ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ເອົາມາດຕະການ ທີ່ເຂັ້ມງວດ ຕໍ່ YouTube ຂະນະທີ່ ພົນລະເມືອງຂອງຕົນ ເບິ່ງວີດີໂອ ຕໍ່ຕ້ານລັດຖະບານ


ປ້າຍຕ່າງໆ ທີ່ເຫັນຢູ່ພາຍໃນ ສຳນັກງານ ຂອງ YouTube Space LA ໃນນະຄອນ ລອສແອນເຈີແລັສ ຂອງລັດຄາລີຟໍເນຍ, ວັນທີ 21 ຕຸລາ 2015.
ປ້າຍຕ່າງໆ ທີ່ເຫັນຢູ່ພາຍໃນ ສຳນັກງານ ຂອງ YouTube Space LA ໃນນະຄອນ ລອສແອນເຈີແລັສ ຂອງລັດຄາລີຟໍເນຍ, ວັນທີ 21 ຕຸລາ 2015.

ຫວຽດນາມ ບໍ່ພໍໃຈນຳ ການເຄື່ອນໄຫວທຸລະກິດຂອງ YouTube ພາຍຫຼັງທີ່ ໄດ້ນຳ
ເອົາພາບວີດີໂອ ຫຼາຍອັນ ລົງໃສ່ໃນເວັບໄຊຂອງຕົນ ທີ່ລັດຖະບານຫວຽວນາມຖືວ່າ
ເປັນເລື້ອງທີ່ບິດເບືອນ ຢຽດຢາມຕໍ່ຜູ້ນຳພັກຄອມມຸນິສ ຫຼື ເປັນກົນໄກເພື່ອຊັກຊວນໃຫ້ ພວກເດັກນ້ອຍເຂົ້າຮ່ວມເປັນແກັ້ງອັນຕະພານ ອີງຕາມສື່ມວນຊົນຂອງທາງການ ແລະ
ແຫລ່ງຂ່າວດ້ານອຸດສາຫະກຳເທັກໂນໂລຈີ.

ກູໂກລ ທີ່ເປັນບໍລິສັດແມ່ຂອງ YouTube ໄດ້ພະຍາຍາມທີ່ຈະປິດ ປະມານ 8,000
ວີດີໂອ ໃນ YouTube ຕາມການສັ່ງການມາ ແຕ່ລະບົບໂປແກຣມຂອງ YouTube
ບໍ່ສາມາດທີ່ຈະຫລຶບວີດີໂອອື່ນໆອອກໄດ້ ອີງຕາມ ລາຍງານຂອງອົງການຂ່າວ
VnExpress International ຂອງທາງການຫວຽດນາມ ໃນວັນພຸດຜ່ານມານີ້.
ປະມານ 55,000 ວີດີໂອ ໂດຍມີເນື້ອຫາຂອງເລື້ອງ “ສານພິດ ເລື້ອງຜິດກົດໝາຍ”
ຍັງຄົງຢູ່ໃນເວັບໄຊຢູ່ ດັ່ງທີ່ລາຍງານໄດ້ກ່າວ ໂດຍອ້າງອີງເຖິງ ໜ່ວຍງານຮັບຜິດຊອບ
ດ້ານການກະຈາຍສຽງ ແລະຂໍ້ມູນອີເລັກໂທຣນິກ.

ກູໂກລ ບໍ່ໄດ້ປະຕິບັດຕາມການຮຽກຮ້ອງຂອງຫວຽດນາມໂດຍເຕັມ ເມື່ອຄຳນຶງເຖິງ
ແຕ່ກໍລະນີເປັນແຕ່ອັນແລ້ວ ອີງຕາມແຫລ່ງຂ່າວທີ່ໃກ້ຊິດກັບບໍລິສັດດັ່ງກ່າວ ໄດ້ກ່າວ
ໄປສຳລັບລາຍງານນີ້. ແຫລ່ງຂ່າວນີ້ ໄດ້ກ່າວອີກວ່າ ທາງການຂອງຫວຽດນາມ ຢາກ
ໃຫ້ຫລຶບວີດີໂອຕື່ມອີກ ໄວຂຶ້ນ ຫຼື ກ່ອນທີ່ມັນຈະຖືກນຳລົງໃນສື່ສັງຄົມທີ່ກ່າວນັ້ນ.

“ມັນຕ້ອງອາດຈະມີບາງວີດີໂອເຫຼືອຢູ່ໃນ YouTube, ບາງທີກໍ ກ່ຽວຂອງກັບ ພວກຜູ້ນຳ
ຂອງຫວຽດນາມ ຫຼື ຈີນ ແລະ ມັນຈະເພີ້ມຄວາມສ່ຽງຫຼາຍຂຶ້ນໃຫ້ແກ່ປະເທດນັ້ນ ສຳລັບ
ກູໂກລ” ນັ້ນແມ່ນຄຳເວົ້າຂອງທ່ານອາດຳ ເມັກຄາຕີ ຫົວໜ້ານັກເສດຖະສາດ ຢູ່ທີ່
ອົງການເສດຖະກິດເຂດແມ່ນ້ຳຂອງ ປະຈຳນະຄອນ ຮາໂນຍ.

ບັນດາຜູ້ນ້ຳ ເອົາໃຈໃສ່ກັບເລື້ອງກ່ຽວກັບພາບພົດຂອງເຂົາເຈົ້າ. ປະຊາຊົນຂອງ
ຫວຽດນາມຫຼາຍຄົນ ກໍບໍ່ຄ່ອຍມັກຈີນ ທີ່ເປັນຄູ່ແຂ່ງໃນການແຍ່ງຊີງເອົາເຂດແດນ
ທີ່ມີມາ ຍ້ອນຄືນໄປຫຼາຍທົດສະວັດ ແລະລັດຖະບານໃນຮາໂນ່ຍ ຫວັງເພື່ອທີ່ຈະຕັດ
ຄວາມຮຸນແຮງຕັ້ງແຕ່ຕົ້ນ ໃນການປະທ້ວງຕໍ່ຕ້ານຈີນ ຄືກັບທີ່ເກີດຂຶ້ນຫຼາຍຄັ້ງ ໃນປີ
2014 ທີ່ແນເປົ້າໝາຍໃສ່ທຸລະກິດຕ່າງໆ ທີ່ຄົນຈີນເປັນເຈົ້າຂອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG