ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າ ແລະ ສິດທິມະນຸດ ຈະເປັນຫົວຂໍ້ ໃນ ການສົນທະນາ ເວລາ ປ. ໂອບາມາ ຢ້ຽມຢາມ ຫວຽດນາມ


ປະທານາທິບໍດີ Barack Obama ກ່າວທີ່ທຳນຽບຂາວ.
ປະທານາທິບໍດີ Barack Obama ກ່າວທີ່ທຳນຽບຂາວ.

ການ​ເດີນທາງ​ ໄປ​ຢ້ຽມຢາມ​ຫວຽດນາມ ​ເປັນ​ເວລາ 3 ມື້ ຂອງ​ປະທານາທິບໍ​ດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ ຊຶ່ງຈະ​ເລີ້ມຂຶ້ນ​ໃນ​ວັນ​ຈັນ​ນີ້ ຄາດ​ວ່າ ​ຈະ​ເປັນ​ຂີດໝາຍ​ທີ່​ມີ​ຄວາມ​ສຳຄັນ​ປະຫວັດສາດ ​ໃນ​ຄວາມ​ສຳພັນ ​ທາງ​ດ້ານ​ເສດຖະກິດ​ ແລະຍຸດ​ທະ​ສາດ ​ທີ່​ພວມ ​ເຕີບໃຫຍ່​ຂະຫຍາຍ​ໂຕ​ລະຫວ່າ​ງປະ​ເທດ​ທັງ​ສອງ​ຊຶ່ງ​ເຄີຍ​ພົວພັນ​ ໃນ​ການ​ສູ້​ລົບ​ເປັນ​ເວ ລາ​ຫຼາຍກວ່າ​ນຶ່ງ​ທົດ​ສະ​ວັດ​ນັ້ນ.

ອະດີດ​ຄູ່​ປໍ​ລະ​ປັກ​ເກົ່າ​ທັງ​ສອງ​ໄດ້​ມີ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດທີ່​ສຳຄັນ​ຢູ່​ແລ້ວ ນັບ​ແຕ່​ໄດ້​ມີການ​ສ້າງ​ຕັ້ງສາຍ​ພົວພັນ​ທາງ​ດ້ານ​ການ​ທູດ​ລະຫວ່າງຮາ​ໂນ່ຍ ແລະວໍ​ຊິງຕັນ​ ​ເມື່ອ​ປີ 1995. ການ​ສົ່ງ​ອອກ​ຂອງ​ຫວຽດນາມ​ມາ​ຍັງ​ສະຫະລັດ​ ໃນເວລາ​ນີ້​ ​ແມ່ນ​ກາຍ​ລະ ດັບ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊ່ຽນ​ອື່ນໆ ​ໃນ​ຂະນະ​ທີ່​ການສົ່ງ​ອອກ​ຂອງ​ສະຫະລັດ​ໄປ​ຍັງ​ຫວຽດນາມ ກໍ​ມີ​ການ​ເພີ້ມຂຶ້ນຢ່າງ​ຫຼວງຫຼາຍ.

ຫວຽດນາມ ຊຶ່ງ​ເປັນ​ນຶ່ງ​ໃນ​ຈຳນວນ​ສິບ​ກວ່າ​ປະ​ເທດ​ທີ່​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ພາຄີ​ຂ້າມ​ມະ ຫາ​ສະມຸດ​ປາຊີ​ຟິກ ຫຼື TPP ທີ່​ຢູ່​ພາຍ​ໃຕ້​ການ​ນຳພ າ​ຂອງ​ສະຫະລັດ​ນັ້ນ ​ແມ່ນເຮັດ​ໃຫ້​ຫວຽດນາມມີ​ທ່າ​ທີ​ເຂັ້ມ​ແຂງ​ລື່ນ​ປະ​ເທດ​ອື່ນໆ ​ໃນ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ເຊັ່ນ​ອິນ​ໂດ​ເນ​ເຊຍ ​ແລະ​ໄທ ທີ່​ບໍ່​ໄດ້​ເປັນ​ພາຄີ​ຂອງ​ຂໍ້​ຕົກ​ລົງດັ່ງ​ກ່າວ.

ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ​ແມ່ນ​ກະ​ແຈ​ສຳຄັນ​ເພື່ອ​ຊ່ອຍ​ຫວຽດນາມ​ໃຫ້​ເລີ້ມບົດ​ຕອນ​ໃໝ່​ແລະ​ໜີ​ອອກ​ໄປ​ຈາກ​ວົງ​ໂຄ​ຈອນ​ຂອງ​ຈີນ ອີງ​ຕາມ​ຄຳ​ເວົ້າຂອງ​ທ່ານ Tuong Lai ທີ່​ປຶກສາ​ຂອງ​ອະດີດ​ປະທານ​ປະ​ເທດ​ຫວຽດນາມ.

ແຕ່​ວ່າ ຂໍ້​ຕົກລົງ TPP ກຳ​ລັງປະ​ເຊີນກັບ​ການ​ຄັດຄ້ານ​ຢູ່​ໃນ​ລັດຖະສະພາ​ທີ່​ວໍ​ຊິງຕັນບ່ອນ​ທີ່​ພວກ​ບໍ່​ເຫັນ​ພ້ອມ​ບາງ​ຄົນສະ​ແດງ​ການ​ຄັດຄ້ານ​ຕໍ່​ອັນ​ທີ່​ພວກ​ເຂົາ​ເຈົ້າຖື​ວ່າ​ອຳນາດ​ການ​ປົກຄອງ​ຜະ​ເດັດ​ການ​ແມ່ນ​ຮວມຢູ່​ໃນ​ຂໍ້​ຕົກ​ລົງການ​ຄ້າ​ທີ່​ຍັງ ​ເປັນ​ບັນຫາ​ຖົກ​ຖຽງ​ນັ້ນ.

ຫວຽດນາມ​ຕ້ອງການ​ຢາ​ກ​ໃຫ້​ມີ​ການ​ຂະຫຍາຍ​ຄວາມ​ສຳພັນ​ທາງ​ດ້ານ​ການ​ຄ້າ​ເພີ້ມຕື່ມ ​ແລະ​ຮວມທັງ​ພາກສ່ວນ ຊຶ່ງ​ຈົນ​ເທົ່າ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້​ຍັງ​ເປັນ​ສິ່ງທີ່​ຄາດ​ຄິດ​ບໍ່​ເຖິງນັ້ນ ກໍ​ຄື​ເລື້ອງອາວຸດຍຸດທະ​ພັນ.

ນັກຂຽນຂ່າວອິນເຕີແນັດ ທີ່ມີຊື່ສຽງ ທ່ານ Nguyen Huu Vinh, ກຳລັງຖືກດຳເນີນຄະດີຢູ່ສານ ໃນນະຄອນ Hanoi ປະເທດ Vietnam.
ນັກຂຽນຂ່າວອິນເຕີແນັດ ທີ່ມີຊື່ສຽງ ທ່ານ Nguyen Huu Vinh, ກຳລັງຖືກດຳເນີນຄະດີຢູ່ສານ ໃນນະຄອນ Hanoi ປະເທດ Vietnam.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG