ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຈ​ຳນວນ​ຄົນເບິ່ງຢູ​ທູບ ທີ່​ສູງເປັນ​ປະ​ວັດ​ການ ສະ​ແດງ​​ເຖິງ ການ​ຂະ​ຫຍາຍ​ຕົວ​ ໄປ​ພ້ອມໆ​ກັບ ຄວາມ​ຫຍຸ້ງ​ຍາກ ໃນ​ຕະຫຼາດ​ຫວຽດ​ນາມ


YouTube ເອົາ​ເຄັກ​ກ້ອນ​ນ້ອຍ​ທີ່​ມີ​ຊື່​ຕົນ​ເອງ​ຢາ​ໃຫ້​ຄົນ​ກິນ​ຢູ່​ໃນ​ງານ​ໂຄ​ສະ​ນາທີ່​ນະ​ຄອນ​ໂຮ່​ຈີ​ມິນ ໃນ​ຫວຽດ​ນາມ
YouTube ເອົາ​ເຄັກ​ກ້ອນ​ນ້ອຍ​ທີ່​ມີ​ຊື່​ຕົນ​ເອງ​ຢາ​ໃຫ້​ຄົນ​ກິນ​ຢູ່​ໃນ​ງານ​ໂຄ​ສະ​ນາທີ່​ນະ​ຄອນ​ໂຮ່​ຈີ​ມິນ ໃນ​ຫວຽດ​ນາມ

ໂທ​ລະ​ພາບ​ຕະ​ຫລົກ​ ໃນ​ຊ່ອງ FAP TV ໄດ້​ກາຍ​ເປັນ​ໂທ​ລະ​ພາບທີ່​ມີ​ບັນ​ຊີ​ໃນ ​ຢູ​ທູບ (YouTube) ອັນ​ທຳ​ອິດ​ທີ່​ມີ​ຄົນຈົດ​ທະ​ບຽນ​ເຂົ້າ​ຊົມ​ຫລາຍ​ເຖິງ 10 ລ້ານ ຄົນ ທີ່​ເປັນ​ຂີດ​ໝາຍປະ​ຫວັດ​ການ ​ຢູ່​ໃນ​ປະ​ເທດ​ຢູ່​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ ທີ່​ມີ​ປະ​ຊາ​ຊົນ ​ເກືອບ​ຮອດ 100 ລ້ານ​ຄົນ ແຫ່ງນັ້ນ, ອີງ​ຕາມຄຳ​ປະ​ກາດ ໃນ​ວັນ​ພະ​ຫັດ​ຜ່ານ​ມາຂອງ​ຫ້ອງ​ການ​ສຳ​ລັບ​ເຂດ​ເອ​ເຊຍ​ປາ​ຊີ​ຟິກ​ ຂອງ​ບໍ​ລິ​ສັດກຸ​ໂກ (Google) ທີ່​ເປັນ​ເຈົ້າຂອງ YouTube ນັ້ນ.

ຫວຽດ​ນາມໄດ້​ກາຍ​ເປັນ​ຕະ​ຫລາດ​ທີ່​ຂະ​ຫຍາຍ​ໂຕ​ຢ່າງວ່ອງ​ໄວ​ທີ່​ສຸດ​ແຫ່ງ​ນຶ່ງ ໃນ​ການ​ເບິ່ງ​ວີ​ດິ​ໂອ ທາງເວັບ​ໄຊ​ທ໌​ດັ່ງ​ກ່າວ ໂດຍ​ສະ​ເພາະ​ແມ່ນພາຍ​ຫລັງ​ທີ່​ບໍ​ລິ​ສັດ Google ໄດ້ລົງທຶ​ນໃສ່​ໜ່ວຍ​ເກັບ​ຂໍ້​ມູນ ຫລື server ຂອງ​ຄອມ​ພິວ​ເຕີ​ ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ ຊຶ່ງໄດ້ພາ​ໃຫ້​ການ​ສາຍ​ວີ​ດິ​ໂອ ແລະ​ເວ​ລາ​ໃນ​ການ​ດາວ​ໂຫລດ​ວີ​ດິ​ໂອ​ໄວ ​ຂຶ້ນກວ່າ​ເກົ່າ. YouTube ຍັງ​ໄດ້​ລົງ​ທຶນ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ເຮັດ​ໃຫ້​ເນື້ອ​ໄນ​ຂອງ​ເລື້ອງ​ຕ່າງໆ ແລະ​ການ​ໂຄ​ສະ​ນາເປັນ​ພາ​ສາ​ຫວຽດ​ນາມ.


​ແຕ່​ວ່າ ​ຂັ້ນ​ຕອນ​ດັ່ງ​ກ່າວ​ກໍ​ນຳ​ມາ​ຊຶ່ງ​ຄວາມ​ຫຍຸ້ງ​ຍາກເພີ້ມ​ຂຶ້ນ​ເລື້ອຍໆເຊ່ນ​ກັນ ໂດຍ​ທີ່​ສັງ​ເກດ​ເຫັນ​ຫລາຍ​ທີ່​ສຸດ​ກໍ​ຄື ຢູ່​ໃນຂອບ​ເຂດ​ຂອງ​ການ​ເກັບ​ພາ​ສີ ແລະ​ການ​ຖືກ​ຕິດ​ຕາມຄວບ​ຄຸມ​ເບິ່ງ​ຢູ່. ເວັບ​ໄຊ​ທ໌​ດັ່ງ​ກ່າວ ແມ່ນ​ໄດ້​ກີດກັ້ນບໍ່​ໃຫ້​ມີການ​ສາຍ​ວີ​ດິ​ໂອ ​ທີ່​ມີ​ເນື້ອ​ໄນ​ຕໍ່​ຕ້ານ​ລັດ​ຖະ​ບານ. ເຖິງ​ແມ່ນ​ວ່າ ​ຈະ​ມີ​ການ​ເອົາ​ບາດ​ກ້າວ​ທີ່​ວ່ານີ້​ໂດຍ​ອີງ​ຕາມ​ການຮ້ອງ​ຂໍ​ຂອງ​ລັດ​ຖະ​ບານ​ຢູ່​ກໍ​ຕາມ YouTube ເວົ້າ​ວ່າ ຕົນ​ເຮັດ​ຕາມ​ຫລັກ​ກາ​ນອັນ​ດຽວ​ກັນ​ຢູ່​ທົ່ວ​ໂລກ ​ເມື່ອ​ບໍ​ລິ​ສັດ​ດັ່ງ​ກ່າວ​ໄດ້​ຮັບ​ຄຳ​ຮ້ອງ​ຈາກ​ລັດ​ຖະ​ບານ​ປະ​ເທດ​ຕ່າງໆໃຫ້​ເອົາ​ຄ​ລິບ​ວີ​ດິ​ໂອ​ລົງ. ວີ​ດິ​ໂອຫລາຍ​ອັນຖືກ​ຫ້າມບໍ່​ໃຫ້​ສາຍຢູ່​ໃນ​ປະ​ເທດ​ຕ່າງ​ໆ ເລີ້ມແຕ່ອ​າ​ລ​ຈີ​ເຣຍ ຈົນ​ໄປ​ເຖິງ​ເຢຍ​ຣະ​ມັນ ດ້ວຍ​ເຫດ​ຜົນ​ທີ່ນັບ​ແຕ່​ການ​ໃຊ້​ຄຳ​ເວົ້າ​ ທີ່​ພາ​ໃຫ້​ກຽດ​ຊັງ​ກັນ ຈົນ​ເຖິງ​ເລື້ອງການກໍ່​ການ​ຮ້າຍ.

ຢູ່ໃນ​ການ​ລາຍ​ງານ​ດ້ານ​ຄວາມ​ໂປ່ງ​ໃສຂອງ​ຕົນ ສຳ​ລັບ​ຫວຽດ​ນາມນັ້ນ ບໍ​ລິ​ສັດ Google ບອກວ່າ ຕົນ​ໄດ້​ຮັບ​ຄຳ​ຮ້ອງ​ຈາກ​ລັດ​ຖະ​ບານ​ຫວຽດ​ນາມໃຫ້​ເອົາວີ​ດິ​ໂອ ຢູ່​ໃນ YouTube ອອກ 28 ເລື້ອງທີ່​ພາ​ໃຫ້​ເກີດ​ການ​ປະ​ທ້ວງ ທີ່​ໃຊ້​ຄວາມ​ຮຸນ​ແຮງຢູ່ໃນ​ຊ່ວງວັນ​ເອ​ກະ​ລາດ​ຂອງ​ຫວຽດ​ນາມ (ຊຶ່ງ​ແມ່ນ​ວັນ​ທີ 2 ກັນ​ຍາ). Google ເວົ້າ​ວ່າຕົນ​ໄດ້​ເອົາ​ ວີ​ດິ​ໂອ 12 ເລື້ອງອອກ​ຈາກ YouTube ຍ້ອນ​ວ່າ​ ໄດ້​ລະ​ເມີດ​ຕໍ່​ຄຳ​ແນ​ະ​ແນະ​ສຳ​ລັບ​ປະ​ຊາ​ຄົມ​ໃນ​ຢູ​ທູບ ທີ່​ຫ້າມ​ເຜີຍ​ແຜ່​ແນະ​ນຳ​ວິ​ທີ​ການ​ກະ​ທຳ​ຄວາມ​ຮຸນ​ແຮງ. ບິ​ລິ​ສັດ​ດັ່ງ​ກ່າວ ໄດ້​ເກືອດ​ຫ້າມບໍ່​ໃຫ້​ຄົນ​ເຂົ້າ​ເຖິງ ຄ​ລິບວີ​ດິ​ໂອອັນ​ອື່ນ 4 ເລື້ອງ​ຢູ່​ໃນ​ຫວຽດ​ນາມ. ບໍ​ລິ​ສັດບໍ່​ໄດ້​ເອົາວີ​ດິ​ໂອ ອີກ 12 ເລື້ອງ ​ທີ່​ຍັງ​ເຫລືອ​ຈາກ​ຈໍ​ານວນ​ທີ່​ລັດ​ຖະ​ບານ​ຂໍ​ໃຫ້​ເອົາ​ອອກໄປນັ້ນ ອອກ​ຈາກ​ຢູ​ທູບ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG