ມັນໃຊ້ເວລາ 10 ປີ ເພື່ອໃຫ້ລົດໄຟໃຕ້ດິນ ກັດລິງ-ຫ້າດົງ (Cat Linh-Ha Dong) ຢູ່ນະຄອນຫລວງຮ່າໂນ້ຍ ຊຶ່ງເປັນລົດໄປໃຕ້ດິນທຳອິດຂອງຫວຽດນາມ ທີ່ເລີ້ມດຳເນີນການບໍລິການໄດ້ໃນວັນທີ 21 ພະຈິກຜ່ານມານີ້.
ເຖິງແມ່ນວ່າຈະມີການທົບທວນຄືນໃນທາງບວກໃນເບື້ອງຕົ້ນກໍຕາມມູນຄ່າຂອງ ໂຄງການທີ່ມີການໂຕ້ແຍ້ງກັນນັ້ນກໍຍັງມີຄຳຖາມຢູ່.
ເສັ້ນທາງລົດໄຟທີ່ມີຄວາມຍາວ 13 ກິໂລແມັດມີບ່ອນຈອດ 12 ແຫ່ງ ຊຶ່ງເລີ້ມ ຕົ້ນຢູ່ສະຖານີລົດໄຟກັດລິງ (Cat Linh) ທາງທິດເໜືອຂອງກາງນະຄອນຫລວງຮ່າໂນ້ຍ ແລະສຸດຢູ່ທີ່ສະຖານີລົດເມ ເຢນເຫງ້ຍ (Yen Nghia) ແລະ ສະຖານີລົດໄຟ ຟຸລອງ (Phu Long) ຢູ່ເຂດຊານເມືອງຫ້າດົງ (Ha Dong) ໃນພາກຕາເວັນຕົກສຽງໃຕ້ຂອງນະຄອນຫລວງແຫ່ງນັ້ນ. ການແລ່ນດ້ວຍຄວາມ ໄວສູງເຖິງ 80 ກິໂລແມັດຕໍ່ຊົ່ວໂມງ, ການເດີນທາງແມ່ນໃຊ້ເວລາປະມານ 24 ນາທີ, ແລະໃນທີ່ສຸດສາຍດັ່ງກ່າວກໍຈະສາມາດຂົນສົ່ງຜູ້ໂດຍສານໄດ້ 1 ລ້ານ ຄົນຕໍ່ມື້.
ຄາດວ່າເສັ້ນທາງລົດໄຟນີ້ຈະຊ່ວຍຜ່ອນຜັນຄວາມແອອັດໃນການສັນຈອນໄປມາ ແລະຫຼຸດຜ່ອນການນຳໃຊ້ພາຫະນະສ່ວນຕົວຢູ່ຮ່າໂນ້ຍ.
ພົນລະເມືອງໃນນະຄອນຫຼວງຂອງຫວຽດນາມ ແມ່ນໃຫ້ຄຳເຫັນໃນແງ່ບວກກ່ຽວກັບຄຸນນະພາບຂອງການບໍລິການ ແລະ ມີຄວາມຄາດຫວັງສູງກ່ຽວກັບເສັ້ນທາງລົດໄຟໃຕ້ດິນອັນນີ້.
ພະນັກງານຫ້ອງການນະຄອນຫລວງຮ່າໂນ້ຍຜູ້ນຶ່ງທີ່ຂໍບໍ່ໃຫ້ບອກຊື່ຂອງນາງ ກ່າວວ່າ, ເຖິງແມ່ນວ່ານາງບໍ່ສາມາດໃຊ້ເສັ້ນທາງສາຍໃໝ່ເພື່ອໄປເຮັດວຽກ ໄດ້ກໍຕາມ ແຕ່ນາງຫວັງວ່າມັນຈະຊ່ວຍຫຼຸດຜ່ອນການສັນຈອນຕິດຂັດ, ເຮັດໃຫ້ ເວລາໃນການເດີນທາງສັ້ນລົງ ແລະຫຼຸດຜ່ອນຄວາມຕຶງຄຽດ ແລະ ຄວາມກົດ ດັນໃນການເດີນທາງລົງ.
ນາງກ່າວຕໍ່ວີໂອເອວ່າ "ນອກຈາກນັ້ນ, ຍ້ອນວ່າຂ້ອຍມີຄວາມເປັນຫ່ວງ ກ່ຽວ ກັບສິ່ງແວດລ້ອມ, ການໃຊ້ການຂົນສົ່ງສາທາລະນະຂອງປະຊາຊົນຈະປະ ກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຫຼຸດຜ່ອນມົນລະພິດທີ່ມາຈາກຂີ້ຝຸ່ນ ແລະສຽງ."
ແຕ່ຢ່າງໃດກໍຕາມ, ກົງກັນຂ້າມກັບສະພາບທີ່ແອອັດໃນລະຫວ່າງການທົດລອງບໍລິການໂດຍບໍ່ໃຫ້ເສຍຄ່າເປັນເວລາສອງອາທິດນັ້ນ ສື່ມວນຊົນຫວຽດນາມໃນເດືອນແລ້ວນີ້ໄດ້ລາຍງານວ່າບໍ່ມີຜູ້ໂດຍສານໃຊ້ມັນ.
ຕາມການລາຍງານຂອງຊຸມມື້ທຳອິດໃນການຂາຍປີ້, ຈຳນວນຜູ້ໂດຍສານຍັງຕ່ຳ ຢູ່ທີ່ປະມານ 12.000 ຄົນຕໍ່ມື້, ເທົ່າກັນກັບ 60 ຄົນຕໍ່ຄັ້ງ ຊຶ່ງກວມເອົາພຽງ 8 ເປີເຊັນຂອງຄວາມສາມາດເຕັມໃນການບັນຈຸຄົນເທົ່ານັ້ນ.