ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິເຄາະກ່າວວ່າ ເບິ່ງຄືວ່າ ຫວຽດນາມມີທ່າທີ ທີ່ຈະເລືອກເອົາປະທານປະເທດ ທີ່ເປັນແມ່ຍິງຄົນທໍາອິດ


ປະທານປະເທດຫວຽດນາມ, ຜູ້ທີ 6 ຈາກຊ້າຍ, ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຄົນທີ 8 ເບື້ອງຂວາ, ພົບປະກັນຢູ່ທີ່ທໍານຽບປະທານປະເທດ ໃນນະຄອນຫຼວງຮ່າໂນ່ຍ, ຫວຽດນາມ, ວັນທີ 13 ທັນວາ 2023. (Pool/AP)
ປະທານປະເທດຫວຽດນາມ, ຜູ້ທີ 6 ຈາກຊ້າຍ, ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ, ຄົນທີ 8 ເບື້ອງຂວາ, ພົບປະກັນຢູ່ທີ່ທໍານຽບປະທານປະເທດ ໃນນະຄອນຫຼວງຮ່າໂນ່ຍ, ຫວຽດນາມ, ວັນທີ 13 ທັນວາ 2023. (Pool/AP)

ການພົ້ນອອກຈາກ​ຕຳ​ແໜ່ງ​ຂອງ​ປະທານປະເທດຫວຽດ​ນາມຕິດຕໍ່ກັນ ໝາຍເຖິງດ້ານນຶ່ງກ່ຽວກັບການຕໍ່​ຕ້ານການສໍ້​ລາດ​ບັງ​ຫຼວງ​ ທີ່ໄດ້ຈັດແຈງໂດຍເລຂາທິການ​ໃຫຍ່ ທ່ານຫງວຽນ ​ຟູ ຈອງ, ແລະ​ປະທານປະເທດ​ຄົນ​ຕໍ່​ໄປ ​ຕ້ອງ “ມີ​ປະຫວັດ​ທີ່​ສະອາດ,” ອີງຕາມນັກ​ຊ່ຽວຊານ ​ໃນ​ປະ​ເທດ​ອອສເຕຣເລຍ ທີ່ໄດ້ກ່າວ​ຕໍ່ VOA ພາສາຫວຽດນາມ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ.

ຫວຽດນາມ ​ມີ​ກຳນົດ​ຈະ​ເລືອກ​ເອົາ​ປາມຸກ​ລັດ​ຄົນ​ໃໝ່ຂອງປະເທດ ພາຍຫຼັງ​ປະທານປະເທດ ທ່ານຫວູ ວັນ ​ເທືອງ ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງທັງໝົດຂອງພັກ ​ແລະ ລັດ, ກໍໄດ້ໂພສຂໍ້ຄວາມໃນ​ກາງ​ເດືອນ​ແລ້ວ​ນີ້ ຍ້ອນ​ມີ​ການ​ກະທຳ​ຜິດ​ທີ່​ບໍ່​ໄດ້ລະບຸເຈາະຈົງ, ເຊິ່ງຜູ້​ຮອງ​ຕຳແໜ່ງຂອງທ່ານ ຄື ທ່ານນາງຫວໍ ທິ ອັນ ຊວນ (Vo Thi Anh Xuan) ເຂົ້າມາດໍາລົງຕໍາແໜ່ງເປັນຮັກສາການ ປະທານປະເທດ ແທນ.

ທ່ານ ເທືອງ ​ແມ່ນ​ປະທານປະເທດ​ຄົນ​ທີ​ສອງ ​ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ ​ໃນ​ເວລາ​ພຽງ​ນຶ່ງ​ປີ ລຸນ​ຫຼັງອະດີດ​ປະທານ​ປະ​ເທດ ທ່ານຫງວຽນ ​ຊວນ ​ຟຸກ ກໍ​ໄດ້​ປະ​ເຊີນ​ກັບ​ຊະ​ຕາ​ກຳ​ແບບ​ດຽວ​ກັນ ​ໃນ​ເດືອນ​ກຸມພາ ປີ 2023.

ການ​ປ່ຽນ​ແປງ​ແບບ​ບໍ່​ຢຸດ​ຢັ້ງ​ຂອງ​ປະ​ມຸກ​ລັດ ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ​ ຢູ່ປະເທດ​ຫວຽດ​ນາມ. ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ມາ, ​ປະ​ເທດກໍ​ມີ​ ປະທານປະເທດ ພຽງ 3 ທ່ານ (ເຊິ່ງ​ໃນ​ນັ້ນລວມ​ມີ ​ທ່ານຕຣັນ ​ດາຍ​ ກວາງ, ໄດ້​ເຖິງ​ແກ່​ມໍລະນະ​ກຳໃນຂະນະດໍາລົງຕໍາແໜ່ງ), ປະທານ​ປະ​ເທດ 1 ທ່ານ ເຊິ່ງເປັນທັງຫົວໜ້າ​ພັກ ທ່ານ ຫງວຽນ ​ຟູ່ ຈອງ ​ແລະ ຮັກສາ​ການ​ປະທານປະເທດ (ທ່ານ​ນາງ ແດງ ​ຖີ ຫງອກ ​ຖິນ ນຶ່ງຄັ້ງ​, ​ແລະ ທ່ານ​ນາງ ຫວໍ ຖີ ແອງ ຊຸນ, ສອງ​ຄັ້ງ)​.

ອີງຕາມ​ກົດ​ລະ​ບຽບ​ຂອງ​ພັກ, ​ປະ​ທາ​ນປະເ​ທ​ດ ຕ້ອງຖືກເລືອກໂດຍບັນດາສະມາຊິກກົມການເມືອງລະດັບສູງຂອງພັກຄອມມິວນິສ ທີ່​ດໍາລົງ​ຕຳ​ແໜ່ງໃນປະ​ຈຸ​ບັນ​ ​ຜູ້ທີ່ໄດ້ປະຕິບັດໜ້າທີ່ຢ່າງ​ໜ້ອຍ​ນຶ່ງ​ສະ​ໄໝ​ເຕັມ. ​ສະ​ນັ້ນ, ນອກຈາກ​ເລຂາທິການ​ໃຫຍ່ ທ່ານຫງວຽນ ​ຟູ່ ຈອງ ແລ້ວ, ​ນາຍົກລັດຖະມົນຕີ ທ່ານຟາມ ​ໝິ​ນ ຈິ່ນ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ທ່ານຫວູງ ດິນ ​ຫູເຫວ ​ແລ້ວ, ມີພຽງ 2 ທ່ານເທົ່ານັ້ນ ທີ່​ມີ​ສິດສໍາລັບການ​ເລືອກ​ຕັ້ງ​ຄື ທ່ານ​ນາງທຣວງ ຖິ ໝ່າຍ (Truong Thi Mai), ສະມາຊິກ​ຖາວອນ​ຂອງ​ເລຂາທິການ​ໃຫຍ່ ທັງເປັນຫົວໜ້າ​ຄະນະ​ພະນັກງານ​ສູນ​ກາງພັກ ​ແລະ ທ່ານໂຕ ລໍາ (To Lam), ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ.

ທ່ານຄາຣ໌ ເຕເອີ (Carl Thayer), ນັກ​ຊ່ຽວ​ຊານ​ທາງດ້ານ​ການ​ເມືອງຂອງ​ຫວຽດ​ນາມ ຢູ່​ສະ​ຖາ​ບັນ​ກ່ຽວກັບການປ້ອງ​ກັນ​ປະ​ເທດອອສເຕຣເລຍກ່າວ​ວ່າ “ທ່ານ​ນາງທຣວງ ຖິ ໝ່າຍ ຈະຕ້ອງເປັນຜູ້ທີ່​ມີ​ຄວາມ​ປອດ​ໃນ​ຖາ​ນະສະພາຕໍ່າ ເພື່ອໃຫ້​ກາຍ​ເປັນ​ປະ​ທາ​ນປະເທດ​ຄົນ​ຕໍ່​ໄປ. ທ່ານ​ນາງ​ເປັນ​ຜູ້ນຳອາວຸ​ໂສ​ທີ່​ມີ​ປະສົບ​ການ​ຫຼາຍ ຜູ້ທີ່​ດຳລົງຫຼາຍ​ຕຳ​ແໜ່​ງລະດັບ​ສູງ ​ໃນ​ພັກ​ຄອມ​ມິວນິສ​ຫວຽດນາມ, ເມື່ອມໍ່ໆມານີ້.”

ທ່ານ​ກ່າວ​ຕື່ມ​ວ່າ “ທ່ານ​ນາງ ໝ່າຍ ເຂົ້າຮັບຕໍາແໜ່ງແທນ​ປະ​ທານ​ປະ​ເທດ ທ່ານ ເທືອງ ເພື່ອ​ຮັບຕ້ອນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ໃນວັນ​ທີ 14 ມີ​ນາ, ອັນໄດ້ເຮັດ​ໃຫ້​ເກີດ​ມີ​ການ​ສັນນິຖານກັນ​ໃນ​ບາງ​ສ່ວນ​ວ່າ ທ່ານນາງ​ຈະໄດ້ເຂົ້າມາ​ຮັບ​ຕຳ​ແໜ່ງ​ແທນ​ ທ່ານ ເທືອງ.”

ອີງຕາມ​ທ່ານ​ ເຕເອີ, ທ່ານນາງ ໝ່າຍ ອາຍຸ 66 ປີ, ຈະ​ມີ​ອາຍຸຄົບ 68 ປີ ​ເມື່ອ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ຕໍ່ໄປຂອງ​ພັກ ​ຈະຖືກ​ຈັດ​ຂຶ້ນ​ໃນ​ປີ 2026. ທ່ານ​ນາງ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຍົກ​ເວັ້ນທາງດ້ານອາຍຸ ເປັນກໍລະນີ​ພິ​ເສດ ​ໃນພື້ນຖານ​ເງື່ອນ​ໄຂ​ພິ​ເສດ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ພັກ ​ເພື່ອ​ຈະ​ສາມາດສືບ​ຕໍ່​ດຳລົງ​ຕໍາແໜ່ງຕໍ່ໄປໄດ້. ດັ່ງທີ່ ທ່ານຫງວຽນ ຟູ່ ຈອງ ຫຼືດັ່ງທີ່ ອະດີດປະທານປະເທດ ທ່ານຫງວຽນ ຊວນ ຟຸກ ເປັນ ໃນປີ 2021.

ທ່ານ ເຕເອີ ໃຫ້ຄວາມເຫັນວ່າ "ເພດຂອງທ່ານນາງ ສາມາດເປັນສິ່ງຂັດຂວາງທ່ານນາງໄດ້." ທ່ານກ່າວຕໍ່ໄປວ່າ “ສະ​ນັ້ນ, ທ່ານນາງ​ຈະ​ເປັນ​ຜູ້ມາ​ແທນທີ່ ທີ່​ດີ​ຂອງ ​ທ່ານ ເທືອງ, ​ໂດຍ​ສະ​ເພາະ​ ຖ້າ​ຫາກ​ວ່າ​ ທ່ານນາງ​ບໍ່​ມີ​ຄວາມປາດ​ຖະ​ໜາທີ່ຈະດຳລົງຕຳແໜ່ງຂັ້ນ​ນຳ​ຂອງປະເທດ ໃນ​ອະ​ນາ​ຄົດ.”

ສ່ວນ ທ່ານໂຕ ລໍາ, ລັດຖະມົນຕີວ່າການກະຊວງຮັກສາຄວາມສະຫງົບ, ເຊິ່ງມີຕໍາແໜ່ງຕໍ່າກວ່າ ທ່ານນາງ ໝ່າຍ ໃນລໍາດັບກົມການເມືອງຂອງພັກຄອມມູນີສ, ເຊິ່ງສາດສະດາຈານ ເຕເອີ ກ່າວວ່າ ເຖິງແມ່ນທ່ານຈະມີອາຍຸຫຼາຍກວ່າ 68 ປີໃນປີ 2026 ແລະຍັງຕ້ອງການການຍົກເວັ້ນເລື້ອງອາຍຸເປັນພິເສດເຊັ່ນກັນກໍຕາມ, ແຕ່ທ່ານ ກໍມີຄວາມທະເຍີທະຍານທີ່ຈະກາຍມາເປັນເລຂາທິການໃຫຍ່ຂອງພັກ ເພື່ອມາແທນທີ່ ທ່ານ ຈອງ.

ອີງຕາມການບັນທຶກຂອງ ທ່ານ ເຕເອີ ໃຫ້ຮູ້ວ່າ ເມື່ອ​ພັກ​ຄອມມິວນິສຫວຽດນາມ ໄດ້ທໍາການເລືອກຜູ້​ທີ່ຈະມາແທນ​ທີ່ ປະທານປະເທດ ທ່ານຫງວຽນ ​ຊວນ ​ຟຸກ ເຊິ່ງຖືກປົດອອກຈາກຕໍາແໜ່ງ ​ໃນ​ປີ 2023, ທ່ານໂຕ ລໍາ ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກັບ​ ທ່ານຫວໍ ວັນ ເທືອງ​. ທ່ານ​ກ່າວ​ວ່າ “ທ່ານ​ບໍ່​ຢາກ​ລາ​ອອກ​ຈາກການດໍາລົງ​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ວ່າການກະ​ຊວງ​ປ້ອງກັນຄວາມສະຫງົບ​ ​ໃນ​ເວ​ລາ​ນັ້ນ.”

ນອກ​ນັ້ນ ຍັງ​ມີ​ສອງ​ສະ​ຖາ​ນະ​ການ​ທີ່ ​ທ່ານ ເຕເອີ ເຊື່ອ​ວ່າ “ຍັງຢູ່ໄກ” ​ກໍແມ່ນວ່າ ທ່ານນາງ ຫວໍ ຖີ ແອງ ຊຸນ ເປັນຮັກສາການ​ປະ​ທາ​ນປະເ​ທດ ຈະປະຕິບັດ​ຕຳ​ແໜ່ງ​ທີ່​ຍັງ​ເຫຼືອ​ ເຊິ່ງຈະສິ້ນສຸດລົງໃນ​ເດືອນ​ພຶດ​ສະ​ພາ ປີ 2026, ຫຼື ​ເລ​ຂາ​ທິ​ການ​ໃຫຍ່ ທ່ານຫງວຽນ ​ຟູ​ ຈອງ ຈະເຂົ້າດໍາລົງຕຳ​ແໜ່ງ​ປະ​ທາ​ນປະເ​ທ​ດ​ອີກ​ຄັ້ງ​ນຶ່ງ. ແນວໃດກໍຕາມ, ສະພາບກ່ຽວກັບບັນຫາສຸຂະພາບໃນປະຈຸບັນ ແລະຄວາມແຂງແຮງທາງຮ່າງກາຍຂອງ ທ່ານ ຈອງ "ທີ່ມີນໍ້າຫນັກຫຼາຍ ເປັນການຂັດຂວາງກ່ຽວກັບແຜນການດັ່ງກ່າວນີ້," ທ່ານ ເຕເອີ ກ່າວ.

ເມື່ອຖືກຖາມວ່າ ຄຸນສົມບັດໃດທີ່ພັກ ກໍາລັງສະແຫວງຫາທີ່ສຸດສໍາລັບປະມຸກລັດຄົນຕໍ່ໄປ ລຸນຫຼັງການໂຄ່ນລົ້ມ ທ່ານ ຟຸກ ແລະ ທ່ານ ເທືອງ? ທ່ານຄາຣ໌ ເຕເອີ ກ່າວວ່າ “ຜູ້ທີ່ຈະມາດຳລົງຕຳແໜ່ງເປັນປະທານປະເທດ ຕ້ອງມີປະຫວັດທີ່ສະອາດ ແລະ ບໍ່ຝ່າຝືນໃນ 19 ຂໍ້ ທີ່ສະມາຊິກພັກບໍ່ສົມຄວນຕ້ອງກະທໍາ ເຊັ່ນດຽວກັບລະບຽບການກ່ຽວກັບຄວາມຮັບຜິດຊອບຂອງການວາງໂຕເປັນແບບຢ່າງ.”

ທ່ານ ເຕເອີ ກ່າວຢໍ້າວ່າ 4 ໃນຈຳນວນ 18 ສະມາຊິກກົມການເມືອງລະດັບສູງ ທີ່ຖືກປົດອອກຈາກຕຳແໜ່ງ ເປັນຜົນມາຈາກຂະບວນການຕ້ານການສໍ້ລາດບັງຫຼວງຂອງ ທ່ານ ເທືອງ ຈົນມາຮອດປັດຈຸບັນ, ເຖິງແມ່ນຄະນະກໍາມະການສູນກາງພັກ ຊຸດທີ 13 ຈະມາຮອດເຄິ່ງສະໄໝຂອງຕົນກໍຕາມ, ແຕ່ກໍເຮັດໃຫ້ພັກຂາດເຂີນພະນັກງານ ເພື່ອເລືອກເອົາເປັນປະທານປະເທດຄົນໃໝ່.

ທ່ານ​ໄດ້ຕໍາໜິບາງ​ຂໍ້​ເຫຼົ່ານີ້​ ຕໍ່​ເລຂາທິການ​ໃຫຍ່ ທ່ານຫງວຽນ ​ຟູ ຈອງ ​ເອງ ທີ່​ວ່າ “ທ່ານ ຈອງ ​ເປັນ​ຫົວໜ້າ​ຄະນະ​ກໍາມາທິການບຸກຄະລາກອນ ​ທີ່ຖືກກ່າວ​ຫາວ່າ ດໍາເນີນການກວດກາບັນດາຜູ້ລົງສະໝັກ​ ສຳລັບ​ຄະນະ​ກຳມະການ​ສູນ​ກາງ​ພັກ​ຊຸດ​ທີ 12 ​ແລະ ຊຸດ​ທີ 13 ຂອງ​ພັກ.”

ທ່ານ ເຕເອີ ຊີ້ໃຫ້ເຫັນວ່າ ນັບ​ຕັ້ງ​ແຕ່​ປີ 2021 ເປັນ​ຕົ້ນ​ມາ, ​ມີ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ພັກ​ຢ່າງ​ໜ້ອຍ 70 ຄົນ, ໃນ​ນັ້ນລວມ​ມີ​ລັດ​ຖະ​ມົນ​ຕີ 5 ຄົນ ຫຼື ​ອະ​ດີດ​ລັດ​ຖະ​ມົນ​ຕີທີ່​ຖືກ​ປົດ​ອອກອີກຈໍານວນນຶ່ງ. ຕັ້ງ​ແຕ່​ນັ້ນ​ມາ, ທ່ານ ເທືອງ ແມ່ນ​ຊະມາຊິກກຳມະການ​ກົມ​ການ​ເມືອງ​ຄົນ​ທີ 4 ທີ່​ຖືກ​ປົດອອກ​ຈາກ​ຕຳ​ແໜ່​ງ.

ທ່ານ ເຕເອີ ກ່າວຕື່ມວ່າ "ທ່ານ ຈອງ ສົມຄວນໄດ້ຮັບກຽດສໍາລັບຄວາມພະຍາຍາມຂອງທ່ານ ເພື່ອຕ້ານການສໍ້ລາດບັງຫຼວງ ແລະປັບປຸງການຄັດເລືອກຜູ້ນໍາໂດຍການກໍານົດເງື່ອນໄຂທີ່ເຂັ້ມງວດ, ແຕ່ທ່ານ ຍັງຕ້ອງຮັບຜິດຊອບສໍາລັບການອອກຈາກຕໍາແໜ່ງຂອງກຳມະການກົມການເມືອງລະດັບສູງ ທີ່ເປົ່າຫວ່າງ ແລະຮັບຜິດຊອບຂັ້ນຕອນການຄັດເລືອກຜູ້ນໍາ ທີ່ເຮັດໃຫ້ເກີດໝາກຜົນອັນບໍ່ດີຫຼາຍຢ່າງ."

ດັ່ງ​ນັ້ນ, ອີງຕາມ​ທ່ານ​ສາດສະດາຈານແລ້ວ, ທ່ານ ຈອງ “ຕ້ອງແກ້ຕົວທ່ານ​ເອງໂດຍເຮັດໃຫ້ດີກວ່າເກົ່າ ໃນຖານະເປັນຫົວໜ້າ​ຄະນະ​ກຳມະການ​ກົມການເມືອງ ​ທີ່ກໍາລັງ​ຄັດ​ເລືອກ​ເອົາ​ຜູ້​ສະໝັກ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 14 ຂອງ​ພັກ” ທ່ານເຕເອີ ກ່າວ.

The consecutive downfall of state presidents in Vietnam speaks to the flipside of the anti-graft drive orchestrated by Party chief Nguyen Phu Trong and the next president must ‘have a clean sheet’, an Australia-based expert told VOA Vietnamese.

Vietnam is slated to pick a new head of state after President Vo Van Thuong was removed from all Party and State posts in the middle of last month for unspecified wrongdoings. His deputy, Ms Vo Thi Anh Xuan, is serving as Acting President.

Thuong is the second president to be ousted in just over a year after his predecessor Nguyen Xuan Phuc faced the same fate in February 2023.

Such constant change of heads of state are unprecedented in Vietnam. Since 2016, the country has had 3 presidents (including Mr. Tran Dai Quang who passed away while in office), 1 president cum party chief (Nguyen Phu Trong) and acting presidents (Ms Dang Thi Ngoc Thinh once and Ms. Vo Thi Anh Xuan twice).

Strongest candidates

According to Party rules, president must be picked among incumbent current Politburo members who has served at least one full term. Therefore, apart from Secretary General Nguyen Phu Trong, Prime Minister Pham Minh Chinh and National Assembly Chairman Vuong Dinh Hue, only two left are eligible for selection: Ms Truong Thi Mai, permanent member of the Secretariat cum Head of the Central Personnel Committee and Mr To Lam, Minister of Public Security.

“Truong Thi Mai would be safe as houses to become the next president. She is an experienced veteran senior leader who has held a variety of high-level posts in the Vietnam Communist Party. Recently,” said Carl Thayer, an expert on Vietnamese politics at the Australian Academy of Defence.

“Mai stood in for President Thuong to receive the Lao Ambassador (on March 14), giving rise to speculation in some quarters that she was tipped to replace Thuong,” he added.

According to Thayer, Mai, who is 66, will be 68 when the next Party Congress is scheduled to be held in 2026. She would need to be granted a special age exemption on exceptional grounds by the Party’s Central Committee to be able to continue stay, as Nguyen Phu Trong or former President Nguyen Xuan Phu were in 2021.

“Her gender could stand against her,” remarked Thayer. “So, she would be a good replacement for Thuong especially if she has no future leadership aspirations.”

As for Minister of Public Security To Lam, who is lower to Mai in Politburo rank, Professor Thayer said that although he will be over 68 in 2026 and will also need a special exemption, he ‘has ambitions to become party General Secretary’ to succeed Trong.

When the Party picked a replacement for ousted President Nguyen Xuan Phuc in 2023, To Lam did not join the race with Vo Van Thuong, Thayer noted. “He did not want to give up his post as Minister of Public Security at that time,” he said.

There are also two scenarios which Thayer deemed ‘remote’: that is Acting President Vo Thi Anh Xuan will serve out the remaining term in office that ends in May 2026 or Secretary General Nguyen Phu Trong once again assumes the presidency. However, Trong’s current health conditions and physical stamina ‘weigh heavily against this scenario’, says Thayer.

Asked what qualities the Party seek the most in the next head of state following the ousters of Phuc and Thuong, Carl Thayer said: “The person to serve as state president must have a clean sheet and not committed any of the nineteen things party members must not do as well as regulations on the responsibility of setting an example.”

Four out of 18 Politburo members have been ousted as a result of Trong’s aggressive anti-corruption campaign so far, even though the 13th Central Committee is just over half way through its term, rendering the Party short-staffed to pick a new president, remarked Thayer.

He blamed some of this on Party Chief Nguyen Phu Trong himself: “Trong headed the personnel committee charged with vetting candidates for the Central Committee for the twelfth and thirteenth national congresses.”

Since 2021, at least 70 high-ranking party officials, including 5 ministers or former ministers were dismissed. Thuong was the fourth Politburo member to be dismissed since, Thayer pointed out.

“Trong deserves credit for his effort to combat corruption and improve leadership selection by establishing rigorous criteria, but he must also bear responsibility for leaving Politburo vacancies unfilled and some responsibility for overseeing a leadership selection process that has turned up so many bad apples,” said Thayer.

Therefore, according to the professor, Trong ‘must redeem himself as head of the personnel committee that is presently selecting candidates for the 14th national party congress’, he said

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG