ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຊາວຫວຽດນາມຂໍ້ວາບາດ ສິນຄ້າຈີນ ຍ້ອນໂກດແຄ້ນ ເລື້ອງຖານເຈາະນ້ຳມັນ (ວີດີໂອ)


Vietnamese Staging Chinese Product Boycott After Oil Rig Spat
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ເມື່ອ​ໄວໆ​ມາ​ນີ້ ຈີນ​ໄດ້​ຖອນ​ຖານ​ເຈາະ​ນ້ຳມັນ​ຂອງ​ຕົນ ອອກ​ໄປ
ຈາກເຂດ​ທະ​ເລ​ຈີນ​ໃຕ້ ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນກັບ​ຫວຽດນາມ ທີ່​ກໍ
ອ້າງ​ເອົາກຳມະສິດ​ເຊັ່ນ​ກັນ​ນັ້ນ. ແຕ່​ແນວ​ໃດ​ກໍ​ຕາມ ການ​ກະທຳ
​ດັ່ງກ່າວ​ກໍ​ບໍ່​ໄດ້ເຮັດ​ໃຫ້ ຄວາມ​ບໍ່ພໍ​ໃຈລຸດນ້ອຍ​ຖອຍ​ລົງ​ພໍ​ປານ​ໃດ ​
ໃນ​ໝູ່​ປະຊາຊົນຫວຽດນາມ ​ແລະ​ການ​ຜິດ​ຖຽງ​ກັນ​ກ່ຽວ​ກັບເລື້ອງ
​ນີ້ ກໍໄດ້​ສົ່ງ​ຜົນກະທົບ ຕໍ່​ພວກອຸປະ​ໂພ​ກບໍລິ​ໂພ​ກຊາວ​ຫວຽດນາມ
ທີ່ພາກັນ​ຂໍ້​ວາ​ບາດ​ສິນຄ້າ​ຈາກ​ຈີນ. ຜູ້​ສື່​ຂ່າວ​ວີ​ໂອ​ເອພະ​ແນ​ກຂະ
​ແມ Reasey Poch ມີ​ລາຍ​ງານ ມາ​ຈາກນະຄອນຫລວງຣາ​ໂນ່​ຍ
ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.


ຊັ້ນ​ວາງ​ຂອງ​ຂາຍ ຢູ່​ໃນ​ຮ້ານ​ຄ້າ​ສ່ວນ​ໃຫຍ່​ໃນ​ທົ່ວ​ຫວຽດນາມ​ ແມ່ນ​ເຕັມ​ໄປ​ດ້ວຍ​ສິນຄ້າ
ຈາກ​ປະ​ເທດ​ຈີນ ​ແຕ່​ວ່າ ສຳ​ຫລັບ​ເວລາ​ນີ້​ແລ້ວ ສິນຄ້າ​ເຫລົ່າ​ນີ້​ສ່ວນ​ໃຫຍ່ອາດ​ຈະ​ຍັງ​ຄ້າງ​
ຢູ່ໃນ​ຊັ້ນຕໍ່​ໄປ​ເປັນ​ເວລາ​ດົນ​ນານ​ກໍ​ໄດ້ ​ເພາະວ່າ​ພວກ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຫວຽດນາມ​ຍັງ
ຄົງ​ມີ ຄວາມ​ໂກດ​ແຄ້ນ​ຈີນ​ຢູ່ ກ່ຽວ​ກັບ​ເລື້ອງ​ຖານ​ເຈາະ​ນ້ຳມັນ​ທີ່​ຈີນ​ເອົາ​ໄປ ​ຕິດຕັ້ງ​ຢູ່​ໃນ​ເຂດ
ທະ​ເລ​ຈີນ​ໃຕ້​ນັ້ນ.


ນາງ Phu Lang Huong ພາ​ລູກ​ຂອງ​ລາວ​ໄປ​ເລາະ​ຊື້​ເຄື່ອງ​ສຳຫລັບ​ເຂົ້າ​ໂຮງຮຽນ ຄື​ກັນ
ກັບ​ທຸກໆ​ປີ ​ແຕ່​ນາງ​ເວົ້າ​ວ່າ ​ເທື່ອ​ນີ້ ນາງຈະ​ຊື້​ແຕ່​ສິນຄ້າ​ທີ່​ເຮັດ​ຢູ່​ຫວຽດນາມ​ເທົ່າ​ນັ້ນ​.

ນາງ Phu Lang Huong ​ເວົ້າ​ວ່າ "​ເຖິງ​ແມ່ນ​ຈີນ​ໄດ້​ຖອນ​ຖານ​ເຈາະ​ນ້ຳມັນ​
ອອກໄປ​ແລ້ວ​ກໍ​ຕາມ ​ແຕ່
ຄວາມ​ຄິດ​ໃນ​ເບື້ອງ​ຕົ້ນຂອງຂ້ອຍ ກໍ​ຄື ພວກ​ເຮົາ
​ເປັນ​ຄົນ​ຫວຽດນາມ ພວກ​ເຮົາ​ຕ້ອງ​ຊື້​ຂອງ​
ທີ່​ເຮັດ​ຢູ່​ຫວຽດນາມ.”


ຄຳ​ຂວັນ “ຄົນ​ຫວຽດນາມ​ຕ້ອງ​ໃຫ້​ບໍລິ​ມະ​ສິດ ​ແກ່​ສິນຄ້າ​ຫວຽດນາມ” ​ແມ່ນ​ສ່ວນ​ນຶ່ງ​ຂອງ
ການ​ປຸກລະດົມ​ທີ່​ກຳລັງດຳ​ເນີນ​ໄປ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ຊຸກຍູ້ສົ່ງ​ເສີມ​ຄວາມຮູ້ສຶກຊາດນິຍົມ
ກໍ​ຄື​ຮັກ​ຊາດ.

​ໃນ​ເດືອນ​ພຶດສະພາ​ທີ່​ຜ່ານ​ມາ ຈີນ​ໄດ້​ເອົາ​ຖານ​ເຈາະ​ນ້ຳມັນ​ດັ່ງກ່າວ ​ໄປ​ຕັ້ງ​ໄວ້​ຢູ່​ໃນ​ເຂດ​ນ່ານນ້ຳ​ທີ່​ເປັນຂໍ້​ຂັດ​ແຍ້​ງກັນ ​ໃກ້ໆ​ກັບ​ໝູ່​ເກາ​ະ

​Paracel ໃນ​ທະ​ເລ​ຈີນ​ໃຕ້ ຊຶ່ງໄດ້​ນຳ​ໄປ​ສູ່​ການ​ປະ​ທະ​ກັນ​ຫລາຍໆ​ບັ້ນ ລະຫວ່າງ​ກຳ​ປັ່ນ​ຂອງ​ຈີນ ​ແລະ​ເຮືອ​ຫາ​ປາ​ຂອງ​ຊາວ​ຫວຽດນາ​ມ.

ນາງ Mai Mai ນັກ​ສຶກສາ​ມະຫາວິທະຍາ​ໄລ​ທີ່​ຮາ​ໂນ່ຍ ກ່າວ​ວ່າ ນາງ​ຍັງ​ໃຊ້​ສິນຄ້າ​ທີ່​ເຮັດ
​ຢູ່​ຈີນ​ຢູ່ ​ແຕ່​ກໍ​ຈະ​ບໍ່​ຊື້​ອັນ​ໃໝ່.

ນາງ Mai Mai ​ເວົ້າ​ວ່າ “ຫລັງ​ຈາກ​ເກີດ​ເຫດການ​ນັ້ນ ກໍ​ມີ​ຫລາຍໆ​ຄຳ​ຂວັນ ປາກົດ​
ຂຶ້ນ​ມາ​ໃນ​ອິນ​ເຕີ​ແນັຕ ​ເຊັ່ນ​ວ່າ
'ເຊົາ​ໃຊ້​ສິນຄ້າ​ຈີນ.' ສະ​ນັ້ນ ຫລາຍໆ​ຄົນ​ກໍ​ເລີຍ​
ພະຍາຍາມ​ເອົາເຄື່ອງ​ໃຊ້​ຈີນ ທີ່​ເຂົາ​ເຈົ້າມີ​ນັ້ນ ​ເກັບ​ໄວ້​ແລະ​ບໍ່​ໃຊ້​ມັນ.”

ຈີນ​ແມ່ນ​ເປັນ​ຄູ່​ຄ້າຂາຍທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ​ໃນ​ປີ 2013 ​ໂດຍ​ມີ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ ຫລາຍ​ເຖິງ 50 ພັນລ້ານ 210 ​ພັນດອລລ່າ ອິງ​ຕາມ​ໂຕ​ເລກ​ຂອງ​ລັດຖະບານ​
ຮາ​ໂນ່ຍ.

XS
SM
MD
LG