ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສາຍ​ພົວ​ພັນ ​ຂອງ​ຫວຽດ​ນາມ ກັບ​ຣັດ​ເຊຍ ຖືກ​ທົດ​ສອບ ​ໂດຍ​ການ​ເຄື່ອນ​ໄຫວ​ ຂອງ​ຈີນ ຢູ່​ໃນ​ທະ​ເລ​ຈີນ​ໃຕ້


(ແຟມ) ກຳ​ປັ່ນ​ຍາມ​ຝັ່ງ​ທະ​ເລ​ຂອງ​ຈີນ​ໄລ່​ຕາມກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຫວຽດ​ນາມ (ບໍ່​ເຫັນໃນ​ພາບນີ້) ຫຼັງ​ຈາກ​ໄປ​ເຖິງເຂດ​ 10 ໄມຫ່າງ​ຈາກເກາະ Haiyang Shiyou ຊຶ່ງ​ຕັ້ງ​ຢູ່ເຂດທີ່​ເອີ້ນ​ວ່າ HD-981 ຂອງ​ຫວຽດ​ນາມ ຊຶ່ງ​ເປັນ​ເຂດ​ທີ່ມີບໍ່​ນ້ຳ​ມັນ ໃນ​ທະ​ເລ​ຈີນ​ໃຕ້, ວັນ​ທີ 15 ກໍ​ລະ​ກົດ, 2014
(ແຟມ) ກຳ​ປັ່ນ​ຍາມ​ຝັ່ງ​ທະ​ເລ​ຂອງ​ຈີນ​ໄລ່​ຕາມກຳ​ປັ່ນ​ຍາມ​ຝັ່ງ​ຂອງ​ຫວຽດ​ນາມ (ບໍ່​ເຫັນໃນ​ພາບນີ້) ຫຼັງ​ຈາກ​ໄປ​ເຖິງເຂດ​ 10 ໄມຫ່າງ​ຈາກເກາະ Haiyang Shiyou ຊຶ່ງ​ຕັ້ງ​ຢູ່ເຂດທີ່​ເອີ້ນ​ວ່າ HD-981 ຂອງ​ຫວຽດ​ນາມ ຊຶ່ງ​ເປັນ​ເຂດ​ທີ່ມີບໍ່​ນ້ຳ​ມັນ ໃນ​ທະ​ເລ​ຈີນ​ໃຕ້, ວັນ​ທີ 15 ກໍ​ລະ​ກົດ, 2014

ຂະນະ​ທີ່​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະ​ຫະ​ລັດ, ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ​ໄປຢ້ຽມ​ຢາມ​ຫວຽດນາມ ທ່ານ​ຕ້ອງ​ເຈລະຈາ​ຍຸດ​ທະ​ສາດ​ທາງ​ການ​ທູດທີ່​ຫຍຸ້ງ​ຍາກ​ຊຶ່ງໃນ​ນັ້ນ ຫວຽດນາມ ​ແລະຈີນ ພວມ​ແຂ່ງຂັນ​ກັນຍາດ​ເອົາ​ສິດໃນ​ການ​ພັດທະນາບໍ່​ນ້ຳມັນ ​ແລະ ອາຍ​ແກັສ ຢູ່​ນອກ​ຝັ່ງ​ທະ​ເລ​ຫວຽດນາມ ໃນ​ທະ​ເລ​ຈີນ​ໃຕ້.

ການ​ຢ້ຽມ​ຢາມ​ຂອງ​ທ່ານ ບ​ລິງ​ເຄັນ ໄດ້​ດຳ​ເນີນ​ໄປ​ຕາມ​ການ​ໂອ້ລົມ​ກັນ​ລະ​ຫວ່າງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນ ແລະ​ປະ​ທານ​ພັກຄອມ​ມີວ​ນິ​ສ​ຫວຽດ​ນາມ, ທ່ານຫງວຽນ ​ຝູ ​ຈ້ອງ, ເມື່ອ​ວັນ​ທີ 29 ມີ​ນາຜ່ານ​ມາ ເມື່ອຜູ້ນຳ​ທັງສອງ​ປະ​ເທດ​ເຫັນ​ດີນຳ​ກັນ ທີ່​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ. ປີ​ນີ້​ແມ່ນຄົບຮອບ 10 ປີ​ແຫ່ງ​ການ​ເປັນ​ຄູ່​ຮ່ວມ​ມືແບບກວມ​ລວ​ມ​ຮອບດ້ານ​ລະຫວ່າງສະ​ຫະ​ລັດ ແລະ ຫວຽດ ນາມ. ສອງ​ປະ​ເທດ​ໄດ້​ປຶກ​ສາ​ຫາ​ລືກັນ​ກ່ຽວ​ກັບ​ວິ​ທີຊຸກ​ຍູ້ໃຫ້​ການ​ພົວ​ພັນ​ເພີ້ມ​ຂຶ້ນ​ໄປຢູ່​ໃນ​ລະ​ດັບ​ຕໍ່​ໄປ - ຊຶ່ງ​ກໍ​ຄືການ​ເປັນ​ຄູ່​ຮ່ວມ​ມືທາງ​ຍຸດ​ທະ​ສາດ. ຫວຽດນາມມີ​ສາຍ​ພົບ​ພັນເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບມົ​ສ​ກູ ​ແລະ ປັກ​ກິ່ງ.

​ຮາ​ໂນ່ຍກຳ​ລັງ​ປະ​ເຊີນກັບ​ຜົນ​ປະ​ໂຫຍ​ດທີ່​ຂັດ​ແຍ້​ງກັນຫລາຍ​ຢ່າງ- ນັ້ນ​ກໍ​ຄື ຄວບ​ຄຸມ​ທິດ​ທາງຂອງການ​ພົວພັນທີ່​ເຕັ​ມ​ໄປ​ດ້ວຍ​ບັນ​ຫາ ​ໃນ​ປະຫວັດສາດ​ກັບ​ຈີນ, ການ​ພົວພັນ​ສອງຝ່າຍກັບຣັດ​ເຊຍ​ທີ່ມີ​ຄວາມ​ຄິດຄ້າຍ​ຄື​ກັນ ​ແລະການ​ພົວພັນ​ອັນ​ອົບ​ອຸ່ນ​ກັບສະ​ຫະ​ລັດ, ສັດຕູ​ທີ່ຕົນ​ໄດ້​ເອົາຊະ​ນະ ​ເມື່ອ​ບໍ່​ຮອດ 50 ປີ​ກ່ອນ, ອາດ​ຈະເປັນ​ການ​ທົດ​ສອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ “ສາມບໍ່” ຂອງ​ຫວຽດນາມ -ລວມ​ມີ ບໍ່​ໄປ​ເຂົ້າ​ກັບ ປະ ເທດໃດເພື່ອຕໍ່ຕ້ານປະເທດທີສາມ, ບໍ່ມີພັນທະມິດ ທາງການທະຫານກັບປະເທດໃດ, ບໍ່ມີຖານທັບຕ່າງປະເທດຕັ້ງຢູ່ໃນດິນແດນຂອງຕົນ.

ບໍລິສັດ​ນ້ຳມັນ​ແຫ່ງ​ລັດຂອງ​ຣັດ​ເຊຍ, ຊາ​ຣູ​ເບ​ສ​ເນັ​ຟ (Zarubezhneft) ​ແລະ ບໍລິສັດ​ອາຍ​ແກັສ ແກ​ສ​ພ​ຣອມ (Gazprom) ​ທີ່​ເຮັດ​ວຽກ​ກັບ​ບໍລິສັດ​ສາຂາຂອງບໍ​ລິ​ສັດ ເປ​ໂຕ​ຣ​ຫວຽດ​ນາມ (PetroVietnam) ຊຶ່ງ​ເປັນບໍລິສັດ​ນ້ຳມັນ​ເຊື້ອ​ໄຟລັດ​ຂອງ​ປະ​ເທດ ຫວຽດ​ນາມ ດຳ​ເນີນ​ການ​ຂຸດ​ຄົ້ນ​ອາຍ​ແກັສ​ຢູ່​ເຂດ​ເສດຖະກິດ​ສະເພາະ ໃນ​ທະ​ເລ​ຈີນ​ໃຕ້ຂອງ​ຫວຽດ​ນາມ ຫລື EEZ, ອີງ​ຕາມ​ສູນ​ກາງຍຸດ​ທະ​ສາດ ​ແລະ​ການ​ສຶກສາ​ນາໆ​ຊາດ (CSIS) ຊຶ່ງ​ເປັນ​ອົງການ​ຄົ້ນ​ຄ້ວາແຫ່ງ​ນຶ່ງ ​ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນ.

ກຳ​ປັ່ນ​ຍາມ​ຝັ່ງ​ທະ​ເລ​ຂອງຈີນ​ໄດ້​ແລ່ນເຂົ້າໄປ​ໃນ​ເຂດ​ປະ​ຕິ​ບັດ​ງານຂອງ​ບໍ​ລິ​ສັດ​ຣັດ​ເຊຍ​ຢູ່​ເຂດ EEZ ຂອງ​ຫວຽດ​ນາມ​ປະ​ມານ 40 ເທື່ອ ​ນັບ​ແຕ່​ເດືອນ​ມັງ​ກອນປີ 2022 ເປັນ​ຕົ້ນ​ມາ, ອີງຕາມ​ຂໍ້​ມູນ​ການ​ຕິດ​ຕາມ​ກຳ​ປັ່ນ​ຂອງ​ອົງ​ການ​ຄົ້ນ​ຄ້​ວາ South China Sea Chronicle Initiative ຫລື SCSCCI ຂອງ​ຫວຽດ​ນາມ ຊຶ່ງ​ເປັນອົງ​ການ​ທີ່ບໍ່​ຫວັງ​ຜົນ​ກຳ​ໄລ, ຕາມການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວຣອຍ​ເຕີ​ສ໌ (Reuters).

ເຫດການຫລ້າສຸດ ແມ່ນເກີດ​ຂຶ້ນໃນວັນທີ 27 ມີນາ, ພຽງ​ແຕ່ສອງສາມມື້ ຫຼັງຈາກ ປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ແລະ ທ່ານ​ສີ ຈິ້ນ​ຜິງ ຊຶ່ງ​ເປັນຄູ່ຕຳ​ແໜ່ງຂອງທ່ານ ພົບ​ປະ​ກັນເພື່ອຢືນຢັນຄືນໃຫມ່ ສາຍ​ພົວ​ພັນແບບ "ມິດຕະພາບທີ່ບໍ່ມີຂອບເຂດ." ມົ​ສ​ກູ​ໄດ້​ກາຍ​ເປັນປະ​ເທດ​ທີ່​ເພິ່ງ​ພາ​ອາ​ໄສ​ປັກ​ກິ່ງ​ຫຼາຍ​ຂຶ້ນ​ໃນ​ການ​ທັບ​ມ້າງ​ການ​ຖືກ​ໂດດ​ດ່ຽວ ​ແລະ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG