີໄປ ໃນເວລາບໍ່ພໍເທົ່າໃດອາທິດກ່ອນໜ້ານີ້. ບໍ່ມີຝ່າຍໃດຍຶດເອົາໄດ້ຜືນແຜ່ນດິນນັ້ນເລີຍ.
ທະຫານຂອງທ່ານຮາຟຕາ (Haftar) ຊຶ່ງເອີ້ນວ່າ ກອງທັບແຫ່ງຊາດຂອງລີເບຍ ໄດ້ໄປເຖິງທີ່ນັ້ນເກືອບນຶ່ງເດືອນກ່ອນໜ້ານີ້ ພາຍຫລັງທີ່ທ່ານໄດ້ປະກາດເຈດຕະນາຂອງທ່ານທີ່ຈະຍຶດເອົານະຄອນທຣີໂປລີ. ກຳລັງທະຫານຂອງຝ່າຍ ຕາເວັນຕົກ ທີ່ເອີ້ນວ່າ ແນວໂຮມຊາດແຫ່ງຊາດຂອງລັດຖະບານ ຫລື Government of National Accord ສ່ວນໃຫຍ່ແລ້ວແມ່ນປ້ອງກັນບໍ່ໃຫ້ຝ່າຍໂຈມຕີ ເຂົ້າໄປໃນໃຈກາງເມືອງໄດ້ ແຕ່ວ່າ ກໍມີການສູ້ລົບກັນເກືອບວ່າບໍ່ຂາດສາຍເລີຍ ຢູ່ໃນເຂດຊານເມືອງ ແລະ 42,000 ຄົນໄດ້ອົບພະຍົບຫລົບໜີໄປ. ຢ່າງໜ້ອຍມີພົນລະເມືອງ 22 ຄົນຖືກຂ້າຕາຍ.
ເບິ່ງວີດິໂອ: ຄອບຄົວຊາວອົບພະຍົບ ຢູ່ໃນເຂດ Languish ຂອງນະຄອນຫລວງ ທຣີໂປລີ
ພະນັກງານຂອງອົງການຊ່ວຍເຫລືອຢ້ານວ່າ ເຄື່ອງຊ່ວຍເຫລືອທີ່ມີໜ້ອຍຢູ່ແລ້ວນັ້ນບໍ່ພໍ ແລະຖ້າຫາກມີການໂຈມຕີດຳເນີນຕໍ່ໄປມັນຈະເຮັດໃຫ້ເກີດວິກິດການ ຊຶ່ງເປັນເຫດການທີ່ພວກເຂົາເຈົ້າບໍ່ໄດ້ກະກຽມໄວ້ໃນເມື່ອກ່ອນ ເພື່ອຮັບມືກັບມັນ.
ທ່ານ ອາເມດ ເກແດນ (Ahmed Ghedan) ທີ່ຮັບຜິດຊອບຢູ່ໃນສູນຫລົບໄພໃນນະຄອນທຣີໂປລີ ທີ່ເກືອບວ່າຈະຖືກປ່ຽນໃຫ້ກາຍເປັນເຮືອນຢູ່ໃນໂຮງຮຽນນັ້ນ ອະທິບາຍວ່າ "ພວກເຮົາຢ້ານວ່າຈະມີຄົນອົບພະຍົບ ມາເປັນຈຳນວນຫລວງຫລາຍ ເພາະວ່າພວກເຮົາມີລະດັບຄວາມສາມາດໃນການຊ່ວຍເຫລືອໄດ້ຕ່ຳຫລາຍ." ທ່ານກ່າວເພີ້ມອີກວ່າ "ພວກເຮົາແມ່ນກາງຕໍ່ອາໄສປະຊາຊົນ ແລະພວກນັກທຸລະກິດຂອງນະຄອນທຣີໂປລີ ເພື່ອຊ່ວຍຄອບຄົວທັງຫລາຍ. ສະນັ້ນ ພວກເຮົາຢ້ານວ່າ ພວກເຮົາຈະບໍ່ໄດ້ຮັບການຊ່ວຍເຫລືອຢ່າງພຽງພໍ.”