ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດຫວຽດນາມ ຈະສ້າງໂຮງງານລົດໄຟຟ້າ ຢູ່ໃນລັດຄາໂຣໄລນາເໜືອ  


ພວກະນັກງານກຳລັງປະກອບລົດໃໝ່ ຢູ່ໂຮງງານ VinFast ບໍລິ ສັດແຫ່ງທຳອິດຂອງຫວຽດນາມ ຢູ່ເມືອງຮາຍຟອງ ວັນທີ 14 ມິຖຸນາ 2019.
ພວກະນັກງານກຳລັງປະກອບລົດໃໝ່ ຢູ່ໂຮງງານ VinFast ບໍລິ ສັດແຫ່ງທຳອິດຂອງຫວຽດນາມ ຢູ່ເມືອງຮາຍຟອງ ວັນທີ 14 ມິຖຸນາ 2019.

ບໍ​ລິ​ສັດຜະລິດລົດຫວຽດນາມບໍ​ລິ​ສັດນຶ່ງໄດ້ປະກາດແຜນ​ການທີ່ຈະສ້າງໂຮງງານ
ຢູ່ໃນລັດຄາໂຣໄລນາ ເໜືອເພື່ອຜະລິດລົດໄຟຟ້າ ໂດຍໃຫ້ຄຳໝັ້ນສັນຍາວ່າຈະ
ສ້າງວຽກ​ເຮັດ​ງານ​ທຳ 7,500 ໜ້າວຽກ.

ບໍລິສັດວິນແຟສຕ໌ (VinFast) ຈະສ້າງໂຮງງານແຫ່ງທຳອິດໃນອາເມຣິກາເໜືອ
ທີ່ເມືອງແຈັດ​ແທມ ທາງພາກຕາເວັນຕົກສຽງໃຕ້ຂອງເມືອງຣາເລ. ການຜະລິດ
ຄາດວ່າ ຈະເລີ້ມຂຶ້ນໃນປີ 2024.

ບໍລິສັດດັ່ງ​ກ່າວຄາດວ່າ ຈະຈ້າງ 7,500 ຄົນ ພາຍໃນປີ 2027 ໂດຍ​ໃຫ້ເງິນເດືອນ
ສະເລ່ຍແລ້ວປີນຶ່ງ 51,000 ໂດລາ. ບໍລິສັດກຳລັງສ້າງ​ຂຶ້ນ​ໃນດິນຕອນນຶ່ງ​ທີ່ກວ້າງ
ເກືອບ 2,200 ເຮັກຕາ ຂັບລົດປະມານ 30 ນາທີ ໄປທາງພາກຕາເວັນຕົກສຽງໃຕ້
ຂອງເມືອງຣາເລ ແລະຄາດວ່າຈະລົງທຶນ 4 ພັນລ້ານໂດລາ ໃນ​ການ​ສ້າງໂຮງງານ.

ທາງລັດ​ກໍໄດ້ເຫັນພ້ອມ ທີ່ຈະໃຫ້​ເງິນຫຼາຍຮ້ອຍລ້ານໂດລາ ເພື່ອ​ເປັນ​ສິນ​ນ້ຳ​ໃຈ.

ພວກເຈົ້າໜ້າທີ່ກ່າວວ່າ ບໍລິສັດໄດ້ພິຈາລະນາບ່ອນສ້າງໂຮງ​ງານຢູ່ໃນ 12 ລັດ
ກ່ອນຈະ​ຄັດ​ເລືອກ​ໃນ​ຂອບ​ເຂດ​ທີ່​ແຄບ​ລົງ​ມາ ​ໃສ່​ລັດຄາໂຣໄລນາເໜືອແລະສະ
ຖານທີ່ແຫ່ງນຶ່ງ ໃນເມືອງຊາວັນນາ ລັດຈໍເຈຍ.

Vietnamese carmaker to build electric vehicles in N Carolina

A Vietnamese automaker has announced plans to build a plant in North Carolina to manufacture electric vehicles, promising to bring 7,500 jobs

A Vietnamese automaker has announced plans to build a plant in North Carolina to manufacture electric vehicles, promising to bring 7,500 jobs. VinFast will build its first North American plant in Chatham County southwest of Raleigh, with production expected to start in 2024. It expects to employ 7,500 by 2027 with average salaries of $51,000. The company is building on a nearly 2,000-acre site that's about a 30-minute drive southwest of Raleigh and is expected to invest $4 billion in the plant. The state agreed to hundreds of millions of dollars in incentives. Officials say the manufacturer considered sites in 12 states before narrowing its search to North Carolina and a site in Savannah, Georgia.

XS
SM
MD
LG