ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາເສດຖີດ້ານອະສັງຫາລິມະຊັບຊາວຫວຽດນາມ ປະເຊີນກັບ​ການ​ດຳ​ເນີນຄະດີ ໃນ​ຂໍ້​ຫາສໍ້ໂກງ

ທະນາຄານແຫ່ງລັດຂອງຫວຽດນາມ, ເຊິ່ງເປັນທະນາຄານແຫ່ງຊາດ, ໄດ້ຮັບການຖ່າຍຮູບໃນນະຄອນຫຼວງຮ່າໂນ່ຍ, ວັນທີ 27 ກໍລະກົດ 2023. ນາງທຣຸງ ມາຍ ລານ ຖືກກ່າວຫາວ່າລັກເງິນຈາກທະນາຄານຫຸ້ນສ່ວນການຄ້າໄຊງ່ອນ ເປັນເວລາຫຼາຍປີ ໂດຍຜ່ານເຄືອຂ່າຍຂອງນາງຢູ່ທີ່ທະນາຄານແຫ່ງລັດຂອງຫວຽດນາມ, ອີງຕາມລາຍງານຂອງອົງການຂ່າວທ້ອງຖິ່ນ.

ມະ​ຫາ​ເສດ​ຖີ​ທີ່​ມີ​ອິດ​ທິ​ພົນ​ດ້ານອະ​ສັງ​ຫາ​ລິ​ມະ​ຊັບຊາວ​ຫວຽດນາມ ນາງທຣຸງ ມາຍ ລານ (Truong My Lan) ພ້ອມ​ກັບ​ຜູ້​ສົມ​ຮູ້​ຮ່ວມ​ຄິດອີກ 85 ຄົນ ​ຈະ​ຖືກ​ດຳ​ເນີນ​ຄະດີ​ໃນ​ເດືອນ​ໜ້ານີ້ ​ໃນ​ຂໍ້​ຫາສໍ້​ໂກງຊັບ​ສິນ​ປະມານ 12.5 ຕື້​ໂດ​ລາ​ຈາກ​ທະນາຄານຫຸ້ນ​ສ່ວນການຄ້າໄຊງ່ອນ.

ນາງ ລານ ປະ​ເຊີນ​ກັບໂທດ​ຈໍາ​ຄຸກ 20 ປີ​ຫາຕະຫຼອດ​ຊີ​ວິດ ​ຫຼື ​ປະ​ຫານ​ຊີ​ວິດ​ ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ. VOA ບໍ່​ສາ​ມາດ​ຕິດ​ຕໍ່​ຫາ ນາງ ລານ ຫຼື​ ທະ​ນາຍ​ຄວາມ​ຂອງ​ນາງ​ໄດ້.

ຄະດີສໍ້ລາດບັງຫຼວງແມ່ນກໍລະນີທີ່ມີການກ່າວຫາ ກ່ຽວກັບການສໍ້ໂກງທາງດ້ານການເງິນທີ່ໃຫຍ່ທີ່ສຸດໃນປະຫວັດສາດຂອງປະເທດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້ ແລະບັນດາຜູ້ຊ່ຽວຊານກ່າວວ່າ ມັນເປີດເຜີຍຄວາມອ່ອນແອ ໃນຂະ ແຫນງການທະນາຄານຂອງຫວຽດນາມທີ່ເປັນໄພຂົ່ມຂູ່ ຕໍ່ຄວາມຄວາມຖືກຕ້ອງ​ຊອບ​ທຳທາງກົດໝາຍຂອງພັກຄອມມູນິສ.

ພາບມຸມຕໍ່າຂອງຖະໜົນ ຫງຽນ ເຫ (Nguyen Hue) ໃນນະຄອນໂຮຈິມິນ, ບ່ອນທີ່ນາງທຣຸງ ມາຍ ລານ ເປັນເຈົ້າຂອງຕຶກອາຄານຫຼາຍຫຼັງ ລວມທັງຕຶກອາຄານຈັດຕຸລັດໄທມ໌ ທີ່ແນມເຫັນໄກໆນັ້ນ.
ພາບມຸມຕໍ່າຂອງຖະໜົນ ຫງຽນ ເຫ (Nguyen Hue) ໃນນະຄອນໂຮຈິມິນ, ບ່ອນທີ່ນາງທຣຸງ ມາຍ ລານ ເປັນເຈົ້າຂອງຕຶກອາຄານຫຼາຍຫຼັງ ລວມທັງຕຶກອາຄານຈັດຕຸລັດໄທມ໌ ທີ່ແນມເຫັນໄກໆນັ້ນ.

"ຖ້າພວກເຮົາເບິ່ງໃນຮູບລວມ, ມັນແມ່ນທັງການຕໍ່ສູ້ ກັບການສໍ້ລາດບັງຫຼວງພ້ອມທັງການພະຍາຍາມປັບປຸງຄວາມໂປ່ງໃສ ແລະຄວາມສາມາດໃຫ້ກັບຄືນ ສູ່ສະພາບປົກກະຕິຂອງລະບົບທະນາຄານ," ອີງຕາມ ທ່ານເລ ຮົງ ຮຽບ (Le Hong Hiep), ສະມາຊິກອາວຸໂສຂອງສະຖາບັນ ISEAS-Yusof Ishak ຂອງສິງກະໂປ ທີ່ກ່າວຕໍ່ VOA ໂດຍຜ່ານ Zoom ໃນວັນທີ 23 ມັງກອນຜ່ານມານີ້.

ທ່ານ​ກ່າວ​ຕື່ມ​ວ່າ “ຮາ​ໂນ່ຍ ບໍ່​ຢາກ​ໃຫ້​ທະນາຄານຕ່າງໆ​ພັງ​ທະ​ລາຍ​ລົງ ​ແລະບໍ່ຢາກໃຫ້​ປະຊາຊົນ​ເສຍ​ເງິນ ​ເນື່ອງຈາກ​ສິ່ງ​ດັ່ງກ່າວ​ຈະ​ສ້າງ​ຄວາມ​ບໍ່​ໝັ້ນຄົງ​ທາງ​ສັງຄົມ ​ເຊິ່ງອາດ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ ຂອງ​ລະບອບ​ການປົກຄອງໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG