ໃນຂະນະທີ່ ບັນດາຜູ້ກໍາໜົດນະໂຍບາຍ ນັກເຄຶ່ອນໄຫວ ແລະ
ນັກວິຊາການໄປເຕົ້າໂຮມກັນທີ່ນະຄອນຫຼວງຮາໂນ່ຍ ປະເທດ
ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມລະດັບຂົງເຂດ ກ່ຽວກັບ
ເລຶ່ອງນໍ້າ ອາຫານແລະພະລັງງານ ໃນແມ່ນໍ້າຂອງນັ້ນ ບາງຄົນ
ກໍຖາມວ່າ ໂຄງການເຂື່ອນທີ່ເປັນຂໍ້ຂັດແຍ້ງກັນເມື່ອບໍ່ດົນມານີ້
ສະແດງໃຫ້ເຫັນວ່າການຮ່ວມມືລະດັບຂົງເຂດ ຈໍາເປັນຕ້ອງໄດ້
ເອົາທິດທາງທີ່ແຕກຕ່າງໄປຫຼືບໍ່ Marianne Brown ຜູ້ສື່ຂ່າວ
ວີໂອເອ ລາຍງານເລື່ອງນີ້ຈາກຮາໂນ່ຍ ຊຶ່ງທອງປານ ຈະນໍາມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນຂະນະການສະແດງການເຕັ້ນມັງກອນຂອງຊາວຫວຽດນາມໃນພິທີເປີດກອງປະຊຸມແມ່ນໍ້າຂອງຄັ້ງທີສາມກ່ຽວກັບ ນໍ້າ ອາຫານ ແລະ ພະລັງງານ ພ້ອມດ້ວຍບັນຫາສໍາຄັນ ຕ່າງໆຂອງການປົກຄອງ ແລະການຮ່ວມມືລະດັບຂົງເຂດ ໄດ້ຖືກນໍາຂຶ້ນມາສະເໜີ ໃຫ້ເປັນຫົວຂໍ້ໃຫຍ່ຂອງກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລືກັນ.
ຕະຫຼອດໄລຍະສາມປີຜ່ານມານີ້ ການກໍ່ສ້າງເຂື່ອນ ໄຊຍະບູລີ ໃນລາວໄດ້ກາຍເປັນໂຄງ
ການນຶ່ງໃນຫຼາຍໆໂຄງການເຂື່ອນໄຟຟ້ານໍ້າຕົກໃນຂົງເຂດທີ່ເກີດມີການໂຕ້ແຍ້ງກັນຫຼາຍທີ່ສຸດ ແລະໄດ້ທົດສອບຄວາມໜ້າເຊື່ອຖືຂອງຄະນະກໍາມາທິການແມ່ນໍ້າຂອງ ສາກົນ ຊຶ່ງມີ ຫວຽດນາມ ກໍາປູເຈຍ ລາວ ແລະໄທ ເປັນສະມາຊິກນັ້ນ.
ຫຼາຍໆປະເທດມີຄວາມເປັນຫ່ວງກັນທີ່ສຸດວ່າ ເຂື່ອນດັ່ງກ່າວອາດສ້າງຜົນ ກະທົບອັນໃຫຍ່ຫຼວງ ຕໍ່ຈໍານວນປາ ຢູ່ໃນຕອນລຸ່ມແມ່ນໍ້າຂອງ ແຕ່ກໍປະກົດ ວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ຍັງດໍາເນີນໄປ.
ທ່ານ Hans Guttman ຫົວໜ້າບໍລິຫານຂອງຄະນະກໍາມາທິການແມ່ນໍ້າ ຂອງສາກົນ ເວົ້າວ່າ ທ່ານເຊື່ອວ່າສະມາຊິກປະເທດຕ່າງໆອາດປຶກສາກັນໄດ້ກ່ຽວກັບເລຶ່ອງບັນຫາ ທີ່ລໍາບາກເຫຼົ່ານີ້.
ທ່ານ Carl Middleton ນັກບັນລະຍາຍຜູ້ນຶ່ງ ກ່ຽວກັບການສຶກສາ ການພັດທະນາ
ລະ ຫວ່າງປະເທດ ປະຈໍາຈຸລາລົງກອນ ມະຫາວິທະຍາໄລ ທີ່ບາງກອກເວົ້າວ່າ ທ່ານບໍ່ແນ່ໃຈວ່າ ບົດຮຽນຕ່າງໆ ທີ່ໄດ້ຮຽນມາໃນອະດີດ ໂດຍສະເພາະເວລາເວົ້າ ເຖິງການປະກອບ ສ່ວນຂອງສາທາລະນະ ແລະການປຶກສາກັບປະຊາຊົນກ່ຽວກັບຜົນກະທົບຕ່າງໆຂອງໂຄງການເຂື່ອນທັງ ຫຼາຍນັ້ນ.
ເມື່ອເດືອນແລ້ວນີ້ ລາວກໍເລີ່ມກໍ່ສ້າງເຂື່ອນອີກແຫ່ງນຶ່ງທີ່ເປັນຂໍ້ຂັດແຍ້ງກັນ ຢ່າງໃຫຍ່ ນັ້ນຄືເຂື່ອນດອນສະຫົງ.
ທ່ານ Middleton ເວົ້າວ່າ: “ໂອກາດທີ່ວ່າ ຈະສະເໜີຂໍ້ຕົກລົງ ຂ້າມຊາຍແດນກັນໄດ້ ທີ່ເປັນວີທີການຂອງການສ້າງຊ່ອງທາງສໍາລັບຄວາມຮັບຜິດ ຊອບ ທີ່ຈະເຄື່ອນໄຫວຂ້າມຊາຍແດນໄດ້ຢ່າງງ່າຍດາຍນັ້ນ ນັບວ່າມັນເປັນ ການລົ້ມແຫຼວໃນກໍລະນີເຂື່ອນໄຊຍະບູລີ ຍ້ອນວ່າກົນໄກເຫຼົ່ານັ້ນ ບໍ່ໄດ້ອໍານວຍຄວາມສະດວກຂ້າມຊາຍແດນຫຍັງເລີຍ ແລະບັນຫາຄວາມຍຸຕິທໍາຖືກຈຳກັດຢູ່ໃນດິນແດນຂອງຊາດ ແທນທີ່ຈະມີລະບົບຄວາມຍຸຕິທໍາລະດັບຂົງເຂດ. ທີ່ກ່າວມານັ້ນ ແມ່ນມີສິ່ງໃດແດ່ ທີ່ຈະສາມາດເຮັດໃຫ້ກໍລະນີເຂື່ອນ ດອນສະຫົງດີຂຶ້ນກວ່ານີ້ໄດ້? ພວກເຮົາຈະຕ້ອງໄດ້ລໍຖ້າເບິ່ງກັນ.”
ຜູ້ຈັດກອງປະຊຸມ CGIAR ຊຶ່ງເປັນອົງການລະຫວ່າງຊາດທີ່ໃຫ້ທຶນໃນການ ຄົ້ນຄວ້າການກະເສດຜະສົມພັນພືດ ຫວັງວ່າແຜນທີ່ ທີ່ລວມຕົວກັນໃໝ່ຊຸດ ນຶ່ງ ຂອງໂຄງການເຂື່ອນຕ່າງໆໃນປັດຈຸບັນ ແລະທີ່ໄດ້ວາງແຜນໄວ້ແລ້ວ ໃນແມ່ນໍ້າຂອງນັ້ນ ກໍໜ້າຈະຊຸກ ຍູ້ໃຫ້ລັດຖະບານທັງຫຼາຍ ໄດ້ຄິດ ແລະພິດຈາລະນາໃນຮູບພາບທີ່ກວ້າງຂຶ້ນ ຖ້າເວົ້າເຖິງຜົນກະທົບຂອງມັນ ທີ່ຈະມີຕໍ່ປະຊາຄົມ ແລະສະພາບແວດລ້ອມນັ້ນ.
ແຕ່ແນວໃດກໍດີ, ທ່ານ Middleton ເວົ້າວ່າ ການແຕ້ມແຜນທີ່ ທີ່ໄດ້ຄຸນນະປະໂຫຍດ ນັ້ນ ຈະຕ້ອງມີຫຼາຍສິ່ງທີ່ຕ້ອງໄດ້ກະທໍາໃຫ້ສໍາເລັດ ເພື່ອລວມເອົາປະຊາຊົນ ພວກທີ່ວີຖີຊີວິດຂອງພວກເຂົາຈະໄດ້ຮັບຜົນກະທົບ ເຂົ້າຢູ່ໃນຂະບວນການຕັດສິນໃຈນັ້ນນໍາ.
ທ່ານ Middleton ເວົ້າວ່າ: “ນີ້ຫຼ່ະຄືສິ່ງທີ່ພວກເຮົາຕ້ອງໄດ້ປຶກສາຫາລືກັນ ວ່າ ຄວາມໝັ້ນຄົງດ້ານພະລັງງານນັ້ນ ແມ່ນມາຈາກຄວາມເສຍຫາຍຂອງຄວາມ ໝັ້ນຄົງຢ່າງອື່ນທີ່ມາຈາກແມ່ນໍ້າ ເຊັ່ນຄວາມໝັ້ນຄົງດ້ານອາຫານ ແລະນໍ້າ ສະນັ້ນຄໍາຖາມກໍຄືວ່າ ພວກເຮົາຈະມີການກໍາໜົດນະໂຍບາຍ ແບບລວມກັນຫຼາຍຂຶ້ນໄດ້ຢ່າງໃດ ທີ່ຮັບຮູ້ໃນຄຸນຄ່າປັດຈຸບັນ ທີ່ແມ່ນໍ້າສະໜອງຫຍັງແດ່ ຊຶ່ງ ໃນຂະນະທີ່ໃນເວລາດຽວກັນ ແມ່ນຊ່ວຍຕອບສະໜອງ ພະລັງງານແກ່ທຸກໆຄົນ ທີ່ຕ້ອງການໃນເວລາດຽວກັນນັ້ນ.”
ທ່ານ Middleton ເວົ້າຕໍ່ໄປວ່າ ໃນຂະນະທີ່ປະເທດຕ່າງໆ ຕ້ອງການພະ ລັງງານເພື່ອການພັດທະນາເສດຖະກິດຂອງຕົນກໍຈິງ ແຕ່ມັນກໍເປັນການສໍາຄັນທີ່ຈະຄິດເຖິງທາງເລືອກອື່ນໆນອກຈາກເຂື່ອນໄຟຟ້ານໍ້າຕົກ ອັນເປັນພະລັງງານ ທີ່ຕ້ອງເຮັດໃຫ້ປະຊາຄົມພັດພາກຈາກຖິ່ນຢູ່ອາໄສ ແລະສູນເສຍວິຖີຊີວິດ ຂອງພວກເຂົາເຈົ້າໄປນັ້ນ.
ທ່ານ Middleton ເວົ້າຕໍ່ໄປວ່າ ພວກກໍາໜົດນະໂຍບາຍ ຕ້ອງໄດ້ຄິດເຖິງ ວິທີທີ່ຈະຈັດຕັ້ງໂຄງຮ່າງປະຕິບັດນະໂຍບາຍ ທີ່ຊຸກຍູ້ສົ່ງເສີມພະລັງງານແບບອື່ນໆ ບໍ່ແມ່ນແຕ່ພະລັງງານທີ່ໝຸນໃຊ້ຄືນໃໝ່ໄດ້ເທົ່ານັ້ນ ທີ່ອາດສາ ມາດສະໜອງແກ່ຄວາມຮຽກຮ້ອງຕ້ອງການ ທີ່ຍຸຕິທໍາແລະມີຄວາມໝັ້ນຄົງຫຼາຍກວ່າ. ທ່ານ Middle ກ່າວໃນທີ່ສຸດວ່າ ການປຶກສາຫາລືກັນໃນເລຶ່ອງນີ້ຈະຕ້ອງກະທໍາກັນ ໃນວິທີທີ່ເປີດກວ້າງ ຍ້ອນວ່າ ໃນປັດຈຸບັນນີ້ ການວາງແຜນດ້ານພະລັງງານນັ້ນ ຍັງກະທໍາກັນແບບປິດລັບທີ່ສຸດຢູ່.
ກອງປະຊຸມດັ່ງກ່າວ ໄດ້ສິ້ນສຸດລົງ ເມື່ອວັນພະຫັດຜ່ານມານີ້.