ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຫວຽດນາມ ລົງ​ມະຕິ ​ເຫັນ​ຊອບ ເພື່ອແກ້​ໄຂ ລັດຖະທໍາ​ມະນູນ​ ​


ທ່ານ Nguyen Sinh Hung (ຊ້າຍສຸດ) ປະທານ ​ທັງ​ຂອງ​ສະພາ​​ແຫ່ງຊາດຂອງຫວຽດນາມ
ທ່ານ Nguyen Sinh Hung (ຊ້າຍສຸດ) ປະທານ ​ທັງ​ຂອງ​ສະພາ​​ແຫ່ງຊາດຂອງຫວຽດນາມ
ເມື່ອ​ວັນ​ພະຫັດ​ອາທິດ​ຜ່ານ​ມາ​ນີ້ ສະພາ​ແຫ່ງ​ຊາດ​ ຂອງ​ຫວຽດ
ນາມລົງ​ມະຕິ​ເຫັນ​ຊອບໃຫ້ມີການແກ້​ໄຂລັດຖະທໍາ​ມະນູນ​ ​ແຕ່​
ບັນດາ​ນັກ​ວິຈານ​ເວົ້າ​ວ່າ ການ​ປ່ຽນ​ແປງຈະ​ເປັນ​ບາດກ້າວ​ຖອຍ
ຫຼັງຫຼາຍ​ກວ່າ​ໄປ​ໜ້າ ສໍາ​ຫຼັບ​ຫວຽດນາມ. Marianne Brown
ຜູ້​ສື່​ຂ່າວ​ວີ​ໂອ​ເອລາຍ​ງານ​ຈາກນະ​ຄອນຫຼວງ​ຮາ​ໂນ່ຍ ຊຶ່ງທອງ​
ປານຈະ​ນໍາ​ມາສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.


98 ​ເປີ​ເຊັນ ຂອງພວກ​ຮ່າງ​ກົດໝາຍ ​ໄດ້ລົງມະຕິ​ຮັບ​ຜ່ານ​ການ​ປ່ຽນແປງ​ລັດຖະທໍາ​ມະ ນູນສະ​ບັບປີ 1992. ທ່ານ Nguyen Sinh Hung ປະທານ ​ທັງ​ຂອງ​ສະພາແຫ່ງຊາດ ​ແລະ​ຄະນະ​ກໍາມະການ​ຮ່າງ​ລັດຖະທໍາ​ມະນູນ ​ເວົ້າ​ວ່າ ​ເອກ​ກະສານ​ຂັ້ນ​ສຸດ​ທ້າ​ຍແມ່ນ ເປັນ​ຜົນ​ມາ​ຈາກ​ການ​ປຶກສາ ຫາລື​ກັນຢ່າງ​ຫຼວງ​ຫຼາຍ ​ແລະ​ອິງ​ຕາມ​ຂໍ້​ມູນ​ທີ່​ໄດ້​ຮັບ​ຈາກ​ພວກ​ຄົນ​ຫຼາຍ​ກຸ່ມ ທີ່​ແຕກ​ຕ່າງ​ກັນ.

​ແຕ່​ນັ້ນ ກໍ​ປະກົດ​ວ່າ​ຍັງ​ມີ​ຂໍ້ວິຈານຫຼາຍ​ສິ່ງ​ຫຼາຍ​ຢ່າງ​ກັນ​ຢູ່. ທ່ານ Phil Robertson ຮອງ​ຜູ້​ອໍາ​ນວຍ​ການ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ປະຈໍາ​ພາກ​ພື້ນ​ເອ​ເຊຍ ​ເວົ້າ​ວ່າ ມັ​ນ​ເປັນ​ການ​ພາດ​ໂອ ກາດ​ສໍາລັບ​ການ​ປະຕິ​ຮູບ ທີ່​ອາດ​ນໍາ​ເອົາ​ການ​ປົກຄອງ​ຂອງຫວຽດ​ນາມ​ໃຫ້ຫຍັບ​ເຂົ້າ​ໃກ້ກັບ​ມາດຕະຖານ​ສິດທິ​ມະນຸດ​ສາກົນ ຫຼາຍຂຶ້ນ. ທ່ານ ຟິລ ​ເວົ້າ​ອີກວ່າ ບັນຫາ​ສໍາຄັນ​ຕ່າງໆ ​ເຊັ່ນ​ຄວາມ​ເປັນ​ອິດສະຫຼະ​ຂອງ​ຝ່າຍ​ຕຸລາການ ນັ້ນ ກໍ​ບໍ່​ໄດ້​ຖືກ​ແຕ​ະຕ້ອງ.

ຈຸດ​ນຶ່ງ​ທີ່​ໃຫຍ່​ທີ່​ສຸດ ກໍ​ຄື ມາດຕາ 4 ຊຶ່ງ​ເປັນ​ມາດຕາ ທີ່​ໃຫ້​ການ​ຢືນຢັນຕໍ່​ບົດບາດ​ແກນ​ກາງ ຂອງ​ພັກ​ຄອມ​ມີ​ວນີສຄືນ​ໃໝ່ ຊຶ່ງ​ບົດແກ້​ໄຂ​ດັ່ງກ່າວ​ນັ້ນ ​ໄດ້​ເພີ່ມ​ຂໍ້​ກໍາໜົດ​ຕື່ມ​ວ່າ ​ກອງທັບ​ຈະ​ຕ້ອງ​ຈົ່ງ​ຮັກ​ພັກດີ​ຕໍ່​ພັກ.

ທ່ານ Robertson ​ເວົ້າ​ວ່າ: “ມາດຕາ 4 ​ແມ່ນ​ສໍາຄັນ​ຫຼາຍ ຍ້ອນ​ວ່າ​ມັນ​ຂັດ​ຕໍ່​ສັນ ຍາ​​ນາໆ​ຊາດ​ວ່າ​ດ້ວຍສິດທິ​ຂອງພົນລະ​ເຮືອນ​ ​ແລະສິດ​ທິ​ທາງການ​ເມືອງ​ ຊຶ່ງ​ກໍາໜົດ​ວ່າ ທຸກຄົນ​ມີ​ສິດ​ປະກອບສ່ວນ​ເຂົ້າ​ຮ່ວມ ໃນ​ການ​ປົກຄອງ​ຂອງ​ພວກ​ເຂົາ​ເຈົ້າ ​ແລະ​ເລືອກ​ເອົາ​ການ​ປົກຄອງ​ ໂດຍ​ຜ່ານການ​ໃຊ້​ສິດ​ໃນ​ຊ່ວງ​ເວລາ ຂອງ​ການ​ເລືອກ​ຕັ້ງ​ທີ່​ເສລີ.”

ບົດ​ແກ້​ໄຂ​ລັດ​ຖະ​ທຳ​ມະ​ນູນຍັງ​ເພີ່ມ​ຂໍ້​ກໍາໜົດ​ອີກ​ວ່າ ທີ່​ດິນ​ສາມາດ​ຖືກ​ຍຶດ​ເອົາ​ໄດ້ ​ເພື່ອ​ວັດຖຸ​ປະສົງ​ທາງ​ເສດຖະກິດ ຫຼື​ໂຄງການ​ພັດທະນາ​ຕ່າງໆ ​ໂດຍໄດ້ຂະຫຍາຍ​ຖ້ອຍ​ຄໍາ​ເດີມ ທີ່ຢູ່​ໃນ​ລັດຖະທໍາ​ມະນູນ​ ​ປີ 1992 ແຕ່ພຽງ​ວ່າ ​“ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ.”

ບັນຫາ​ຂອງ​ການ​ປະຕິ​ຮູບ​ທີ່​ດິນ ຖືກ​ຍົກ​ຂຶ້ນມາ ​ໂດຍ​ພວກປັນຍາ​ຊົນ​ກຸ່ມ​ນຶ່ງ ​ທີ່​ໄດ້​ເຊັນ​ໜັງ​ສືຮ້ອງ​ຮຽນ​ສະບັບ​ນຶ່ງ​ເມື່ອ​ຕົ້ນ​ປີ​ນີ້ ໃຫ້​ປ່ຽນ​ແປງ​ລັດຖະທໍາມະ ນູນ ​ທີ່​ໃຫ້ໂຮມ​ທັງ​ການ​ເລືອກ​ຕັ້ງ​ແບບ​ເສລີແລະ​ຍຸຕິທໍາ ​ແລະ​ໃຫ້​ເອກ​ກະ​ຊົນເປັນ​ເຈົ້າຂອງ​ທີ່​ດິນ​ໄດ້.

ຄໍາ​ຮ້ອງ​ຮຽນ​ດັ່ງກ່າວ ​ໄດ້​ລົງ​ໃນເວັບ​ໄຊ້ທີ່ມີ​ຊື່​ສຽງ​ຫຼາຍໆ​ແຫ່ງ ຫຼັງ​ຈາກ​ລັດຖະບານ​ເປີດ​ໃຫ້​ມີ​ການ​ປຶກສາ​ຈາກ​ມະຫາຊົນ ກ່ຽວ​ກັບ​ຮ່າງ​ທີ່​ໄດ້​ສະ​ເໜີຂຶ້ນ ມາ​ນັ້ນ.

ທ່ານ Robertson ​ເວົ້າ​ອີກ​ວ່າ: “ນີ້​ກໍ​ຄ້າຍ​ກັບ​ວ່າ ​ເປັນ​ການ​ມອບ​ອໍານາດ ​ໃຫ້​ລັດ​ມີ​ສິດ​ຍຶດ​ເອົາ​ທີ່​ດິນ​ເພື່ອ​ໂຄງການ​ຕ່າງໆ​ໄດ້​ ຊຶ່ງກໍ່ເລີຍເກີດ​ມີຄໍາ​ຖາມ​ຂຶ້ນມາກັນ​ຢ່າງ​ໃຫຍ່ອີກ ວ່າ​ມີ​ຂໍ້​ຈໍາກັດ​ຮັດ​ແຄ​ບ​ໃດ​ແດ່ທີ່​ຈະ​ນໍາ​ໃຊ້​ປະຕິບັດ. ໃນຂອບ​ເຂດ ອັນ​ໃດ​ ທີ່​ປະຊາຊົນ​ຈະ​ມີ​ສິດ​ຂໍ​ຍື່ນ​ອຸທອນ ​ໃນຂອບ​ເຂດອັນ​ໃດແດ່ທີ່​ປະຊາຊົນ​ ຈະ​ຕໍ່ສູ້ໄດ້ ກັບ​ການ​ຍຶດທີ່​ດິນ​ໂດຍ​ລັດຖະບານ ຂະນະ​ທີ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ມັນ​ບໍ່ຢູ່​ໃນ​ຜົນ​ປະ​ໂຫຍ​ດສ່ວນ​ໃຫຍ່​ຂອງ​ມະຫາຊົນ ຫຼື​ມີ ຜົນ​ດີ​ຕໍ່​ມະຫາ​ຊົນ ຫຼື​ໃນ​ຂອບ​ເຂດ​ອັນ​ໃດ​ແດ່ ​ຊຶ່ງ​ໂດຍ​ແທ້ໆ​ແລ້ວ ພວກ​ທີ່​ໃກ້ ຊິດ​ກັບ​ຄົນຂອງ​ພັກ ຫຼື​ຄົນ ລັດຖະບານ ທີ່​ຕ້ອງການ​ຢາກ​ໄດ້​ທີ່​ດິນ ​ແລະ​ມີ​ໝູ່ເພື່ອນ​ຢູ່​ໃນພັກ ​ແລະ​ລັດ ຊ່ວຍ​ໄດ້.”

ສື່​ມວນ​ຊົນ​ທ້ອງ​ຖິ່ນ​ເວົ້າ​ວ່າ ບົດ​ແກ້​ໄຂ​ລັດຖະທໍາ​ມະນູນ ຈະ​ສະໜອງ​ໂຄງ ຮ່າງ​ຂອງ​ກົດ ໝາຍ​ຢ່າງ​ຍືນ​ຍົງ ສໍາ​ຫຼັບ​ການ​ລວມຕົວ​ເຂົ້າກັນ​ແລະ​ການ​ພັດ ທະ​ນາ​ທີ່​ມີ​ມາ​ຢ່າງ​ຕໍ່​ເນື່ອງ​ຂອງ​ຫວຽດນາມນັ້ນ. ​ແຕ່ແນວ​ໃດ​ກໍ​ດີ ຕໍ່​ຄວາມ ຜິດ​ຫວັງ​ຂອງ​ຫຼາຍໆ​ຄົນ​ແລ້ວ ກໍ​ຄືການ​ແກ້​ໄຂດັ່ງກ່າວໄດ້​ໃຫ້ການ​ຢືນຢັນ​ຄືນ​ໃໝ່​ວ່າ ລັດ​ຈະ​ຕ້ອງ​ຈະ​ມີບົດ​ບາດ​ເປັນ​ແກນ​ກາງ ​ໃນ​ດ້ານ​ເສດຖະກິດ ຊຶ່ງ​ເປັນ​ຈຸດນຶ່ງ​ຂອງ​ຮ່າ​ງຂໍ້ສ​ະ​ເໜີ ທີ່ໄດ້ໂອ້​ລົມກັນ​ໃນ​ຄໍາ​ປຶ​ກສາ​ຂອງ​ມະຫາຊົນ ທີ່​ໄດ້ຖືກຖອນ​ອອກ​ໄປ​ແລ້ວ​ນັ້ນ.

​ພາກສ່ວນ​ ທີ່​ບໍລິ​ຫານ​ໂດຍ​ລັດ ​ຊຶ່ງໄດ້ເຊື່ອມ​ໂຊມ​ລົງ​ໂດຍການ​ບໍລິຫານ​ ທີ່​ບໍ່​ຖືກບໍ່ຕ້ອງ ​ແລະ​ທຸດຈະລິດ​ສໍ້​ລາດ​ບັງ​ຫຼວງນັ້ນ ​ໄດ້​ສ້າງ​ໜີ້​ສິນຖ້ວມຫົວ​ມູນ​ຄ່າ​ຫຼາຍພັນ​ລ້ານ​ໂດ​ລ່າ ​ແລະ​ຖືກ​ພິດ​ຈາລະ​ນາ​ໂດຍ​ຫຼາຍໆ​ຄົນ​ວ່າ ​ເປັນ​ສາເຫດຕົ້ນຕໍ​ສ້າງບັນຫາ​ຕ່າງໆ​ແກ່​ເສດ ຖະກິດຂອງຫວຽດນາມ​ຢູ່​ໃນ​ປັດຈຸບັນ​ນີ້.

ທ່ານ Adam Sitkoff ຜູ້​ອໍາ​ນວຍ​ການສະ​ພາການ​ຄ້າ​ອາ​ເມຣິກັນ ​ເວົ້າ​ວ່າ ກຸ່ມທຸລະ​ກິດ​ອາ​ເມ​ຣິກັນ ຕ່າງ​ກໍ​ຜິດ​ຫວັງ​ໄປ​ຕາມໆ​ກັນ ​ກັບ​ຮ່າງ​ບົດແກ້​ໄຂ ລັດຖະທໍາ​ມະນູນ​ຂັ້ນ​ສຸດ​ທ້າຍ​ນັ້ນ.

ທ່ານ Sitkoff ​ເວົ້າ​ວ່າ: “ການ​ທຸດຈະລິດ​ສໍ້​ລາດ​ບັງ​ຫຼວງ ​ແລະ​ ບັນຫາ​ຂໍ້​ຂັດແຍ້​ງ ກັນ​ໃນ​ດ້ານ​ຜົນປະ​ໂຫຍ​ດນັ້ນ ​ແມ່ນ​ຖືກ​ຝັງ​ຢູ່​ໃນ​ໂຄງ​ສ້າງ​ຂອງ​ວິທີ​ການ​ບໍ​ລິຫານ​ງານຢູ່​ໃນ ວົງ​ການ​ທຸລະ​ກິດ​ ທີ່​ລັດ​ເປັນ​ເຈົ້າຂອງ​ ຫຼື SOE ນັ້ນ​ຢ່າງ​ໃດ ຢູ່​ໃນ​ຫວຽດນາມ ​ແລະ​ຖ້າ​ປາດ​ສະ​ຈາກ​ການ​ແກ້​ໄຂ​ບັນຫາ​ການ​ປົກຄອງ​ຂັ້ນ​ພື້ນຖານ​ຕ່າງ​ໆ​ໄດ້​ແລ້ວ ບັນຫາ​ການ​ປະຕິ​ຮູບ​ກໍ​ຍັງ​ຄົງ​ເປັນ​ສິ່ງ​ທ້າ​ທາຍ​ກັນ​ຢູ່ ຍ້ອນ​ວ່າ ພວກ​ນັກ​ລົງທຶນ​ ທີ່​ເຂົ້າ​ມາ​ລົງທຶນ​ໃນ​ຫວຽດນາມ ຕ່າງ​ກໍ​ພາ ກັນ​ສົງ​ໄສກ່ຽວກັບ​ວ່າ​ກຸ່ມ​ເຄືອ​ຂອງ​ວິ​ສາ​ຫະກິດ​ທີ່​ລັດ​ເປັນ​ເຈົ້າ​ຂອງຫຼື SOE ຈະ​ເປັນ​ອີກ​ກຸ່ມ​ນຶ່ງ​ທີ່​ລົ້ມ​ແຫຼວ​ໃນ​ຂັ້ນຕໍ່​ໄປ ​ແລະ​ກຸ່ມ​ໃດ​ທີ່​ຈະ​ເປັນ​ກຸ່ມ​ນຶ່ງ​ຕໍ່​ໄປ ທີ່​ຖືກບັງຄັບ​ໃຫ້​ໃຊ້​ຊັບ​ສິນ​ທີ່​ບໍ່​ດີ​ເຂົ້າ​ໃສ່​ໃນ​ບັນຊີ​ລາຍ​ຮັບ​ລາຍ​ຈ່າຍຂອງ​ເຂົາ​ເຈົ້າ.”

ທ່ານ Sitkoff ​ເວົ້າ​ຕໍ່​ໄປ​ວ່າ ການ​ລວມຄໍາ​ເວົ້າຂອງ​ລັດ​ວິ​ສາ​ຫະກິດນັ້ນອາດ ​ເປັນ​ອຸບປະ ສັກ​ຕໍ່​ການ​ເຈລະຈາ​ກ່ຽວ​ກັບຂໍ້ຕົກລົງ​ທາງກາ​ນຄ້າ​ ທີ່ນໍາ​ພາໂດຍ​ສະຫະລັດ ກໍ​ຄື ພາຄີ​ຂ້າມ​ມະ​ຫາ​ສະ​ມຸດແປ​ຊິ​ຟິກ ຫຼື TPP ນັ້ນ.

ທ່ານ Sitkoff ​ເວົ້າ​ວ່າ: “ນຶ່ງ​ໃນ​ຫຼາຍ​ສິ່ງ​ຢູ່​ໃນ TPP ກໍ​ຄື​ບົດ​ທີ່​ກ່າວ​ເຖິງ​ວິ​ສາ​ຫະ ກິດ​ ທີ່ລັດ​ເປັນ​ເຈົ້າຂອງ​ ທີ່​ຢາກ​ມີ​ລະດັບ​ ການ​ປະກອບ​ທຸລະ​ກິດ​ ທີ່​ເທົ່າ​ທຽມ​ກັນ ​ແລະ​ສະ​ນັ້ນ​ຄວາມ​ເປັນ​ຈິງ​ທີ່ຢູ່​ໃນ​ບົດ​ສຸດ​ທ້າຍ​ນັ້ນ ກໍ​ປະກົດ​ວ່າ ມີຢ່າງ​ໃດ​ຢ່າງ​ນຶ່ງທີ່ແທບຊີ້ໃຫ້​ເຫັນ​ວ່າ​ມັນ​ເປັນ​ບາດກ້າວ​ຖອຍຫຼັງ​ຫຼາຍກວ່າ.”

ທ່ານ Sitkoff ​ເວົ້າ​ຕໍ່​ໄປ​ວ່າ ​ໃນ​ຂະນະ​ທີ່​ຫຼາຍໆ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ​ກໍ​ປະ ​ເຊີນ​ກັບ​ບັນ ຫາ​ທໍານອງ​ດຽວ​ກັນ​ນີ້ ຫວຽດນາມ​ຕ້ອງ​ໄດ້​ທໍາ​ການ​ປະຕິ​ຮູບ​ເພື່ອ ຈະ​ເປັນ​ຄູ່​ແຂ່ງ​ກັບ​ໝູ່​ໄດ້ ຊຶ່ງ​ໃນຂະນະ​ທີ່ຫວຽດນາມ​ກໍ​ດໍາ​ເນີນ​ການມາ​ໄດ້​ດີ​ ໃນ​ການ​ດຶງ​ດູດ​ເອົາ​ການ​ລົງທຶນ ​ແຕ່​ທ່ານ​ກໍ​ເວົ້າ​ອີກ​ວ່າ ມີ​ພຽງ​ແຕ່​ບາງພາກສ່ວນ​ເທົ່າ​ນັ້ນ ​ແລະລັດຖະບານ​ບໍ່​ສາ​ມາດ​ ທີ່ ຈະ​ຖືເອົາ​ທຸກໆ​ສິ່ງ​ໃຫ້​ເປັນ​ເລຶ່ອງ ທໍາ​ມະ​ດາ​ໄປ.
XS
SM
MD
LG