ລິ້ງ ສຳຫລັບເຂົ້າຫາ

ປະເທດຮັ່ງມີ ຕ້ອງການ ພະຍາບານ ສໍາລັບ ຄົນສູງອາຍຸ ຈາກຫວຽດນາມ


ທ່ານ Lucien Blanchard, ຜູ້ຈັດການໂຮງໝໍຫວຽດນາມ-ຝຣັ່ງເຊັນ ຟອມໃຫ້ພະຍາບານຜູ້ນຶ່ງຢູ່ນອກໂຮງໝໍດັ່ງກ່າວ ຢູ່ນະຄອນຫລວງຮ່າໂນ້ຍ ໃນເດືອນມີນາ 2003.
ສອງປະເທດໃນໂລກ ທີ່ມີພົນລະເມືອງອາຍຸແກ່ຫລາຍກວ່າໝູ່
ທີ່ສຸດໃນໂລກ ກໍຄືຍີ່ປຸ່ນ ແລະເຢຍຣະມັນ ກໍາລັງຝຶກອົບຮົມພະ
ຍາບານສໍາລັບຄົນສູງອາຍຸຢູ່ໃນຫວຽດນາມ ເພື່ອຊ່ວຍລົບລ້າງ
ຊ່ອງຫວ່າງໃນການດູແລສຸຂະພາບທີ່ສໍາຄັນສຸດ ຢູ່ຕາມບ້ານ
ເຮືອນ. Marianne Brown ຜູ້ສື່ຂ່າວວີໂອເອ ສົ່ງລາຍງານເລື້ອງ
ນີ້ ມາຈາກຮ່າໂນ້ຍ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນ
ດັບຕໍ່ໄປ:



ໃນເດືອນນີ້ ຊາວໜຸ່ມຫວຽດນາມ 100 ຄົນກໍາລັງເດີນທາງໄປຍັງ
ເຢຍຣະມັນ ໃນນາມພາກສ່ວນນຶ່ງຂອງໂຄງການໃໝ່ ເພື່ອຝຶກອົບ
ຮົມພະຍາບານສໍາລັບຄົນສູງອາຍຸ ທີ່ຈະໄປເຮັດວຽກຢູ່ໃນທະວີບ
ຢູໂຣບ. ຜູ້ເຂົ້າຮ່ວມການຝຶກອົບຮົມ ຫາກໍ່ສໍາເລັດຫລັກສູດການຮຽນ ກ່ຽວກັບພາສາ ແລະ
ວັດທະນະທໍາ ເປັນເວລາຫົກເດືອນຢູ່ນະຄອນຫລວງຮ່າໂນ້ຍ ແລະພວກເຂົາເຈົ້າຈະໄປ ຮັບການຝຶກອົບຮົມດ້ານວິຊາຊີບອີກເປັນເວລາສອງປີ ຢູ່ເຢຍຣະມັນ. ຖ້າຫາກເຂົາເຈົ້າ
ເສັງຜ່ານໃນການສອບເສັງບັ້ນສຸດທ້າຍ ເຂົາເຈົ້າກໍສາມາດທີ່ຈະເຮັດວຽກຢູ່ເຢຍລະມັນໄດ້
ໃນນາມພະຍາບານສໍາລັບຜູ້ເຖົ້າ ທີ່ມີຄຸນນະວຸດທິຢ່າງເຕັມສ່ວນ.

ນຶ່ງໃນນັ້ນກໍຄືນາງ ຫວ່ງຖິ ຖິ ອາຍຸ 24 ປີ. ລາວເວົ້າວ່າລາວມີຄວາມຕື່ນເຕັ້ນສໍາລັບການ
ຍົກຍ້າຍດັ່ງກ່າວ. ນາງ ຫວ່ງ ຖິ ຖິ ເວົ້າວ່າ:

"ຢູ່ເຢຍລະມັນມີລະບົບການແພດ ແລະພະ ຍາບານທີ່ທັນສະໄໝ. ສໍາລັບຢູ່ ຫວຽດນາມ ໂດຍສະເພາະການດູແລເບິ່ງແຍງຜູ້ເຖົ້າເປັນເລື້ອງໃໝ່ຫລາຍ. ຂ້ອຍຢາກມາເຢຍຣະມັນ ເພື່ອຮຽນເອົາຄວາມຮູ້ ແລະປະສົບການເພີ້ມຂຶ້ນ
ໃນການດູແລຄົນສູງອາຍຸ.”


ເຢຍຣະມັນເປັນປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດຢູ່ໃນຢູໂຣບ ແຕ່ກໍປະເຊີນກັບວິກິດການ
ດ້ານປະຊາກອນ ຍ້ອນອັດຕາການເກີດຕໍ່າ ບວກກັບຄົນມີອາຍຸຍືນຂຶ້ນ. ຫລາຍກວ່າ 1 ສ່ວນ 5 ຂອງພົນລະເມືອງ ແມ່ນມີອາຍຸເກີນກວ່າ 65 ປີ ແລະອັດຕາສ່ວນນັ້ນ ຄາດວ່າຈະ
ເພີ້ມສູງຂຶ້ນອີກໃນຊຸມປີຈະມາເຖິງນີ້.

ດ້ວຍເຫດຜົນດັ່ງກ່າວ ຈໍານວນຄົນອາຍຸແກ່ ທີ່ຕ້ອງການການດູແລສຸຂະພາບ ຈຶ່ງຄາດວ່າ
ຈະເພີ້ມຂຶ້ນ ຫຼາຍກວ່ານຶ່ງລ້ານຄົນໃນປີ 2030, ອີງຕາມອົງການພັດທະນາສາກົນຂອງ
ເຢຍຣະມັນ ຫລື GIZ.

ທ່ານ Dominik Ziller, ຜູ້ອໍານວຍການດ້ານແຮງງານເຄື່ອນທີ່ຂອງອົງການພັດທະນາ ສາກົນຂອງເຢຍຣະມັນເວົ້າວ່າ:

“ພວກເຮົາຮູ້ວ່າ ພວກເຮົາຂາດກໍາລັງ ແຮງງານທີ່ມີຄຸນນະວຸດທິ ທີ່ຈະເຮັດວຽກ
ຢູ່ໃນຂະແໜງການດ້ານການ ແພດໃນທຸກມື້ນີ້ ແລະພວກເຮົາຍັງຮູ້ອີກວ່າ ຢູ່ໃນ
ສັງຄົມຄົນສູງອາຍຸ ຂອງພວກເຮົາໃນເຢຍຣະມັນ ຈໍານວນຄົນທີ່ຕ້ອງການຜູ້ດູ
ແລເຫລົ່ານີ້ ແລະພະຍາບານ ຕະຫຼອດທັງພະຍາບານຜູ້ເຖົ້າ ຈະເພີ້ມຂຶ້ນຢ່າງ
ຫລວງຫລາຍ.”


ກົງກັນຂ້າມ 60 ເປີເຊັນຂອງຄົນຫວຽດນາມ ແມ່ນເກີດຫລັງສົງຄາມສິ້ນສຸດລົງໃນປີ 1975 ແລະປະເທດດັ່ງກ່າວແມ່ນ ບໍ່ສາມາດທີ່ສະ ໜອງວຽກງານໃຫ້ແກ່ກໍາລັງແຮງງານ
ຂອງຕົນທັງໝົດໄດ້. ເດັກນ້ອຍສ່ວນໃຫຍ່ ແມ່ນຄາດກັນວ່າ ຈະດູແລພໍ່ແມ່ ຫລື ພໍ່ປູ່ ແມ່ຍ່າ
ຂອງເຂົາເຈົ້າຢູ່ເຮືອນ ເມື່ອເຂົາເຈົ້າເຖົ້າແກ່ຊະລາລົງ.

ທ່ານ Ziller ກ່າວວ່າ ໂຄງການທົດລອງດັ່ງກ່າວ ແມ່ນເປັນການແກ້ໄຂບັນຫາສະເພາະ
ໜ້າ ແລະໂຄງການນີ້ ຍັງຢູ່ໃນໄລຍະຕົ້ນໆຂອງມັນ ສະນັ້ນ ຜົນສໍາເລັດຂອງມັນ ຍັງບໍ່
ສາມາດທີ່ຈະຄາດຄະເນໄດ້ເທື່ອ. ແຕ່ຢ່າງໃດກໍຕາມ ບັນຫາທີ່ອາດມີອັນນຶ່ງ ອາດຈະ
ແມ່ນອຸບປະສັກໃນ ດ້ານພາສາ. ທ່ານ Dominik ເວົ້າອີກວ່າ:

“ມັນເປັນການຍາກສໍາລັບຄົນຫວຽດນາມ ທີ່ຈະເວົ້າພາສາເຢຍຣະມັນ ຫລາຍ
ກວ່າຄົນທີ່ເວົ້າພາສາຂອງປະເທດ ຢູໂຣບພາສາໃດພາສານຶ່ງ ທີ່ມີໄວຍະກອນ
ຄ້າຍຄືກັນ. ພວກເຮົາຮູ້ດີວ່າ ຊາວໜຸ່ມທີ່ໄດ້ຜ່ານການຝຶກອົບຮົມ ດ້ານພາສາ
ຢູ່ທີ່ນີ້ ຍັງຕ້ອງການການຝຶກອົບຮົມດ້ານພາສາອີກຢູ່.”


ນີ້ກໍຄືບັນຫານຶ່ງທີ່ຍີ່ປຸ່ນ ປະເທດທີ່ມີຄົນອາຍຸແກ່ ເພີ້ມຂຶ້ນໄວທີ່ສຸດໃນໂລກ ກໍາລັງປະເຊີນ
ຢູ່ ໃນການຝຶກອົບຮົມພະຍາບານຕ່າງປະເທດ. ທ້າຍປີນີ້ ຈະເປັນຄັ້ງທໍາອິດ ທີ່ຜູ້ຝຶກອົບຮົມ
ຊາວຫວຽດນາມ 150 ຄົນຈະເດີນທາງໄປຍີ່ປຸ່ນ ເພື່ອເຂົ້າຮ່ວມການຝຶກອົບຮົມເປັນເວລາ
ສອງປີ ຢູ່ຕາມໂຮງໝໍຕ່າງໆຂອງຍີ່ປຸ່ນ ຊຶ່ງຫລັງຈາກນັ້ນ ເຂົາເຈົ້າຈະໄດ້ເຂົ້າຮ່ວມການ
ສອບເສັງເອົາພະຍາບານແຫ່ງຊາດ.

ປັດຈຸບັນນີ້ ຍີ່ປຸ່ນກຳລັງຝຶກອົບຮົມພະຍາບານຈາກຟີລີບປີນ ແລະອິນໂດເນເຊຍ ແຕ່ການ
ຝຶກອົບຮົມນີ້ໄດ້ຮັບການຕຳໜິຕິຕຽນວ່າ ເຂັ້ມງວດເກີນໄປ.

ທ່ານນາງ Yoko Tsuruya ເລຂາເອກ ຢູ່ສະຖານທູດຍີ່ປຸ່ນປະຈໍາກຸງຮ່າໂນ້ຍເວົ້າວ່າ ຜູ້
ສະໝັກເຂົ້າຮັບການຝຶກອົບຮົມທຸກຄົນ ຈະຕ້ອງໄດ້ຜ່ານການສອບເສັງອັນດຽວກັນ ເປັນພາ
ສາຍີ່ປຸ່ນ ແຕ່ວ່າ ມັນຍາກສໍາລັບຜູ້ສະໝັກທີ່ເປັນຄົນຕ່າງປະເທດ ຍ້ອນອຸບປະສັກດ້ານ ພາສາ.

ທ່ານນາງເວົ້າວ່າ ເຖິງຢ່າງໃດກໍຕາມ ຊາວຕ່າງປະເທດ ກໍໄດ້ຮັບການຊ່ວຍເຫລືອບາງ
ຢ່າງ ເພື່ອທໍາການສອບເສັງໃຫ້ສໍາເລັດ. ຍົກຕົວຢ່າງພວກເຂົາເຈົ້າໄດ້ຮັບເວລາຫລາຍກວ່າ
ແລະພາສາຍີ່ປຸ່ນ ກໍຂຽນຕາມການອອກສຽງຂອງສາກົນ.

ເພື່ອປັບປຸງລະບົບດັ່ງກ່າວ ແທນທີ່ຈະສືບຕໍ່ຮຽນໃນຫລັກສູດສອນພາສາຂອງເຂົາເຈົ້າ ເມື່ອໄປເຖິງຍີ່ປຸ່ນ ໃນນາມທີ່ເປັນຜູ້ສະໝັກຈາກປະເທດອື່ນ ຜູ້ເຂົ້າຮ່ວມການຝຶກອົບຮົມ ຈາກຫວຽດນາມ ຈະໄປທີ່ບ່ອນຈັດໃຫ້ເຂົາເຈົ້າໃນໂຮງໝໍ ແລະເອົາການຮຽນພາສາໄປ
ພ້ອມໆ ກັບປະສົບການຕົວຈິງ.

ເຖິງແມ່ນວ່າ ຍີ່ປຸ່ນ ຈະມີພົນລະເມືອງທີ່ມີອາຍຸສູງຂຶ້ນຢ່າງວ່ອງໄວ ກໍຕາມ ການຮັບເອົາ
ຄົນງານຕ່າງວປະເທດໄປເຮັດວຽກໃນບາງຂະແໜງອຸດສະຫະກໍາ ຍັງເປັນບັນຫາ ທີ່ຍັງ
ຖົກຖຽງກັນຢູ່. ພວກຕໍາໜິໃນເລື້ອງນີ້ເວົ້າວ່າ ການຮັບເອົາແຮງງານຕ່າງປະເທດ ອາດນໍາໄປ
ສູ່ການເຮັດວຽກທີ່ມີມາດຕະຖານຕໍ່າ ຫລືເຮັດໃຫ້ມີໄພຫວ່າງງານເພີ້ມຂຶ້ນ.

ຢ່າງໃດກໍຕາມ ມີການຄັດຄ້ານບໍ່ຫລາຍໃນການນໍາເອົາພະຍາບານເຂົ້າໄປເຮັດວຽກຢູ່ທີ່ນັ້ນ.

ທ່ານນາງ Tsuruya ເວົ້າວ່າ ຄົນທີ່ີອາດຈະເສັງຜ່ານການສອບເສັງ ດ້ານພະຍາບານ
ແມ່ນບໍ່ຫລາຍປານໃດ ສະນັ້ນການຄັດຄ້ານຕໍ່ໂຄງການ ປະເພດນີ້ແມ່ນມີໜ້ອຍກວ່າ ການ
ຄັດຄ້ານຕໍ່ພວກໃຊ້ແຮງງານ.

ເຖິງແມ່ນວ່າ ຫວຽດນາມຈະເຕັມໄປດ້ວຍພົນລະເມືອງໜຸ່ມກໍຕາມ ການຂະຫຍາຍຕົວ
ຢ່າງວ່ອງໄວຂອງຫວຽດນາມ ໄດ້ນໍາໄປສູ່ການປ່ຽນແປງ ທາງດ້ານພົນລະເມືອງຂອງຕົນ
ເຊັ່ນກັນ. ການປ່ຽນແປງໃນແບບແຜນ ດໍາລົງຊີວິດ ກໍໝາຍຄວາມວ່າ ມີຄົນໜ້ອຍເຂົ້າໄປ
ນັບມື້ ທີ່ຢາກຈະດູແລເບິ່ງແຍງພໍ່ແມ່ຢູ່ເຮືອນ. ນາງຮ່ວງ ທີ່ເປັນຜູ້ເຂົ້າຝຶກອົບຮົມດ້ານພະ ຍາບານຄິດວ່າ ໃນອະນາຄົດ ຫວຽດນາມຈະຕ້ອງການໂຮງໝໍ ເພີ້ມຂຶ້ນສໍາລັບຄົນສູງອາຍຸ
ແຕ່ກໍເວົ້າວ່າ ການຮຽນເອົາຄວາມຮູ້ ຄວາມຊໍານານ ຢູ່ຕ່າງປະເທດ ສາມາດທີ່ຈະຊ່ວຍ
ຄົນຫວຽດນາມ ພັດທະນາຂະແໜງນີ້ ໃຫ້ແກ່ຕົນເອງອີກດ້ວຍ.
XS
SM
MD
LG