ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລົງນາມ ໃນຂໍ້ຕົກລົງ ຮ່ວມມື ດ້ານນິວເຄລຍ ກັບ ຫວຽດນາມ


ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ Pham Binh Minh ໃນລະຫວ່າງກອງປະຊຸມອາຊ່ຽນ ທີ່ນະຄອນ Bandar Seri Begawan (2 ກໍລະກົດ 2013)
ລັດຖະມົນຕີການຕ່າງປະເທດ ສຫລ ທ່ານ John Kerry (ຂວາ) ພົບປະກັບລັດຖະມົນຕີການຕ່າງປະເທດຫວຽດນາມ ທ່ານ Pham Binh Minh ໃນລະຫວ່າງກອງປະຊຸມອາຊ່ຽນ ທີ່ນະຄອນ Bandar Seri Begawan (2 ກໍລະກົດ 2013)
ຂໍ້ຕົກລົງສະບັບນຶ່ງ ທີ່ເຊັນກັນລະຫວ່າງສະຫະລັດ ແລະຫວຽດ
ນາມໃນຕົ້ນເດືອນນີ້ ອາດຈະອະນຸຍາດໃຫ້ບັນດາບໍລິສັດຂອງ
ສະຫະລັດ ຂາຍເທັກໂນໂລຈີນິວເຄລຍ ໃຫ້ແກ່ຫວຽດນາມ. ຂໍ້
ຕົກລົງທີ່ວ່ານີ້ ຍັງຈະຕ້ອງໄດ້ຮັບ ການໃຫ້ສັດຕະຍາບັນ ຈາກ
ລັດຖະສະພາສະຫະລັດແຕ່ Marianne Brown ລາຍງານມາ
ຈາກຮາໂນ່ຍວ່າ ຂໍ້ຕົກລົງດັ່ງກ່າວນີ້ໄດ້ເນັ້ນໜັກໃຫ້ເຫັນໃນອັນ
ທີ່ພວກຕິຕຽນບາງຄົນ ກ່າວວ່າ ເປັນແຜນການ ພະລັງງານນິວ
ເຄລຍ ທີ່ມີຄວາມທະເຍີທະຍານສູງຂອງຫວຽດນາມ. ໄພສານ
ຈະນຳເອົາລາຍລະອຽດກ່ຽວກັບເລື່ອງນີ້ມາສະເໜີທ່ານໃນອັນ
ດັບຕໍ່ໄປ.


ໃນວັນທີ 10 ຕຸລາຜ່ານມານີ້ ທ່ານ John Kerry ລັດຖະມົນ
ຕີກະຊວງການຕ່າງປະເທດສະຫະລັດ ໄດ້ລົງນາມໃນຂໍ້ຕົກລົງ ການຮ່ວມມືດ້ານພົນລະ ເຮືອນສະບັບນຶ່ງກັບລັດຖະມົນຕີການຕ່າງປະເທດຫວຽດນາມທ່ານ Pham Binh Minh ຢູ່ຂ້າງນອກ ຂອງກອງປະຊຸມສຸດຍອດ ຜູ້ນຳ APEC ທີ່ປະເທດບຣູນາຍ.

ຂໍ້ຕົກລົງ ທີ່ເອີ້ນກັນວ່າ 123 ນີ້ ຈະອະນຸຍາດໃຫ້ ບັນດາບໍລິສັດຂອງສະຫະລັດ ສົ່ງອອກອຸບ ປະກອນນິວເຄລຍ ໄປຍັງຫວຽດນາມ ແລະສວຍໂອກາດ ຍາດແຍ່ງເອົາ ຄວາມສາມາດບົ່ມ ຊ້ອນກ່ຽວກັບຕະຫຼາດພະລັງງານນິວເຄລຍຂອງປະເທດດັ່ງກ່າວທີ່ຄາດວ່າຈະເຕີບໂຕຈາກ
10 ພັນລ້ານໂດລາ ຂຶ້ນ 50 ພັນລ້ານໂດ ລາ ພາຍໃນທ້າຍປີ 2030.

ເຖິງແມ່ນຫວຽດນາມມີແຫຼ່ງບໍ່ຖ່ານຫີນ ນໍ້າມັນແລະໄຟຟ້າພະລັງນໍ້າຂອງຕົນກໍຈິງ ແຕ່ພວກ ນັກວິເຄາະທຳນາຍວ່າ ຫວຽດນາມຈະຕ້ອງນຳເຂົ້າພະລັງງານ ຊຶ່ງອາດຈະເລີ້ມໃນປີ 2015 ຈະມານີ້ເພື່ອຮັກສາສະພາບການເຕີບໂຕຢ່າງວ່ອງໄວ ຂອງເສດຖະກິດ.

ໃນການຄາດຄະເນກ່ຽວກັບບັນຫາດັ່ງກ່າວລັດຖະບານຫວຽດນາມຈຶ່ງໄດ້ປະກາດແຜນການ ທີ່ມີຄວາມທະເຍີທະຍານສູງ ຊຶ່ງຈະສ້າງໂຮງໄຟຟ້ານິວເຄລຍ ຫຼາຍເຖິງ 13 ແຫ່ງ ພາຍໃນ ໄລຍະ 20 ຕໍ່ໜ້າ ດ້ວຍການ ຕົກລົງທີ່ມີໄປແລ້ວກັບຣັດເຊຍ ແລະຍີ່ປຸ່ນ.

ທ່ານ Murray Hiebert ເຈົ້າໜ້າທີ່ອະສຸໂສ ທີ່ສູນກາງຍຸດທະສາດ ແລະການສຶກສານາໆ ຊາດ CSIS ທີ່ກຸງວໍຊິງຕັນກ່າວວ່າ ໂຄງການນິວເຄລຍເຫຼົ່ານີ້ ແມ່ນຮຽກຮ້ອງໃຫ້ມີການລົງ ທຶນແລະຄວາມສຳພັນໄລຍະຍາວ ແຕ່ທ່ານເວົ້າວ່າ ຂໍ້ຕົກລົງນິວເຄລຍຂອງສະຫະລັດບໍ່ປະ ກົດວ່າ ກ່ຽວຂ້ອງແຕ່ກັບເລື່ອງເສດຖະກິດຂອງສະຫະລັດພຽງຢ່າງດຽວເທົ່ານັ້ນ.

ທ່ານ Hiebert ເວົ້າວ່າ “ຂ້າພະເຈົ້າຄິດວ່າ ມີຢູ່ສອງຢ່າງ ທີ່ກຳລັງດຳເນີນຢູ່ ໃນທີ່ນີ້ ນຶ່ງກໍຄືຄວາມສາມາດບົ່ມຊ້ອນທາງດ້ານເສດຖະກິດ ແລະວຽກງານ ອີກອັນນຶ່ງກໍຄື ສະຫະລັດ ໄດ້ທຳການເຄື່ອນໄຫວຢ່າງໄວວາ ເພື່ອປັບປຸງ ຄວາມສຳພັນກັບຫວຽດ ນາມ. ພວກເຮົາໄດ້ເຊື້ອເຊີນປະທານປະເທດ Sang ມາຢ້ຽມຢາມກຸງວໍຊິງຕັນໃນ ເດືອນກໍລະກົດ ຫວຽດນາມ ເປັນພາກສ່ວນນຶ່ງ ຂອງພາຄີ ຂ້າມມະຫາສະມຸດປາຊີ ຟິກ ພ້ອມໆກັບສະຫະລັດ ແລະປະເທດອື່ນໆ ອີກ 10 ປະເທດ.”

ບໍ່ແມ່ນໝົດທຸກຄົນເຫັນພ້ອມນຳແຜນການທີ່ຈະສ້າງອຸດສາຫະກຳນິວເຄລຍຢູ່ຫວຽດນາມ.
ປະເທດຫວຽດນາມ ຕັ້ງຢູ່ເທິງເສັ້ນຮອຍແຕກແຫງ ທີ່ເກີດແຜ່ນດິນໄຫວຂອງໂລກ ແລະ ມີ
ແຄມຝັ່ງທະເລທີ່ຍາວຢຽດ.

ໃນປີ 2011 ການສຶກສາໂດຍສະຖາບັນຄົ້ນຄວ້າອີຕາລີ ໄດ້ສະເໜີແນະກ່ຽວກັບສະຖານທີ່ ທີ່ມີໂຄງການຈະສ້າງໂຮງໄຟຟ້ານິວເຄລຍແຫ່ງທຳອິດຂອງປະເທດທີ່ແຂວງ Ninh Thuan ນັ້ນວ່າ ອາດມີຄວາມຫຼໍ່ແຫຼມເປັນພິເສດຕໍ່ຟອງຍັກສຸນາມິ ທີ່ເກີດຈາກແຜ່ນດິນໄຫວນັ້ນ.

ມາຮອດປັດຈຸບັນນີ້ມີຜູ້ຕິຕຽນແຕ່ພຽງບໍ່ເທົ່າໃດຄົນທໍ່ນັ້ນທີ່ໄດ້ສະແດງຄວາມວິຕົກກັງວົນແຕ່ ທ່ານ Hiebert ຈາກສູນກາງ CSIS ກ່າວວ່າ ນີ້ອາດຈະເພີ້ມຂຶ້ນພ້ອມກັບໄລຍະເວລາ.

ທ່ານ Hiebert ເວົ້າວ່າ “ໃນທີ່ສຸດ ມັນຈະນຳພາໄປສູ່ການຄັດຄ້ານຢູ່ໃນຫວຽດນາມ ດັ່ງທີ່ພວກເຮົາມີຕໍ່ການຂຸດບໍ່ບັອກໄຊ ຂອງຈີນ ຫລືການສ້າງລົດໄຟ ຄວາມໄວສູງ ເຊື່ອມຕໍ່ຮາໂນ່ຍແລະນະຄອນໂຮ່ຈິມິນແມ່ນບໍ? ຂ້າພະເຈົ້າບໍ່ຮູ້ອີຫຼີແຕ່ກໍສົງໄສວ່າ ໃນຂະນະທີ່ຫວຽດນາມຫຍັບໃກ້ເຂົ້າໄປຫຼາຍຂຶ້ນ ໃນການສ້າງເຕົາແຍກນິວເຄລຍ ມັນກໍຈະມີຄຳຖາມເພີ້ມຂຶ້ນໃນບັນດາກຸ່ມປົກປ້ອງສະພາບແວດລ້ອມແລະອື່ນໆ.”

ພວກນັກຊ່ຽວຊານບາງຄົນພາຍໃນປະເທດ ໄດ້ສະແດງຄວາມວິຕົກກັງວົນວ່າ ແຜນການ ຂອງລັດຖະບານ ແມ່ນມີຄວາມທະເຍີທະຍານ ຫຼາຍເກີນໄປ ຊຶ່ງນຶ່ງໃນນັ້ນ ກໍແມ່ນທ່ານ Pham Duy Hien ອະດີດຜູ້ອຳນວຍການ ສະຖາບັນຄົ້ນຄວ້ານິວເຄລຍ Dalat ຊຶ່ງເປັນ
ທີ່ຕັ້ງຂອງເຕົາແຍກນິວເຄລຍ ເພື່ອການຄົ້ນຄວ້າຂອງຫວຽດນາມ.

ທ່ານ Hien ເວົ້າວ່າ ມີລາຍງານວ່າແຜນການທີ່ຈະເລີ້ມສ້າງເຕົາແຍກນິວເຄລຍທີ່ໄດ້ຮັບ ທຶນສະໜັບສະໜຸນຈາກຣັດເຊຍ 2 ໜ່ວຍໄດ້ມີການຊັກຊ້າ ແຕ່ມາຮອດເວລານີ້ຍັງບໍ່ທັນ ໄດ້ຮັບການຢືນຢັນຢ່າງເປັນທາງການເທື່ອ. ແຕ່ແນວໃດກໍຕາມ ອີງຕາມສະພາບການໂຕ ຈິງແລ້ວ ທ່ານເວົ້າວ່າ ການກໍ່ສ້າງເຕົາແຍກທີ່ວ່ານີ້ຕ້ອງໄດ້ມີການຊັກຊ້າ ຍ້ອນຍັງບໍ່ທັນມີ ການກະກຽມຂັ້ນພື້ນຖານພຽງພໍ.

ທ່ານ Hien ເວົ້າວ່າ ເຖິງແມ່ນຫວຽດນາມຕ້ອງການພະລັງງານກໍຈິງແຕ່ກໍບໍ່ໄດ້ຕ້ອງການ ແຮງເຖິງຂັ້ນທີ່ວ່າ ຕົນຕ້ອງໄດ້ເລັ່ງສ້າງໂຮງໄຟຟ້າໃຫ້ແລ້ວ ພາຍໃນປີ 2020.

ສຳຄັນທີ່ສຸດກໍແມ່ນວ່າ ຂໍ້ຕົກລົງຂອງສະຫະລັດແມ່ນຫ້າມບໍ່ໃຫ້ຫວຽດນາມກັ່ນຫຼືດຳເນີນ ການກັບທາດປລູໂຕນຽມ ຫລືຢູເຣນຽມ ຂະນະທີ່ພັດທະນາພະລັງງານນິວເຄລຍ.

ນັ້ນແມ່ນມີຈຸດສົງແນໃສ່ເພື່ອປ້ອງກັນບໍ່ໃຫ້ຫວຽດນາມພັດທະນາອາວຸດນິວເຄລຍ ແຕ່ນັກ ຊ່ຽວຊານດ້ານປ້ອງກັນປະເທດປະຈຳພູມີພາກສາສະດາຈານ Carl Thayer ແຫ່ງມະຫາ ວິທະຍາໄລ New South Wales ຂອງອອສເຕຣເລຍກ່າວວ່າ ທ່ານຄິດວ່າການແຜ່ຜາຍ ນິວເຄລຍໃນທຳນອງນີ້ ແມ່ນມີຄວາມກັງວົນໜ້ອຍທີ່ສຸດ.

ທ່ານ Thayer ເວົ້າວ່າ “ມັນອາດຈະເປັນຄວາມເຂົ້າໃຈທີ່ຖືກຕ້ອງທີ່ສຸດຖ້າປະເທດ ມະຫາອຳນາດທີ່ສຳຄັນໆບໍ່ເຫັນພ້ອມກັບທ່ານທີ່ຈະຂູ່ຂວັນຫລືຂົ່ມຂູ່ດ້ວຍ ອາວຸດ ນິວເຄລຍ. ຖ້າທ່ານຫາກສາມາດບອກຈີນວ່າ ແມ່ນແລ້ວ ເຈົ້າສາມາດ ຂ້າພວກ ເຮົາຫລືເອົາຊະນະພວກເຮົາໄດ້ແຕ່ພວກເຮົາຈະທຳລາຍຊຽງໄຮ້ ແຕ່ຂ້າພະເຈົ້າ ບໍ່ເຫັນຈັ່ງຊັ້ນ.”

ທ່ານ Thayer ກ່າວວ່າ ການລົງນາມໃນຂໍ້ຕົກລົງ 123 ແມ່ນຮ່ອງຮອຍທີ່ສະແດງໃຫ້ເຫັນ ເຖິງຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດລະຫວ່າງສອງປະເທດ ແລະການກັບຄຳໃດໆ
ກໍຕາມຂອງຝ່າຍຫວຽດນາມນັ້ນອາດຈະເປັນການສ່ຽງເກີນໄປ.

ເຖິງແມ່ນວ່າ ມັນຍັງເປັນໄປບໍ່ໄດ້ ທີ່ຈະເວົ້າໄດ້ ຢ່າງແນ່ນອນວ່າ ລັດຖະສະພາສະຫະລັດ
ຈະໃຫ້ສັດຕະຍາບັນຫຼືບໍ່ຕໍ່ຂໍ້ຕົກລົງດັ່ງກ່າວ ຕາບໃດທີ່ພະລັງງານນິວເຄລຍຍັງໄດ້ຮັບການ ຄຸ້ມຄອງ ດ້ວຍວິທີການຢ່າງປອດໄພ ແລະນຳໃຊ້ ເພື່ອຈຸດປະສົງທາງດ້ານພົນລະເຮືອນທໍ່
ນັ້ນ ທ່ານ Hiebert ຈາກສູນກາງ CSIS ກ່າວວ່າ ທ່ານເຊື່ອວ່າລັດຖະບານທ່ານໂອບາມາ ຈະໂຕ້ແຍ້ງເປັນຢ່າງດີເພື່ອໃຫ້ຂໍ້ຕົກລົງດັ່ງກ່າວດຳເນີນໄປດ້ວຍຄວາມກ້າວໜ້າຕໍ.
XS
SM
MD
LG