ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫວຽດນາມ ຄັດຄ້ານ​ການ​ຫ້າມ​ຫາປາ​ປະ​ຈຳ ​ປີ​ຂອງ​ຈີນ ໃນ​ເຂດ ທີ່​ຮ່າ​ໂນ້ຍ​ອ້າງ​ເອົາ​ ກຳ​ມະ​ສິດນັ້ນ


ເຮືອ​ຫາ​ໄປ​ຫລາຍ​ຮ້ອຍ​ລຳ​ໄປ​ຈອດ​ຢູ່​ເຂ​ດ​ຫລົບ​ໄພ​ລົມ​ມໍ​ລະ​ສຸມ Aberdeen ຂອງ​ຮົງ​ກົງ ໃນ​ມື້​ທຳ​ອິດທີ່ມີ​ການ​ຫ້າມ​ການ​ຫາ​ປາ​ເປັນ​ເວ​ລາ 2 ເດືອນຢູ່​ໃນ​ເຂດ​ທະ​ເລ​ທີ່ຢູ່ເຫນືອເສັ້ນຂະ​ໜານ ​12 ອົງສາ ໄປ​ທາງ​ເໜືອ​ຂອງ​ອ່າວ Beibu ທີ່​ມີ​ອີກ​ຊື່​ນຶ່ງວ່າ ອ່າວ​ຕົນ​ກິນ, ວັນ​ທີ 1 ມິ​ຖຸ​ນາ, 2005
ເຮືອ​ຫາ​ໄປ​ຫລາຍ​ຮ້ອຍ​ລຳ​ໄປ​ຈອດ​ຢູ່​ເຂ​ດ​ຫລົບ​ໄພ​ລົມ​ມໍ​ລະ​ສຸມ Aberdeen ຂອງ​ຮົງ​ກົງ ໃນ​ມື້​ທຳ​ອິດທີ່ມີ​ການ​ຫ້າມ​ການ​ຫາ​ປາ​ເປັນ​ເວ​ລາ 2 ເດືອນຢູ່​ໃນ​ເຂດ​ທະ​ເລ​ທີ່ຢູ່ເຫນືອເສັ້ນຂະ​ໜານ ​12 ອົງສາ ໄປ​ທາງ​ເໜືອ​ຂອງ​ອ່າວ Beibu ທີ່​ມີ​ອີກ​ຊື່​ນຶ່ງວ່າ ອ່າວ​ຕົນ​ກິນ, ວັນ​ທີ 1 ມິ​ຖຸ​ນາ, 2005

ຫວຽດນາມ ຄັດຄ້ານ​ການ​ຫ້າມ​ຫາ​ປາ​ໃນ​ລະດູ​ໃບ​ໄມ້​ປົ່ງ​ຫາ​ລະດູ​ຮ້ອນ​ປະຈຳ​ປີ​ຂອງ​ຈີນ ທີ່​ຮ່າ​ໂນ້ຍກ່າວ​ວ່າ ໄດ້​ລະ​ເມີດ​ອະທິປະ​ໄຕຂອງ​ຕົນ​ເປັນ​ບາງ​ສ່ວນນັ້ນ.

​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ທີ່ເຜີຍ​ແຜ່​ອອກ​ມາ ​ກ່ອນ​ຈີນຈະ​ປະຕິບັດ​ອັນ​ທີ່​ຕົນ​ເອີ້ນ​ວ່າ "​ໂຈະ​ການ​ຫາ​ປາໄວ້​ຊົ່ວ​ຄາວ" ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດ ນາມ ທ່ານ​ນາງ​ເລ​ທິ ທູ ​ຫັ້ງ ກ່າວ​ໃນ​ວັນ​ທີ 29 ​ເມສາ​ຜ່ານ​ມາ​ວ່າ ຮ່າ​ໂນ້ຍ​ໄດ້​ສະ​ແດງ​ການ​ຄັດຄ້ານຕະ​ຫລອດ​ມາ ​ແລະເວົ້າ​ຢ່າງ​ຈະ​ແຈ້ງ​ຊັດ​ເຈນ ​ກ່ຽວ​ກັບ​ຄຳ​ສັ່ງ​ຫ້າມ​ທີ່​ປີ​ນີ້​ເລີ່​ມ​ແຕ່​ວັນ​ທີ 1 ພຶດສະພາ​ຫາ​ ວັນທີ 15 ສິງຫາ.

ການເກືອດຫ້າມດັ່ງກ່າວ ໄດ້ຖືກວາງ​ອອກຄັ້ງທໍາອິດ ໃນປີ 1999, ຊຶ່ງ​ໄດ້ນໍາໃຊ້ກັບໜ່ານນ້ໍາທັງຫມົດທີ່​ຢູ່ທາງເຫນືອເສັ້ນຂະ​ໜານ​12 ອົງສາ. ​ໃນ​ນີ້ ລວມທັງເກືອບ​ໝົດ​ອ່າວ​ຕົງແກງ​ ​ແລະ​ໝູ່​ເກາະພາ​ຣາ​ແຊ​ລ (Paracel) ​ໃນ​ທະ​ເລ​ຈີນ​ໃຕ້​ທີ່​ຈີນ​ຍຶດຄອງ, ​ແຕ່​ຫວຽດນາມອ້າງ​ເອົາ​ກຳ​ມະ​ສິດ​ເຊັ່ນ​ກັນນັ້ນ.

ທ່ານ​ນາງຫັ້ງ​ ເວົ້າວ່າ “ສ່ວນ​ນຶ່ງ​ຂອງ​ຂອບ​ເຂດ​ຫ້າມ​ຫາ​ປາ​ໄດ້​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະພາ​ຣາ​ແຊ​ລ ​ແລະສິດ​ອະທິປະ​ໄຕ ​ແລະ ສິດ​ຂອບ​ເຂດ​ທີ່​ຢູ່​ໃນອຳນາດ​ຂອງ​ຫວຽດນາມ ທີ່​ໄດ້​ກຳນົດ​ໄວ້​ພາຍ​ໃຕ້​ສົນທິ ສັນຍາ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫລື UNCLOS ​ທີ່​ຖືກ​ຮັບ​ຮອງ​ເອົາ​ໃນ​ປີ 1982, ຂໍ້​ຕົກ​ລົງການ​ເລື່ອນ​ເວ​ລາກ່ຽວ​ກັບ​ການ​ກຳ​ນົດ ເຂດແດນ​ໃນ​ອ່າວ​ຕົງແກງ ​ລະຫວ່າງຫວຽດນາມ ​ແລະຈີນ ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 2000”.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ “ຫວຽດນາມ ຂໍ​ໃຫ້​ຈີນ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ສຳລັບ​ໝູ່​ເກາະພາ​ຣາ​ແຊ​ລ, ສິດ​ອະທິປະ​ໄຕ ​ແລະສິດ​ອຳນາດດ້ານ​ຂອບ​ເຂດ​ຢູ່​ທະ​ເລ​ຂອງ​ຕົນ ​ເມື່ອ​ເອົາມາດ​ຕະການຕ່າງໆ​ໃນ​ການ​ປົກ​ປັກ​ຮັກສາ​ແຫຼ່ງຊັບ ພະຍາກອນ​ຊີວະ​ພາບ​ ຢູ່​ທະ​ເລ​ຕາ​ເວັນ​ອອກ ຫລື​ທະ​ເລ​ຈີນ​ໃຕ້ ໂດຍ​ປາດ​ສະ​ຈາກສະຖານະ​ການ​ສັບສົນ, ປະກອບສ່ວນ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຢູ່​ເຂດທະ​ເລ​ຕາ​ເວັນ​ອອກ.”

ພາບ​ທີ່​ຖ່າຍທາງ​ອາ​ກາດ​ຂອງ​ເກາະ Qilianyu ໃນ​ໝຸ່​ເກາະ Paracel ທີ່​ຈີນ​ຖື​ວ່າ ເປັນ​ສ່ວນ​ນຶ່ງ​ຂອງ​ແຂວງ​ໄຫ​ໜານ, ວັນ​ທີ 10 ສິງ​ຫາ, 2018.
ພາບ​ທີ່​ຖ່າຍທາງ​ອາ​ກາດ​ຂອງ​ເກາະ Qilianyu ໃນ​ໝຸ່​ເກາະ Paracel ທີ່​ຈີນ​ຖື​ວ່າ ເປັນ​ສ່ວນ​ນຶ່ງ​ຂອງ​ແຂວງ​ໄຫ​ໜານ, ວັນ​ທີ 10 ສິງ​ຫາ, 2018.

ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜັງ​ສື​ພິມລັດ, China Daily, ຂໍ້​ຫ້າມ​ແມ່ນ "ສ່ວນ​ນຶ່ງຂອງ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ເພື່ອ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ການ​ປະ​ມົງ​ທາງ​ທະ​ເລ​ແບບ​ຍືນ​ຍົງ ແລະ​ປັບ​ປຸງ​ລະ​ບົບນິ​ເວດຂອງ​ທະ​ເລ."


ໃນ​ການ​ຕອບ​ໂຕ້​ຕໍ່​ການ​ປະ​ທ້ວງ​ທີ່​ຄ້າຍ​ຄື​ກັນ​ຂອງ​ຟີ​ລິບ​ປິນ​ຕໍ່​ຂໍ້​ຫ້າມ​ໃນ​ປີ​ນີ້, ​ໂຄ ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານສາວ ລີ​ຈຽນ (Zhao Lijian) ກ່າວ​ໃນ​ກອງ​ປະຊຸມ​ຖະ​ແຫລງຂ່າວ​ປະຈຳ​ວັນ ​ໃນ​ວັນ​ທີ 1 ມິຖຸນາ​ນີ້ວ່າ: "ການໂຈະການຫາປາໃນລະດູຮ້ອນໃນທະເລຈີນໃຕ້ ທີ່ຈີນໄດ້ຮັບຮອງເອົາແມ່ນ ມາດຕະການປົກກະຕິຂອງການອະນຸລັກຊັບພະຍາກອນຊີວະພາບທາງທະເລ ໃນເຂດ​ໜ່ານນ້ໍາທີ່​ຢູ່ພາຍໃຕ້ຂອບເຂດສິດອໍານາດຂອງຈີນ, ແລະການສະແດງ ອອກຂອງການປະຕິບັດພັນທະພາຍໃຕ້ກົດຫມາຍສາກົນລວມທັງ UNCLOS ຂອງຝ່າຍຈີນ." ທ່ານສາວ (Zhao) ​ໝາຍ​ເຖິງ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ​ທີ່​ເອີ້ນ​ວ່າ UNCLOS.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG