ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈົດໝາຍເຖິງສະມາຊິກສະພານິຕິບັນຍັດກ່າວວ່າ ລັດຖະສະພາ ຫວຽດນາມ ຈະຈັດກອງປະຊຸມກ່ຽວກັບ 'ບັນຫາຕ່າງໆທາງບຸກຄະລາກອນ'


ແຟ້ມຮູບ-ເລຂາທິການໃຫຍ່ພັກຄອມມູນິສຫວຽດນາມ ທ່ານຫງຽນ ຟູ ຈົງ (Nguyen Phu Trong) ຫຼັງສຸດ, ກ່າວເປີດກອງປະຊຸມພາກທໍາອິດຂອງສະພາແຫ່ງຊາດສະໄໝສາມັນຄັ້ງທີ 15 ໃນນະຄອນຫຼວງຮາໂນ່ຍ, ວັນທີ 20 ກໍລະກົດ 2021.
ແຟ້ມຮູບ-ເລຂາທິການໃຫຍ່ພັກຄອມມູນິສຫວຽດນາມ ທ່ານຫງຽນ ຟູ ຈົງ (Nguyen Phu Trong) ຫຼັງສຸດ, ກ່າວເປີດກອງປະຊຸມພາກທໍາອິດຂອງສະພາແຫ່ງຊາດສະໄໝສາມັນຄັ້ງທີ 15 ໃນນະຄອນຫຼວງຮາໂນ່ຍ, ວັນທີ 20 ກໍລະກົດ 2021.

ລັດຖະສະພາຫວຽດນາມ ມີກຳນົດທີ່ຈະຈັດການປະຊຸມໃນວັນພະຫັດທີ່ຈະມາເຖິງນີ້ ເພື່ອປຶກສາຫາລືກ່ຽວກັບ “ບັນຫາຕ່າງໆຂອງບຸກຄະລາກອນ” ທີ່ບໍ່ໄດ້ກຳນົດໄວ້, ອີງຕາມຈົດໝາຍທີ່ສົ່ງເຖິງບັນດາສະມາຊິກສະພານິຕິບັນຍັດ ເຊິ່ງໄດ້ຮັບການຢືນຢັນໂດຍອົງການຂ່າວ Reuters, ທ່າມກາງການຄາດການວ່າ ຈະມີການສັບປ່ຽນຕໍາແໜ່ງຜູ້ນຳສູງສຸດຂອງປະເທດທີ່ປົກຄອງໂດຍພັກຄອມມິວນິສ, ອີງຕາມລາຍງານຂອງອົງການຂ່າວ Reuters.

ບັນດາ​ເຈົ້າ​ໜ້າ​ທີ່ ​ແລະ ນັກ​ການ​ທູດ​ຫວຽດນາມຫຼາຍໆຄົນກ່າວວ່າ ມີຄວາມເປັນໄປໄດ້ໃນການ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ປະທານ​ປະ​ເທດ ທ່ານຫວໍ ວັນ ເທືອງ ອາດແມ່ນ​ນຶ່ງ​ໃນບັນຫາສໍາຄັນຕ່າງໆທາງ​ບຸກຄະລາ​ກອນ ທີ່​ລັດຖະສະພາ​ຈະ​ທໍາການ​ຫາລືກັນ.

ເຈົ້າ​ໜ້າ​ທີ່​ຫວຽດນາມ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບການ​ຢືນຢັນທີ່ສໍາຄັນ​ເຖິງ​ການ​ປະຊຸມ​ດັ່ງກ່າວ, ​ແຕ່​ຫ້ອງການໂຄສົກຂອງກະຊວງການຕ່າງປະເທດຫວຽດນາມ ແລະລັດຖະສະພາ​ ຍັງບໍ່ໄດ້ຕອບໃນ​ທັນທີ ຕໍ່​ຄຳຖາມ​ທີ່ຮ້ອງຂໍໃຫ້ມີຄວາມຄໍາເຫັນ.

ຈົດໝາຍ​ທີ່ໄດ້ລົງນາມໂດຍ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ ທ່ານບູຍ ວັນ ກວາງ (Bui Van Cuong) ​ແລະ ​ຖືກສົ່ງ​ເຖິງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ​ເອກະສານ​ສະບັບ​ນຶ່ງ​ທີ່​ໄດ້ຮັບການຢືນຢັນໂດຍອົງການຂ່າວ Reuters ກ່າວວ່າ “ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ ໄດ້​ຕັດສິນ​ໃຈ​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ເພື່ອ​ພິຈາລະນາ ​ແລະ ຕັດສິນ​ໃຈ​ກ່ຽວ​ກັບ​ບັນຫາ​ຕ່າງໆທາງບຸກຄະລາ​ກອນ.”

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ການ​ຕັດສິນ​ໃຈ​ຕ່າງໆ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ກອງ​ປະຊຸມພາກ​ພິ​ເສດ ເຊິ່ງ​ມີ​ຂຶ້ນລຸນຫຼັງກໍານົດການ​ຢ້ຽມຢາມ​ຫວຽດນາມຢ່າງເປັນທາງການໂດຍ​ລາຊະ​ວົງ​ດັດຈ໌ ​ທີ່ຈະມີຂຶ້ນ​ວັນ​ພະຫັດ​ອາທິດໜ້າ ໂດຍຖືກ​ເລື່ອນ​ເວລາ "ຍ້ອນ​ສະຖານະ​ການ​ພາຍ​ໃນ​ປະ​ເທດ," ອີງຕາມຖະແຫຼງການຈາກພະລາດຊະວັງດັດຈ໌.

HANOI, March 17 (Reuters) - Vietnam's parliament is set to meet Thursday to discuss unspecified "personnel issues," according to a letter sent to legislators seen by Reuters, amid speculation of a reshuffle of the Communist-ruled country's top leadership.

Multiple Vietnamese officials and diplomats said the possible resignation of the country's President Vo Van Thuong may be one of the personnel matters the parliament will discuss.

A Vietnamese official informed about the matter confirmed the meeting but press offices for Vietnam's foreign affairs ministry and the parliament did not immediately reply to requests for comment.

The letter signed by the general secretary of the national assembly Bui Van Cuong and sent to members of the parliament, a copy of which was seen by Reuters, said, "The National Assembly Standing Committee decided to convene the 6th extraordinary session of the 15th National Assembly to consider and decide on personnel issues."

It was unclear what decisions would be made at the special session, which comes after a state visit to Vietnam by the Dutch royal family slated for next week on Thursday was postponed "due to domestic circumstances," according to a statement from the Dutch Royal House.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG