ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບໍລິສັດ IT ໃຫຍ່ສຸດ ຂອງຫວຽດນາມ ຈະຂະຫຍາຍຕົວ ຍ້ອນການຄ້າເສລີ

Vietnam's Largest IT Company Touts Free Trade for Growth
please wait

No media source currently available

0:00 0:01:57 0:00

ບໍລິສັດເທັກໂນໂລຈີໃຫຍ່ສຸດອາດຈະໄດ້ຮັບການຊຸກຍູ້ເພີ້ມຂຶ້ນ ຈາກຂໍ້ຕົກລົງການຄ້າ
ເສລີ ທີ່ໄດ້ບັນລຸກັນຢູ່ກອງປະຊຸມສຸດຍອດຂອງ ອົງການ APEC ທີ່ເມືອງດານັງ ໃນ
ເດືອນນີ້ ແທນຂໍ້ຕົກລົງພາຄີຂ້າມມະຫາສະໝຸດປາຊີຟິກ ນັ້ນ.

11 ປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດຂອງອົງການ APEC ທີ່ເມືອງດານັງ
ປະເທດຫວຽດນາມ ໄດ້ຕົກລົງທີ່ຈະສ້າງຕັ້ງ ເຂດການຄ້າຂ້າມມະຫາສະໝຸດ
ປາຊີຟິກ ທັງໆທີ່ຕະຫລາດທີ່ໃຫຍ່ທີ່ສຸດຂອງໂລກ ນັ້ນກໍຄືສະຫະລັດ ໄດ້ຖອນຕົວ
ອອກຈາກຂໍ້ຕົກລົງນີ້.

ລັດຖະມົນຕີ ກະຊວງການຄ້າຂອງຫວຽດນາມ ທ່ານ Tran Tuan Anh ກ່າວ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກ່ຽວກັບ ຂໍ້ຕົກລົງ ພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື (TPP) ທີ່ຈັດຂຶ້ນຢູ່ນອກກອງປະຊຸມ ການຮ່ວມມືດ້ານເສດຖະກິດ ເອເຊຍ-ປາຊີຟິກ ຫຼື (APEC) ໃນເມືອງດານັງ ຂອງຫວຽດນາມ, ວັນທີ 11 ພະຈິກ 2017.

ລັດຖະມົນຕີ ກະຊວງການຄ້າຂອງຫວຽດນາມ ທ່ານ Tran Tuan Anh ໄດ້ປະກາດ
ໃນວັນເສົາຜ່ານມານີ້ວ່າ “ບົນພື້ນຖານຂອງຜົນການເຈລະຈາ 4 ຮອບຜ່ານມາ
ບັນດາລັດຖະມົນຕີ ທີ່ເຂົ້າຮ່ວມປະຊຸມ ໃນລະຫວ່າງສອງສາມມື້ຜ່ານມາ ຢູ່ທີ່
ເມືອງດານັງ ໄດ້ຕົກລົງກັນ ກ່ຽວກັບ ເນື້ອໄນທີ່ສຳຄັນບາງຢ່າງ ຮວມທັງການຕົກລົງ
ກ່ຽວກັບ ຊື່ຂອງ TPP ກັບ​ 11 ປະເທດສະມາຊິກ ໃຫ້ປ່ຽນເປັນຂໍ້ຕົກລົງຮອບດ້ານ
ແລະ ກ້າວໜ້າ ສຳລັບພາຄີຂ້າມມະຫາສະໝຸດປາຊີຟິກ ຫຼື CPTPP.

ການປັບປຸງຂໍ້ຕົກລົງການຄ້າດັ່ງກ່າວ ມີຂຶ້ນຫລັງຈາກ ປະທານາທິບໍດີສະຫະລັດ
ທ່ານດໍໂນລ ທຣຳ ໄດ້ຖອນສະຫະລັດ ຊຶ່ງເປັນຕະຫລາດທີ່ໃຫຍ່ທີ່ສຸດຂອງໂລກ
ອອກຈາກຂໍ້ຕົກລົງ ໂດຍເຫັນພ້ອມກັບຂໍ້ຕົກລົງສອງຝ່າຍ.

ປ້າຍສັນຍາລັກ ຂອງບໍລິສັດ Intel Corp. ຕິດຕັງຂຶ້ນ ຢູ່ທີ່ສະຖານທີ່ປະກອບ ແລະ ກວດສອບ ຢູ່ທີ່ Saigon High Tech Park, ໃນນະຄອນ Ho Chi Minh, ຫວຽດນາມ.
ປ້າຍສັນຍາລັກ ຂອງບໍລິສັດ Intel Corp. ຕິດຕັງຂຶ້ນ ຢູ່ທີ່ສະຖານທີ່ປະກອບ ແລະ ກວດສອບ ຢູ່ທີ່ Saigon High Tech Park, ໃນນະຄອນ Ho Chi Minh, ຫວຽດນາມ.

ເມື່ອມີການຖາມກ່ຽວກັບການປົກປ້ອງສິນຄ້າພາຍໃນປະເທດແບບບໍ່ຍຸຕິທຳເພື່ອ
ເປັນກຳແພງການຄ້າ ຊຶ່ງເປັນເຫດຜົນນຶ່ງ ທີ່ປະທານາທິບໍດີທຣຳ ໄດ້ກ່າວອ້າງ​ໃນການຖອນໂຕອອກຈາກ TPP ນັ້ນ ທ່ານ Truong Gia Binh ປະທານບໍລິສັດ
FPT ຊຶ່ງເປັນບໍລິສັດເທັກໂນໂລຈີ ທີ່ໃຫຍ່ທີ່ສຸດຂອງຫວຽດນາມ​ ໄດ້ກ່າວຕອບໄປ
ໃນທາງທີ່ດີວ່າ ສະຫະລັດແມ່ນປະເທດທີ່ຊຸກຍູ້ອິດສະຫຼະພາບ ເອກກະລາດ ແລະ
ການຄ້າເສລີ.

ທ່ານ Binh ກ່າວໃນການໃຫ້ສຳພາດພິເສດຕໍ່ວີໂອເອວ່າ “ຂ້າພະເຈົ້າເຊື່ອຢ່າງ
ແຂງຂັນວ່າ ໃນຈຸດໃດຈຸດນຶ່ງສະຫະລັດກໍຈະກັບຄືນມາເພື່ອຫາລືກ່ຽວກັບຄວາມ
ໝັ້ນໝາຍໃນການສ້າງຄວາມເຕີບໂຕ ແລະ ຂ້າພະເຈົ້າຄິດວ່າ ນັ້ນຈະແມ່ນຫົນ
ທາງທີ່ອາເມຣິກາຈະເຮັດ ໃນຖານະຜູ້ນຳຂອງໂລກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG