ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບໍລິສັດ ເທັກໂນໂລຈີ ຫວຽດນາມ ກ່າວວ່າ ການຄ້າເສລີ ຂັບດັນ ໃຫ້ເສດຖະກິດ ເຕີບໂຕ


Vietnam's Largest IT Company Touts Free Trade for Growth
please wait

No media source currently available

0:00 0:01:57 0:00

11 ປະເທດ ທີ່ເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງອົງການ APEC ທີ່ເມືອງດານັງ
ປະເທດຫວຽດນາມ ໃນວັນເສົາກ່ອນນີ້ ໄດ້ຕົກລົງກັນ ທີ່ຈະສ້າງ ຕັ້ງເຂດການຄ້າເສ
ລີ ຂ້າມມະຫາສະໝຸດປາຊີຟິກ ທັງໆທີ່ຕະຫຼາດທີ່ໃຫຍ່ທີ່ສຸດຂອງໂລກ ຄືສະຫະລັດ
ໄດ້ຖອນຕົວອອກຈາກຂໍ້ຕົກລົງດັ່ງກ່າວ. ເປັນທີ່ຄາດກັນວ່າ ຫວຽດນາມຈະເປັນປະ
ເທດນຶ່ງ ທີ່ຈະໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກເຂດການຄ້າເສລີນີ້ ໃນຂະນະທີ່
ຫວຽດນາມ ສົ່ງອອກສິນຄ້າ ເພີ້ມຂຶ້ນຢ່າງວ່ອງໄວ ຮວມທັງ ເຄື່ອງເທັກໂນໂລຈີ ນຳ
ດ້ວຍ. ຜູ້ສື່ຂ່າວ ວີໂອເອ Daniel Schearf ໄດ້ໄປຢ້ຽມຢາມ ບໍລິສັດ FPT ຊຶ່ງເປັນ
ບໍລິສັດເທັກໂນໂລຈີ ທີ່ໃຫຍ່ສຸດຂອງຫວຽດນາມ ແລະມີໂອກາດໄດ້ໂອ້ລົມກັບເປັນ
ພິເສດກັບປະທານບໍລິສັດດັ່ງກ່າວທີ່ເມືອງດານັງ ຊຶ່ງໄພສານ ມີລາຍລະອຽດມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.

ການຄ້າເສລີ ແລະການລົງທຶນ ເປັນແຮງຂັບດັນຕໍ່ເສດຖະກິດຫວຽດນາມ ຄືເຕີບໂຕ
ຫຼາຍກວ່າ 6 ເປີເຊັນ ຕໍ່ປີ ໃນບັນດາປະເທດ ທີ່ມີເສດຖະກິດ ເຕີບໂຕໄວທີ່ສຸດ 4 ປະ
ເທດ ຢູ່ໃນເອເຊຍ. ທ່ານ Truong Gia Binh ປະທານກຸ່ມ FPT ກ່າວວ່າ:

“ທີ່ຈິງແລ້ວ ຂ້າພະເຈົ້າຄິດວ່າ ນັ້ນແມ່ນສຳຄັນຫຼາຍສຳລັບຫວຽດນາມ ບໍ່ພຽງແຕ່ເປີດ
ກວ້າງຕໍ່ໂລກແຕ່ຍັງປັບປຸງລະບຽບການໃນເລື່ອງການຄ້າແລະການຜະລິດແລະເຮັດ
ໃຫ້ຫວຽດນາມ ມີຄວາມເປັນສາກົນ ຫຼາຍຂຶ້ນ.”

ບໍລິສັດເທັກໂນໂລຈີໃຫຍ່ສຸດຂອງຫວຽດນາມອາດຈະໄດ້ຮັບແຮງຊຸກຍູ້ເພີ້ມຂຶ້ນຈາກ
ຂໍ້ຕົກລົງການຄ້າເສລີ ທີ່ໄດ້ບັນລຸກັນຢູ່ກອງປະຊຸມສຸດຍອດ ຂອງອົງການ APEC ທີ່
ເມືອງດານັງໃນເດືອນນີ້ແທນຂໍ້ຕົກລົງພາຄີຂ້າມມະຫາສະໝຸດປາຊີຟິກຫຼື TPP ນັ້ນ.
ທ່ານ Tran Tuan Anh ລັດຖະມົນຕີກະຊວງການຄ້າຂອງຫວຽດນາມກ່າວວ່າ:

“ບົນພື້ນຖານ ຂອງຜົນການເຈລະຈາ 4 ຮອບຜ່ານມາ ບັນດາລັດຖະມົນຕີ ທີ່ເຂົ້າ
ຮ່ວມກອງປະຊຸມ ໃນລະຫວ່າງສອງສາມມື້ຜ່ານມາຢູ່ທີ່ເມືອງດານັງໄດ້ຕົກລົງກັນ
ກ່ຽວກັບເນື້ອໄນທີ່ສຳຄັນບາງຢ່າງ ຮວມທັງການຕົກລົງ ກ່ຽວກັບຊື່ໃໝ່ຂອງ TPP
ກັບ​ 11 ປະເທດສະມາຊິກ ໃຫ້ປ່ຽນເປັນ ຂໍ້ຕົກລົງຮອບດ້ານແລະກ້າວໜ້າ ສຳລັບ
ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື CPTPP.”

ລັດຖະມົນຕີການຄ້າຫວຽດນາມ ທ່ານ Tran Tuan Anh ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ພາຄີຂ້າມມະຫາສະມຸດປາຊີຟິກ ທີ່ມີຂຶ້ນຢູ່ຂ້າງນອກ ກອງປະຊຸມສຸດຍອດເອເພັກ ທີ່ເມືອງດານັງ ປະເທດຫວຽດນາມ (11 ພະຈິກ 2017)
ລັດຖະມົນຕີການຄ້າຫວຽດນາມ ທ່ານ Tran Tuan Anh ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ພາຄີຂ້າມມະຫາສະມຸດປາຊີຟິກ ທີ່ມີຂຶ້ນຢູ່ຂ້າງນອກ ກອງປະຊຸມສຸດຍອດເອເພັກ ທີ່ເມືອງດານັງ ປະເທດຫວຽດນາມ (11 ພະຈິກ 2017)

ບໍລິສັດເທັກໂນໂລຈີໃຫຍ່ສຸດຂອງຫວຽດນາມອາດຈະໄດ້ຮັບແຮງຊຸກຍູ້ເພີ້ມຂຶ້ນຈາກ
ຂໍ້ຕົກລົງການຄ້າເສລີ ທີ່ໄດ້ບັນລຸກັນຢູ່ກອງປະຊຸມສຸດຍອດ ຂອງອົງການ APEC ທີ່
ເມືອງດານັງໃນເດືອນນີ້ແທນຂໍ້ຕົກລົງພາຄີຂ້າມມະຫາສະໝຸດປາຊີຟິກຫຼື TPP ນັ້ນ.
ທ່ານ Tran Tuan Anh ລັດຖະມົນຕີກະຊວງການຄ້າຂອງຫວຽດນາມກ່າວວ່າ:

“ບົນພື້ນຖານ ຂອງຜົນການເຈລະຈາ 4 ຮອບ ຜ່ານມາ ບັນດາລັດຖະມົນຕີ ທີ່ເຂົ້າ
ຮ່ວມກອງປະຊຸມ ໃນລະຫວ່າງສອງສາມມື້ຜ່ານມາຢູ່ທີ່ເມືອງດານັງໄດ້ຕົກລົງກັນ
ກ່ຽວກັບເນື້ອໄນທີ່ສຳຄັນບາງຢ່າງ ຮວມທັງການຕົກລົງ ກ່ຽວກັບຊື່ໃໝ່ຂອງ TPP
ກັບ​ 11 ປະເທດສະມາຊິກ ໃຫ້ປ່ຽນເປັນ ຂໍ້ຕົກລົງຮອບດ້ານແລະກ້າວໜ້າ ສຳລັບ
ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື CPTPP.”

ການປັບປຸງຂໍ້ຕົກລົງການຄ້າດັ່ງກ່າວ ມີຂຶ້ນຫລັງຈາກປະທານາທິບໍດີສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ຖອນສະຫະລັດ ຊຶ່ງເປັນຕະຫລາດທີ່ໃຫຍ່ທີ່ສຸດຂອງໂລກອອກຈາກ
ຂໍ້ຕົກລົງ ໂດຍເຫັນພ້ອມ ກັບຂໍ້ຕົກລົງສອງຝ່າຍ. ທ່ານ Truong Gia Binh ປະທານ
ຂອງບໍລິສັດ FPT ກ່າວວ່າ:

“ຂ້າພະເຈົ້າເຊື່ອຢ່າງແຂງຂັນວ່າ ໃນຈຸດໃດຈຸດນຶ່ງສະຫະລັດກໍຈະກັບຄືນມາເພື່ອ
ປຶກສາຫາລື ກ່ຽວກັບຄວາມໝັ້ນໝາຍ ໃນການເຮັດໃຫ້ເສດຖະກິດເຕີບໂຕ ແລະ
ຂ້າພະເຈົ້າຄິດວ່າ ນັ້ນຈະແມ່ນຫົນທາງທີ່ອາເມຣິກາຈະເຮັດ ໃນຖານະຜູ້ນຳຂອງ
ໂລກ.”

ເຄື່ອງໝາຍຂອງບໍລິສັດ Intel Corp. ໄດ້ສ້າງຕັ້ງ ບ່ອນປະກອບ ແລະບ່ອນກວດຂຶ້ນ ທີ່ສວນຮາຍເທັກໄຊງ່ອນ ນະຄອນໂຮ່ຈິມິນ ປະເທດວຽດນາມ.
ເຄື່ອງໝາຍຂອງບໍລິສັດ Intel Corp. ໄດ້ສ້າງຕັ້ງ ບ່ອນປະກອບ ແລະບ່ອນກວດຂຶ້ນ ທີ່ສວນຮາຍເທັກໄຊງ່ອນ ນະຄອນໂຮ່ຈິມິນ ປະເທດວຽດນາມ.

ບໍລິສັດ FPT ກ່າວວ່າ ຕົນບໍ່ມີຄວາມຕັ້ງໃຈ ທີ່ຈະພາດໂອກາດໄປກ່ຽວກັບການປະຕິ
ວັດລະບົບດີຈີຕອລຂອງໂລກ. ຊຶ່ງທ່ານ Truong Gia Binh ກ່າວກ່ຽວເລື່ອງນີ້ວ່າ:

“ຫວຽດນາມ ໄດ້ມີການຊັກຊ້າ ໃນການປະຕິວັດອຸດສາຫະກຳ ຫຼ້າສຸດ 3 ຄັ້ງ ແລະ
ການປະຕິວັດອຸດສາຫະກຳເທື່ອທີ 4 ແມ່ນເປັນພຽງຄັ້ງດຽວທີ່ອາດຈະເປັນຄັ້ງສຸດ
ທ້າຍສຳລັບຫວຽດນາມ ທີ່ຈະໄລ່ຕາມໃຫ້ທັນໂລກ.”

ບໍລິສັດເທັກໂນໂລຈີທີ່ໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍການຂະຫຍາຍສະຖານທີ່
ໃຫ້ກວ້າງຂວາງຂຶ້ນພາຍໃນປະເທດ ເວລານີ້ພວມຊອກຫາຕະຫລາດແຫ່ງຕ່າງໆ
ຢູ່ໃນເຂດເອເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG