ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ທຸ້ມ​ເທ​ໃສ່ ພະ​ລັງ​ງານ ແສງ​ຕ​າ​ເວັນ


ແຜ່​ນ​ພະ​ລັງ​ງານ​ແສງ​ຕາ​ເວັນ ກັບ ​ກັງ​ຫັນ​ລົມ ​ຖືກ​ຕິດ​ຕັ້ງ​ຢູ່​ສວນ​ພະ​ລັງ​ງານ​ລົມ ຟູ ລັກ, ໃນ​ແຂວງ ບິ່ນ ຖວນ, ຫວຽດ​ນາມ. 23 ເມ​ສາ, 2019.
ແຜ່​ນ​ພະ​ລັງ​ງານ​ແສງ​ຕາ​ເວັນ ກັບ ​ກັງ​ຫັນ​ລົມ ​ຖືກ​ຕິດ​ຕັ້ງ​ຢູ່​ສວນ​ພະ​ລັງ​ງານ​ລົມ ຟູ ລັກ, ໃນ​ແຂວງ ບິ່ນ ຖວນ, ຫວຽດ​ນາມ. 23 ເມ​ສາ, 2019.

ພະ​ລັງ​ງານ​ແສງ​ຕາ​ເວັນ​ ແມ່ນ​ກຳ​ລັງ​ສະ​ແດງ​ໃຫ້​ເຫັນ​ຜົນ​ທີ່ແຂງ​ແກ່ນ​ໃນປະ​ເທດ ຫວຽດ​ນາມ ຫຼັງ​ຈາກຫຼາຍ​ປີ​ຂອງ​ການປ່ຽນ​ແປງ​ກັບ​ໄປ​ກັບ​ມາ ຈາກລະ​ດັບ​ນຶ່ງ​ຫາ​ອີກ​ລະ​ດັບ​ນຶ່ງ, ດ້ວຍ​ປະ​ເທດ​ດັ່ງ​ກ່າວ​ກຳ​ລັງ​ເບິ່ງ​ຄືນ​ວ່າ ບາງ​ຄັ້ງ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ໄປຫາ​ຖ່ານ​ຫີນ ແລະ ອີກ​ຄັ້ງ​ອື່ນ​ເບິ່ງ​ຄື​ວ່າ​ ເຂົາ​ເຈົ້າ​ຈະ​ລົງ​ທຶນ​ໃນດ້ານ​ພະ​ລັງ​ງານ​ໝູນ​ວຽນ.

ໃນ​ທ້າຍ​ປີ​ກາຍນີ້ ຫວຽດ​ນາມ ໄດ້​ແຊງ​ກາຍ ມາ​ເລ​ເຊຍ ແລະ ໄທ ໃນ​ການ​ບັນ​ລຸການ​ຕິດ​ຕັ້ງ​ພະ​ລັງ​ງານ​ແສງ​ຕາ​ເວັນ​ທີ່​ໃຫຍ່​ທີ່​ສຸດ ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້, ດ້ວຍ​ມີກຳ​ລັງ​ຜະ​ລິດ​ທັງ​ໝົດ 44 ເປີ​ເຊັນ, ອີງ​ຕາມ​ຕົວ​ເລກ​ຈາກ​ບໍ​ລິ​ສັດ Wood Mckenzie, ເຊິ່ງ​ແມ່ນ​ບໍ​ລິ​ສັດ​ທີ່​ໃຫ້​ບໍ​ລິ​ການ​ຄຳ​ປຶກ​ສາ ໃນ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ.

ຕົວ​ເລກ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ແມ່​ນ​ຈິງ​ຈັງ​ກັບ​ພະ​ລັງ​ງານ​ແສງ​ຕາ​ເວັນ, ເຊິ່ງ​ແມ່ນ​ບັນ​ຫາ​ທີ່​ໄດ້​ຖືກ​ນຳ​ມາ​ໂຕ້​ຖຽງ​ເປັນ​ເວ​ລາຫຼາຍ​ປີ. ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ພະ​ລັງ​ງານ​ແສງ​ຕາ​ເວັນ ​ໄດ້​ມີ​ກຳ​ລັງ​ໃຈ​ທີ່ໄດ້​ເຫັນ​ລັດ​ຖະ​ບານ ສະ​ເໜີນະ​ໂຍ​ບາຍ​ເສດ​ຖະ​ກິດ​ທີ່​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ຜະ​ລິດ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ພະ​ລັງ​ງານ​ໝູນ​ວຽນລະ​ດັບ​ສູງ ທີ່​ເອີ້ນ​ວ່າ Feed in Tariff, ເຊິ່ງ​ແມ່ນ​ກົນ​ໄກ​ທີ່​ຖືກ​ສ້າງ​ຂຶ້ນ​ໃນ ເຢຍ​ຣະ​ມັນ ເພື່ອ​ໃຫ້​ເຈົ້າ​ຂອງ​ແຜ່ນ​ພະ​ລັງ​ງານແສງ​ອາ​ທິດ ຂາຍ​ໄຟ​ຟ້າ​ໃຫ້ສະ​ຖາ​ນີ​ໄຟ​ຟ້າ. ສິ່ງນີ້​ໄດ້​ຊ່ວຍ​ໃຫ້​ ຫວຽດ​ນາມ ມີ​ກຳລັງ​ຜະ​ລິດ​ຈາກ​ພະ​ລັ​ງ​ງານ​ແສງ​ອາ​ທິດ 5.5 ກິ​ກາ​ວັດ ​ໃນ​ປີ​ການນີ້.

ຫວຽດ​ນາມ ຍັງ​ໄດ້​ມີ​ແຜນ​ທີ່​ຈະ​ສ້າງ​ໂຮງ​ງານ​ໄຟ​ຟ້າ​ຕື່ມ​ທີ່​ໃຊ້​ຖ່ານ​ຫີນ, ເຊິ່ງ​ໄດ້​ກໍ່​ໃຫ້​ເກີດ​ຄວາມສົງ​ໄສ ກ່ຽວ​ກັບ ເປົ້າ​ໝາຍພະ​ລັງ​ງານ​ທີ່​ສະ​ອາດ​ເພີ່ມ​ຂຶ້ນ. ການ​ບໍ່​ເຫັນ​ພ້ອມ​ຂອງ​ລັດ​ຕໍ່ການ​ໃຊ້​ຖ່ານ​ຫີນ ປາ​ກົດ​ວ່າໄດ້​ຢຸດ​ການ​ກໍ່​ສ້າງ​ບາງ​ໂຄງ​ການ​ໄວ້, ຢ່າງ​ໜ້ອຍ​ກໍສຳ​ລັບໃນ​ເວ​ລານີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG