ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຊາວ​ຫວຽດ​ນາມ ຕອບ​ຮັບ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ປະ​ເທດ​ຈີນ ແບບ​ມິດ​ງຽບ ທ່າມ​ກາງ ​ທີ່​ມີການ​ປາບ​ປາມ​ພວກ​ນັກ​ເຄື່ອນ​ໄຫວ


​ແຟ້ມ - ເດັກ​ນ້ອຍ​ຊາວ​ຫວຽດ​ນາມ ໂບກ​ທຸງ​ຊາດ​ຫວຽດ​ນາມ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ທຳ​ນຽບ​ປະ​ທານ​ປະ​ເທດ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 12 ທັນ​ວາ 2023.
​ແຟ້ມ - ເດັກ​ນ້ອຍ​ຊາວ​ຫວຽດ​ນາມ ໂບກ​ທຸງ​ຊາດ​ຫວຽດ​ນາມ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ທຳ​ນຽບ​ປະ​ທານ​ປະ​ເທດ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 12 ທັນ​ວາ 2023.

ການ​ປະ​ທ້ວງ​ຕໍ່​ຕ້ານ​ຈີນແມ່ນຫຼັກ​ການ​ສຳ​ຄັນ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ຫວຽດ​ນາມ ແຕ່​ການ​ຕອບ​ໂຕ້ ​ຕໍ່​ການ​ເດີນ​ທາ​ງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ເມື່ອ​ວັນ​ທີ 12 ຫາ 13 ທັນ​ວາ​ຜ່ານ​ມາ ແມ່ນ​ບໍ່​ຄ່ອຍ​ໄດ້​ຍິນ​ໃນ​ຂະ​ນະ​ທີ່​ຮາ​ໂນ່ຍ​ ໄດ້ຈັບ​ພວກ​ຕ້ອງ​ຕິ​ຂັງ​ຄຸກ ຊຶ່ງ​ພວກ​ນັກ​ເຄື່ອນ​ໄຫວ​ແລະ​ນັກ​ຊ່ຽວ​ຊານໄດ້​ກ່າວ​ເຖິງ​ບັນ​ຍາ​ກາດ​ແຫ່ງ​ຄວາມ​ຢ້ານ​ກົວສຳ​ລັບ​ພວກ​ທີ່​ຍັງ​ບໍ່​ທັນ​ຖືກ​ຈັບ​ເທື່ອ.

ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ເມື່ອ​ອາ​ທິດ​ແລ້ວ ຫວຽດ​ນາມ​ໄດ້​ຕົກ​ລົງ​ທີ່​ຈະ​ເຂົ້າ​ຮ່ວມ “ປະ​ຊາ​ຄົມ​ທີ່​ມີ​ຊະ​ຕາ​ກຳ​ຮ່ວມ​ກັນ” ກັບ​ປັກ​ກິ່ງ ຊຶ່ງ​ອົງ​ການ​ຂ່າວ​ຊິນ​ຫົວ​ຂອງ​ທາງ​ການ​ຈີນ​ບັນ​ລະ​ຍາຍ​ວ່າ ເປັນ​ບາດ​ກ້າວ​ທີ່​ສູງ​ຂຶ້ນ ຈາກ​ການ​ເປັນ “ຄູ່​ຮ່ວມ​ຍຸດ​ທະ​ສາດ​ແບບກວມ​ລວມ​ຮອບ​ດ້ານ.” ປະ​ເທດ​ທັງ​ສອງ​ ໄດ້​ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ 36 ສະ​ບັບ ທີ່​ມີ​ຈຸດສຸມແນ​ໃສ່​ເພື່ອ​ເພີ້ມ​ທະ​ວີ​ການ​ຮ່ວມ​ມື ຮວມ​ທັງ​ຄວາມ​ໝັ້ນ​ຄົງ​ແລະ​ການ​ດຳ​ເນີນ​ຄວາມ​ພະ​ຍ​າ​ຍາມ​ຮ່ວມ​ ເພື່ອ​ພັດ​ທະ​ນາ​ທາງ​ລົດ​ໄຟ​ແລະ​ການ​ສື່​ສານ​ຄົມ​ມະ​ນາ​ຄົມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຟາມ ມິນ ຊິນ (ກາງ​ຂວາ) ລົມ​ກັນ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ (ກາງ​ຊ້າຍ) ຫຼັງ​ຈາກ​ການ​ພົບ​ປະ​ຂອງ​ພວກ​ທ່ານ ທີ່​ທຳ​ນຽບ​ລັດ​ຖະ​ບານ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 13 ທັນ​ວາ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ທ່ານ​ຟາມ ມິນ ຊິນ (ກາງ​ຂວາ) ລົມ​ກັນ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ (ກາງ​ຊ້າຍ) ຫຼັງ​ຈາກ​ການ​ພົບ​ປະ​ຂອງ​ພວກ​ທ່ານ ທີ່​ທຳ​ນຽບ​ລັດ​ຖະ​ບານ ຢູ່​ຮາ​ໂນ່ຍ ເມື່ອ​ວັນ​ທີ 13 ທັນ​ວາ 2023.

ຜູ້​ຄົນ​ທີ່​ໄດ້​ໂອ້​ລົມ​ກັບ​ວີ​ໂອ​ເອ ທັງ​ໃນ​ລະ​ຫວ່າງ​ແລະ​ຫຼັງ​ຈາກ​ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຮາ​ໂນ່ຍ​ຫຍັບ​ເຂົ້າ​ໃກ້​ປັກ​ກິ່ງ​ຫຼາຍ​ຂຶ້ນ ແລະ​ການ​ບຸກ​ລຸກ​ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ​ຂອງ​ຫວຽດ​ນາມ​ໂດຍ​ຈີນ.

“ກ່ອນ​ໜ້ານີ້ ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ​ແຕ່​ລະ​ເທື່ອ ໂດຍ​ທ່ານ​ສີ ຈິ້ນ​ຜິງນັ້ນ ແມ່ນ​ໄດ້​ຮັບ​ການ​ຕອບ​ໂຕ້​ຢ່າງ​ແຂງ​ຂັນ ​ຈາກ​ປະ​ຊາ​ຊົນ. ໃນ​ປີ 2015 ປະ​ຊາ​ຊົນ​ຫວຽດ​ນາມ​ຫຼາຍ​ຮ້ອຍ​ຄົນ ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່​ຕ້ານ​ປະ​ທານ​ປະ​ເທດ​ຈີນ” ທ່ານ​ຈັນ ອັນ ກວານ ພວກ​ນັກ​ເຄື່ອນ​ໄຫວ​ສັງ​ຄົມ​ທີ່​ມີ​ສູນ​ກາງ​ຢູ່​ນະ​ຄອນ​ໂຮ່​ຈິນ​ມິນ ກ່າວ​ຕໍ່​ວີ​ໂອ​ເອ.

“ເກືອບ​ທຸກໆ​ຄົນ ທີ່​ເຄີຍລົງ​ສູ່​ຖະ​ໜົນ​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່​ຕ້ານ​ສີ ຈິ້ນ​ຜິງ ແລະ ເສັ້ນລີ້ນ​ງົວນັ້ນ ໄດ້​ຖືກ​ຈັບ​ກຸມ” ທ່ານ​ຂຽນ​ເປັນ​ພາ​ສາ​ຫວຽດ​ນາມ ໂດຍ​ໃຊ້​ພາ​ສາ​ຕະ​ຫຼາດ​ຫຼື​ຄຳ​ສະ​ແລງ​ທີ່​ໝາຍເຖິງ​ແຜນ​ທີ່ເສັ້ນ 9 ຂີດ ທີ່​ປັກ​ກິ່ງ​ໃຊ້ ເພື່ອ​ອ້າງ​ເອົາ​ກຳ​ມະ​ສິດ​ຂອງ​ຕົນ​ເກືອບ​ທັງ​ໝົດ​ທະ​ເລ​ຈີນ​ໃຕ້​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG