ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕິ​ຕຽນ​ ປະນາມການຕັດສິນລົງໂທດນັກຂ່າວ​ ເປັນ​ເວ​ລາ 9 ປີ ຂອງຫວຽດນາມ 


ພວກນັກຂ່າວ ແລະນັກເຄື່ອນໄຫວ ເລ ວັນ ຢຸງ (Le Van Dung) (ຂວາ) ກຳລັງອອກຂ່າວສົດ ທາງເຟສບຸກ ທີ່ຮ້ານກາເຟ ໃນນະຄອນຮາໂນ່ຍ ປະເທດຫວຽດນາມ ວັນທີ 15 ພຶດສະພາ 2018.
ພວກນັກຂ່າວ ແລະນັກເຄື່ອນໄຫວ ເລ ວັນ ຢຸງ (Le Van Dung) (ຂວາ) ກຳລັງອອກຂ່າວສົດ ທາງເຟສບຸກ ທີ່ຮ້ານກາເຟ ໃນນະຄອນຮາໂນ່ຍ ປະເທດຫວຽດນາມ ວັນທີ 15 ພຶດສະພາ 2018.

ການຕັດສິນລົງໂທດ ເມື່ອວັນທີ 14 ທັນວາ​ທີ່​ຜ່ານ​ມາ ​ຕໍ່ນັກຂ່າວຫວຽດນາມ ທ່ານນາງ
ຟາມ ທີ່ ດວານ ຈາງ ທີ່ຮູ້ກັນດີໃນຊື່ ຟາມ ດວານ ຈາງ ໃຫ້ຕິດຄຸກເກົ້າປີໃນຖານ “ເຜີຍ
ແຜ່ການໂຄສະນາຊວນເຊື່ອຕໍ່ຕ້ານລັດຖະບານ” ໄດ້ເຮັດໃຫ້ບັນດາສະມາຊິກຂອງສາ
ທາລະນະຊົນຫຼາຍຄົນຢູ່ໃນຫວຽດນາມ ພ້ອມທັງບັນດາຜູ້ສັງເກດການຢູ່ນອກປະເທດ
ມີຄວາມໂກດແຄ້ນ.

ທ່ານນາງຈາງ ໄດ້​ພິມເຜີຍແຜ່ຂໍ້ມູນເປັນປະຈຳ ​ໂດຍກ່າວຫາ​ ກ່ຽວ​ກັບການລະເມີດສິດ
ທິມະນຸດ ແລະການກະທຳແບບໂຫດຮ້າຍຂອງຕຳຫຼວດ. ທ່ານນາງໄດ້ຖືກຈັບໃນເດືອນ
ຕຸລາ 2020. ທ່ານນາງໄດ້ເປັນນຶ່ງທີ່ຕຳໜິຕິຕຽນຫຼາຍທີ່ສຸດຕໍ່ປະຫວັດການເຄົາລົບນັບ
ຖືສິດທິມະນຸດໃນຫວຽດນາມ ແບບທີ່ບໍ່ມີມາກ່ອນ ໃນໄລຍະບໍ່ເທົ່າໃດປີທີ່ຜ່ານມານີ້.

ການຈັບກຸມໄດ້ມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ​ໄດ້​ມີ​ການ​ເຈ​ລະ​ຈາ​ຫາ​ລື​ໃນ​ເລື້ອງ​
ສິດທິມະນຸດ ລະຫວ່າງສະຫະລັດ ກັບຫວຽດນາມ ຄັ້ງທີ 24 ທີ່ນະຄອນຫຼວງຮາໂນ່ຍ.

ທ່ານມິນ ຟາມ ຜູ້ຊ່ຽວຊານດ້ານສື່ມວນຊົນ ໃນນະຄອນໂຮຈີມິນ ຜູ້ທີ່ໄດ້ໂຕ້ຖຽງວ່າ ທ່ານ
ນາງຈາງ ບໍ່ສົມຄວນໄດ້ຮັບການລົງໂທດທີ່ຍາວນານດັ່ງກ່າວນັ້ນ ໂດຍເວົ້າວ່າ “ການຕັດ
ສິນໂທດດັ່ງກ່າວໜັກເກີນໄປ.”

ທ່ານກ່າວຕໍ່ ວີໂອເອ ວ່າ “ການດຳເນີນຄະດີແບບນີ້ ເຮັດໃຫ້ຂ້າພະເຈົ້າ ລະມັດລະວັງ
ກ່ຽວກັບການປາກເວົ້າ ແລະສະແດງຄວາມຄິດເຫັນຂອງຂ້າພະເຈົ້າຢູ່ໃນຂ່າວ ແລະຢູ່
ໃນສື່ສັງຄົມໃນອະນາຄົດ. ຂ້າພະເຈົ້າມີຄວາມຮູ້ສຶກບໍ່ມີຄວາມປອດ ໄພ. ມັນດີກ່ອນທີ່
ຈະຫລີກລ່ຽງການເວົ້າຈາ ກ່ຽວກັບບັນຫາການເມືອງຕ່າງໆ ເພາະວ່າ ບໍ່ກ່ຽວຂ້ອງກັບ
ລະດັບຄວາມແຕກຕ່າງໃນດ້ານແນວຄິດ ມັນຈະຖືກລະບຸວ່າ ເປັນການ “ຕໍ່ຕ້ານ
ປະເທດຊາດ.”

ຄ້າຍຄືກັນ​ນັ້ນ ທ່ານອວນ ​ຫວູ ຜູ້ທີ່ເຮັດວຽກຢູ່ໃນອຸດສາຫະກຳອາຫານ ແລະ ເຄື່ອງດື່ມ
ໄດ້ກ່າວວ່າ ຫວຽດນາມຍັງໄກຫຼາຍ ທີ່ຈະດຳເນີນຕໍ່ໄປ ເວລາເວົ້າເຖິງສິດເສລີພາບໃນ
ການສະແດງຄວາມຄິດຄວາມເຫັນ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG