ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດ ຫວຽດນາມ ຖືກພິຈາລະນາວ່າ ມີອະນາຄົດດີ ເຖິງແມ່ນຈະມີ ການເພີ່ມຂຶ້ນຂອງ ໄວຣັສໂຄໂຣນາ ກໍຕາມ


ຮູບໂພສເຕີ COVID-19 ຕິດຢູ່ຝາໃນເມືອງ ດາໜັງ, ຫວຽດນາມ. (High Bohane/VOA)
ຮູບໂພສເຕີ COVID-19 ຕິດຢູ່ຝາໃນເມືອງ ດາໜັງ, ຫວຽດນາມ. (High Bohane/VOA)

ບັນດາຜູ້ນຳທຸລະກິດຈາກປະເທດຕາເວັນຕົກຍັງຄົງມີຄວາມຫວັງໃນແງ່ດີ ກ່ຽວກັບ ໂອກາດທາງດ້ານເສດຖະກິດຂອງ ຫວຽດນາມ ເຖິງແມ່ນຈະມີການເພີ່ມຂຶ້ນຄັ້ງໃໝ່ໃນກໍລະນີຂອງໄວຣັສໂຄໂຣນາກໍຕາມ ທີ່ມັນໄດ້ເຮັດໃຫ້ເກີດມີການກັກບໍລິເວນຄືນອີກ, ໂດຍສະເພາະໃນໝູ່ບ້ານທີ່ໄດ້ຮັບຜົນກະທົບໜັກຢູ່ໃນ ແລະ ອ້ອມແອມເມືອງ ດາໜັງ.

ຫວຽດນາມ ໄດ້ເປັນນຶ່ງບັນດາປະເທດທີ່ປະສົບຄວາມສຳເລັດຫຼາຍທີ່ສຸດໃນໂລກ ໃນການຄວບຄຸມໄວຣັສ, ໂດຍບໍ່ມີກໍລະນີໃໝ່ 99 ວັນລຽນຕິດ ຈົນກວ່າການລະບາດຄັ້ງໃໝ່ຈະເລີ່ມຂຶ້ນໃນວັນທີ 25 ກໍລະກົດທີ່ຜ່່ານມາ. ນັບຕັ້ງແຕ່ນັ້ນມາກໍໄດ້ມີີຫຼາຍກວ່າ 900 ກໍລະນີໃໝ່ ແລະ ເສຍຊີວິດ 21 ຄົນ, ກໍ່ໃຫ້ເກີດການໃຊ້ມາດຕະການທີ່ເຄັ່ງຄັດຮອບໃໝ່ ເພື່ອຄວບຄຸມການລະບາດຂອງໄວຣັສນັ້ນ.

ທ່ານນາງ ເຈັສຊີ ຈ່າງ, ນັກອອກແບບເວັບໄຊ້ຊາວ ຫວຽດນາມ ທີ່ອາໄສຢູ່ໃນຈຸດສູນກາງຂອງໄວຣັສໃນເມືອງດາໜັງ ກ່າວວ່າ “ປະຊາຊົນມີແຕ່ຢູ່ໃນບ້ານ ແລະ ບໍ່ມີໃຜອອກມາຫົນທາງ, ພວກເຮົາໄດ້ກວດເລືອດມື້ວານນີ້ ແລະ ກວດອຸນຫະພູມທຸກໆເຊົ້າ ແລະ ຂ້າພະເຈົ້າໄດ້ໄຫ້ໜ້ອຍນຶ່ງມື້ວານນີ້.”

ບັນດານັກເສດຖະສາດໄດ້ເຕືອນວ່າ ການລະບາດດັ່ງກ່າວອາດນຳໄປສູ່ການປະສົບອຸປະສັກ ໃນການຄາດຫວັງທີ່ຂ້ອນຂ້າງຈະດີງາມຂອງປະເທດ ສຳລັບການເຕີບໂຕທາງດ້ານເສດຖະກິດໄລຍະສັ້ນ, ອີງຕາມທ່ານ ເຄັນເນັດ ແອັດຄິນສັນ, ຜູ້ກໍ່ຕັ້ງບໍລິສັດບັນຊີສາກົນ Grant Thornton ແລະ ຮອງປະທານຂອງຄະນະກຳມະການທີ່ປຶກສາການທ່ອງທ່ຽວ ຫຼື TAB ໃນ ຫວຽດນາມ.

ທ່ານ ແອັດຄິນສັນ ທີ່ມີສັນຊາດ ອັງກິດ ແລະ ຫວຽດນາມ ເວົ້າວ່າ “ຂ້າພະເຈົ້າຄິດວ່າມັນໄວໂພດທີ່ຈະເວົ້າ ແຕ່ນຶ່ງໃນຜູ້ຊີ້ນຳຂອງຄະນະກຳມະການຈາກສະຖາບັນການຄົ້ນຄວ້ານະໂຍບາຍຄົນນຶ່ງໄດ້ເວົ້າຕໍ່ນາຍົກລັດຖະມົນຕີແລ້ວວ່າ, ມັນອາດເຮັດໃຫ້ພວກເຮົາມີການເຕີບໂຕໃນແງ່ລົບຈາກການຄາດຫວັງໃນປັດຈຸບັນ 2 ຫາ 4 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນສຳລັບປີ 2020.”

ແນວໃດກໍຕາມ, ທ່ານ ແອັດຄິນສັນ ໄດ້ກ່າວຕໍ່ວີໂອເອວ່າ ລາວບໍ່ໄດ້ເປັນຫ່ວງຫຼາຍເກີນໄປ ເພາະທ່ານເຊື່ອວ່າ ຫວຽດນາມ ຈະຄົງເປັນປາຍທາງທີ່ດຶງດູດຄວາມສົນໃຈສຳລັບບັນດາບໍລິສັດສາກົນທີ່ຢາກຈະຍ້າຍໄປຈາກ ຈີນ ຍ້ອນສົງຄາມການຄ້າລະຫວ່າງ ສະຫະລັດ ກັບ ຈີນ.

ທ່ານໄດ້ກ່າວວ່າ “ວິທີທີ່ ຫວຽດນາມ ຮັບມືກັບຄື້ນທຳອິດຂອງ COVID ໄດ້ ເຮັດໃຫ້ຫຼາຍຄົນມີຄວາມໝັ້ນໃຈຫຼາຍໃນປະເທດດັ່ງກ່າວ ແລະ ເຂົາເຈົ້າມີແຕ່ ສາມາດເລັ່ງຂັ້ນຕອນທີ່ເຂົາເຈົ້າໄດ້ເລີ່ມຂຶ້ນແລ້ວ ແລະ ຂ້າພະເຈົ້າຄິດວ່າຈາກ ມຸມມອງທີ່ວ່ານັ້ນ ມັນໄດ້ມີຜົນອອກມາທີ່ດີຫຼາຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG