ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫວຽດນາມ ຈະເປີດກວ້າງ ການລົງທຶນ ຕ່າງປະເທດ ໃນຕະຫລາດຫລັກຊັບ


ເຈົ້າຂອງທະນາຄານ ທີ່ມີອິດທິພົນສູງ ທ່ານ Nguyen Duc Kien Nguyen Duc Kien ທີ່ຖືກຕໍາຫລວດຈັບໃນໝໍ່ໆມານີ້.
ເຈົ້າຂອງທະນາຄານ ທີ່ມີອິດທິພົນສູງ ທ່ານ Nguyen Duc Kien Nguyen Duc Kien ທີ່ຖືກຕໍາຫລວດຈັບໃນໝໍ່ໆມານີ້.
ພາຍຫລັງທີ່ມີການຂະຫຍາຍໂຕຢ່າງວ່ອງໄວ ມາເປັນເວລາ 1
ທົດສະວັດ ຊ່ອງທາງຂອງຄວາມຈະເລີນດ້ານເສດຖະກິດຂອງ
ຫວຽດນາມ ໄດ້ກັບມາມືດມົນເຂົ້າໃນຊຸມປີໝໍ່ໆ ມານີ້. ບັນດາທະ ນາຄານທີ່ມີໜີ້ສິນຈໍານວນມະຫາສານ, ພວກລັດວິສາຫະກິດທີ່
ບໍລິຫານງານບໍ່ດີ ສໍ້ລາດບັງຫລວງແລະຂາດທຶນ ແລະໄພເງິນເຟີ້
ສູງຕ່າງກໍໄດ້ສົ່ງຜົນໃຫ້ເສດ ຖະກິດເຊື່ອມໂຊມລົງ ໃນທີ່ສຸດ.

ໃນຂະນະທີ່ບໍລິສັດຂະໜາດນ້ອຍທັງຫລາຍ ປະເຊີນກັບບັນຫາ
ຫຍຸ້ງຍາກໃນການກູ້ຢືມເງິນ ແລະຈໍານວນຄົນຫລ່າງງານເພີ້ມຂຶ້ນ ພວກຜູ້ນໍາໃນລັດຖະບານກໍໄດ້ໃຫ້ຄໍາໝັ້ນ ສັນຍາວ່າ ຈະທໍາການ
ປ່ຽນແປງໃໝ່. ໃນເດືອນກໍລະກົດຜ່ານມາ ລັດຖະບານໄດ້ປະ
ກາດວ່າ ຈະປັບໂຄງຮ່າງການຈັດຕັ້ງຂອງກຸ່ມບໍລິສັດຂອງລັດທີ່
ສໍາຄັນທີ່ສຸດຈໍານວນນຶ່ງ ຊຶ່ງລວມທັງ ບໍລິສັດນໍ້າມັນ
PetroVietnam ນັ້ນ ຄືນໃໝ່. ຫາກແຕ່ວ່າ ການຈັບກຸມເຈົ້າຂອງທະນາຄານ ທີ່ມີອິດທິ
ພົນສູງ ທ່ານ Nguyen Duc Kien ໃນເດືອນແລ້ວນີ້ ໃນຖານໄດ້ກະທໍາຄວາມຜິດທາງອາ
ຍາກ່ຽວຂ້ອງກັບການເງິນທີ່ບໍ່ເປີດເຜີຍໃຫ້ຮູ້ນັ້ນ ໄດ້ສັ່ນຄອນຄວາມເຊື່ອໝັ້ນຂອງພວກນັກ
ລົງທຶນ ແລະສົ່ງຜົນໃຫ້ຕະຫລາດຮຸ້ນຕົກຮວບລົງ.

ໃນຕົ້ນເດືອນນີ້ ໃນການເຄື່ອນໄຫວ ທີ່ພວກນັກສັງເກດການຈໍານວນນຶ່ງເວົ້າວ່າ ເປັນການ
ດໍາເນີນຄວາມພະຍາຍາມເພື່ອກະຕຸ້ນຕະຫລາດຮຸ້ນນັ້ນ ພວກເຈົ້າໜ້າທີ່ໄດ້ປະກາດດໍາ ລັດ ສະບັບນຶ່ງອອກມາ ຊຶ່ງອະນຸຍາດໃຫ້ບັນດາທະນາຄານຕ່າງປະເທດ, ບໍລິສັດຫລັກ ຊັບ ແລະບໍລິສັດປະກັນໄພຂອງຕ່າງປະເທດ ທີ່ດໍາເນີນທຸລະກິດຢູ່ໃນຫວຽດນາມແລ້ວນັ້ນ ສາມາດຊື້ຮຸ້ນໄດ້ເຖິງ 100% ໃນບໍລິສັດຫລັກຊັບທີ່ຕົນຖືຮຸ້ນຢູ່ແລ້ວ. ພວກນັກເສດຖະ ສາດມີຄວາມຍິນດີຕໍ່ການເຄື່ອນໄຫວໃໝ່ດັ່ງກ່າວ ໂດຍເວົ້າວ່າ ມັນໄດ້ວາງພື້ນຖານໃຫ້ ແກ່ການຫັນປ່ຽນລັດວິສາຫະກິດ ໃຫ້ເປັນຂອງເອກະຊົນ ໂດຍການຊຸກຍູ້ໃຫ້ມີການແຂ່ງ ຂັນ ແລະມີເວທີການແຂ່ງຂັນ ທີ່ສະເໝີກັນຫລາຍຂຶ້ນ.

ນັກສຶກສາຈໍານວນນຶ່ງທີ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ທີ່ຮ່າໂນ່ຍ (AP Photo/Apichart Weerawong)
ນັກສຶກສາຈໍານວນນຶ່ງທີ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ທີ່ຮ່າໂນ່ຍ (AP Photo/Apichart Weerawong)

ນັກເສດຖະສາດ Vuong Quan Hoang ຈາກມະຫາວິທະຍາໄລ
ບຣັສເຊິລສ ທີ່ມີສໍາ ນັກງານຕັ້ງຢູ່ໃນນະຄອນຮ່າໂນ້ຍເວົ້າວ່າ ການ ເຄື່ອນໄຫວດັ່ງກ່າວເປັນບາດກ້າວອັນສໍາຄັນ ສໍາລັບອານາຄົດ.

ທ່ານ Quan Hoang ເວົ້າວ່າ “ສໍາລັບບໍລິສັດຫລັກຊັບຕ່າງປະເທດ
ຂ້ອຍຄິດວ່າ ອັນນີ້ຈະເປັນສິ່ງທີ່ດີ. ເຖິງແມ່ນວ່າໃນປັດຈຸບັນນີ້ ຈະບໍ່ ຄ່ອຍມີຄວາມຮູ້ສຶກແບບນັ້ນ ຫລາຍປານໃດກໍຕາມ ແຕ່ ພວກເຮົາກໍ
ບໍ່ຄວນຈະປະຕິເສດຕໍ່ຄວາມເປັນໄປໄດ້ທີ່ວ່າ ໃນອານາຄົດ ທີ່ບໍ່ໄກ
ປານໃດ ກະແສຟອງແຫ່ງການລົງທຶນຄັ້ງຕໍ່ໄປ ອາດເກີດຂຶ້ນກໍໄດ້.”

ແຕ່ຢ່າງໃດກໍຕາມ Quan Hoang ເວົ້າວ່າ ຜົນກະທົບຂອງດໍາລັດດັ່ງກ່າວນີ້ ເບິ່ງຊົງວ່າ ຈະບໍ່ຮູ້ສຶກໄດ້ ຈົນກ່ວາອີກ 12 ເດືອນຂ້າງໜ້າ ເມື່ອເສດຖະກິດມີຄວາມໝັ້ນຄົງຂຶ້ນກວ່າ ນີ້. ທ່ານກ່າວຕໍ່ໄປວ່າ ໃນລະຫວ່າງນີ້ກໍແມ່ນຍັງ ມີວຽກງານຫລາຍຢ່າງທີ່ຈະຕ້ອງໄດ້ກະ ທໍາ ແລະສະພາບການທີ່ຮ້າຍແຮງທີ່ສຸດ ຍັງບໍ່ໄດ້ ພົ້ນຜ່ານໄປເທື່ອ.

ດຽວນີ້ ມັນມີບັນຫາຫລາຍກັບຕະຫລາດອະສັງຫາລິມະຊັບ ຊຶ່ງເປັນສິ່ງນຶ່ງທີ່ໃຫຍ່ ແລະການຕິດພັນຊຶ່ງກັນແລະກັນ ລະຫວ່າງຕະຫລາດອະສັງຫາລິມະຊັບ, ຕະ ຫລາດ ຫລັກຊັບ ແລະ ລະບົບທະນາຄານ. ສິ່ງທີ່ເຮົາເຫັນເມື່ອສອງສາມອາທິດ ຜ່ານມານັ້ນ ແມ່ນເປັນພຽງປາຍຂອງ ກ້ອນນໍ້າແຂງໃຫຍ່ໆເທົ່ານັ້ນ.”

ກໍາລັງມີຮ່ອງຮອຍຫລາຍຂຶ້ນນັບມື້ ຂອງຄວາມບໍ່ພໍໃຈຂອງປະຊາຊົນນໍາສະພາບການ ຂອງເສດຖະກິດນັ້ນ.
ນັກສຶກສາປະທ້ວງຢູ່ຕໍ່ໜ້າບໍລິສັດ Petrolimex ໃນນະຄອນຮ່າໂນ່ຍ ໃນວັນທີ 16 ກັນຍາ, 2012
ນັກສຶກສາປະທ້ວງຢູ່ຕໍ່ໜ້າບໍລິສັດ Petrolimex ໃນນະຄອນຮ່າໂນ່ຍ ໃນວັນທີ 16 ກັນຍາ, 2012

ໃນອາທິດຜ່ານມານີ້ ນັກສຶກສາກຸ່ມນຶ່ງ ປະມານ 20 ຄົນ ໄດ້
ພາກັນເດີນຂະບວນຢູ່ທາງ ໜ້າບໍລິສັດນໍ້າມັນ ແລະອາຍແກັສ
ຍັກໃຫຍ່ຂອງລັດ ຄືບໍລິສັດ Petrolimex ແລະ PetroVietnam ເພື່ອປະທ້ວງການຂຶ້ນລາຄານໍ້າມັນ.

ທ້າວ ຫ້ວງ (Hoang) ນັກສຶກສາວິຊາເສດຖະສາດ ອາຍຸ 23 ປີ
ເປັນຜູ້ນຶ່ງໃນພວກປະທ້ວງ.
(ສຽງ....)


ທ້າວຫ້ວງເວົ້າວ່າ “ລາຄານໍ້າມັນທີ່ສູງຂຶ້ນ ພາໃຫ້ໄພເງິນເຟີ້ຖີບຕົວສູງຂຶ້ນ ແລະ ສະ
ນັ້ນ ພວກຄົນທຸກຈົນກໍພົບຄວາມຫຍຸ້ງຍາກ ທີຈະສາມາດຫາເງິນມາລ້ຽງຊີບ
ຂອງ ຕົນໄດ້.”


ທ້າວຫ້ວງຍັງເວົ້າຕື່ມວ່າ ການຂຶ້ນລາຄາອັນໃດກໍຕາມ ມັນຈະເພີ້ມຄວາມກົດດັນຫລາຍຂຶ້ນ ຕໍ່ພວກທີ່ທຸກຈົນທີ່ສຸດຂອງປະເທດ ຊຶ່ງເປັນກຸ່ມຄົນທີ່ລາວຄິດວ່າ ລັດຖະບານບໍ່ໄດ້ເອົາຫົວໃສ່ໃຈຊານໍາເລີຍ ແລະການສໍ້ລາດບັງຫລວງ ແມ່ນເປັນສາເຫດໃຫຍ່ຂອງບັນຫານີ້.
(ສຽງ....)

ທ້າວຫ້ວງ ກ່າວຕໍ່ໄປວ່າ: “ຄົນຕ້ອງໄດ້ຈ່າຍຄ່າສິນບົນເພື່ອໃຫ້ໄດ້ຮັບການບໍລິການຂັ້ນ ພື້ນຖານ ເກືອບໝົດທຸກຢ່າງ ເຊັ່ນການປິ່ນປົວຢູ່ໃນໂຮງໝໍ. ນັກຮຽນສ່ວນຫລາຍກໍຕ້ອງ ໄດ້ໃຫ້ສິນບົນແກ່ອາຈານ ເພື່ອໃຫ້ຕົນເອງໄດ້ຄະແນນດີໃນເວລາສອບເສັງ.”

ຢູ່ໃນປະເທດຄອມມີວນິສນັ້ນ ການເມືອງແລະເສດຖະກິດແມ່ນຕິດພັນກັນຢ່າງແໜ້ນແຟ້ນ. ແຕ່ຢ່າງໃດກໍຕາມ ໃນຂະນະທີ່ບັນຫາການປະຕິຮູບມີຄວາມຮີບດ່ວນຫລາຍຂຶ້ນນັ້ນ ພວກ ນັກສັງເກດການບາງຄົນ ກໍຍິ່ງມີຄວາມລະມັດລະວັງເພີ້ມຂຶ້ນ ໃນການອອກປາກອອກສຽງ ກ່ຽວກັບເລື້ອງເສດຖະກິດ ເພາະຢ້ານວ່າ ຈະມີບັນຫາກັບພວກເຈົ້າໜ້າທີ່.

ໃນການກ່າວກ່ອນໜ້າການປະທ້ວງ ເມື່ອວັນອາທິດ ທີ 16 ກັນຍານັ້ນ ນາງ Nguyen Thi Hoi ອາຍຸ 24 ປີເວົ້າວ່າ ລາວບໍ່ມີຄວາມຢ້ານກົວໃນການທີ່ຈະສະແດງຄວາມຄິດ ຄວາມເຫັນ ອອກມາ.
ນາງ ທີ ຫອຍ ເວົ້າວ່າ: “ຕາບໃດທີ່ພວກປະທ້ວງປະຕິບັດຕາມກົດໝາຍ ບໍ່ມີເຫດຜົນ ຫຍັງທີ່ຕ້ອງຢ້ານກົວ.”

ບັນດານັກສັງເກດການໄດ້ສະແດງຄວາມດີໃຈ ນໍາການດໍາເນີນຄວາມພະຍາຍາມຂອງ ລັດຖະບານໃນການປະຕິຮູບ ແຕ່ ນັກເສດຖະສາດ Hoang ກ່າວວ່າ ຕາບໃດຫາກ ບໍ່ມີແຜນທີ່ເສັ້ນທາງເດີນໄລຍະຍາວ ປະຊາຊົນກໍຍັງຈະສືບຕໍ່ມີຄວາມເປັນຫ່ວງກ່ຽວກັບ ອະນາຄົດຢູ່. ໃນລະຫວ່າງນີ້ ຄວາມກົດດັນກໍຈະເພີມທະວີຂຶ້ນໄປເລື້ອຍ ຕໍ່ສະມາຊິກ ຂອງລັດຖະບານ ໃຫ້ຫັນປ່ຽນກະແສຟອງຂອງເສດຖະກິດ ແລະໃຫ້ຄວາມຫວັງແກ່ພວກ ທີ່ດໍາລົງຊີວິດຢູ່ໃນສະພາບທີ່ທຸກຍາກນັ້ນ.
XS
SM
MD
LG