ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຫວຽດນາມ ປະທ້ວງຈີນ ເລື້ອງການຕິດຕັ້ງ ຖານເຈາະນ້ຳມັນ (ສະໄລດ໌/ວີດີໂອ)


ຫຼາຍຮ້ອຍຄົນປະທ້ວງ ຢູ່ນອກສະຖານທູດຈີນ ໃນຮາໂນ່ຍ ຊຶ່ງ ພ້ອມກັນນັ້ນ ກໍໄດ້ມີການປະທ້ວງ ທີ່ຄ້າຍຄືກັນນີ້ ຢູ່ໃນທົ່ວປະເທດ.
ຫຼາຍຮ້ອຍຄົນປະທ້ວງ ຢູ່ນອກສະຖານທູດຈີນ ໃນຮາໂນ່ຍ ຊຶ່ງ ພ້ອມກັນນັ້ນ ກໍໄດ້ມີການປະທ້ວງ ທີ່ຄ້າຍຄືກັນນີ້ ຢູ່ໃນທົ່ວປະເທດ.
ຄວາມເຄັ່ງຕຶງກຳລັງເພີ້ມທະວີຂຶ້ນ ຢູ່ໃນຫວຽດນາມ ໂດຍມີ
ລາຍງານ ວ່າ ໄດ້ເກີດການປະທ້ວງເກີດຂຶ້ນ ໃນທົ່ວປະເທດ
ທ່າມກາງທີ່ມີການຂັດແຍ້ງກັນ ລະຫວ່າງ ຫວຽດນາມ ກັບ
ປັກກິ່ງກ່ຽວກັບ ການທີ່ຈີນໄດ້ນຳເອົາຖານເຈາະນ້ຳມັນໄປ
ຕິດຕັ້ງຢູ່ໃນບໍລິເວນໃກ້ກັບໝູ່ເກາະ Paracel. ຜູ້ສື່ຂ່າວ
ວີໂອເອ Marianne Brown ລາຍງານຈາກ ຮ່າໂນ່ຍ ຊຶ່ງ
ໄຊຈະເຣີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານ.

ອີງຕາມໜັງສືພິມທ້ອງຖິ່ນຕ່າງໆ ຢູ່ນະຄອນຫຼວງຮ່າໂນ່ຍແລ້ວ
ພະນັກງານຫຼາຍພັນຄົນຈາກໂຮງງານທີ່ເປັນຂອງຄົນຮົງກົງ ແລະ
ຄົນໄຕ້ຫວັນ ຢູ່ພາກໃຕ້ຂອງຫວຽດນາມ ໄດ້ພາກັນອອກຈາກວຽກ​
ໄປເດີນຂະບວນຕາມທ້ອງຖະໜົນຕ່າງໆ ຮຽກຮ້ອງໃຫ້ຈີນຖອນແທ່ນເຈາະນ້ຳມັນຂອງ
ບໍລິສັດລັດວິສາຫະກິດ ນ້ຳມັນຍັກໃຫຍ່ຂອງຈີນອອກຈາກເຂດນ່ານນ້ຳຂອງຫວຽດນາມ.

ມີລາຍງານວ່າ ໂຮງແຮມແຫ່ງໜຶ່ງ ຢູ່ເມືອງຊາຍຫາດ ທີ່ໄດ້ຮັບຄວາມນິຍົມສູງໄດ້ປະຕິເສດ
ບໍ່ຮັບເອົາແຂກຊາວຈີນ ແລະນັກທ່ອງທ່ຽວຊາວຫວຽດນາມ ໄດ້ພາກັນຍົກເລີກການເດີນ
ທາງໄປຈີນ.

ໃນໄລຍະສຸດສັບປະດາແລ້ວນີ້ ໄດ້ມີຫຼາຍຮ້ອຍຄົນປະທ້ວງ ຢູ່ນອກສະຖານທູດຈີນ ໃນ
ຮ່າໂນ່ຍ ຊຶ່ງພ້ອມກັນນັ້ນ ກໍໄດ້ມີການປະທ້ວງທີ່ຄ້າຍຄືກັນນີ້ ຢູ່ໃນທົ່ວປະເທດ. ພາຍໃນ
ອາທິດນີ້ ຄາດວ່າຈະມີການປະທ້ວງຕື່ມອີກ.

ສື່ມວນຊົນຂອງຫວຽດນາມ ຊຶ່ງຄວບຄຸມໂດຍລັດ ປົກກະຕິແລ້ວ ແມ່ນຈະລາຍງານເລື້ອງ
ການພົວພັນທາງການທູດ ແບບງຽບໆ ແຕ່ໃນອາທິດນີ້ ໄດ້ມີການລາຍງານຢ່າງກວ້າງ
ຂວາງ ກ່ຽວກັບການປະເຊີນໜ້າກັນ ແລະການປະທ້ວງຂອງມວນຊົນ. ຜູ້ຊ່ຽວຊານກ່ຽວ
ກັບປະເທດຫວຽດນາມ ແລະອະດີດນັກການທູດ ຂອງສະຫະລັດ ທ່ານ David Brown
ກ່າວວ່າ ລາຍງານໃນເບື້ອງຕົ້ນ ກ່ຽວກັບເຫດການແທ່ນເຈາະນ້ຳມັນນັ້ນ ແມ່ນຂ້ອນຂ້າງ
ມີການຄວບຄຸມ ແຕ່ຫລັງຈາກນັ້ນ ໄດ້ມີການປ່ຽນແປງຢ່າງວ່ອງໄວ.

ທ່ານ Brown ເວົ້າວ່າ: “ອັນ​ນີ້​ແມ່ນ​ມາ​ຈາກ​ນັກ​ຂ່າວຜູ້​ໜຶ່ງ ທີ່​ຢູ່ໃນໜັງ​ສື​ພິມຫລັກ
ຊຶ່ງ​ຜູ້ກ່ຽວ​ໄດ້​ເວົ້າວ່າ​ ທາງ​ການ​ໄດ້​ບອກ​ໃຫ້​ພວກ​ເຂົາ ພິມ​ອອກ​ໃໝ່ທຸກ​ໆເລື້ອງ
​ທີ່​ພວກ​ເຂົາ​ໄດ້​ຈາກບັນ​ດາ​ຕ່າງປະ​ເທດ. ​ແຕ່​ວ່າ​ພວກ​ເຂົາຄວນ​ລະມັດລະວັງ​
ໃນສິ່ງ​ທີ່​ຕົນ​ຂຽນ​ອອກ​ໄປ ນັ້ນ​ແມ່ນສະ​ເພາະ​ມື້​ທຳອິດຫຼືປະມານ​ນັ້ນ.”


ພັກ​ກອມ​ມູນິດ​ຂອງ​ຫວຽດນາມ ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນ​ ທາງດ້ານເສດຖະກິດ ​ແລະ​ການເມືອງ ຂອງອັນທີ່​ທາງ​ການ​ເອີ້ນ​ວ່າ ທະ​ເລ​ຕາ​ເວັນອອກ ຊຶ່ງ​ເປັນ​ເຂດ​ແດນ​ທີ່​ເຊື່ອ​
ກັນ​ວ່າ​ອຸດົມ​ຮັ່ງ​ມີ ​ໄປດ້ວຍ​ແຫຼ່ງນ້ຳມັນ ​ແລະແກັສທຳມະຊາດສຳຮອງ.

ຢ່າ​ງ​ໃດ​ກໍ​ຕາມ ຂົງ​ເຂດ 143 ບ່ອນ​ທີ່ຈີນ ໄດ້ຕິດຕັ້ງແທ່ນ​ເຈາະນ້ຳມັນ​ HD-981 ຂອງ
ບໍລິສັດລັດວິສາຫະກິດ ​ໃນ​ຕົ້ນ​ເດືອນນີ້ ​ແມ່ນ​ຍັງ​ບໍ່​ມີ​ການ​ບຸກ​ເບີກ​ເທື່ອ. ສາດສະດາຈານ
Carl Thayer ຢູ່​ທີ່​ສະ​ຖາ​ບັນ ​ປ້ອງ​ກັນ​ປະ​ເທດ​ຂອງອອສ​ເຕຣ​ເລຍ ​ເວົ້າວ່າ: “ມີ​ຄວາມ​
ເຫັນທີ່ ເປັນເອກະສັນ ຢູ່​ໃນ​ບັນດາ​ຂອງ​ກຸ່ມຄົນທີ່​ກ່ຽວ​ຂ້ອງ​ກັບ​ອຸດສາຫະກຳ​ນ້ຳ
ມັນ​ ວ່າຄື​ມັນ​ບໍ່​ເປັນ​ບ່ອນ​ທີ່​ໃຫ້ຄວາມ​ຫວັງ​ປານໃດ.”


ທ່ານ Thayer ເວົ້າວ່າ: “ຂົງ​ເຂດ 143 ຍັງ​ບໍ່​ໄດ້​ຖືກ​ບຸກ​ເບີກ. ຫວຽດ ນາມ ​ກໍບໍ່ໄດ້​ດຳເນີນຄວາມພະຍາຍາມຫຍັງຫຼາຍ ເພື່ອບຸກເບີກເຂດນີ້ ສະນັ້ນ ​ເວົ້າ​ໄດ້​ອີກແນວ
ນຶ່ງວ່າ ທາງ​ຫວຽດນາມ​ທຳ​ການ​ໂຕ້​ຖຽງ​ເພື່ອ​ຮັກສາ​ສິດໃນຖານະເປັນ​ເຂດເສດຖະ
ກິດ​ພິເສດຂອງ​ຕົນ ຫຼື Exclusive Economic Zone ເອົາໄວ້. ຖ້າ​ຫາກ​ທ່ານ
ໄປໃນຂົງ​ເຂດ​ຕໍ່​ຈາກນັ້ນ​ ກໍກຳ​ລັງມີ​ການ​ດຳ​ເນີນ​ງານຢູ່​. ບໍ​ລິ​ສັດ ExxonMobil ​
ແມ່ນ​ຢູ່​ປະມານ​ສອງເຂດຕໍ່ໄປ.”


ພວກ​ນັກສັງ​ເກດ​ການບາງ​ຄົນ ​ໄດ້​ພິຈາລະນາກັນ​ວ່າ​ ການເຄື່ອນໄຫວດັ່ງກ່າວ ​ແມ່ນເປັນ​
ການ​ກົດ​ດັນ​ຈາກບໍລິສັດ​ນ້ຳມັນ​ນອກຝັ່ງທະເລແຫ່ງ​ຊາດຂອງ​ຈີນ ຫຼື China National Offshore Oil Company ທີ່ ເອີ້ນຫຍໍ້ວ່າ CNOOC ຢ່າ​ງ​ໃດ​ກໍ​ຕາມ ທ່ານ Thayer
ບໍ່​ເຫັນ​ພ້ອມນຳ.
CHINA VIETNAM UPD CNPK
please wait

No media source currently available

0:00 0:02:08 0:00

ທ່ານ Thayer ເວົ້າວ່າ: “ຂ້ອຍ​ໄດ້​ຍິນ​ວ່າ ບໍລິສັດ​ນ້ຳມັນ​ນອກຝັ່ງທະເລແຫ່ງ​ຊາດ
ຂອງຈີນ
ໃນເວລາທີ່ຖືກຖາມ ໃຫ້ໄປສະຖານທີ່ດັ່ງກ່າວນັ້ນ ໃນເບື້ອງຕົ້ນ ພວກ
ເຂົາໄດ້ໂຕ້ຖຽງຄືນວ່າບໍ່ເປັນການດີ ມັນຕ້ອງໃຊ້ຄ່າໃຊ້ຈ່າຍທີ່ສູງ ເພື່ອການດຳ
ເນີນງານເປັນເວລາອັນຍາວນານແລະ ມັນບໍ່ແມ່ນບູລິມະສິດ ທີ່ສຳຄັນສຳລັບ
ບໍລິສັດ. ຫຼັງຈາກນັ້ນ ທາງການສັ່ງໃຫ້ ບໍລິສັດດັ່ງກ່າວເຂົ້າໄປ.”

ທ່ານ Thayer ກ່າວ​ວ່າ ບັນຫາ​ນີ້ ​ແມ່ນ​ກ່ຽວ​ກັບ ອະ​ທິປະ​ໄຕ ບໍ່​ແມ່ນ​ຜົນປະ​ໂຫຍ​ດທາງ​
ດ້ານ​ເສດຖະກິດ.

​ນີ້​ແມ່ນຂ່າວສານ ທີ່​ສື່​ມວນຊົນທ້ອງ​ຖິ່ນ​ຂອງ​ຊາວ​ຫວຽດນາມ ​ໄດ້​ນຳ​ມາ​ກ່າວ​ຊ້ຳ​ໃນ​ອາທິດ​ທີ່ຜ່ານ​ມາ ຊຶ່ງ​ພົວ​ພັນ​ກັບ​ແຜນ​ຍຸດ​ທະ​ສາດ​ຂອງ​ລັດ ຖະບານ ໃນການຊອກ​ຫາການ​ສະໜັບສະໜຸນ​ຈາກນາໆ​ຊາດໃນ​ການ​ຕ້ານ​ຢັນ​ກັບ​ຈີນ ​ແລະ ຫລີກ​ເວັ້ນການ​ໃຊ້​ກຳລັງ​ທະຫານ.

ຢູ່​ທີ່​ກອງ​ປະຊຸມຂອງ​ສະມາຄົມ​ບັນດາ​ປະຊາຊາດໃນເຂດ​ເອເຊຍຕາເວັນ ​ອອກສຽງ​ໃຕ້ ຫຼື ASEAN ຢູ່ມຽນມາ ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ອອກ​ຖະ​ແຫ​ລງ
ການສະບັບນຶ່ງ ເວົ້າວ່າ: “​ໄດ້ມີສະຖານະການທີ່​ເປັນອັນຕະລາຍທີ່ສຸດ ແລະເປັນໄພ
ຂົ່ມຂູ່ໂດຍກົງຕໍ່ ສັນຕິ ພາບສະຖຽນລະພາບຕະຫລອດທັງຄວາມໝັ້ນຄົງທາງ
ທະເລແລະ ຄວາມປອດໄພໃນເຂດທະເລຕາເວັນອອກນຳດ້ວຍ.”

ພົນ​ຕີ Le Van Cuong ອະດີດ​ຫົວໜ້າ​ສະ​ຖາ​ບັນຍຸດ​ທະ​ສາດ ກະ ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ຂອງ​ຫວຽດນາມ ກ່າວ​ວ່າ​ ນັ້ນ ແມ່ນຈະແຈ້ງ ນາຍົກລັດຖະມົນຕີຮຽກ​ຮ້ອງ​
ເຖິງນາໆຊາດ​ໃຫ້ການສະໜັບສະໜຸນ​.

ທ່ານ​ກ່າວ​ຕື່ມ​ວ່າ ການຕອບຮັບ​ຕ່າງ​ໆຂອງ​ຫວຽດນາມ​ ໃນຄັ້ງ​ຜ່ານ​ມານັ້ນ ບໍ່ໄດ້ສະທ້ອນ
ໃຫ້ເຫັນເຖິງຄວາມ​ຮຸນ​ແຮງຂອງ​ສະຖານະ​ການ ​ແຕ່​ຄັ້ງນີ້ ມັນ​ແຕກ​ຕ່າງ​ກັນຫຼາຍ.

ຢ່າ​ງ​ໃດ​ກໍ​ຕາມ ຢູ່​ທີ່​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໃນ​ອາທິດ​ນີ້ ​ໂຄສົກ​ຂອງ​ກະຊວງ ທ່ານ​
ນາງ Hua Chunying ກ່າວ​ຕໍ່​ບັນດາ​ຜູ້​ສື່ຂ່າວ​ ​ໃນ​ວັນ​ຈັນຜ່ານມານີ້ວ່າ ທະ​ເລ​ຈີນ​ໃຕ້ ບໍ່​
ແມ່ນ​ບັນຫາ​ລະຫວ່າງ ຈີນ ​ແລະ ບັນດາປະ​ເທດ ASEAN.

ທ່ານ​ນາງ​ກ່າວ​ວ່າ​ຈີນ ກັບ​ບັນດາ​ປະ​ເທດ​ ASEAN ​ຕົກ​ລົງ​ເປັນ​ເອກະສັນ ກ່ຽວ​ກັບ​ການ
ຮັບປະກັນ​ຄວາມ​ປອດ​ໄພ ​ແລະ ສະຖຽນ​ລະ​ພາບ​ໃນ​ທະ​ເລດັ່ງກ່າວ.

ຢູ່​ໃນ​ຫວຽດນາມ ​ໄດ້​ມີ​ຄວາມ​ກັງວົນ​ຕໍ່​ຄວາມ​ເຄັ່ງ​ຕຶງ​ທີ​ສາມ​າດ​ເພີ້​ມທະວີຂຶ້ນ​ເລື້ອຍໆ. ຢູ່​
ກອງ​ປະຊຸມສື່​ຂ່າວ ​ໃນຮ່າ​ໂນ່ຍ ທ່ານ Cuong ກ່າວ​ວ່າຫຼາຍໆ​ຄົນເປັນ​ຫ່ວງກ່ຽວ​ກັບ​ຄວາມ
ບໍ່​ກ້ຳ​ເກີ​ງທາງ​ດ້ານ​ ກຳລັງ​ທະຫານ​ ລະ​ຫວ່າງຫວຽດນາມ ​ແລະ ຈີນ. ​ແຕ່​ທ່ານ​ກ່າວ​ວ່າ ​ຫວຽດນາມ ມີ​ປະຫວັດ​ສາດ​ເຂົ້າຂ້າງຕົນ.

ທ່ານ​ກ່າວຕື່ມ​ວ່າ ທ່ານ​ເຊື່ອ​ວ່າ ​ຫວຽດນາມບໍ່​ມີຫ​ຍັງ​ທີ່ຈະຕ້ອງ​ກັນ​ວົນ​. ຖ້າ​ປະຊາ​ຄົມ​ໂລກ​
ໂດດດ່ຽວ​ຈີນ ທ່ານ​ຖາມ​ວ່າ ຈີນ​ຈະ​ສາມາດ​ຢູ່​ລອດ​ໄດ້​ແນວ​ໃດ? ທ່ານ​ໄດ້​ປຽບທຽບເສດ
ຖະກິດທີ່​ອ່ອນ​ແອຂອງຫວຽດນາມ ໃສ່ກັບ​ບັນດາ​ປະ​ເທດ​ເຊັ່ນ ​ຝຣັງ ຊຶ່ງ​ຫວຽດນາມ​ເຄີຍ
ເອົາຊະ​ນະ​ມາ​ແລ້ວ​ໃນ​ປີ 1954 ​ແລະ ສະຫະລັດ ​ໃນ​ຊຸມປີ 1970.
XS
SM
MD
LG