ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະບວນການຕໍ່ຕ້ານການສໍ້ລາດບັງຫຼວງ ຂອງຫວຽດນາມ ໄດ້ສົ່ງຜົນກະທົບຕໍ່ ຕຳແໜ່ງປະທານປະເທດ


ແຟ້ມພາບ - ເລຂາທິການໃຫຍ່ພັກຄອມມິວນິສ ຂອງຫວຽດນາມ ທ່ານຫງຽນ ຟູ ຈອງ (ດ້ານຫຼັງເບື້ອງຂວາ) ກ່າວຖະແຫລງ ເປີດກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດຊຸດໃໝ່ ທີ 15 ໃນນະຄອນຫຼວງຮ່າໂນຍ ຂອງຫວຽດນາມ, ວັນທີ 20 ກໍລະກົດ 2021.
ແຟ້ມພາບ - ເລຂາທິການໃຫຍ່ພັກຄອມມິວນິສ ຂອງຫວຽດນາມ ທ່ານຫງຽນ ຟູ ຈອງ (ດ້ານຫຼັງເບື້ອງຂວາ) ກ່າວຖະແຫລງ ເປີດກອງປະຊຸມຄັ້ງທຳອິດຂອງສະພາແຫ່ງຊາດຊຸດໃໝ່ ທີ 15 ໃນນະຄອນຫຼວງຮ່າໂນຍ ຂອງຫວຽດນາມ, ວັນທີ 20 ກໍລະກົດ 2021.

ຄາດກັນວ່າ ການຜັກດັນຕໍ່ຕ້ານສໍ້ລາດບັງຫຼວງຂອງຫວຽດນາມ ຍັງຈະສືບຕໍ່ໄປພາຍຫຼັງຈາກມີ “ການບັງຄັບ” ໃຫ້ປະທານປະເທດ ຫງຽນ ຊວນ ຟຸກ ລາອອກຈາກຕຳແໜ່ງ ທ່າມກາງຄວາມບໍ່ເຊື່ອໝັ້ນຂອງປະ​ຊາຊົນ ເນື່ອງຈາກເລື້ອງນອງນັນຫຼາຍຄັ້ງ ທີ່ກ່ຽວຂ້ອງກັບບັນດາຜູ້ໃຕ້ບັງຄັບບັນຊາຂອງທ່ານ ແລະການຈັດ ການໃນເລື້ອງການລະບາດຂອງພະຍາດໂຄວິດ-19.

ບັນດານັກວິເຄາະ ໄດ້ກ່າວວ່າ ເລຂາທິການໃຫຍ່ ຂອງພັກຄອມມິວນິສຫວຽດ ນາມ ຫຼື CPV ຜູ້ທີ່ເອົາໃຈໃສ່ໃນເລື້ອງມູນເຊື້ອ ທ່ານຫງຽນ ຟູ ຈອງ ຊຶ່ງເປັນຜູ້ທີ່ຢູ່ເບື້ອງຫລັງຂອງການປາບປາມການສໍ້ລາດບັງຫຼວງ ທີ່ຮູ້ຈັກກັນຄື “ເຕົາໄຟທີ່ເຜົາຜານ” ນັ້ນ ໂດຍທີ່ຄຳນຶງວ່າ ການສໍ້ລາດບັງຫຼວງເປັນໄພຄຸກຄາມຕໍ່ຄວາມຊອບທຳຂອງພັກທ່ານ.

“ການປາບປາມສໍ້ລາດບັງຫຼວງພວມຖືກນຳອອກມາໃນຂອບເຂດທີ່ກວ້າງຂວາງແຕ່ມັນເປັນມາດຕະການບາງສ່ວນທີ່ໄດ້ປະຕິບັດໃນຊ່ວງນຶ່ງ ແລະອັນນັ້ນ ຈະສ້າງຄວາມບໍ່ແນ່ນອນຫຼາຍຂຶ້ນ ຂ້າພະເຈົ້າຄຶດ. ມັນມີຈຸດປະສົງເພື່ອສະໜອງຄວາມໝັ້ນໃຈ” ນັ້ນແມ່ນຄຳເວົ້າຂອງທ່ານຄອຣ ເຕເອີ (Carl Thayer) ອາຈານຜູ້ທີ່ກະສຽນແລ້ວ ຢູ່ທີ່ມະຫາວິທະຍາໄລນິວເຊົ້າເວລສ໌ ໃນອອສເຕຣເລຍ.

ໃນເດືອນກັນຍາປີກາຍນີ້ ທ່ານຈອງ ຜູ້ທີ່ດຳລົງຕຳແໜ່ງມາໄດ້ສາມສະໄໝໃນຖານະເປັນເລຂາທິການໃຫຍ່ ທີ່ບໍ່ຄ່ອຍມີ ໄດ້ຮຽກຮ້ອງໃຫ້ປົດພວກເຈົ້າໜ້າທີ່ທີ່ບໍ່ມີປະສິດທິພາບໃຫ້ “ທັນເວລາ” ແລະຈຳພວກຜູ້ທີ່ໄດ້ລະເມີດ ແລະກຳທຳຄວາມຜິດທັງຫຼາຍ.

ຂໍ້ກ່າວຫາໃນເບື້ອງຕົ້ນ ລວມມີເຈົ້າໜ້າທີ່ກະຊວງການຕ່າງປະເທດ ຜູ້ທີ່ຖືກກ່າວຫາໃນການຂູ່ເຂັນເອົາເງິນປະມານ 200 ລ້ານໂດລາ ຈາກພວກຊາວຫວຽດນາມພັດຖິ່ນທີ່ພະຍາຍາມກັບຄືນໄປບ້ານເກີດ ໃນລະຫວ່າງເກີດໂຣກລະບາດ.

ການດຳເນີນຄະດີອາຍາ ຍັງໄດ້ເລີ້ມຕົ້ນຂຶ້ນຕໍ່ຫຼາຍກວ່າ 100 ຄົນ ທີ່ພົວພັນກັບເລື້ອງນອງນັນກ່ຽວກັບເງິນຈຳນວນ 172 ລ້ານໂດລາ ທີ່ກ່ຽວຂ້ອງກັບ ບໍລິສັດ Viet A Tech. ພວກເຈົ້າໜ້າທີ່ ໄດ້ຖືກແຈ້ງຂໍ້ຫາຮັບສິນບົນເພື່ອສະໜອງເຄື່ອງກວດພະຍາດໂຄວິດ-19 ທີ່ມີລາຄາແພງເກີນໄປ ໃຫ້ແກ່ໂຮງໝໍຕ່າງໆໃນປະເທດ.

ຮອງນາຍົກລັດຖະມົນຕີສອງຄົນ ໄດ້ຖືກປົດເມື່ອຕົ້ນເດືອນນີ້.

ລັດຖະບານຂອງຫວຽດນາມ ໄດ້ກ່າວວ່າ ທ່ານຟຸກ ອາຍຸ 68 ປີ ມີຄວາມຮັບ ຜິດຊອບໂດຍກົງ ສຳລັບການກະທຳຄວາມຜິດຕ່າງໆໂດຍພວກເຈົ້າໜ້າທີ່ ຜູ້ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງທ່ານ ລວມທັງຮອງນາຍົກລັດຖະມົນຕີສອງຄົນ ແລະລັດຖະມົນຕີສາມຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG