ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາ ເສລີພາບ ໃນການສະແດງ ຄວາມຄິດເຫັນ ລົງອິນເຕີແນັດ ທີ່ຫວຽດນາມ


ຜູ້ໃຊ້ອິນເຕີແນັດຜູ້ນຶ່ງຊອກຫາເວັບໄຊ໌ Quan Lam Bao, ຊຶ່ງເປັນເວັບໄຊ໌ສໍາລັບການຂຽນຂ່າວລົງອິນເຕີແນັດ ຫລື blog ທີ່ຮ້ານຂາຍກາເຟແຫ່ງນຶ່ງໃນນະຄອນຫລວງ ຮ່າໂນ້ຍ ໃນວັນທີ 9 ຕຸລາ 2012
ຜູ້ໃຊ້ອິນເຕີແນັດຜູ້ນຶ່ງຊອກຫາເວັບໄຊ໌ Quan Lam Bao, ຊຶ່ງເປັນເວັບໄຊ໌ສໍາລັບການຂຽນຂ່າວລົງອິນເຕີແນັດ ຫລື blog ທີ່ຮ້ານຂາຍກາເຟແຫ່ງນຶ່ງໃນນະຄອນຫລວງ ຮ່າໂນ້ຍ ໃນວັນທີ 9 ຕຸລາ 2012
ໃນຂະນະທີ່ພວກນັກຂ່າວ ເຮັດວຽກໃຫ້ອົງການສື່ມວນຊົນ
ຂອງລັດຖະບານຫວຽດນາມ ໄດ້ຮັບຂອງຂວັນ​ເນື່ອງໃນວັນ
ຂ່າວສານແຫ່ງການປະຕິວັດນັ້ນ ແຕ່ພວກນັກຂຽນຂ່າວລົງ
ອິນເຕີແນັດ ຫລື blogger ແລະ ພວກນັກເຄື່ອນໄຫວທາງ
ອິນເຕີແນັດບໍ່ຄ່ອຍຈະໂຊກດີປານໃດ. ລັດຖະບານຫວຽດ
ນາມ​ເບິ່ງຄືວ່າ ມີຄວາມກະຕືລືລົ້ນ ໃນການສະເຫຼີມສະຫຼອງ
ບົດບາດຂອງສື່​ມວນ​ຊົນໃນປາງສົງຄາມຂອງປະເທດ ຕໍ່ຕ້ານ
ກັບຝຣັ່ງແລະສະຫະລັດ. ແຕ່ລັດຖະບານດັ່ງກ່າວກໍບໍ່ໄດ້​ໂຍະ
ຍານຜ່ອນຜັນ​ ​ໃຫ້ແກ່ອົງການ​ຂ່າວ​ທີ່​ເປັນ​ອິດສະຫຼະແລະກໍ
ໄດ້ຈັບກຸມຫລາຍຄົນ ໃນການປາບປາມ​ເມື່ອມໍ່ໆມານີ້.
Marianne Brown ຜູ້ສື່ຂ່າວວີໂອເອ ມີລາຍງານເລື້ອງນີ້ ມາ
ຈາກນະຄອນຮ່າໂນ້ຍ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານ.


ຢູ່ໃນຄໍາປາໄສຕໍ່ສະພາແຫ່ງຊາດເມື່ອມໍ່ໆມານີ້, ທ່ານ Nguyen Bao Son, ລັດຖະມົນ
ຕີກະຊວງຖະແຫລງຂ່າວແລະສື່ສານເວົ້າວ່າ ອິນເຕີແນັດ ແມ່ນເປັນປະໂຫຍດຊ່ວຍໃນ
ການພັດທະນາໃນຫວຽດນາມ ແຕ່ມັນກໍມີຜົນໃນດ້ານລົບເຊັ່ນກັນ.

ທ່ານເວົ້າວ່າ ພວກສວຍໂອກາດໄດ້ໃຊ້ອິນເຕີແນັດແບບຜິດໆ ເພື່ອເຜີຍແຜ່ຂໍ້ມູນທີ່ບໍ່ຈິງ
ທີ່​ບິ​ດ​ເບືອນນະໂຍບາຍຂອງລັດນັ້ນ.

​ໃນ​ຮອບ​ເດືອນ​ທີ່​ຜ່ານ​ມານີ້ ນັກຂຽນຂ່າວລົງອິນເຕີແນັດ ຫລື blogger ສອງຄົນ ແລະ ນັກເຄື່ອນໄຫວທາງອິນເຕີແນັດຄົນນຶ່ງຖືກກ່າວຫາວ່າ ພາກັນ​ໃຊ້​ອິນ​ເຕີ​ແນັດໄປ​ໃນທາງ
ຜິດ. ພວກເຂົາເຈົ້າຖືກຈັບກຸມ ຍ້ອນ “ສວຍໃຊ້ສິດເສລີພາບປະຊາທິປະໄຕໄປ​ໃນ​ທາງທີ່
ບໍ່ຖືກຕ້ອງ” ຊຶ່ງເປັນການກ່າວຫາ ທີ່ສາມາດ​ເຮັດ​ໃຫ້ພວກ​ກ່ຽວຖືກຈໍາຄຸກເປັນເວລາ 3 ປີໄດ້.

ບາງຄົນກໍຊີ້​ໃຫ້​ເຫັນວ່າ ການເປັນປໍລະປັກກັນພາຍໃນ ​ແ​ມ່ນສິ່ງພາໃຫ້ມີການປາບປາມ
ດັ່ງກ່າວ. ທ່ານ Jonathan London ຈາກມະຫາວິທະຍາໄລ City ຂອງຮົງກົງ ເວົ້າວ່າ ການຈັບກຸມນີ້ ແມ່ນແນໃສ່​ເພື່ອເຮັດໃຫ້ຜູ້ຄົນຢ້ານກົວກັນ.

ອາຈານລອນດອນເວົ້າວ່າ: ໃນຄວາມຮູ້ສຶກສ່ວນຕົວຂອງຂ້າພະເຈົ້າແລ້ວ ພາຍ
ຫລັງທີ່ໄດ້ສັງເກດເຫັນວ່າ ມີການປ່ຽນແປງທີ່ສໍາຄັນແລະ ຫລວງຫລາຍ ຢູ່
ໃນວັດທະນາທໍາທາງການເມືອງຂອງຫວຽດນາມ​ແຕ່ ກໍເຫັນວ່າ ກະແສຟອງ
ຂອງການກົດຂີ່ໃນໄລຍະເວລາອັນບໍ່ແນ່ນອນ
ໄດ້​ເລີ້ມຂຶ້ນຢ່າງ​ຈິງ​ຈັງ ແລະ
ການຈັບກຸມພວກຂຽນຂ່າວ​ລົງອິນເຕີແນັດ ເລີ້ມຕົ້ນຂຶ້ນ ໂດຍສະເພາະແມ່ນ
ພວກຂຽນຂ່າວລົງອິນເຕີແນັດ ທີ່ຕໍາໜິຕິຕຽນວຽກງານຂອງລັດຖະບານ
ປັດຈຸບັນທີ່ອາດຢູ່​ໃນ​ລະດັບພໍປານກາງຫລາຍກວ່າ ຊຶ່ງເປັນເລື້ອງໜ້າ
ຕື່ນຕົກໃຈ.


ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung
ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung
ບໍ່​ດົນກ່ອນໜ້າທີ່ທ່ານຈະຖືກຈັບນັ້ນ ທ່ານ Truong Duy
Nhat ອາຍຸ 49 ປີ ໄດ້ພິມ​ເຜີຍ​ແຜ່ບົດຄວາມບົດ​ນຶ່ງ​ທາງອິນ
ເຕີແນັດທີີ່​ໄດ້ຕໍາໜິທ່ານ Nguyen Tan Dung ນາຍົກລັດ
ຖະມົນຕີແລະທ່ານ Nguyen Phu Trong ຜູ້ນຳພັກຄອມ
ມີວນິສ ສໍາລັບວິກິດການທາງເສດຖະກິດ ແລະ ຮຽກຮ້ອງໃຫ້
ພວກທ່ານ ລາອອກຈາກຕໍາແໜ່ງ.

ໃນສອງສາມອາທິດຕໍ່ມາ ຄືວັນທີ 13 ມິຖຸນາ ຕໍາຫລວດໄດ້ຈັບ
ກຸມນັກ ຂຽນຂ່າວລົງອິນເຕີແນັດ ທີ່ມີ​ຊື່​ສຽງອີກຜູ້ນຶ່ງ ຄື ທ່ານ
Pham Viet Dao ອາຍຸ 61 ປີ ຢູ່ທີ່ເຮືອນຂອງຜູ້ກ່ຽວໃນນະ
ຄອນຮ່າໂນ້ຍ. ໃນວັນ ອາທິດຕໍ່ມາ, ທ່ານ Dinh Nhat Uy ກໍໄດ້ຖືກຈັບກຸມເຊັ່ນກັນ. ເມື່ອ
​ໄວໆ​ມານີ້ ທ່ານ Uy ໄດ້ເລີ້ມທໍາການປຸກລະດົມທາງອິນເຕີແນັດ ໃຫ້ປ່ອຍນ້ອງຊາຍຂອງ
ທ່ານ ທີ່ໄດ້ຖືກຂັງຄຸກມາໄດ້ 8 ປີແລ້ວ ຍ້ອນໄດ້ແຈກຢາຍໃບປີວຕໍ່ຕ້ານລັດຖະບານ. ໃນ
ວັນພະຫັດອາທິ​ດ​ແລ້ວ ກຸ່ມປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ໄດ້ປະນາມ
ການຈັບກຸມຕ່າງໆ ແລະຮຽກຮ້ອງໃຫ້ປ່ອຍພວກຂຽນຂ່າວລົງອິນເຕີແນັດໃນທັນທີທັນໃດ.

ທ່ານນາງ Doan Trang ທີ່ເປັນນັກໜັງສືພິມ ແລະຜູ້​ຂຽນ​ຂ່າວ​ລົງ​ອິນ ​ເຕີ​ແນັດເວົ້າວ່າ ການເຂົ້າອ່ານຂໍ້ມູນໃນຫົວຂໍ້ ທີ່ຍັງບໍ່ໄດ້ຮັບອະນຸຍາດ ຈາກລັດຖະບານໃຫ້ສົນທະນາກັນ
ເທື່ອນັ້ນ ແມ່ນຍາກຫລາຍ. ຍົກຕົວ ຢ່າງ ທ່ານນາງເວົ້າວ່າ ພວກນັກຂ່າວບາງຄັ້ງກໍຖືກ
ບອກວ່າ ບໍ່ໃຫ້ລາຍງານກ່ຽວກັບຫົວຂໍ້​ໃດ​ນຶ່ງ ເຊັ່ນ ບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ
ຢູ່ ທະເລຈີນໃຕ້ ເປັນຕົ້ນ.

ທ່ານນາງ Trang ເວົ້າວ່າ: “ແຕ່ ຖ້ານັກຂຽນຂ່າວລົງອິນເຕີແນັດ ຫລືນັກຂ່າວ
ບາງຄົນຫາກຍັງພະຍາຍາມເຂົ້າໄປເບິ່ງຂໍ້ມູນຢູ່ ໂດຍສະເພາະ ແມ່ນຂໍ້ມູນ
ທາງການ. ພວກເຂົາເຈົ້າພະຍາຍາມທີ່ຈະພົບກັບພວກນັກປັນຍາຊົນ ຫລື
ເຈົ້າໜ້າທີ່ທີ່ກິນເບ້ຍບໍານານແລ້ວ ເພື່ອໂອ້ລົມກ່ຽວກັບບັນຫາຂັດແຍ້ງ
ເລື້ອງເຂດນໍ້າແດນດິນຢູ່ທະເລຈີນໃຕ້ ແລະພວກເຂົາເຈົ້າພິມເຜີຍແຜ່ຂໍ້
ມູນນັ້ນຢູ່ໃນ blog ສ່ວນຕົວຂອງເຂົາເຈົ້າ. ຖ້າຫາກວ່າ ບົດຄວາມທີ່ລົງນັ້ນ
ຖືກນໍາໄປສົນທະນາກັນຢ່າງ​ແຜ່​ກວ້າງ ຢູ່ໃນ ອິນເຕີແນັດແລ້ວ ຄົນຜູ້ນັ້ນ ຈະ
ມີບັນຫາໂລດ ຫລືຢ່າງໜ້ອຍຄົນທີ່ເຂົາເຈົ້າໄປພົບນັ້ນ ຈະໄດ້ຮັບຄວາມ
ເດືອດຮ້ອນ.”


ຫລາຍກວ່ານຶ່ງສ່ວນສາມ ຂອງພົນລະເມືອງ ທີ່ມີຢູ່ 90 ລ້ານຄົນຂອງຫວຽດນາມ ​ແມ່ນ
ໃຊ້ອິນເຕີແນັດ. ສື່ສັງຄົມ ແລະການຂຽນຂ່າວ​ລົງອິນ ເຕີແນັດ ຫລື bloggin ແມ່ນກໍາ
ລັງນັບມື້ນັບມີຄວາມນິຍົມກັນຫລາຍຂຶ້ນ.

ທ່ານນາງ Trang ເວົ້າວ່າ ໃນຂະນະທີ່ມີຫລາຍຄົນ​ເພີ້ມຂຶ້ນຂຽນຂ່າວ ການເມືອງລົງ ທາງອິນເຕີແນັດ ​ແຕ່ທ່ານນາງກໍເວົ້າວ່າ ລັດຖະບານມີ “ເຄື່ອງມືທີ່ມີປະສິດທິພາບ” ເພື່ອ
ເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າຖືກ ກວດກາ. ເຄື່ອງມືເຫລົ່ານີ້ ລວມທັງການຂົ່ມຂູ່ຂອງ
ຕໍາຫລວດ ແລະ ສິ່ງທີ່ເອີ້ນວ່າ “​ເຄື່ອງ​ຫຼໍ່ຫຼອມຄຳຄິດເຫັນຂອງປະ​ຊາຊົນ” ໃຊ້ເພື່ອລົງຄໍາ
ເຫັນຕໍ່ການຂຽນຄວາມ​ເຫັນໃນອິນເຕີແນັດ ແລະສື່ສັງຄົມ. ພວກນັກສັງເກດການຫລາຍ
ຄົນເວົ້າວ່າ ພວກເຂົາເຈົ້າຄາດວ່າຈະມີການຈັບກຸມຕື່ມ​ອີກ ໃນຊຸມອາທິດທີ່ຈະມາເຖິງນີ້.
XS
SM
MD
LG