ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເມືອງຂອງຫວຽດນາມເມືອງນຶ່ງ ແມ່ນພວມຖືກເບິ່ງໄປໃນ ທິດທາງ ຂອງ ‘ຄວາມສະຫຼາດ’ ໃນອະນາຄົດ


ແບບຈຳລອງ ຂະໜາດນ້ອຍອັນເປັນຄວາມຫວັງຂອງ
ເມືອງຫວຽດນາມໃນອະນາຄົດ ໃນແຂວງ Binh Duong
(L. Hoang/VOA)
ແບບຈຳລອງ ຂະໜາດນ້ອຍອັນເປັນຄວາມຫວັງຂອງ ເມືອງຫວຽດນາມໃນອະນາຄົດ ໃນແຂວງ Binh Duong (L. Hoang/VOA)

ຖ້າຫາກວ່າ ໄຟຕິດຕັ້ງຢູ່ຕາມຖະໜົນ ສາມາດເຕືອນທາງການ ໃນເວລາດອກໄຟຂາດ ພວກເພິ່ນຊິມາປ່ຽນມັນບໍ່? ຫຼືວ່າ ຖ້າຫາກວ່າ ແອັບຂອງໂທລະສັບສະຫຼາດ ສາມາດ ບອກໃຫ້ພວກຄົນຂັບ ຮູ້ວ່າ ຖະໜົນສາຍໃດ ຖືກນ້ຳຖ້ວມ ເດ້? ບາງເມືອງຕ່າງໆ ແມ່ນ ພ້ອມທີ່ຈະນຳເອົາເທັກໂນໂລຈີດັ່ງກ່າວ ມາໃຊ້ແລ້ວ ເຊິ່ງເປັນວິທີທາງ ທີ່ເປັນລະບົບ ເຊິ່ງພວກເຂົາ ຈະສາມາດຄຸ້ມຄອງ ທຸກສິ່ງທຸກຢ່າງໄດ້ ຈາກ ອາຊະຍາກຳ ໄປເຖິງການ ຮັກສາສຸຂະພາບ ແລະ ການເກັບຂີ້ເຫຍື້ອເຟື້ອຝອຍ.

ດຽວນີ້ ລັດຖະບານທ້ອງຖິ່ນແຫ່ງໜຶ່ງ ໃນຫວຽດນາມ ກຳລັງພິຈາລະນາເບິ່ງວ່າ ຕົນຈະ ຕິດຕາມຂະບວນການ ທີ່ເອີ້ນວ່າ “ພວກເມືອງສະຫຼາດ ຫຼື smart cities” ນີ້ຫຼືບໍ່.

ແຂວງ Binh Duong ເມື່ອບໍ່ນານມານີ້ ໄດ້ເຊື້ອເຊີນບັນດານັກຊ່ຽວຊານ ມາຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍ ເມືອງສະຫຼາດ ເພື່ອສ້າງແນວຄິດວິທີທາງຕ່າງໆ ທີ່ ຕົນຈະປົກຄອງເມືອງໄດ້ ຢ່າງມີປະສິດທິພາບ ໂດຍຜ່ານນະວະກຳໃໝ່.

ບາງຄົນ ໄດ້ປຶກສາຫາລື ເຖິງເລື້ອງພວກລົດ ທີ່ບໍ່ມີຄົນຂັບ ເຊິ່ງອາດຫັນປ່ຽນໃຫ້ເປັນ ການຂົນສົ່ງ ສາທາລະນະ ເພື່ອທີ່ຈະເຮັດໃຫ້ພົນລະເມືອງ ຍົກເລີກການມີລົດລາ ພາຫະນະສ່ວນຕົວ ແລະ ລຸດຜ່ອນຮ່ອງຮອຍ ຂອງການປ່ອຍຄວັນຄາບອນອອກມາ. ສ່ວນພວກຄົນອື່ນໆ ໄດ້ສະເໜີແນະ ໂປແກຣມ ທີ່ຈະບອກພວກຄົນຂັບລົດກູ້ໄພ ວ່າ ໂຮງໝໍແຫ່ງໃດ ຢູ່ໃກ້ທີ່ສຸດ ທີ່ມີຕຽງຮອງຮັບເອົາຄົນເຈັບ ຫຼື ມີທ່ານໝໍທີ່ຊ່ຽວຊານ ໃນ ການປິ່ນປົວ ໂຣກສະເພາະ ຂອງພວກຄົນປ່ວຍ.

ຫົວຂໍ້ຂອງກອງປະຊຸມດັ່ງກ່າວ ແມ່ນການລະດົມກົນໄກ ໃນດ້ານການບໍລິການສາທາ ລະນະ ໃຫ້ຫຼາຍຂຶ້ນ. ໃນທາງນີ້ ເມືອງຕ່າງໆ ຈະກາຍມາເປັນ ເມືອງທີ່ສະຫຼາດ ຄືກັນ ກັບກິດຈະກຳຂອງສິ່ງທີ່ມີຊີວິດ ທີ່ສາມາດຕອບສະໜອງ ຄວາມຕ້ອງການຕ່າງໆ ຂອງ ພົນລະເມືອງ. ບົດບາດຕ່າງໆ ທີ່ເຄີຍປະຕິບັດມາໃນຄັ້ງໜຶ່ງ ໂດຍບັນດາຂ້າລັດຖະການ ສາມາດຫັນປ່ຽນໄປໃຫ້ພວກຮຸ່ນຍົນ ແລະ ອຸປະກອນ ເຮັດແທນໄດ້ ຫຼາຍຂຶ້ນ.

ລ້ຳໜ້າໄປກວ່າ ການບໍລິການສາທາລະນະຕ່າງໆແລ້ວ ໂຄງສ້າງຂອງເມືອງສະຫຼາດ ອາດຈະຕ້ອງຮັບມື ກັບການກໍ່ສ້າງກໍເປັນໄດ້.

ທ່ານ Pham Tuan Khao ຜູ້ຈັດການການບໍລິການອາຄານຂຽວ ທີ່ເປັນມິດຕໍ່ສະພາບ ແວດລ້ອມ ຢູ່ທີ່ບໍລິສັດເທັກໂນໂລຈີ Tebodin ໄດ້ເນັ້ນໃຫ້ເຫັນວ່າ ປະເທດສິງກະໂປ ໄດ້ວາງກຳນົດເປົ້າໝາຍ ໄວ້ 80 ເປີເຊັນ ຂອງອາຄານຂຽວ ທີ່ເປັນມິດຕໍ່ສະພາບແວດ ລ້ອມ ພາຍໃນ ປີ 2030.

XS
SM
MD
LG