ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຫວຽດ​ນາມ ບໍ່​ເຊື່ອ​ໝັ້ນ​ ໃນການປາບປາມ ການສໍ້ລາດບັງຫລວງ ຂອງ​ລັດ​ຖະ​ບານ

ພາບທີ່​ສະ​ໜອງ​ໃຫ້​ໂດຍ​ອົງ​ການ​ຂ່າວ Vietnam News Agency ໃນ​ວັນ​ທີ 2 ມີ​ນາ, 2023, ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານຫວໍ ວັນ ເທືອງ ສາ​ບານ​ຕົວເຂົ້າ​ຮັບ​ຕຳ​ແໜ່​ງ​ ເປັນ​ປະ​ທານ​ປະ​ເທດ ​ໃນ​ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຢູ່​ນະ​ຄອນ​ຫລວງ​ຮາ​ໂນ່ຍ

ຊາວ​ຫວຽດນາມ ທີ່ໃຫ້​ສຳ​ພາດ​ກັບວີໂອເອ ໃນບໍ່​ເທົ່າ​ໃດມື້ຜ່ານມານີ້ ໄດ້ສະແດງ ຄວາມບໍ່​ເຊື່ອ​ໝັ້ນວ່າ ການປາບປາມການສໍ້ລາດບັງຫລວງໃນເວລານີ້ ຈະແກ້ໄຂ ບັນຫາຂອງປະເທດໄດ້.

ອະ​ດີດ​ປະ​ທານ​ປະ​ເທດ ຫງວຽນ ​ຊວນ ​ຟຸກ ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ ​ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ ຍ້ອນ​ມີ​ການ​ສໍ້​ລາດ​ບັງ​ຫຼວງ​ຫລາຍ​ຢ່າງທີ່​ກ່ຽວ​ຂ້ອງ​ກັບພວກເຈົ້າ​ໜ້າ​ທີ່ຢູ່​ໃຕ້​ການຄວບຄຸມ​ຂອງທ່ານ​ ແລະ ການ​ຮັບ​ມື​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ COVID-19. ການກ່າວຫາເຫລົ່າ​ນັ້ນ ລວມມີການກ່າວຫາວ່າ ພວກເຈົ້າຫນ້າທີ່ໄດ້ບັງ​ຄັບ​ເອົາເງິນປະມານ 200 ລ້ານໂດລາ ຈາກຊາວຫວຽດນາມທີ່ຢູ່ຕ່າງປະເທດທີ່ພະຍາຍາມກັບຄືນບ້ານ ໃນລະຫວ່າງການລະບາດຂອ​ງຢ່າງ​ໜັກ​ຂອງ​ພະ​ຍາດ ແລະໄດ້​ເລີ້ມ​ມີການດໍາເນີນຄະດີຕໍ່ຫຼາຍກວ່າ 100 ຄົນທີ່​ເຊື່ອມ​ໂຍງກັບການສໍ້ໂກງເງິນ 172 ລ້ານໂດລາ ທີ່ກ່ຽວ​ພັນກັບບໍລິສັດເທັກໂນໂລຈີ ຫວຽດ ເອ (Viet A). ພວກເຈົ້າ​ໜ້າ​ທີ່​ຖືກ​ກ່າວ​ຫາ​ວ່າ ໄດ້​ຮັບ​ສິນ​ບົນໃນ​ການສະ​ໜອງ​ຊຸດ​ກວດ​ພະ​ຍາດ​ທີ່ໃສ່ລາ​ຄາ​ເກີນຕົວ​ຈິງ ໃຫ້ແກ່​ໂຮງ​ໝໍຕ່າງໆ. ​

(ພາບ​ໃນ​ແຟມ) ອະດີດປະທານປະເທດ ຫງວຽນ ຊວນ ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສອງ​ຝ່າຍ​ກັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີຄາ​ມາ​ລາ ແຮ​ຣີ​ສ ຢູ່​ຫ້ອງ​ແກ້ວ (Mirror Room) ຂອງ​ທຳ​ນຽບ​ປະ​ທານ​ປະ​ເທດໃນ​ນະ​ຄອນ​ຫລວງ​ຮ່າ​ໂນຍ, ວັນ​ທີ 25 ສິງ​ຫາ, 2021.

ໃນ​ເວລາທີ່​ທ່ານ​ຟຸກ ລາ​ອອກ​ຈາກ​ຕຳ​ແໜ່​ງນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ໄດ້​ຖືກ​ໄລ່​ອອກ. ໃນ​ຂະ​ນະ​ດຽວ​ກັນ, ​ມີ​ການ​ຄາດ​ຄະ​ເນ​ວ່າ ຄວາ​ມ​ພະ​ຍາ​ຍາມ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ປະ​ເທດ​ ຈະ​ສືບ​ຕໍ່​ດຳ​ເນີນໄປ ​ພາຍຫຼັງ​ທີ່ທ່ານ​ລາ​ອອກ​ຈາກ​ຕຳ​ແໜ່ງແລ້ວ.

ມີ​ຄຳ​ຖາມ​ກ່ຽວ​ກັບ​ຄວາມ​ໂປ່​ງ​ໃສ​ຂອງ​ລັດຖະບານ ​ແລະ ການ​ປົດ​ຕຳ​ແໜ່​ງຂອງ​ທ່ານ ຟຸກ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ທີ່​ສຳ​ຄັນ​ຄົນ​ອື່ນໆ ດັ່ງທີ່​ຊີ້ໃຫ້​ເຫັນ​ຢູ່​ໃນ​ການ​ສິ້ງ​ຊອມຕິດ​ຕາມຂອງ​ລັດຖະບານ​ຕໍ່​ການ​ລາຍ​ງານຂ່າວ​ຂອງງານ​ລ້ຽງ​ສົ່ງ​ທ່ານ​ໃນ​ວັນ​ທີ 4 ກຸມ​ພາ, ຊຶ່ງ​ໃນຕອນ​ນັ້ນ, ທ່ານ​ໄດ້​ໂອນ​ອຳນາດ​ໃຫ້ແກ່​ ຜູ້ວ່າ​ການ​ແທນປະທານ​ປະ​ເທດ, ທ່ານ ຫວໍ ຖິ ອັນ ຊວນ (Vo Thi Anh Xuan). ທ່ານຫວໍ ວັນ ເທືອງ (Vo Van Thuong), ສະມາຊິກ​ຖາວອນ​ຂອງຄະ​ນະເລຂາທິການກຳ​ມະ​ການ​ສູນ​ກາງພັກ, ຜູ້​ທີ່​ໄດ້​ຮັບ​ເລືອກໃຫ້​ດຳລົງ​ຕຳ​ແໜ່​ງ​ແທນ​ທ່ານຟຸກ ​ເຫັນ​ວ່າ​ໄດ້ໂອບ​ກອດ​ທ່ານຟຸກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG