ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາບໍລິສັດທຸລະກິດ ຫວຽດນາມ ຈັດເປັນອັນດັບທີ 3 ຂອງການລົງທຶນ ຈາກຕ່າງປະເທດທັງໝົດ ຢູ່ໃນລາວ


ການຈຳລອງ ເມືອງໃໝ່ ເຂດໜອງທາ ຢູ່ໃນນະຄອນຫຼວງ ວຽງຈັນ ຊຶ່ງກຸ່ມທຸລະກິດ ຈາກຫວຽດນາມ ໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານລາວ ເພື່ອພັດທະນາໃຫ້ເປັນ ພື້ນທີ່ ທີ່ຢູ່ອາໄສ.
ການຈຳລອງ ເມືອງໃໝ່ ເຂດໜອງທາ ຢູ່ໃນນະຄອນຫຼວງ ວຽງຈັນ ຊຶ່ງກຸ່ມທຸລະກິດ ຈາກຫວຽດນາມ ໄດ້ຮັບສຳປະທານທີ່ດິນ ຈາກລັດຖະບານລາວ ເພື່ອພັດທະນາໃຫ້ເປັນ ພື້ນທີ່ ທີ່ຢູ່ອາໄສ.

ການລົງທຶນຂອງບັນດາບໍລິສັດທຸລະກິດ ຈາກຫວຽດນາມ ຈັດ
ເປັນອັນດັບທີ 3 ຂອງການລົງທຶນ ຈາກຕ່າງປະເທດທັງໝົດ
ໃນລາວ ໂດຍມີມູນຄ່າການລົງທຶນລວມເກີນກວ່າ 5,100 ລ້ານ
ໂດລາ ໃນ 258 ໂຄງການ.

ກະຊວງແຜນການແລະການລົງທຶນ ລາຍງານວ່າ ບັນດາວິສາຫະກິດຂອງລັດຖະບານ
ແລະເອກະຊົນຈາກຫວຽດນາມທີ່ເຂົ້າມາລົງທຶນໃນລາວ ໃນປັດຈຸບັນນີ້ ມີຈຳນວນທັງໝົດ
258 ໂຄງການ ທີ່ຕິດເປັນມູນຄ່າການລົງທຶນລວມກັນຫຼາຍກວ່າ 5,100 ລ້ານໂດລາ ໂດຍ
ຈັດເປັນອັນດັບທີ 3 ທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນລາວ ກໍຄືຮອງຈາກຈີນ ແລະໄທ
ຕາມລຳດັບງ.

ການລົງທຶນຂອງຫວຽດນາມໃນລາວດັ່ງກ່າວນີ້ ແບ່ງເປັນການລົງທຶນ ໃນພາກພະລັງງານ
ໄຟຟ້າ 26 ເປີເຊັນ ພາກກະສິກຳ ແລະປ່າໄມ້ 23 ເປີເຊັນ ການບໍລິການພື້ນຖາໂຄງລ່າງ
20 ເປີເຊັນ ການຂຸດຄົ້ນບໍ່ແຮ່ 19 ເປີເຊັນ ພາກບໍລິການ ແລະທ່ອງທ່ຽວ 9 ເປີເຊັນ ແລະ
ການເງິນ-ການທະນາຄານ 3 ເປີເຊັນ ໂດຍສະເພາະ ແມ່ນພາກພະລັງງານໄຟຟ້ານັ້ນ
ກຸ່ມທຸລະກິດຫວຽດນາມໄດ້ລົງທຶນກໍ່ສ້າງເຂື່ອນໄຟຟ້າໃນລາວເຖິງ 10 ໂຄງການ ທີ່ຄິດ
ເປັນມູນຄ່າ ການລົງທຶນ ລວມຫຼາຍກວ່າ 2,300 ລ້ານໂດລາ.

ກຸ່ມບໍລິສັດ Hoang Anh Gia Lai ຊຶ່ງລົງທຶນຢູ່ໃນລາວ ທັງໃນພາກ ພະລັງງານໄຟຟ້າ ການບໍລິການພື້ນຖານໂຄງລ່າງ ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນສວນປູກຢາງພາລາ ຢູ່ແຂວງອັດຕະປື ທີ່ເຫັນ ຢູ່ໃນພາບນີ້ ແລະ ສາລີ ອ້ອຍ ເປັນຕົ້ນ.
ກຸ່ມບໍລິສັດ Hoang Anh Gia Lai ຊຶ່ງລົງທຶນຢູ່ໃນລາວ ທັງໃນພາກ ພະລັງງານໄຟຟ້າ ການບໍລິການພື້ນຖານໂຄງລ່າງ ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນສວນປູກຢາງພາລາ ຢູ່ແຂວງອັດຕະປື ທີ່ເຫັນ ຢູ່ໃນພາບນີ້ ແລະ ສາລີ ອ້ອຍ ເປັນຕົ້ນ.

​ສຳລັບກຸ່ມທຸລິກິດຫວຽດນາມ ທີ່ມີມູນຄ່າການລົງທຶນໃນລາວ
ຫຼາຍທີ່ສຸດ ກໍຄື ກຸ່ມບໍລິສັດ Hoang Anh Gia Lai ຊຶ່ງລົງທຶນ
ຢູ່ໃນລາວ ທັງໃນພາກພະລັງງານໄຟຟ້າ ການບໍລິການພື້ນຖານ
ໂຄງລ່າງ ການຂຸດຄົ້ນແຮ່ທາດ ແລະ ພາກກະສິກຳ ເຊັ່ນປູກຢາງ
ພາລາ ສາລີ ແລະອ້ອຍ ເປັນຕົ້ນ ໂດຍມີມູນຄ່າການລົງທຶນລວມ
ເກີນກວ່າ 1,200 ລ້ານໂດລາ ຈຶ່ງຖືເປັນກຸ່ມລົງທຶນ ຕ່າງຊາດຂະ
ໜາດໃຫຍ່ໃນລາວ ນັ້ນເອງ.

ກະຊວງແຜນການ ແລະການລົງທຶນ ລາຍງານດ້ວຍວ່າ ບັນດາ
ບໍລິສັດຕ່າງຊາດ ທີ່ເຂົ້າມາລົງທຶນໃນລາວ ໃນປັດຈຸບັນ ມາຈາກ
60 ປະເທດ ໂດຍມີມູນຄ່າລົງທຶນລວມກັນເກີນກວ່າ 25,000
ລ້ານໂດລາ ແລະປາກົດວ່າບັນດາບໍລິສັດຈີນໄດ້ເຂົ້າມາລົງທຶນໃນລາວ ເປັນອັນດັບ 1 ນັບ
ເປັນປີທີ 5 ຕິດຕໍ່ກັນແລ້ວ.

ທັງນີ້ ໂດຍຄະນະກຳມາທິການຮ່ວມມືດ້ານເສດຖະກິດການຄ້າ ແລະເທັກນິກ ລາວ-ຈີນ
ໄດ້ອະທິບາຍວ່າ ສາເຫດສຳຄັນທີ່ເຮັດໃຫ້ການລົງທຶນຂອງຈີນໃນລາວ ເພີ່ມຂຶ້ນຢ່າງຕໍ່
ເນື່ອງ ກໍເພາະວ່າ ທັງສອງຝ່າຍໄດ້ຕົກລົງເສີມຂະຫຍາຍ ການຮ່ວມມືທາງເສດຖະກິດ
ລະຫວ່າງກັນຢ່າງໃກ້ຊິດ ແລະຮອບດ້ານ ໂດຍໄດ້ຮ່ວມກັນສ້າງແຜນ ແມ່ບົດວ່າດ້ວຍການ
ຮ່ວມມື ໃນດ້ານເສດຖະກິດ ແລະເທັກນິກ ສະບັບໃໝ່ ເພື່ອນຳໃຊ້ເປັນແຜນປະຕິບັດການ
ຮ່ວມມືລະຫວ່າງກັນ ໃນຊ່ວງປີ 2016-2020 ຢ່າງເປັນທາງການ.

ໂດຍການລົງທຶນຂອງບັນດາບໍລິສັດຈີນໃນລາວ ທັງໃນສ່ວນທີ່ເປັນການລົງທຶນຂອງຈີນ
ທັງ 100 ເປີເຊັນ ແລະຮ່ວມທຶນກັບເອກະຊົນລາວນັ້ນ ກໍມີຢູ່ເຖິງ 761 ໂຄງການ ໂດຍມີ
ມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາ ໃນປີ 2015 ນີ້ ເນື່ອງຈາກວ່າ
ການລົງທຶນຂອງບັນດາບໍລິສັດຈີນຢູ່ໃນລາວນັ້ນ ໄດ້ເນັ້ນໜັກໃນພາກພະລັງງານ ແລະ
ການຂຸດຄົ້ນແຮ່ທາດເປັນດ້ານຫຼັກ ນັ້ນເອງ.

ແຕ່ຢ່າງໃດກໍຕາມ ການລົງທຶນຂອງຕ່າງຊາດໃນລາວ ຍັງຕ້ອງປະເຊີນກັບບັນຫາ ທີ່ເປັນ
ອຸປະສັກຕໍ່ການຂະຫຍາຍການລົງທຶນ ໃນຫຼາຍດ້ານ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້
ໃຫ້ການຊີ້ແຈງວ່າ:

“ສະພາບແວດລ້ອມຂອງການດຳເນີນທຸລະກິດ ໃນການລົງທຶນຢູ່ລາວນີ້ ຍັງຢູ່ໃນ
ລະດັບຕ່ຳ ຖ້າທຽບໃສ່ບັນດາປະເທດໃຫຍ່ໂຕ ໃນບັນຫາທີ່ເປັນຕົ້ນຕໍ ທີ່ໄດ້ສະ
ແດງຈາກນັກທຸລະກິດ ອັນທີໜຶ່ງ ກໍແມ່ນບັນຫາໃນການເລີ່ມຕົ້ນທຸລະກິດ ມີ
ຄວາມຫຍຸ້ງຍາກ ໃນການຊອກຫາແຫລ່ງທຶນ ຫຼື ຄວາມຫຍຸ້ງຍາກ ໃນການອະນຸ
ຍາດ ກໍ່ສ້າງໂຮງງານ ການຈັດຫາແຮງງານທີ່ມີຝີມື ແລະ ການຕອບສະໜອງ
ພະລັງງານໄຟຟ້າ ໃນເຂດອຸດສາຫະກຳ.”

ສ່ວນໃນດ້ານການຄ້າ ກໍມີລາຍງານວ່າ ໃນປີ 2015 ການຄ້າລະຫວ່າງລາວ ກັບຈີນ ມີມູນ
ຄ່າການຄ້າລວມເກີນກວ່າ 4,000 ລ້ານ ໂດລາ ໂດຍລາວເປັນຝ່າຍຂາດດຸນການຄ້າ ຕໍ່ຈີນ
ໃນມູນຄ່າລວມເກີນກວ່າ 300 ລ້ານໂດລາ.

XS
SM
MD
LG