ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຫວຽດນາມ ຢາກໃຫ້ບັນຫາຄວາມຂັດແຍ້ງທາງທະເລກັບ ຈີນ ຖືກຈັດການເປັນຢ່າງດີ


ກຳປັ່ນຍາມຊາຍຝັ່ງ ຈີນ ໄລ່ກຳປັ່ນຍາມຊາຍຝັ່ງອອກໄປ (ບໍ່ໄດ້ຢູ່ໃນຮູບ) ໃນທະເລຈີນໃຕ້, 15 ກໍລະກົດ 2014.
ກຳປັ່ນຍາມຊາຍຝັ່ງ ຈີນ ໄລ່ກຳປັ່ນຍາມຊາຍຝັ່ງອອກໄປ (ບໍ່ໄດ້ຢູ່ໃນຮູບ) ໃນທະເລຈີນໃຕ້, 15 ກໍລະກົດ 2014.

ປະ​ທານ​ປະ​ເທດ ຫວຽດ​ນາມ ທ່ານ ໂຕ ຫຼຳ ໃນ​ວັນ​ອັງ​ຄານມື້ນີ້​ໄດ້​ກ່າວ​ຕໍ່​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ​ນະ​ຄອນຫຼວງ ຮ່າ​ໂນຍ ທ່ານ ຊຽງ ໂບ (Xiong Bo) ວ່າ​ມັນ​ມີ​ຄວາມ​ສຳ​ຄັນ​ທີ່​ຄວາ​ມ​ຂັດ​ແຍ້ງ​ທາງ​ທະ​ເລ​ໄດ້​ຮັບ​ການ​ຈັດ​ການ​ເປັນ​ຢ່າງ​ດີ ແລະ ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປະ​ເທດ​ແມ່ນ​ໄດ້​ຮັບ​ການ​ເຄົາ​ລົບ, ຫ້ອງ​ການ​ຂອງ​ທ່ານ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ.

ຈີນ ແມ່ນ​ຄູ່​ຮ່ວມ​ການ​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ, ແຕ່​ສອງ​ປະ​ເທດ​ເພື່ອນ​ບ້າ​ນ​ທີ່​ປົກ​ຄອງ​ໂດຍ​ພັກ​ຄອມ​ມູ​ນິ​ສ​ດັ່ງ​ກ່າວ​ແມ່ນ​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ທາງ​ທະ​ເລ​ນຳ​ກັນດົນ​ກວ່າ​ນຶ່ງ​ປີ​ໃນ​ທ​ະ​ເລ​ຈີນ​ໃຕ້.

ທ່ານ ຫຼຳ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ຮ່າ​ໂນຍ ວ່າ​ສອງ​ປະ​ເທດ​ນັ້ນ​ຕ້ອງ​ເຄົາ​ລົບ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ກັນ​ແລະ​ກັນ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ.

ທ່ານ ຫຼຳ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ ທັງ​ສອງ​ຝ່າຍ “ຕ້ອງ​ພະ​ຍາ​ຍາມ​ຫາ​ຂໍ້​ແກ້​ໄຂ​ທີ່ເປັນທີ່​ເພິງ​ພໍ​ໃຈ ​ຢ່າງ​ຫ້າວ​ຫັນ​ ອີງ​ຕາມ​ກົດ​ໝາຍ​ສາ​ກົນ.”

ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ ກ່ຽວ​ກັບ ການ​ມີ​ໜ້າ​ຂອງ​ກຳ​ປັ່ນ​ສຳຫຼວດ ຈີນ ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ ຫວຽດ​ນາມ.

ໃນ​ກອງ​ປະ​ຊຸມ​ຂອງວັນ​ອັງ​ຄານມື້ນີ້, ທ່ານ ຫຼຳ ໄດ້​ກ່າວ​ວ່າການ​ພັດ​ທະ​ນາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ຈີນ ແມ່ນ​ທາງເລືອກ​ຂອງ ຫວຽດ​ນາມ ແລະ ເປັນ​ບູ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ.

ຫວຽດ​ນາມ ແລະ ຈີນ ໄດ້​ເຊັນ​ຂໍ້​ຕົກ​ລົງ​ການ​ຮ່ວມ​ມືຫຼາຍ​ສິບ​ສະ​ບັບ, ລວມ​ທັງ​ເສັ້ນ​ທາງ​ລົດ​ໄຟ, ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ ຮ່າ​ໂນຍ ຂອງ​ປະ​ທານ​ປະ​ເທດຈີນ ທ່ານ ສີ ຈິ່ນ​ຜິງ ໃນ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ.

ທ່ານ ຫຼຳ ໄດ້​ກ່າວ​ຢ້ຳເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຂະ​ຫຍາຍ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລະ​ຫວ່າງ​ສອງ​ປະ​ເທດ ​ໃນ​ກອງ​ປະ​ຊຸມ, ແລະ ໄດ້​ຂໍ​ໃຫ້​ ຈີນ ເປີດ​ຕະ​ຫຼາດ​ຕື່ມ​ອີກ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ຈາກ​ນາ​ຂອງ ຫວຽດ​ນາມ.

Vietnamese President To Lam on Tuesday told Chinese ambassador to Hanoi Xiong Bo it was important that maritime disputes were managed well and each country's interests were respected, his office said in a statement.

China is Vietnam's largest trading partner, but the two Communist-ruled neighbours have been embroiled in a years-long maritime dispute in the South China Sea.

Lam said at a meeting in Hanoi that the countries needed to respect each other's legitimate interests, the statement said.

The two sides need to "actively seek satisfactory solutions in accordance with international law," Lam said in the meeting.

On Thursday, the foreign ministry had said it was deeply concerned over the presence of a Chinese survey vessel in Vietnam's exclusive economic zone.

In Tuesday's meeting, Lam said developing friendship and cooperation with China was Vietnam's strategic choice and a priority in its foreign policies.

Vietnam and China signed dozens of cooperation agreements, including on railways, during a visit to Hanoi by Chinese President Xi Jinping in December.

Lam reiterated the need to boost railway connectivity between the two countries in the meeting, and asked China to further open its market for Vietnamese farm products.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG