ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໝູ່ບ້ານຂອງຊາວຢູເຄຣນ ກອງເຕັມໄປດ້ວຍລະເບີດຫຼັງຈາກການຢຶດຄອງຂອງ ຣັດເຊຍ


Ukrainian Village Laden With Explosives in Aftermath of Russian Occupation
please wait

No media source currently available

0:00 0:02:37 0:00

ລາຍງານ: ລະເບີດທີ່ຍັງຫຼົງເຫຼືອຢ່າງຫຼວງຫຼາຍໃນໝູ່ບ້ານຂອງ ຢູເຄຣນ ລຸນຫຼັງການຢຶດຄອງຂອງ ຣັດເຊຍ.

ໃນຂະນະທີ່ປະຊາຊົນຢູເຄຣນພາກັນຕໍ່ສູ້ ເພື່ອຍາດ​ເອົາ​ດິນ​ແດນທີ່ຣັດເຊຍຢຶດຄອງຢູ່ນັ້ນ ໃນການ​ໂຈມ​ຕີ​ຕອບ​ໂຕ້​ຄືນ VOA ໄປຢ້ຽມຢາມບ້ານ​ແຫ່ງ​ນຶ່ງ ທີ່ຢູເຄຣນປົດ​ປ່ອຍ ແຕ່​ເຕັມ​ໄປດ້ວຍລູກລະເບີດຈໍານວນຫຼາຍ ທີ່ອາດຈະໃຊ້ເວລາເປັນທົດສະວັດ ຫຼື ຫຼາຍກວ່ານັ້ນ ເພື່ອເກັບ​ກູ້​ລະ​ເບີດ​ອອກໄປ. ເຮເຕີ້ ເມີດັອກ (Heather Murdock) ນັກຂ່າວ VOA ມີລາຍງານຈາກ ແຄມຢັງກາ (Kamyanka) ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນບໍ່ເທົ່າໃດມື້ທີ່ຜ່ານມາ, ເຈົ້າຂອງເຮືອນຫຼັງນຶ່ງທີ່ຕັ້ງຢູ່ໃນບ້ານແຄມຢັງການີ້ ໄດ້ກັບຄືນມາເພື່ອທໍາຄວາມສະອາດສວນຂອງລາວ ແລະສ້ອມແປງເຮືອນຂອງລາວ.

ພວກເຮົາພົບກັບ ອີກໍ ໂບໂຮຣາສ (Igor Bohoraz) ຢູ່ທີ່ໂຮງໝໍ ໃນເມືອງ ອີຊຽມ ທີ່ໃກ້ທີ່ສຸດ, ເຊິ່ງເປັນບ່ອນທີ່ລາວໄດ້ຮັບການປິ່ນປົວລຸນຫຼັງທີ່ລາວສູນເສຍຕີນແລະແຄ່ງຂອງລາວ. ລາວໄດ້ກູ້ລູກລະເບີດ “ແຂ້ວມັງກອນ (Dragon tooth)” ຂະໜາດນ້ອຍ 20 ໜ່ວຍ ດ້ວຍຊ້ວນ ອອກຈາກສວນຂອງລາວ, ຈາກນັ້ນ ລາວບັງເອີນໄປຢຽບລະເບີດລູກນຶ່ງ ແລະມັນກໍລະເບີດຂຶ້ນໃນທັນທີ.

ທ້າວອີກໍ, ຜູ້ເຄາະຮ້າຍກ່າວເປັນພາສາຣັດເຊຍວ່າ:

“ພວກເຮົາພາກັນປູກພືດຕ່າງໆຄືນໃໝ່, ທຸກໆຢ່າງກໍຜ່ານໄປໄດ້ດີ. ແຕ່ຂ້ອຍຊໍ້າພັດຕ້ອງການທໍາຄວາມສະອາດບໍລິເວນສວນນັ້ນອອກໄປຕື່ມ. ຂ້ອຍຍ່າງໄປນື່ງກ້າວດ້ວຍຄວາມຜິດພາດ ຂ້ອຍກໍເລີຍໄປຢຽບລະເບີດ.”

ທ້າວໂບໂຮຣາສ ກ່າວວ່າ ລາວແນມລົງໄປລຸ່ມ ແລະລາວກໍພົບວ່າ ຕີນຂອງລາວບໍ່ເຫັນແລ້ວ.

ຄັ້ງນຶ່ງ, ແຄມຢັງກາ ເຄີຍເປັນໝູ່ບ້ານທີ່ງົດງາມ ແລະໄດ້ຮັບການມ້ຽນ​ມັດ​ຢ່າງ ເປັນລະບຽບ, ປັດຈຸບັນ ໝູ່ບ້ານແຫ່ງນີ້ ຖືກປົກຫຸ້ມ ດ້ວຍພຸ່ມໄມ້ ແລະຫຍ້າ. ເຮືອນເກືອບໝົດທຸກຫຼັງຢູ່ໃນທີ່ນີ້ ຖືກທໍາລາຍດ້ວຍການສູ້ລົບກັນໃນລະດູໜາວ ປີກາຍນີ້, ໃນຂະນະນີ້ ຢູເຄຣນ ຢຶດເອົາພື້ນທີ່ສ່ວນໃຫຍ່ມາໄດ້ແລ້ວ ຫຼັງຈາກທີ່ຣັດເຊຍ ຄວບຄຸມມາເປັນມາເປັນເວລາຫຼາຍກວ່າ 6 ເດືອນ.

ປັດຈຸບັນ, ມີປະຊາຊົນພຽງແຕ່ 10 ກວ່າຄົນ ຫຼືບໍ່ຮອດນັ້ນ ໃນຈໍານວນປະຊາ ຊົນ 1,100 ຄົນ ທີ່ຍັງຄົງອາໄສຢູ່ທີ່ນີ້ໂດຍປາສະຈາກໄຟຟ້າ, ອາຍແກັສ ແລະນໍ້າປະປາໃຊ້.

ນາງໂອລກາ ສກລີຢາໂຣວາ (Olga Sklyarova), ຜູ້ຢູ່ອາໄສໃນໝູ່ບ້ານແຫ່ງນີ້ ກ່າວເປັນພາສາຢູເຄຣນວ່າ:

“ພວກເຮົາບໍ່ມີຫຍັງເລີຍ. ປະຊາຊົນທີ່ອາໄສຢູ່ທີ່ນີ້ ໄດ້ຮັບເຄື່ອງປັ່ນໄຟຟ້າ. ແຕ່ພວກເຂົາເຈົ້າຈໍາເປັນຕ້ອງໃຊ້ນໍ້າມັນ ແລະນໍ້າມັນກໍແພງຫຼາຍ.”

ຢູ່ບໍລິເວນຂົງເຂດນອກຂອງໝູ່ບ້ານ ຜູ້ຊ່ຽວຊານກໍາລັງເກັບກູ້ລະເບີດເພື່ອແປງທາງໃຫ້ບັນດາພະນັກງານຕ່າງໆ ສາມາດເຂົ້າມາຕິດຕັ້ງໄຟຟ້າ ແລະພື້ນຖານໂຄງລ່າງອື່ນໆຄືນໃໝ່.

ທ່ານເຟໂດຣຸກ ໂວໂລດີເມຍ (Fedoruk Volodymyr), ຫົວໜ້າທີມເກັບກູ້ລະເບີດ ກ່າວເປັນພາສາຢູເຄຣນວ່າ:

“ອາດຈະໃຊ້ເວລາຢ່າງໜ້ອຍ 10 ປີ, ຢ່າງໜ້ອຍ, ເນື່ອງຈາກວ່າຊີວິດຍັງຄົງດໍາເນີນຕໍ່ໄປ, ຜູ້ຄົນຍັງພາກັນຍ່າງໄປມາ. ມັນບໍ່ແມ່ນຄວາມຈິງເລີຍ.”

ທ້າວໂບໂຮຣາສ ກ່າວວ່າ ລາວຮູ້ຈັກອີກ 8 ຄົນ ອາໄສຢູ່ໃນໝູ່ບ້ານ ທີ່ສູນເສຍແຂນຂາຂອງພວກເຂົາເຈົ້າເຊັ່ນກັນ, ແລະອີກສອງຄົນ ທີ່ໄດ້ຮັບຄວາມທຸກທໍລະ ມານຈາກການລະເບີດໃກ້ກັບຕາຂອງພວກເຂົາເຈົ້າ. ລາວກ່າວວ່າ ລາວຍັງສົງ ໄສວ່າ ລາວຊິຢູ່ເຫັນໝູ່ບ້ານຂອງລາວນັ້ນ ປອດໄພພຽງພໍໃຫ້ຫຼານຂອງລາວໄດ້ແລ່ນຫຼິ້ນຫຼືບໍ່.

ລາວກ່າວວ່າ:

“ຊິໃຫ້ຂ້ອຍວ່າແນວໃດ? ມັນແມ່ນບ່ອນຢູ່ອາໄສດັ້ງເດີມຂອງຂ້ອຍ. ຂ້ອຍເຄີຍຕຶກປາຢູ່ທີ່ນັ້ນ ແລະເຄີຍໄປຍ່າງຫຼິ້ນ ຕາມທໍາມະຊາດ. ຂ້ອຍບໍານານແລ້ວ. ຂ້ອຍຄວນນັ່ງຢູ່ທີ່ນັ້ນພ້ອມດ້ວຍຄັນເບັດຕຶກປາ, ແຕ່ສົງຄາມຊໍ້າພັດເກີດຂຶ້ນ.”

ປັດຈຸບັນ, ຢູເຄຣນ ກໍາລັງຕໍ່ສູ້ ເພື່ອທວງຄືນພື້ນທີ່ອື່ນໆ ທີ່ຣັດເຊຍ ຢຶດຄອງຢູ່ ລະຫວ່າງການບຸກ​ໂຈມ​ຕີຕອບໂຕ້ຄືນຂອງພວກເຂົາເຈົ້າໃນລະດູບານໃໝ່ ກ້າວເຂົ້າສູ່ລະດູຮ້ອນ.

ພະນັກງານເກັບກູ້ລະເບີດກ່າວວ່າ ລະເບີດຝັງດິນ ແລະລະເບີດອື່ນໆທີ່ເປັນອັນຕະລາຍຫຼາຍພັນໜ່ວຍ ໄດ້ຖືກເກັບ​ກູ້ອອກຈາກພູມິພາກ ທີ່ຄັ້ງນຶ່ງເຄີຍຖືກ ຢຶດຄອງ, ແຕ່ກໍຍັງມີຫຼົງເຫຼືອອີກ ຈໍານວນຫຼາຍ ແລະມີທ່າທາງວ່າຈະເປັນອັນ ຕະລາຍແກ່ຜູ່ທີ່ສ່ຽງໄພເຂົ້າໄປໃນຂົງເຂດນັ້ນ.

As Ukrainians fight to retake Russian-occupied areas in their counteroffensive, VOA visits a reclaimed Ukranian village now laden with explosives that may take a decade or more to clear. VOA’s Heather Murdock reports from Kamyanka.

A few days ago, the owner of this home in the village of Kamyanka came back to clean up his garden and repair his house.

We met Igor Bohoraz in a hospital in the nearest city, Izium, where he was being treated after losing a foot and lower leg. He had cleared about 20 small "Dragon tooth" mines from his garden with a shovel, then accidentally stepped on one, triggering an explosion.

Igor Bohoraz, Mine Victim, Male in Russian

“We replanted the garden and everything was fine. But I wanted to clean up more areas beyond the garden. I took one wrong step and I hit a mine.”

Bohoraz says he looked down to find that his foot was gone.

Once a quaint and carefully manicured village, Kamyanka is now overgrown with bushes and grass. Almost every home here was destroyed in battles last fall, as Ukraine reclaimed much of the region after more than six months of Russian occupation.

Now only a dozen or so residents out of more than 1,100 remain — without electricity, gas or running water.

Olga Sklyarova, Kamyanka Resident, Female in Ukrainian

“We have nothing. The people who stayed here were given generators. But they need fuel and its expensive.”

On the outskirts of the village, demining experts clear pathways so that workers can eventually restore electricity and other infrastructure.

Fedoruk Volodymyr, Demining Squad Commander, Male in Ukrainian

“It will take at least ten years, minimum, because life is ongoing, people are walking around. It is unreal.”

Bohoraz says he knows eight other people from the village who have lost limbs, and two who suffered from explosions near their eyes. He says he doubts he will live to see his village safe enough for his grandchildren to play in.

Igor Bohoraz, Mine Victim, Male in Russian

“What can I say? It was my native air. I used to fish there and take trips into nature. I’m retired. I should be sitting with a fishing rod, but the war happened.”

Ukraine is now fighting to reclaim other Russian-held areas as its spring counteroffensive moves into summer.

Demining crews say thousands of mines and other dangerous explosives have been removed from this once-occupied region, but many more remain and pose a threat to all who venture there.

XS
SM
MD
LG